ເຈົ້າແຂວງສະຫວັນນະເຂດ ລົງຕິດຕາມເບິ່ງຜົນເສຍຫາຍຈາກນ້ຳຖ້ວມ ຢູ່ 3 ເມືອງ

09:32 | 09/08/2018

ຍສໝ - ອາທິດທີ່ຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ຄຳລຸຍ ຍາດຕິວົງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ ໄດ້ລົງເຄື່ອນໄຫວຕິດຕາມເບິ່ງສະພາບຜົນເສຍຫາຍຕົວຈິງຈາກນ້ຳຖ້ວມທີ່ ເມືອງຈຳພອນ, ເມືອງຊົນນະບູລີ ແລະ ເມືອງວິລະບູລີ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກອຳນາດການປົກຄອງເມືອງ, ບ້ານ ແລະພໍ່ແມ່ປະຊາຊົນໃນສາມເມືອງດັ່ງກ່າວ.

ເຈົ້າແຂວງສະຫວັນນະເຂດ ລົງຕິດຕາມເບິ່ງຜົນເສຍຫາຍຈາກນ້ຳຖ້ວມ ຢູ່ 3 ເມືອງ

ທ່ານ ເຈົ້າແຂວງສະຫວັນນະເຂດ ສັນຕິພາບ ພົມວິຫານ ພ້ອມຄະນະ ລົງພື້ນທີ່ປະສົບໄພຕົວຈິງ.

ເຊິ່ງໃນການລົງພົບປະຢ້ຽມຢາມປະຊາຊົນໃນ 3 ບ້ານຂອງສອງເມືອງດັ່ງກ່າວ, ທ່ານເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ຮັບການລາຍງານສະພາບຜົນເສຍຫາຍຈາກນ້ຳຖ້ວມຂອງ ຊຶ່ງໄດ້ໃຫ້ຮູ້ວ່າ: ບ້ານເພຍກ່າ ມີເນື້ອທີ່ນຳຖືກຖ້ວມ 206 ກວ່າເຮັກຕາ, ເທົ່າກັບ 100% ຂອງເນື້ອທີ່ປັກດຳ ໃນນີ້ ເນື້ອທີ່ເສຍຫາຍມີ 97,50 ເຮັກຕາ, ມີສັດລ້ຽງປະເພດງົວ, ໝູ, ແບ້ ຕາຍຈຳນວນ 26 ໂຕ ແລະສັດປີກອີກ 256 ໂຕ, ຄັນຄູນ້ຳຖືກເຈາະເຈື່ອນ 7 ແມັດ ແລະຫົນທາງຖືກຕັດຂາດ, ໃນຂະນະທີ່ບ້ານແກ້ງປູນ ມີເນື້ອທີ່ນາປັກດຳຕົວຈິງ 87 ເຮັກຕາ, ເນື້ອທີ່ນາຖືກຖ້ວມເກືອບ 100%, ມີງົວຕາຍ 4 ໂຕ (ຕາຍໜາວສັ່ນ 3 ໂຕ ແລະລົງທ້ອງຕາຍ 1 ໂຕ) ຈາກນີ້ກໍ່ຍັງມີສັດປີກຕາຍອີກຈຳນວນ 573 ໂຕ. ສ່ວນບ້ານຊຽງຮົ່ມ ເມືອງຊົນນະບູລີ ມີເນື້ອທີ່ນາຖືກຖ້ວມ744 ກວ່າເຮັກຕາ, ມີງົວຕາຍ 3 ໂຕ , ແບ້ 13 ໂຕ, ມີໜອງປາປະຊາຊົນ ແລະໜອງລວມຖືກຖ້ວມຈຳນວນ 17 ໜອງ, ເສັ້ນທາງຖືກຕັດຂາດ ແລະອື່ນໆ. ໃນນີ້ສຳລັບການເດີນທາງລົງຢ້ຽມຢາມພໍ່ແມ່ປະຊາຊົນໃນຄັ້ງນີ້, ແມ່ນພົບກັບຄວາມຫຍຸ້ງຍາກພໍສົມຄວນ ເພາະບາງບ້ານເປັນຕົ້ນບ້ານເພຍກ່າ ແລະບ້ານແກ້ງປູນ ຕ້ອງເດີນທາງດ້ວຍເຮືອ, ເນື່ອງຈາກວ່າສະພາບເສັ້ນທາງພາຍໃນສອງບ້ານດັ່ງກ່າວຖືກຕັດຂາດ.

ເຈົ້າແຂວງສະຫວັນນະເຂດ ລົງຕິດຕາມເບິ່ງຜົນເສຍຫາຍຈາກນ້ຳຖ້ວມ ຢູ່ 3 ເມືອງ

ທ່ານ ເຈົ້າແຂວງສະຫວັນນະເຂດ ສັນຕິພາບ ພົມວິຫານ ລົງຢ້ຽມຢາມຜູ້ປະສົບໄພນຳ້ຖ້ວມ.


ພາຍຫຼັງທີ່ໄດ້ຮັບຟັງການລາຍງານແລ້ວ, ທ່ານ ສັນຕິພາບ ພົມວິຫານ ກໍ່ໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍໍ່ກັບສະພາບການດຳລົງຊີວິດຂອງພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນຈາກກະທົບຈາກນ້ຳຖ້ວມ ໂດຍທ່ານໄດ້ເນັ້ນໃຫ້ປະຊາຊົນເອົາໃຈໃສ່ກ່ຽວກັບບັນຫາສຸຂະພາບເປັນສຳຄັນ ໂດຍໃຫ້ເນັ້ນໃສ່ການປ້ອງກັນພະຍາດຄົນ ແລະສັດສັດພາຍຫຼັງທີ່ນ້ຳແຫ້ງ ຈາກນີ້, ສຳລັບຜູ້ທີ່ມີເງື່ອນໄຂໃນການທຳນາຕ່າວກໍ່ໃຫ້ລົງມືຈັດຕັ້ງປະຕິບັດໂດຍໄວ ສິ່ງສຳຄັນອີກຢ່າງໜຶ່ງກໍ່ແມ່ນໃຫ້ເອົາໃຈໃສ່ຕິດຕາມເຝົ້າລະວັງຕໍ່ສະພາບດິນຟ້າອາກາດ ທີ່ມາໃນປະຈຸບັນໄດ້ມີການປ່ຽນແປງ ແລະບໍ່ສາມາດຄາດເດົາໄດ້ ສະນັ້ນ, ທາງອຳນາດການປົົກຄອງ, ການຈັດຕັ້ງ, ແນວໂຮມ ຕະຫຼອດເຖິງພໍ່ແມ່ປະຊາຊົນແຕ່ລະບ້ານຕ້ອງໄດ້ມີການກະກຽມເພື່ອຮັບມືກັບນ້ຳຖ້ວມທີ່ອາດເກີດຂຶ້ນອີກເປັນຕົ້ນກໍ່ແມ່ນໃຫ້ພ້ອມພາກັນເຮັດຄັນຄູກັນນ້ຳ ແລະໃຫ້ນຳເອົາສັດລ້ຽງຂອງຕົນຂຶ້ນໄວ້ບ່ອນສູງທີ່ປອດໄພ ເພື່ອໃຫ້ສັດຕະວະແພດລົງມາສັກຢາກັນພະຍາດສັດໃຫ້ທົ່ວເຖິງ ອີກບັນຫາສຳຄັນກໍ່ໃຫ້ສ້າງແຜນການໃນການຟື້ນຟູຫຼັງນ້ຳຖ້ວມ, ຖ້າຫາກວ່າພໍ່ແມ່ປະຊາຊົນຕ້ອງການໃຫ້ທາງພາກລັດຊ່ວຍໃນດ້ານໃດກໍ່ໃຫ້ສະເໜີຂຶ້ນມາ ຊຶ່ງທາງພາກລັດເຮົາ ກໍ່ພ້ອມທີ່ຈະໃຫ້ການຊ່ວຍເຫຼືອຢ່າງເຕັມທີ່.
ໂອກາດນີ້, ທ່ານເຈົ້າແຂວງ ກໍ່ໄດ້ນຳເອົາເຄື່ອງຊ່ວຍເຫຼືອບັນເທົາທຸກເປັນຕົ້ນ: ນ້ຳດື່ມ, ໝີ່ສຳເລັດຮູບ, ເຄື່ອງບໍລິໂພກ-ອຸປະໂພກ ແລະຢາປົວພະຍາດມອບໃຫ້ແກ່ພໍ່ແມ່ປະຊາຊົນບ້ານເພຍກ່າ, ບ້ານແກ້ງປູນ ແລະບ້ານຊຽງຊົມນຳອີກ.


ເຈົ້າແຂວງສະຫວັນນະເຂດ ລົງຕິດຕາມເບິ່ງຜົນເສຍຫາຍຈາກນ້ຳຖ້ວມ ຢູ່ 3 ເມືອງ

ທ່ານ ເຈົ້າແຂວງສະຫວັນນະເຂດ ສັນຕິພາບ ພົມວິຫານ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ບ້ານທີ່ຖຶກຜົນກະທົບ.

ໃນອາທິດດຽວກັນນັ້ນ ທ່ານ ເຈົ້າແຂວງສະຫວັນນະເຂດ ສັນຕິພາບ ພົມວິຫານ ພ້ອມການ ນໍາຈາກພະ ແນກການຂອງແຂວງຈໍານວນໜຶ່ງ ໄດ້ຮີບ​ຮ້ອນລົງນຳເຄື່ອງຊ່ວຍເຫລືອບັນເທົາທຸກ ປະກອບມີນໍ້າດື່ມ, ອາຫານສຳ ເລັດຮູບ, ຢາປົວພະຍາດ ແລະເຄື່ອງນຸ່ງຫົ່ມ ທີ່ຈຳເປັນຈຳນວນໜຶ່ງ ​ໄປມອບໃຫ້ກັບພໍ່ແມ່ປະຊາຊົນ ບ້ານນາສະເລາະ ແລະ ບ້ານປ່າຜັກເໜົ່າ ທັງຕິດຕາມສະພາບ ໄພນໍ້າຖ້ວມໃນເຂດເມືອງວິລະບູລີ ​ເຊິ່ງເຫັນວ່າ​ໄດ້ສ້າງຄວາມເສຍຫາຍພໍສົມຄວນ ເປັນຕົ້ນ ແມ່ນ ເນື້ອທີ່ການຜະລິດ, ໜອງປາຂອງປະຊາຊົນ ແລະ ສວນໄມ້ໃຫ້ໝາກຕະຫລອດ ຮອດພື້ນ ຖານໂຄງລ່າງ ທາງດ້ານຄົມມະນາຄົມ ຖືກນໍ້າເຊາະເຈື່ອນ ແລະ ມີເສັ້ນທາງ ຫລາຍສາຍຖືກຕັດຂາດ.

ນາຍບ້ານປ່າຜັກເໜົ່າ ໃຫ້ສຳພາດວ່າ: ໄຟນໍ້າຖ້ວມໃນຄັ້ງນີ້ອາດຈະກະທົບ ແລະ ມີຜົນເສຍຫາຍ ກັບເນື້ອທີ່ນາປີຂອງປະຊາຊົນ ເພາະຕົ້ນເຂົ້ານາປີຫາກໍສຳເລັດ ການປັກດຳໃໝ່ ​ເຊິ່ງຍັງບໍ່ທົນກັບນໍ້າຖ້ວມ ຫລາຍ ວັນຕົ້ນເຂົ້າອາດ​ຈະຕ້ອງ ຕາຍ, ​ແນວ​ໃດ​ກໍ​ຕາມ ພໍ່ແມ່ປະຊາ ຊົນພາຍໃນກໍ່ໄດ້ມີແຜນຮອງຮັບ ຕໍ່ກັບບັນຫາດັ່ງກ່າວ ພາຍຫລັງນໍ້າ​ແຫ້ງ​ລົງ ​ໂດຍ​ສະ​ເພາະ ການປູກພືດຕ່າງໆ ທົດແທນຢ່າງເລັ່ງດ່ວນ, ນັບ​ທັງການປັບ ປຸງລະບົບຝາຍ ຕັນນໍ້າ, ໜອງສະ ເພື່ອກຽມກັກຂັງນໍ້າ ເພື່ອຕ້ານໄພແຫ້ງແລ້ງທີ່ອາດຈະຕາມມາ.

ໃນຊ່ວງໄລຍະດຽວກັນນີ້ຄອບຄົວການນຳ ແຂວງສະຫວັນນະເຂດຮ່ວມ ກັບ ສະມາຄົມນັກທຸລະກິດຍິງ ແຂວງ ກໍໄດ້ນຳເອົາເຄື່ອງອຸປະໂພກ ແລະ ບໍລິໂພກ ພ້ອມຢາປ້ອງກັນພະ ຍາດ ຈຳນວນໜຶ່ງ ລົງຊ່ວຍ ເຫລືອ ໃຫ້ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ເມືອງວິລະບູລີ ທີ່ປະສົບກັບໄພນໍ້າຖ້ວມ ເພື່ອເປັນການບັນ ເທົາຕໍ່ຄວາມເດືອດຮ້ອນ ໃນການດຳລົງຊີວິດປະຈຳວັນ ມູນຄ່າເກືອບ 30 ລ້ານກີບ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.