ສະຫວັນນະເຂດ: ເປັນເຈົ້າພາບເປີດກອງປະຊາມສາມຝ່າຍ ວ່າດ້ວຍວຽກງານຊາຍແດນ

ສະຫວັນນະເຂດ: ເປັນເຈົ້າພາບເປີດກອງປະຊາມສາມຝ່າຍ ວ່າດ້ວຍວຽກງານຊາຍແດນ

ຍສໝ - ໃນທ້າຍເດືອນທີ່ຜ່ານມາ, ຢູ່ທີ່ ຫ້ອງປະຊຸມຫໍວັດທະນະທຳ ໄກສອນ ພົມວິຫານ ໄດ້ເປີດກອງ ປະຊຸມປະຈຳປີ 2018 ລະຫວ່າງ ຄະນະຜູ້ແທນກຳມະການຊາຍແດນ ແຂວງສະຫວັນນະເຂດ, ແຂວງສາລະວັນແຫ່ງ ສປປ ລາວ, ຄະນະຜູ້ແທນກຳມະການຊາຍແດນແຂວງກວາງຈິ ແຫ່ງ ສສ ຫວຽດນາມ.

ການນຳແຂວງສະຫວັນນະເຂດ ເຂົ້າວາງກະຕ່າດອກໄມ້ ຢູ່ທີ່ສິ່ງທີ່ເປັນອະນຸສອນ ສະຖານປະທານ ໂຮ່ຈິມິນ ເນື່ອງໃນວັນຊາດຫວຽດນາມຄົບຮອບ 73 ປີ

ການນຳແຂວງສະຫວັນນະເຂດ ເຂົ້າວາງກະຕ່າດອກໄມ້ ຢູ່ທີ່ສິ່ງທີ່ເປັນອະນຸສອນ ສະຖານປະທານ ໂຮ່ຈິມິນ ເນື່ອງໃນວັນຊາດຫວຽດນາມຄົບຮອບ 73 ປີ

ຍສໝ - ຢູ່ທີ່ສິ່ງທີ່ເປັນອະນຸສອນ ສະຖານປະທານໂຮ່ຈິມິນ ເນື່ອງ ໃນໂອກາດສະເຫຼີມສະຫຼອງວັນ ຊາດ ສສ ຫວຽດນາມ ຄົບຮອບ 73 ປີ(2/9/1945-2/9/2018) ເຂົ້າຮ່ວມໃນພິທີໂດຍທ່ານ ສັນຕິ ພາບ ພົມວິຫານ ເຈົ້າແຂວງໆ ສະຫວັນນະເຂດ, ມີຫົວໜ້າພະ ແນກການ, ກົມກອງ, ອົງການ ຈັດຕັ້ງມະຫາຊົນ, ຫ້ອງການ, ລັດວິສາຫະກິດ, ສະຖາບັນການສຶກສາທັງພາກລັດ ແລະເອ ກະຊົນອ້ອມຂ້າງແຂວງກໍ່ເຂົ້າ ຮ່ວມນຳ.

ທະຫານຊາຍແດນແຂວງກວາງບີ່ງ ພົບປະເຈລະຈາກັບກອງບັນຊາການທະຫານແຂວງຄໍາມ່ວນ ແລະສະຫວັນນະເຂດ

ທະຫານຊາຍແດນແຂວງກວາງບີ່ງ ພົບປະເຈລະຈາກັບກອງບັນຊາການທະຫານແຂວງຄໍາມ່ວນ ແລະສະຫວັນນະເຂດ

ທ້າຍອາທິດທີ່ຜ່ານມາ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນແຂວງກວາງບີ່ງ ໂດຍທ່ານພັນເອກພິເສດ ຫງວຽນວັນທ້ຽນ, ຫົວໜ້າກອງບັນຊາການເປັນຫົວໜ້າຄະນະໄດ້ດໍາເນີນການພົບປະເຈລະຈາສອງຝ່າຍກັບກອງບັນຊາການທະຫານແຂວງຄໍາມ່ວນ ແລະສະຫວັນນະເຂດ (ລາວ).

ຄະນະຜູ້ແທນແຂວງສະຫວັນນະເຂດ ຕ້ອນຮັບຄະນະ ຜູ້ແທນຈາກແຂວງຝູອຽນ ແຫ່ງ ສສ ຫວຽດນາມ

ຄະນະຜູ້ແທນແຂວງສະຫວັນນະເຂດ ຕ້ອນຮັບຄະນະ ຜູ້ແທນຈາກແຂວງຝູອຽນ ແຫ່ງ ສສ ຫວຽດນາມ

ຍສໝ - ຕົ້ນອາທິດທີ່ຜ່ານມາ, ຄະນະຜູ້ແທນ ແຂວງສະຫວັນນະເຂດ ນຳໂດຍ ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ ຮອງເລຂາພັກ ຮອງເຈົ້າແຂວງ ສະຫວັນນະເຂດ ໄດ້ຕ້ອນຮັບ ຄະນະຜູ້ແທນ ແຂວງຝູອຽນ ແຫ່ງສສ ຫວຽດນາມ ເຊິ່ງນຳໂດຍທ່ານ ເລືອງ ມິງ ເຊີນ ຮອງເລຂາຜູ້ ປະຈຳການພັກແຂວງຝູອຽນ, ມີພະແນກການອ້ອມຂ້າງແຂວງ ສະຫວັນນະເຂດເຂົ້າຮ່ວມຢ່າງ ພ້ອມພຽງ.

ພະນະທ່ານ ປະທານປະເທດ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພ ເຂດບ້ານລະຫານໍ້າ ແຂວງ ສະຫວັນນະເຂດ

ພະນະທ່ານ ປະທານປະເທດ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພ ເຂດບ້ານລະຫານໍ້າ ແຂວງ ສະຫວັນນະເຂດ

ຍສໝ - ທ້າຍອາທິດທີ່ຜ່ານມາ, ພະນະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ໄດ້ເດີນທາງລົງ ພົບປະຢ້ຽມຢາມ ແລະໃຫ້ການ ຊ່ວຍເຫຼືອ ພໍ່ແມ່ປະຊາຊົນ ເຂດບ້ານ ລະຫານ້ຳ ເມືອງສອງຄອນ ແຂວງ ສະຫວັນນະເຂດ.

ການປະຕິສັງສັງຂອນ ເດີ່ນວັດພະທາດອີງຮັງ ສະຫວັນນະເຂດ

ການປະຕິສັງສັງຂອນ ເດີ່ນວັດພະທາດອີງຮັງ ສະຫວັນນະເຂດ

ໃນວັນທີ 16 ສິງຫາ 2018,ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ພ້ອມຄະນະ ໄດ້ລົງຕິດຕາມການປະຕິສັງຂອນກົມມະລຽນ ອ້ອມອົງພະທາດ, ປູເດີ່ນພະທາດອີງຮັງ ຄືນໃໝ່.

ການພົບປະເຈລະຈາ ລະຫວ່າງ ກອງບັນຊາການທະຫານຊາຍແດນ ແຂວງກວ້າງຈິ ກັບ ປກສ ສາລະວັນ ແລະ ປກຊ ສະຫວັນນະເຂດ

ການພົບປະເຈລະຈາ ລະຫວ່າງ ກອງບັນຊາການທະຫານຊາຍແດນ ແຂວງກວ້າງຈິ ກັບ ປກສ ສາລະວັນ ແລະ ປກຊ ສະຫວັນນະເຂດ

ຍສໝ - ໃນລະຫວ່າງວັນທີ 13 – 15 ສິງຫາ, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນແຂວງ ກ້ວາງຈິ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ກັບ ກອງບັນຊາການ ປ້ອງກັນຄວາມສະຫງົບ ແລະ ກອງບັນຊາການ ທະຫານແຂວງ ສາລະວັນ ແລະສະຫວັນນະເຂດ ສປປ ລາວ.

ຫາລື ເພີ່ມຊົນເຜົ່າບຣູ ຢູ່ແຂວງສະຫວັນນະເຂດ ເຂົ້າຊົນເຜົ່າໃນລາວ

ຫາລື ເພີ່ມຊົນເຜົ່າບຣູ ຢູ່ແຂວງສະຫວັນນະເຂດ ເຂົ້າຊົນເຜົ່າໃນລາວ

ໃນ​ວັນ​ທີ 9 ສິງຫາ 2018 ທີ່​ນະຄອນຫລວງ​ວຽງຈັນ, ສະພາ​ແຫ່ງ​ຊາດ ​ໄດ້​ຈັດກອງ​ປະຊຸມ​ເປີດ​ກວ້າງ ​ ປະກອບ​ຄຳ​ຄິດ​ຄຳ​ເຫັນ ​ກ່ຽວກັບການ​ເພີ່ມຊົນ​ເຜົ່າ​ບຣູ ຢູ່​ ແຂວງ​ສະຫວັນ​ນະ​ເຂດ ​ເຂົ້າ​ໃນ​ຊົນ​ເຜົ່າ​ໃນ​ລາວ.

ເຈົ້າແຂວງສະຫວັນນະເຂດ ລົງຕິດຕາມເບິ່ງຜົນເສຍຫາຍຈາກນ້ຳຖ້ວມ ຢູ່ 3 ເມືອງ

ເຈົ້າແຂວງສະຫວັນນະເຂດ ລົງຕິດຕາມເບິ່ງຜົນເສຍຫາຍຈາກນ້ຳຖ້ວມ ຢູ່ 3 ເມືອງ

ຍສໝ - ອາທິດທີ່ຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ຄຳລຸຍ ຍາດຕິວົງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ ໄດ້ລົງເຄື່ອນໄຫວຕິດຕາມເບິ່ງສະພາບຜົນເສຍຫາຍຕົວຈິງຈາກນ້ຳຖ້ວມທີ່ ເມືອງຈຳພອນ, ເມືອງຊົນນະບູລີ ແລະ ເມືອງວິລະບູລີ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກອຳນາດການປົກຄອງເມືອງ, ບ້ານ ແລະພໍ່ແມ່ປະຊາຊົນໃນສາມເມືອງດັ່ງກ່າວ.

ທ່ານນາຍົກລັດຖະມົນຕີລົງຢ້ຽມຢາມ ແລະ ຊີ້ນຳການແກ້ໄຂອຸທົກກະໄພ ຢູ່ ສະຫວັນນະເຂດ

ທ່ານນາຍົກລັດຖະມົນຕີລົງຢ້ຽມຢາມ ແລະ ຊີ້ນຳການແກ້ໄຂອຸທົກກະໄພ ຢູ່ ສະຫວັນນະເຂດ

ຍສໝ - ທ້າຍອາທິດທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ.

ສະຫວັນນະເຂດ-ກວາງຈິ ສືບຕໍ່ຮ່ວມມື ບຳລຸງສ້າງພະນັກງານ

ສະຫວັນນະເຂດ-ກວາງຈິ ສືບຕໍ່ຮ່ວມມື ບຳລຸງສ້າງພະນັກງານ

ຍ​ສ​ໝ - ຄະ​ນະ​ຈັດ​ຕັ້ງ​ແຂວງ​ສະ​ຫວັນ​ນະ​ເຂດ ສ​ປ​ປ ລາວ ແລະ ​ຄະ​ນະ​ຈັດ​ຕັ້ງ​ແຂວງກວາງ​ຈິ ສສ ຫວຽດ​ນາມ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 20 ມີ​ຖຸ​ນາ 2018 ຢູ່​ແຂວງ​ສະ​ຫວັນ​ນະ​ເຂດ.

ຊາວໜຸ່ມສອງແຂວງ ກວ໋າງຈິ-ສະຫວັນນະເຂດ ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ

ຊາວໜຸ່ມສອງແຂວງ ກວ໋າງຈິ-ສະຫວັນນະເຂດ ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ

ຍ​ສ​ໝ - ສະຫະພັນຊາວຫນຸ່ມແຂວງ ກ໋ວາງຈິ ຈັດຕັ້ງຂະບວຍການຊາວຫນຸ່ມອາສາສະຫມັກ ຢູ່ສອງເມືອງ ອຸທຸມພອນ ແລະ ໄຊບູລີ, ແຂວງ ສະຫວັນນະເຂດ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ສະຫວັນນະເຂດສະຫຼອງວັນຜູ້ບໍລິຈາກເລືອດໂລກ

ສະຫວັນນະເຂດສະຫຼອງວັນຜູ້ບໍລິຈາກເລືອດໂລກ

ເລືອດເປັນ ອົງປະກອບທີ່ສຳຄັນຫຼາຍຂອງ ຮ່າງກາຍ ແລະ ຊີວິດຄົນເຮົາ ຂາດເລືອດກໍຄືຂາດຊີວິດ ຍ້ອນແນວນັ້ນ ອົງການອະນາ ໄມໂລກ ຈຶ່ງໄດ້ກຳນົດເອົາວັນ ທີ 14 ມິຖຸນາ ເປັນວັນຜູ້ບໍລິ ຈາກເລືອດໂລກ ໃນການຈັດ ກິດຈະກຳ ສະເຫຼີມສະຫຼອງວັນຜູ້ບໍລິຈາກ ເລືອດໂລກ ພາຍໃຕ້ ຫົວຂໍ້ "ໃຫ້ເລືອດ ໃຫ້ຊີວິດ".

ເຫດການ