ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່ແຊບ​ໆຂອງ​ເຂດ​ພາກ ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່ 2023 ຢູ່​ຮ່າ​ໂນ້ຍ

09:00 | 10/12/2022

ນັ​ບ​ແຕ່​ວັນ​ທີ 1 ທັນ​ວາ 2022 – 2 ມັງ​ກອນ 2023, ລະ​ບົບ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຫົວ​ຂໍ້ “ເຍື່ອງ​ອາ​ຫານ​ແຊບ - ​ຕ້ອນຮັບລະ​ດູ​ບານ​ໃໝ່ 2023” ຈະ​ດຳ​ເນີນ​ຢູ່​ໝູ່​ບ້ານ​ວັດ​ທະ​ນະ​ທຳ - ​ທ່ອງ​ທ່ຽວ​ບັນ​ດາ​ຊົນ​ເຜົ່າ​ ຫວຽດ​ນາມ (ດົ່ງ​ໂມ, ເຊີນ​ໄຕ, ຮາ​ໂນ້ຍ).

ປະ​ກາດ​ລາຍການ “ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023” ຢູ່ Fukuoka, ຍີ່​ປຸ່ນ ປະ​ກາດ​ລາຍການ “ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023” ຢູ່ Fukuoka, ຍີ່​ປຸ່ນ
​​ປະກາດ​ສ້າງ​ສະຖິຕິ​ຫວຽດນາມ​ກ່ຽວ​ກັບ​ອາຫານ 122 ​ເຍື່ອງ​ທີ່​ເຮັດ​ດ້ວຍ​ກຸ້ງ ​ແລະ ເກືອ​ຢູ່​ບາກ​ລຽວ ​​ປະກາດ​ສ້າງ​ສະຖິຕິ​ຫວຽດນາມ​ກ່ຽວ​ກັບ​ອາຫານ 122 ​ເຍື່ອງ​ທີ່​ເຮັດ​ດ້ວຍ​ກຸ້ງ ​ແລະ ເກືອ​ຢູ່​ບາກ​ລຽວ
ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່ແຊບ​ໆຂອງ​ເຂດ​ພາກ ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່ 2023 ຢູ່​ຮ່າ​ໂນ້ຍ
ການ​ແນະ​ນຳ​ອາ​ຫານ​ຂອງ​​ຊາວ​ເຜົ່າ​ສ່ວນ​ໜ້ອຍ

ລາຍ​ການ​ມີ​ການ​ເຂົ້າ​ຮ່ວມ​ຂອງ​​ຊາວຊົນ​ເຜົ່າ​ກ່​ວາ 100 ຄົນ ທີ່​ມາ​ຈາກ 16 ຊົນ​ເຜົ່າ (ນຸ່ງ, ໄຕ, ຢາວ, ມົງ, ເມືອງ, ໄທ, ຂະມຸ, ຕະ​ໂອ້ຍ, ບາ​ນາ, ເຊີ​ດັງ, ຢາ​ຣາຍ, ເກີ​ຕູ, ຣາ​ລາຍ, ເອ​ເດ, ຂະ​ແມ, ຈຳ) ແລະ 12 ທ້ອງ​ຖິ່ນ​ໃນ​ທົ່ວ​ປ​ະ​ເທດ.

ລະ​ອຽດ​ແມ່ນ ການ​ເຄື່ອນ​ໄຫວ​ເດືອ​ນ​ທັນ​ວາ ​ຢູ່​ໝູ່​ບ້ານ​ວັດ​ທະ​ນະ​ທຳ - ​ທ່ອງ​ທ່ຽວ​ຂອງ​ຊົນ​ເຜົ່າ​ຫວຽດ​ນາມ​ ໄດ້​ສຸມ​ໃສ່​ວາດ​ພາບ​ບັນ​ຍາ​ກາດ​ວັດ​ທະ​ນະ​ທຳ​ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ​ຂອງ​ບັນ​ດາ​ເຜົ່າ​​ໃນ​ໂອ​ກາດ​ຕ້ອນ​ຮັບ​ປີ​ໃໝ່. ນັ້ນ​ແມ່ນ​ບັນ​ຍາ​ກາດ​ຕະຫຼາດ​ຕິດພັນ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ້ອງ​ເພງ, ເຕັ້ນຟ້ອນ, ການຫຼະ​ລິ້ນ​ພື້ນ​ເມືອງ… ບັນ​ຍາ​ກາດ​ອາ​ຫານ​ການ​ກິນ, ຜ​ະ​ລິດ​ຕະ​ພັນ​ທີ່​ມີ​ຊື່​ສຽງ, ແນະ​ນຳ​ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຄື ​ເສັ້ນ​ລ້ອນ, ເຫຼົ້າ​ຊົນ​ເຜົ່າ, ເຂົ້າ​ໜຽວ, … ຂອງ​ບັນ​ດາ​ເຜົ່າມົ້ງ, ຢາວ, ໄຕ, ຄ໊າງ…

ເນື່ອງ​ໃນ​ໂອ​ກາດນີ້, ນັກ​ສິ​ລະ​ປະ​ກອນ​ຊົນ​ເຜົ່າ​ມົ້ງ 12 ຄົນ ຢູ່​ແຂວງ ບັກ​ກ້ານ​ ຈະ​ແນະ​ນຳ​ສ​ິ​ລະ​ປະ​ຟ້ອນ​ແຄນ - ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ແຫ່ງ​ຊາດ​ດ້ວຍ​ສິ​ລະ​ປະ​ສະ​ແດງ​ບັນ​ດາ​ລາຍ​ການ​ພິ​ເສດ​ແມ່ນ ຟ້ອນ​ແຄນ​ດ່ຽວ, ຟ້ອນ​ແຄນ​ຄູ່, ແນະ​ນຳ​ໂຄງ​ປະ​ກອບ​ຂອງ​ແຄນ ແລະ ວິ​ທີ​ການ​ນຳ​ໃຊ້​ໄປ​ຍັງ​ພໍ່​ແມ່​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ, ນັກ​ສິ​ລະ​ປະ​ກ​ານ​ ​ໃຫ້​ທຸກ​ຄົນ​ທົດ​ລອງ, ພ້ອມ​ກັນແລກ​ປ່ຽນ​ກ່ຽວ​ກັບ​ສຽງ​ແຄນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ມ້ົງ ແລະ ເຊື່ອມ​ຕົວ​ເຂົ້າ​ກັບ​ບັນ​ຍາ​ກາດ​ປີ​ໃໝ່​.

ກໍ່​ຢູ່​ທີ່​ນີ້, ແຂວງ​ບັກ​ການ ​ຍັງ​ວາດ​ພາດ​ພິ​ທີ​ພາ​ວະ​ນາ​ຂໍພອນປີ​ໃໝ໋, ຂໍ​ໃຫ້ລະ​ດູການ​ໄດ້​ຮັບ​ຜົນ​ດີ​ຂອງ​ຊົນ​ເຜົ່າ​ຢ້າວ. ນີ້​ແມ່ນ​ພິ​ທີ​ພິ​ເສດ​ຂອງຊົນ​ເຜົ່າ​ຢາວ ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ໃນ​ໂອ​ກາດ​ທ້າຍ​ປີ ຫຼື​ຕົ້ນ​ປີ​ໃໝ່, ເຊິ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທັງ​ປະ​ຊາ​ຄົ​ມ, ພໍ່​ແມ່​ພີ່​ນ້ອງ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ບ້ານ​ໜຶ່ງ ຫຼື​ເຂດ​ໜຶ່ງ. ດ້ວຍ​ບັນ​ດາ​ພິ​ທີ​ກຳ​ທີ່​ເປັນ​ມູນ​ເຊື້ອ, ວາດ​ຟ້ອນ​ຂໍ​​ໃຫ້ລະ​ດູການ​ໄດ້​ຮັບ​ຜົນ​ດີ ​ກໍ່​ສະ​ແດງໃຫ້ເຫັນ​ຄວາມ​ເຄົາ​ລົບ​ຕໍ່ເຈົ້າ​ປ່າ, ເຈົ້າ​ພູ, ເທວະ​ດາ​ຟ້າແຖນ ແລະ ເຈົ້າທີ່ (ດິນ).

ບຸນ​ຄົງ

ເຫດການ
302 Found

Found

The document has moved here.