ການພົບປະເຈລະຈາ ລະຫວ່າງ ກອງບັນຊາການທະຫານຊາຍແດນ ແຂວງກວ້າງຈິ ກັບ ປກສ ສາລະວັນ ແລະ ປກຊ ສະຫວັນນະເຂດ

08:37 | 16/08/2018

ຍສໝ - ໃນລະຫວ່າງວັນທີ 13 – 15 ສິງຫາ, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນແຂວງ ກ້ວາງຈິ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ກັບ ກອງບັນຊາການ ປ້ອງກັນຄວາມສະຫງົບ ແລະ ກອງບັນຊາການ ທະຫານແຂວງ ສາລະວັນ ແລະສະຫວັນນະເຂດ ສປປ ລາວ.

ການພົບປະເຈລະຈາ ລະຫວ່າງ ກອງບັນຊາການທະຫານຊາຍແດນ ແຂວງກວ້າງຈິ ກັບ ປກສ ສາລະວັນ ແລະ ປກຊ ສະຫວັນນະເຂດ

ທະຫານຊາຍແດນແຂວງກວາງຈີ໋ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງ ສາລະວັນ ລົງນາມໃນບົດບັນທຶກຊ່ວຍຈໍາ. (ພາບ: ດິ່ງຕ໋ຽນ.)

ໃນໄລຍະຜ່ານມາ, ສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຕາມເຂດ ຊາຍແດນຖືວ່າມີຄວາມປົກກະຕິໂດຍພື້ນຖານ. ວຽກງານການຄຸ້ມຄອງ, ກວດກາ, ສະກັດກັ້ນ ແລະ ຕ້ານອາດສະຍາກໍາ ບັນລຸໄດ້ປະສິດທິຜົນສູງ, ປະຊາຊົນທັງສອງຊາດ ປະຕິບັດສົນທິສັນຍາ ວ່າດ້ວຍ ກົດລະບຽບຊາຍແດນ ຫວຽດນາມ-ລາວ ຢ່າງເຂັ້ມງວດ. ພິເສດ, ໄດ້ເພີ່ມທະວີການປະສານສົມທົບ, ສ້າງເປັນກໍາລັງແຮງໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ສ້າງຄວາມໝັ້ນຄົງຢູ່ເຂດຊາຍແດນຂອງສອງປະເທດ, ສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີ, ມິດຕະພາບ, ການຮ່ວມມື ແລະ ພັດທະນາເປັນຢ່າງດີ.

ເພື່ອຈັດຕັ້ງປະຕິບັດໃຫ້ໄດ້ດີ ວຽກງານສາຍພົວພັນປະສານງານໃນວຽກງານການຄຸ້ມຄອງ, ການປົກປັກຮັກສາຊາຍແດນ, ທຸກຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາຄື: ທັງສອງຝ່າຍຕ້ອງມີການແລກປ່ຽນຂໍ້ມູນຂ່າວສານ, ສະພາບການ, ພະິອເສດແມ່ນ ສະພາບການດ້ານການເມືອງ, ຄວາມສະຫງົບທາງສັງຄົມ, ປະສານສົມທົບໃນການແກ້ໄຂບັນຫາທີ່ເກີດຂື້ນເປັນຕົ້ນແມ່ນ: ການຄ້າໜີພາສີ, ຊື້ຂາຍອາວຸດສົງຄາມ, ຢາເສບຕິດ... ຢູ່ເຂດຊາຍແດນ; ຕ້ອງໄດ້ໂຄສະນາ-ຂົນຂວາຍ, ສຶກສາອົບຮົມປະຊາຊົນປະຕິບັດໃຫ້ດີສົນທິສັນຍາ ວ່າດ້ວຍ ກົດລະບຽບຊາຍແດນຫວຽດນາມ-ລາວ; ເຂົ້າຮ່ວມຢ່າງຕັ້ງໜ້າໃນການປົກປັກຮັກສາສິດອະທິປະໄຕ ຄວາມສະຫງົບຊາຍແດນ, ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບພິເສດ. ເພີ່ມທະວີການກວດກາ ຢ່າງຮັດກຸ່ມບໍ່ວ່າຈະເປັນ: ຄົນ, ພາຫະນະ, ສິນຄ້າຜ່ານໄປຜ່ານມາ, ຕໍ່ສູ້ຢ່າງມີປະສິດທິຜົນກັບ ພວກກຸ່ມຄົນບໍ່ດີ ອາດສະຍາກອນ ພິເສດແມ່ນອາດສະຍາກອນຂ້າມຊາດກ.

ພ້ອມກັນນັ້ນ ກໍ່ເປັນເສນາທິການໃຫ້ອໍານາດການປົກຄອງສອງຝ່າຍຜັນຂະຫຍາຍບັນດາໂຄງການ ພັດທະນາເສດຖະກິດ-ສັງຄົມ ທີ່ຕິດພັນກັບວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢູ່ເຂດຊາຍແດນໃຫ້ຖືກຕ້ອງຕາມສົນທິສັນຍາ ກົດລະບຽບຊາຍແດນ ຫວຽດນາມ-ລາວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.