ທະຫານຊາຍແດນແຂວງກວາງບີ່ງ ພົບປະເຈລະຈາກັບກອງບັນຊາການທະຫານແຂວງຄໍາມ່ວນ ແລະສະຫວັນນະເຂດ

09:28 | 02/09/2018

ທ້າຍອາທິດທີ່ຜ່ານມາ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນແຂວງກວາງບີ່ງ ໂດຍທ່ານພັນເອກພິເສດ ຫງວຽນວັນທ້ຽນ, ຫົວໜ້າກອງບັນຊາການເປັນຫົວໜ້າຄະນະໄດ້ດໍາເນີນການພົບປະເຈລະຈາສອງຝ່າຍກັບກອງບັນຊາການທະຫານແຂວງຄໍາມ່ວນ ແລະສະຫວັນນະເຂດ (ລາວ).

ທະຫານຊາຍແດນແຂວງກວາງບີ່ງ ພົບປະເຈລະຈາກັບກອງບັນຊາການທະຫານແຂວງຄໍາມ່ວນ ແລະສະຫວັນນະເຂດ

ທ່ານພັນເອກພິເສດ ຫງວຽນວັນທ້ຽນ ແລະທ່ານພັນເອກ ຈະເລີນ ວົງວິໄຊ ລົງນາມໃນບົດບັນທຶກຊ່ວຍຈໍາທີ່ການພົບປະເຈລະຈາ. (ພາບ: ຮວ່າຍນາມ)

ນີ້ແມ່ນການພົບປະປະຈໍາປີລະຫວ່າງສອງຝ່າຍແນໃສ່ແຈ້ງ ແລະຕີລາຄາບັນດາໝາກຜົນທີ່ບັນລຸໄດ້ກ່ຽວກັບສະພາບການຢູ່ຊາຍແດນ ແລະວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນໃນໄລຍະຜ່ານມາ. ສອງຝ່າຍໄດ້ຕີລາຄາວ່າ, ສະພາບການຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບຢູ່ເຂດຊາຍແດນລະຫວ່າງແຂວງກວາງບີ່ງ ແລະແຂວງຄໍາມ່ວນ, ສະຫວັນນະເຂດເປັນປົກກະຕິໂດຍພື້ນຖານ; ວຽກງານສົມທົບກັນໂຄສະນາເຜີຍແຜ່ນະໂຍບາຍ, ກົດໝາຍໃຫ້ປະຊາຊົນຢູ່ສອງຟາກຊາຍແດນໄດ້ປະຕິບັດເປັນປະຈໍາ.

ບັນດາກົມກອງທະຫານຊາຍແດນແຂວງກວາງບີ່ງ ແລະກອງບັນຊາການທະຫານແຂວງຄໍາມ່ວນ ແລະສະຫວັນນະເຂດກໍ່ໄດ້ສົມທົບກັນຄຸ້ມຄອງ ແລະສະກັດກັ້ນການອົບພະຍົບແບບເສລີຜ່ານຊາຍແດນຢ່າງມີປະສິດທິຜົນ; ສົມທົບກັນສະໜອງຂໍ້ມູນ, ສະກັດກັ້ນບັນດາການເຄື່ອນໄຫວຕ້ານ, ທຳລາຍປະເທດ ແລະກຸ່ມກ້ອນສາມັກຄີລະຫວ່າງປະຊາຊົນສອງປະເທດຢ່າງແໜ້ນແຟ້ນ; ສົມທົບກັນລາດຕະເວນສອງຝ່າຍ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນໃຫ້ຢູ່ໃນສະພາບເດີມ, ກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະພັດທະນາ.

ທີ່ການພົບປະເຈລະຈາ, ສອງຝ່າຍກໍ່ໄດ້ຊີ້ອອກບັນດາຂໍ້ຈໍາກັດ, ຂໍ້ຄົງຄ້າງຄວນຖອດຖອນບົດຮຽນ, ພ້ອມກັນແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ບາງເນື້ອໃນ, ທິດທາງໃນໄລຍະຈະມາເຖິງ ແລະລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາອໍານາດອະທິປະໄຕ, ຄວາມສະຫງົບຊາຍແດນແຫ່ງຊາດ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ
302 Found

Found

The document has moved here.