ສະຫວັນນະເຂດສະຫຼອງວັນຜູ້ບໍລິຈາກເລືອດໂລກ

08:31 | 13/06/2018

ເລືອດເປັນ ອົງປະກອບທີ່ສຳຄັນຫຼາຍຂອງ ຮ່າງກາຍ ແລະ ຊີວິດຄົນເຮົາ ຂາດເລືອດກໍຄືຂາດຊີວິດ ຍ້ອນແນວນັ້ນ ອົງການອະນາ ໄມໂລກ ຈຶ່ງໄດ້ກຳນົດເອົາວັນ ທີ 14 ມິຖຸນາ ເປັນວັນຜູ້ບໍລິ ຈາກເລືອດໂລກ ໃນການຈັດ ກິດຈະກຳ ສະເຫຼີມສະຫຼອງວັນຜູ້ບໍລິຈາກ ເລືອດໂລກ ພາຍໃຕ້ ຫົວຂໍ້ "ໃຫ້ເລືອດ ໃຫ້ຊີວິດ".

ສະຫວັນນະເຂດສະຫຼອງວັນຜູ້ບໍລິຈາກເລືອດໂລກ

ເຂົ້າຮ່ວມເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານເລຂາ ພັກແຂວງ ເຈົ້າແຂວງສະຫວັນນະເຂດ.

ແຂວງສະຫວັນນະເຂດ ໄດ້ຈັດພິທີສະເຫຼີມສະຫຼອງ 14 ມິຖຸນາ ວັນຜູ້ບໍລິຈາກເລືອດ ໂລກ ປີ 2018 ໃນຫົວຂໍ້ "ໃຫ້ ເລືອດໃຫ້ຊີວິດ" ເມື່ອວັນທີ 9 ມິຖຸນາຜ່ານມາ ທີ່ຫໍວັດທະນະ ທຳແຂວງ, ໂດຍການໃຫ້ກຽດ ເຂົ້າຮ່ວມເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາ ພັກແຂວງ ເຈົ້າແຂວງສະຫວັນນະເຂດ, ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ມີຜູ້ຕາງໜ້າຜູ້ບໍລິຈາກເລືອດ ຜູ້ເຮັດໜ້າທີ່ປະສານງານຈາກ ກະຊວງ, ສູນກາງ ແລະ ທ້ອງ ຖິ່ນ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວວ່າ: ເລືອດເປັນ ອົງປະກອບທີ່ສຳຄັນຫຼາຍຂອງ ຮ່າງກາຍ ແລະ ຊີວິດຄົນເຮົາ ຂາດເລືອດກໍຄືຂາດຊີວິດ ຍ້ອນແນວນັ້ນ ອົງການອະນາໄມໂລກ ຈຶ່ງໄດ້ກຳນົດເອົາວັນ ທີ 14 ມິຖຸນາ ເປັນວັນຜູ້ບໍລິຈາກເລືອດໂລກ ໃນການຈັດກິດຈະກຳ ສະເຫຼີມສະຫຼອງວັນຜູ້ບໍລິຈາກ ເລືອດໂລກ ພາຍໃຕ້ ຫົວຂໍ້ "ໃຫ້ເລືອດ ໃຫ້ຊີວິດ" ແມ່ນເພື່ອ ປູກຈິດສຳນຶກໃຫ້ແກ່ຊັ້ນຄົນ ຕ່າງໆ ມີຄວາມເຂົ້າໃຈໃນ ການບໍລິຈາກເລືອດ ໃນພາວະ ຈຳເປັນສຸກເສີນ, ປັດຈຸບັນ ຈຳນວນຜູ້ບໍລິຈາກເລືອດຢູ່ແຂວງ ສະຫວັນນະເຂດ ໄດ້ເພີ່ມຂຶ້ນໃນແຕ່ລະປີຖ້າທຽບໃສ່ຄວາມ ຕ້ອງການເລືອດ ເພື່ອມາກອບ ກູ້ຊ່ວຍເຫຼືອຄົນເຈັບທີ່ຮັກສາ ຕົວຕາມໂຮງໝໍແຫ່ງຕ່າງໆ ຍັງ ບໍ່ທັນພຽງພໍກັບຄວາມຕ້ອງ ການ.

ຂ້າພະເຈົ້າ ຈຶ່ງຮຽກຮ້ອງ ມາຍັງການຈັດຕັ້ງແຕ່ລະຂັ້ນ ຈົ່ງພ້ອມກັນສືບຕໍ່ໃຫ້ຄວາມ ສຳຄັນ ແລະ ຈຳເປັນແກ່ການ ບໍລິຈາກເລືອດ ເພື່ອຊ່ວຍເຫຼືອ ເພື່ອນມະນຸດດ້ວຍກັນ ເພື່ອ ແນໃສ່ໃຫ້ມີເລືອດພຽງພໍ ແລະ ປອດໄພໃຫ້ກັບຄົນເຈັບ. ທ່ານ ບຸນແຕງ ສຸດທິຈັກ ຫົວໜ້າອົງການກາແດງແຂວງ ສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາເຫັນໄດ້ວ່າ ຊາວໜຸ່ມນັກຮຽນ-ນັກສຶກສາ, ທະຫານ, ຕຳຫຼວດ, ນັກທຸລະ ກິດ ຕະຫຼອດຮອດພໍ່ແມ່ປະຊາ ຊົນ ໄດ້ມີຄວາມຕື່ນຕົວສະໝັກ ໃຈບໍລິຈາກເລືອດ ຄືໃນປີ 2015 ຈຳນວນຜູ້ບໍລິຈາກເລືອດ ມີ 3.101 ເທື່ອຄົນ, ປີ 2016 ມີ 3.396 ເທື່ອຄົນ, ປີ 2017 ມີ 3.349 ເທື່ອຄົນ, ໃນປີ 2018 ໃນ 5 ເດືອນຜ່ານມາມີຜູ້ບໍລິ ຈາກເລືອດ 1.520 ເທື່ອຄົນ ແລະ ໃນມື້ນີ້ ກໍໄດ້ມີການຮັບ ບໍລິຈາກເລືອດແບບສະໝັກໃຈຄາດວ່າມີຜູ້ເຂົ້າຮ່ວມບໍລິຈາກ ປະມານ 500 ກວ່າຄົນ. ໃນໂອກາດດັ່ງກ່າວ ກໍໄດ້ມອບໃບຍ້ອງຍໍໃຫ້ແກ່ບຸກຄົນດີເດັ່ນທີ່ໄດ້ບໍລິຈາກເລືອດ ຢ່າງຕໍ່ເນື່ອງໃນໄລຍະ 3 ປີ (2015-2017) ສະເພາະ ແຂວງ ສະຫວັນນະເຂດມີຈຳນວນ 11 ທ່ານ ແລະ 48 ພາກສ່ວນ ຈາກໂຮງຮຽນມັດທະຍົມຕອນປາຍ, ວິທະຍາໄລ, ກົມກອງ ທະຫານ ແລະ ຫົວໜ່ວຍທຸລະກິດອີກດ້ວຍ.

(ແຫຼ່ງ​ຂໍ້​ມູນ​: ປ​ຊ​ຊ)

ເຫດການ
302 Found

Found

The document has moved here.