ຮ່າ​ໂນ້ຍ​ໄດ້ຮັບການ​ຄັດ​ເລືອກ​ແມ່ນ​ຈຸດ​ນັດ​ພົບ​ອາ​ຫານ​ການ​ກິນ​ແຖວ​ໜ້າ​ໂລກ

08:11 | 03/02/2023

ຍ​ສ​ໝ - ຮ່າ​ໂນ້ຍ ຢູ່​ທຽບຄຽງ​ກັບ​ບັນ​ດາ​ສະ​ຖານ​ທີ່​ຄື Rome (ອີ​ຕາ​ລີ), Paris (ຝ​ລັ່ງ) ຫຼື Barcelona (​ແອັດ​ສະ​ປາຍ) ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຈຸດ​ນັດ​ພົບ​ທີ່​ມີ​ພື້ນ​ຖານ​ອາ​ຫານ​ການ​ກິນ​ທີ່​ດຶງ​ດູດ​ໃຈ​ທີ່​ສຸດ​ໃນ​ໂລກ, ໂດຍ​ພື້ນ​ຖານ​ການ​ທ່ອງ​ທ່ຽວ​ Tripadvisor ຄັດ​ເລືອກ.

ຫວຽດ​ນາມ ແມ່ນ​​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຈັບ​ໃຈ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ໂດຍ ວາ​ລະ​ສານ Wanderlust ຄັດ​ເລືອກ ຫວຽດ​ນາມ ແມ່ນ​​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຈັບ​ໃຈ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ໂດຍ ວາ​ລະ​ສານ Wanderlust ຄັດ​ເລືອກ
ນະ​ຄອນ​ຮ່າ​ໂນ້ຍ ແມ່ນ 1 ໃນ​ຈຳ​ນວນ 10 ນະ​ຄອນ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຖືກ​ທີ່​ສຸດ​ໃນ​ໂລກສຳລັບຊາວ​ຕ່າງ​ປະ​ເທດ ນະ​ຄອນ​ຮ່າ​ໂນ້ຍ ແມ່ນ 1 ໃນ​ຈຳ​ນວນ 10 ນະ​ຄອນ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຖືກ​ທີ່​ສຸດ​ໃນ​ໂລກສຳລັບຊາວ​ຕ່າງ​ປະ​ເທດ
ພາບ​ປະ​ກອບ
ພາບ​ປະ​ກອບ

ຮ່າ​ໂນ້ຍ​ໄດ້ຮັບການ​ຄັດ​ເລືອກ​ແມ່ນ​ຈຸດ​ນັດ​ພົບ​ອາ​ຫານ​ການ​ກິນ​ແຖວ​ໜ້າ​ໂລກ

ຮ່າ​ໂນ້ຍ ຢູ່ທຽບຄຽງກັບ​ບັນ​ດາ​ສະ​ຖານ​ທີ່​ຄື Rome (ອີ​ຕາ​ລີ), Paris (ຝ​ລັ່ງ) ຫຼື Barcelona (​ແອັດ​ສະ​ປາຍ) ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຈຸດ​ນັດ​ພົບ​ທີ່​ມີ​ພື້ນ​ຖານ​ອາ​ຫານ​ການ​ກິນ​ທີ່​ເປັນໜ້າສົນໃຈ​ທີ່​ສຸດ​ໃນ​ໂລກ, ໂດຍ​ພື້ນ​ຖານ​ການ​ທ່ອງ​ທ່ຽວ​ Tripadvisor ຄັດ​ເລືອກ.

ພື້ນຖານການທ່ອງໃຫຍ່ທີ່ສຸດໃນໂລກ Tripadvisor ຫາກໍ່ປະກາດໝາກຜົນການຄັດເລືອກບັນດາສະຖານທີ່ທີ່ມີພື້ນຖານອາຫານການກິນທີ່ເປັນໜ້າສົນໃຈທີ່ສຸດໃນໂລກ. ຕາມໝາກຜົນການຄັດເລືອກ, ຮ່າໂນ້ຍ ໄດ້ນອນມນກຸ່ມບັນດາສະຖານທີ່ທີ່ມີພື້ນຖານອາຫານການກິນທີ່ເປັນໜ້າສົນໃຈທີ່ສຸດໃນໂລກ ປີ 2023.

ດ້​ວຍ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່ມີມາ​ແຕ່​ດົນ​ນານ, ພ້ອມ​ທັງ​ແມ່ນ​ສະ​ຖານ​ທີ່​ນັດ​ພົບ​ຂອງ​ປະ​ຊາ​ຊົນ​ທົ່ວທຸກສາ​ລະ​ທິດ, ຮ່າ​ໂນ້ຍ​​ມີ​ພື້ນ​ຖານ​ອາ​ຫານ​ການ​ກິນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ທັງ​ມີ​ລັກ​ສະ​ນະ​ສະ​ເພາະ​ກ່ຽວ​ກັບ​ເມືອງ​ເກົ່າ, ທັງ​ມີ​ຄວາມ​ອຸ​ດົມ​ສົມ​ບູນ ໂດຍ​ແມ່ນ​ສະ​ຖານ​ທີ່​ເຕົ້າ​ໂຮມ​ອາ​ຫານ​ການ​ກິນ​ຂອງ​ບັນ​ດາ​ເຂດ​ພາກ.

ມີ​ອາ​ຫານ​ການ​ກິນ​ທີ່​ມີ​ຊື່​ສຽງຫຼາຍ​ເຍື່ອງໃຫ້ສຳລັບແຂກ​ຕ່າງ​ປະ​ເທດ​ຄື ​ຢໍ່​ຈື່ນ, ເຝີ, ຢໍ່ປາ… ມີເຍື່ອງ​ອາ​ຫານ​ຫຼາຍ​ຊະ​ນິດ​ໄດ້ນຳ​ເປັນ​ຂອງ​ຕ້ອນ​ຂອງ​ແຂກ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຄື: ເຂົ້າ​ເໝົ້າ, ເຂົ້າ​ໜົມ​ເຂົ້າເໝົ້າ, ຊາ​ດອກ​ບົວ…

ຫວ່າງ​ມໍ່ໆ​ມາ​ນີ້, ເວັບ​ໄຊ​ທ່ອງ​ທ່ຽວ Travel and Leisure ຂອງ ອາ​ເມ​ລິ​ກາ ໄດ້​ເປັນກຽດໃຫ້ ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ນັດ​ພົບ​ມີ​ພື້​ນ​ຖານ​ອາ​ຫານ​ການ​ກິນ​ທີ່​ດຶງ​ດູດ​ໃຈ​ທີ່​ສຸດ​ຢູ່​ອາ​ຊີ. ເວັບ​ໄຊ​ນີ້​ກໍ່​ສະ​ເໜີ​ບັນ​ດາ​ສະ​ຖານ​ທີີ່​ທີ່​ດີ ເພື່ອ​ຄົ້ນ​ຫາ​ຢູ່ ຫວຽດ​ນາມ ເຊິ່ງແມ່ນ​ຮ່າ​ໂນ້ຍ, ດ່າ​ນັ້ງ ແລະ ນະ​ຄອນ​ໂຮ່​ຈີ​ມິນ. ບັນ​ດາ​ເຍື່ອງ​ອາ​ຫານທີ່​ຕ້ອງໄດ້​ຊິມ​ແມ່ນ ເຝີ, ເຂົ້າ​ຈີ່, ບັນ​ກວນ

ບຸນ​ຄົງ

ເຫດການ
302 Found

Found

The document has moved here.