ການນຳແຂວງສະຫວັນນະເຂດ ເຂົ້າວາງກະຕ່າດອກໄມ້ ຢູ່ທີ່ສິ່ງທີ່ເປັນອະນຸສອນ ສະຖານປະທານ ໂຮ່ຈິມິນ ເນື່ອງໃນວັນຊາດຫວຽດນາມຄົບຮອບ 73 ປີ

08:57 | 03/09/2018

ຍສໝ - ຢູ່ທີ່ສິ່ງທີ່ເປັນອະນຸສອນ ສະຖານປະທານໂຮ່ຈິມິນ ເນື່ອງ ໃນໂອກາດສະເຫຼີມສະຫຼອງວັນ ຊາດ ສສ ຫວຽດນາມ ຄົບຮອບ 73 ປີ(2/9/1945-2/9/2018) ເຂົ້າຮ່ວມໃນພິທີໂດຍທ່ານ ສັນຕິ ພາບ ພົມວິຫານ ເຈົ້າແຂວງໆ ສະຫວັນນະເຂດ, ມີຫົວໜ້າພະ ແນກການ, ກົມກອງ, ອົງການ ຈັດຕັ້ງມະຫາຊົນ, ຫ້ອງການ, ລັດວິສາຫະກິດ, ສະຖາບັນການສຶກສາທັງພາກລັດ ແລະເອ ກະຊົນອ້ອມຂ້າງແຂວງກໍ່ເຂົ້າ ຮ່ວມນຳ.


ການນຳແຂວງສະຫວັນນະເຂດ ເຂົ້າວາງກະຕ່າດອກໄມ້ ຢູ່ທີ່ສິ່ງທີ່ເປັນອະນຸສອນ ສະຖານປະທານ ໂຮ່ຈິມິນ ເນື່ອງໃນວັນຊາດຫວຽດນາມຄົບຮອບ 73 ປີ

ການນຳແຂວງສະຫວັນນະເຂດ ເຂົ້າວາງກະຕ່າດອກໄມ້ ໄຫວ້ອາໄລ ຢູ່ອະນຸສອນສະຖານ ໂຮ່ຈີ໋ມິງ ສະຫວັນນະເຂດ.

ເຂົ້າຮ່ວມໃນງານມີ: ການນຳແຂວງ, ກົງ ສູນໃຫຍ່ ສ.ສ ຫວຽດນາມ ປະ ຈຳແຂວງສະຫວັນນະເຂດ, ສະ ມາຊິກສະພາແຫ່ງຊາດປະຈຳ ເຂດເລືອກຕັ້ງ ທີ 13 ແລະສະພາ ປະຊາຊົນແຂວງ, ກອງບັນຊາ ການທະຫານແຂວງ, ກອງບັນຊາ ການ ປກສ ແຂວງ, ຄະນະປົກ ຄອງນະຄອນໄກສອນ ພົມວິຫານ, ສະມາຄົມຫວຽດນາມ, ກຸ່ມ-ພະ ນັກງານ ແລະອົງການຈັດຕັ້ງມະ ຫາຊົນ(ສະຫະພັນກຳມະບານ ແຂວງເປັນຫົວໜ້າກຸ່ມ), ກຸ່ມວັດ ທະນະທຳ-ສັງຄົມ (ພະແນກສຶກ ສາທິການ ແລະກິລາເປັນຫົວໜ້າ ກຸ່ມ), ກຸ່ມເຍົາວະຊົນ ແລະຊາວ ໜຸ່ມ(ຄະນະບໍລິຫານງານຊາວ ໜຸ່ມຮັບຜິດຊອບ), ກຸ່ມຕຸລາການ (ອົງການໄອຍະການແຂວງເປັນ ຫົວໜ້າກຸ່ມ), ກຸ່ມເສດຖະກິດ( ພະແນກພະລັງການ ແລະບໍ່ແຮ່ ແຂວງເປັນຫົວໜ້າກຸ່ມ), ກຸ່ມທະ ນາຄານ(ທະນາຄານກາງສາຂາ ແຂວງສະຫວັນນະເຂດເປັນຫົວ ໜ້າກຸ່ມ), ສະພາການຄ້າ ແລະ ອຸດສະຫະກຳແຂວງ, ກຸ່ມລັດວິສາ ຫະກິດ(ລັດວິສາຫະກິດນ້ຳມັນ ເຊື້ອໄຟເປັນຫົວໜ້າກຸ່ມ), ມະຫາວິ ທະຍາໄລສະຫວັນນະເຂດ, ສະ ຖາບັນການສຶກສາພາກລັດ ແລະ ເອກະຊົນ (ວິທະຍາໄລເຕັກນິກວິ ຊາຊີບເປັນຫົວໜ້າກຸ່ມ), ນີ້ກໍ່ເພື່ອ ເປັນການລະນຶກເຖິງຄຸນງາມ ຄວາມດີຂອງຜູ້ການປະຕິວັດ ເນື່ອງໃນວັດທີ່ມີຄວາມໝາຍ ຄວາມສຳຄັນທາງດ້ານປະຫວັດ ສາດແຫ່ງການຕໍ່ສູ້ປົດປ່ອຍຊາດ ຂອງປະຊາຊົນຫວຽດນາມ ພາຍ ໃຕ້ການຊີ້ນຳໆພາຂອງປະທານ ໂຮ່ຈິມິນ ເຊິ່ງເປັນຜູ້ນຳໜ້າໃນ ການຍາດເອົາເອະລາດ, ອິດສະຫຼະ ພາບມາໃຫ້ປະເທດຊາດຢ່າງ ສົມບູນ, ນຳເອົາປະເທດຊາດກ້າວ ຂຶ້ນສັງຄົມນິຍົມ ແລະສ້າງຊີວິດ ໃໝ່ໃຫ້ກ້າວໜ້າ ແລະຈະເລີນຮຸ່ງ ເຮືອງຂຶ້ນເລື້ອຍໆ./.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.