ສະຫວັນນະເຂດ: ເປັນເຈົ້າພາບເປີດກອງປະຊາມສາມຝ່າຍ ວ່າດ້ວຍວຽກງານຊາຍແດນ

08:38 | 04/09/2018

ຍສໝ - ໃນທ້າຍເດືອນທີ່ຜ່ານມາ, ຢູ່ທີ່ ຫ້ອງປະຊຸມຫໍວັດທະນະທຳ ໄກສອນ ພົມວິຫານ ໄດ້ເປີດກອງ ປະຊຸມປະຈຳປີ 2018 ລະຫວ່າງ ຄະນະຜູ້ແທນກຳມະການຊາຍແດນ ແຂວງສະຫວັນນະເຂດ, ແຂວງສາລະວັນແຫ່ງ ສປປ ລາວ, ຄະນະຜູ້ແທນກຳມະການຊາຍແດນແຂວງກວາງຈິ ແຫ່ງ ສສ ຫວຽດນາມ.

ສະຫວັນນະເຂດ: ເປັນເຈົ້າພາບເປີດກອງປະຊາມສາມຝ່າຍ ວ່າດ້ວຍວຽກງານຊາຍແດນ

ທັງສາມແຂວງລົງນາມໃນບົດບັນທືກກອງປະຊຸມ.

ໂດຍການເຂົ້າຮ່ວມ ຂອງທ່ານ ປອ ໂພໄຊ ໄຊຍະ ສອນ ກຳມະການສຳຮອງສູນກາງພັກ ຮອງເລຂາພັກແຂວງ ຮອງເຈົ້າ ແຂວງໆສະຫວັນນະເຂດ ທັງເປັນ ຫົວໜ້າຄະນະກຳມະການຊານແດນແຂວງ, ທ່ານ ພູທົງ ຄຳມະ ນີວົງ ຮອງເຈົ້າແຂວງ ທັງເປັນ ຫົວໜ້າຄະນະກຳມະການຊາຍແດນ ແຂວງສາລະວັນ, ທ່ານ ຮ່າສີ ດົງ ຮອງປະທານຄະນະກຳມະການປະຊາຊົນ ແຂວງກວາງຈິ ທັງເປັນ ປະທານຄະນະກຳມະການຊາຍແດນ ລາວ-ຫວຽດນາມ ແຂວງກວາງຈິ ແຫ່ງ ສສ ຫວຽດນາມ, ມີຫົວໜ້າ ປກຊ, ປກສ, ພະແນກການອ້ອມຂ້າງແຂວງ, ທ່ານ ເຈົ້າເມືອງ ແລະ ພະນັກງານວິຊາການທັງສາມແຂວງສອງປະເທດກໍ່ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມແມ່ນໄດ້ປຶກສາຫາລືກັນຫຼາຍດ້ານ, ຊຶ່ງກ່ອນອື່ນ ແຕ່ລະແຂວງແມ່ນໄດ້ລາຍງານສະພາບລວມຂອງແຂວງຕົນ, ຜົນງານທີ່ຍາດມາໄດ້ໃນການຮ່ວມມື, ວຽກງານຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ, ວຽກງານວ່າດ້ວຍການແກ້ໄຂບັນຫາຜູ້ໂຍກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບ ຢູ່ຕາມບໍລິເວນຊາຍແດນ ລາວ-ຫວຽດນາມ, ວຽກງານການຮ່ວມພັດທະນາລຽບຕາມຊາຍແດນ.

ສະເພາະແຂວງສະຫວັນນະເຂດ ມີຊາຍແດນຕິດຈອດກັບແຂວງ ກວາງຈິ ຍາວ 126 ກິໂລແມັດ, ມີຫຼັກໝາຍ ຊາຍແດນເປັນຫຼັກໃຫຍ່ 35, ຫຼັກເສີມ 31 ຫຼັກໝາຍ, ກວມເອົາເມືອງເຊໂປນ, ເມືອງນອງ ແລະ ເມືອງເຮືອງຮວ໋າ ແຂວງ ກວາງຈິ, ສ່ວນຕິດຈອດກັບແຂວງ ສາລະວັນມີຄວາມຍາວ 243 ກິໂລ ແມັດ, ໃນໜຶ່ງປີຜ່ານມາ, ແຂວງ ສະຫວັນນະເຂດ ແລະ ແຂວງກວ້າງຈິ ແມ່ນໄດ້ມີການພົວພັນມິດ ຕະພາບຄວາມສາມັກຄີແບບພິ ເສດໃນຮູບແບບ “ບ້ານແຮກ ສ່ຽວ” 17 ບ້ານ ແລະ “ຄ້າຍທະ ຫານແຮກສ່ຽວ” 2 ຄ້າຍ ຕາມບໍ ລິເວນຊາຍແດນສອງແຂວງ, ຫຼັງ ຈາກທີ່ເປີດນຳໃຊ້ຮູບແບບບໍລິການຜ່ານລະບົບກວດກາປະຕູ ດຽວດ່ານສາກົນແດນສະຫວັນ-ລາວບາວ.

ໃນປີ 2017 ຜ່ານມາ ມີຄົນຜ່ານດ່ານທັງໝົດ 418.209 ເທື່ອຄົນ, ພາຫະນະ 36.140 ຄັນ, ໄດ້ກວດເອກະສານແຈ້ງຂອງພາສີດ້ວຍມູນຄ່າສິນຄ້າເຂົ້າ-ອອກ ປະມານ 35.501.074 ໂດລາສະຫະລັດ ການຄ້າທັງສອງ ຝ່າຍມູນຄ່າສູງເຖິງ 72,38 ລ້ານໂດລາສະຫະລັດ, ສົ່ງອອກ 11,4 ລ້ານໂດລາສະຫະລັດນຳ ເຂົ້າ 60,8 ລ້ານ ໂດລາສະຫະລັດ ແລະແຕ່ລະຝ່າຍໄດ້ພົບປະແລກປ່ຽນບົດຮຽນນຳກັນ, ກຳມະການຊາຍແດນແຂວງສະຫວັນນະເຂດຍັງ ໄດ້ສະເໜີໃຫ້ຄະນະກຳມະການຊາຍແດນຫວຽດນາມ ເລັ່ງອະນຸມັດງົບປະມານປະຈຳ ປີ 2019 ເພື່ອນຳເອົາວັດຖຸອຸປະກອນມາສ້ອມແປງຫຼັກໝາຍທີ 577, ທີ 580, ທີ 587 ທີ່ຖືກເຊາະເຈື່ອນຢູ່ບໍລິເວນຊາຍແດນແຂວງ ສະຫວັນນະເຂດ ສະເໜີໃຫ້ເຈົ້າໜ້າ ທີ່ຊາຍແດນຂອງສອງປະເທດ ເພີ່ມທະວີການກວດກາຊາຍແດນ, ເພີ່ມທະວີໂຄສະນາເຜີຍແຜ່ ແລະ ສືກສາອົບຮົບປະຊາຊົນໃຫ້ຮູ້ຄວາມໝາຍຄວາມສຳຄັນຂອງຊາຍແດນ ແລະ ສະເໜີແກ້ໄຂບັນຫາຜູ້ໂຍກຍ້າຍຕັ້ງພູມລຳເນົາຕາມລຳຟັງ ແລະ ສ້າງຄອບຄົວບໍ່ຖືກ ຕ້ອງຕາມບໍລິເວນຊາຍແດນລາວ -ຫວຽດນາມ ນອກນັ້ນ ໃນພິທີຍັງໄດ້ມີພິທີມອບຂອງທີ່ລະນຶກ ເຊິ່ງກັນ ແລະ ກັນ ພ້ອມໄດ້ເຊັນບົດບັນທຶກຮ່ວມມືສາມຝ່ານ ວ່າດ້ວຍວຽກງານຊາຍແດນອີກດ້ວຍ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.