ຫວຽດ​ນາມ - ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ສະ​ວິດ ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ

07:07 | 28/11/2021

ຫວຽດນາມ ຍາມໃດກໍຖືການປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອກັບ ສະວິດ ເປັນສຳຄັນ; ສະເໜີສະພາແຫ່ງຊາດ ສະວິດ ສະໜັບສະໜູນສອງຝ່າຍເພີ່ມທະວີ ແລະ ເປີດກວ້າງການຮ່ວມມືໃນທຸກຂົງເຂດ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍສະເໜີໃຫ້ສະພາແຫ່ງຊາດ ສະວິດ ສືບຕໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ.

ຊຸກ​ຍູ້ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ວິດ ໃນຫຼາຍ​ຂົງ​ເຂດ ຊຸກ​ຍູ້ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ວິດ ໃນຫຼາຍ​ຂົງ​ເຂດ
ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ພ້ອມ​ກັບ ສະ​ວິດ ເປີດ​ໄລ​ຍະ​ຮ່ວມ​ມື​ໃໝ່​ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ພ້ອມ​ກັບ ສະ​ວິດ ເປີດ​ໄລ​ຍະ​ຮ່ວມ​ມື​ໃໝ່​
ຫວຽດ​ນາມ - ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ສະ​ວິດ ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເຂົ້າຢ້ຽມຂ່ຳນັບປະທານສະພາແຫ່ງຊາດ ສະຫະພັນ ສະວິດ Andreas Aebi. ພາບ: TTXVN

ຕອນບ່າຍວັນທີ 26 ພະຈິກ, ຢູ່ຫໍສະພາແຫ່ງຊາດ ສະຫະພັນ ສະວິດ, ທີ່ນະຄອນຫຼວງ Berne, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຢ້ຽມຂ່ຳນັບປະທານສະພາແຫ່ງຊາດ ສະຫະພັນ ສະວິດ Andreas Aebi. ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອກັບ ສະວິດ ເປັນສຳຄັນ; ສະເໜີສະພາແຫ່ງຊາດ ສະວິດ ສະໜັບສະໜູນສອງຝ່າຍເພີ່ມທະວີ ແລະ ເປີດກວ້າງການຮ່ວມມືໃນທຸກຂົງເຂດ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍສະເໜີໃຫ້ສະພາແຫ່ງຊາດ ສະວິດ ສືບຕໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ.

ທ່ານປະທານສະພາແຫ່ງຊາດ ສະວິດ Andreas Aebi ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ສະວິດ ຢູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນ ອາຊີ - ປາຊີຟິກ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດໃຫ້ຫຼາຍກວ່າອີກ, ສະໜັບສະໜູນ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ພິເສດແມ່ນເຮັດລະບຽບການສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ກັບ EFTA ໃຫ້ສຳເລັດໂດຍໄວ ໃນນັ້ນມີ ສະວິດ, ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ໃນຂົງເຂດປ່ຽນແປງໃໝ່ປະດິດຄິດສ້າງ.

ເນື່ອງໃນໂອກາດນີ້, ຕອນບ່າຍວັນດຽວກັນ, ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ຮວິ່ງແທັ່ງດາດ ໄດ້ມີການແລກປ່ຽນ, ເຮັດວຽກກັບທ່ານນາງ Martina Hirayam ຫົວໜ້າຄະນະກຳມະການແຫ່ງລັດ ຮັບຜິດຊອບກ່ຽວກັບບັນຫາການສຶກສາ, ຄົ້ນຄວ້າ, ປ່ຽນແປງໃໝ່ປະດິດຄິດສ້າງ ສະວິດ (SERI).

ສ່ວນທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ຫງວຽນແຄັງງອກ ກໍໄດ້ມີການເຮັດວຽກກັບຜູ້ຕາງໜ້າກະຊວງຍຸຕິທຳ ແລະ ຕຳຫຼວດ ສະວິດ, ຫົວໜ້າກົມຍຸຕິທຳສາກົນ.

vovworld.vn

ເຫດການ
302 Found

Found

The document has moved here.