ທ່ານນາຍົກລັດຖະມົນຕີລົງຢ້ຽມຢາມ ແລະ ຊີ້ນຳການແກ້ໄຂອຸທົກກະໄພ ຢູ່ ສະຫວັນນະເຂດ

08:21 | 06/08/2018

ຍສໝ - ທ້າຍອາທິດທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ.

ທ່ານນາຍົກລັດຖະມົນຕີລົງຢ້ຽມຢາມ ແລະ ຊີ້ນຳການແກ້ໄຂອຸທົກກະໄພ ຢູ່ ສະຫວັນນະເຂດ

ທ່ານນາຍົກລັດຖະມົນຕີລົງຢ້ຽມຢາມ ແລະ ຊີ້ນຳການແກ້ໄຂອຸທົກກະໄພ ຢູ່ ສະຫວັນນະເຂດ.

ພາຍຫຼັງສໍາເລັດການຕິດຕາມ ຊຸກຍູ້ການແກ້ໄຂບັນຫາອຸທົກກະໄພນໍ້າຖ້ວມ ທີ່ເມືອງສະໜາມໄຊແຂວງອັດຕະປື ວັນທີ 2 ສິງຫາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເດີນທາງໄປຕິດ ຕາມ ໄພນໍ້າຖ້ວມຢູ່ພື້ນທີ່ຕົວຈິງເມືອງໄຊບູລີ ແຂວງ ສະຫວັນນະເຂດ.

ສະພາບການເກີດອຸທົກກະໄພ ຢູ່ພາຍໃນທົ່ວແຂວງສະຫວັນະເຂດ: ມີທັງໝົດ 86 ບ້ານ ມີ 4.257 ຄອບຄົວ, ປະຊາຊົນທີ່ໄດ້ຮັບຜົນກະທົບບ່ອນຢູ່ອາໄສ 20.983 ຄົນ, ໃນນີ້ໄດ້ຍົກຍ້າຍຈຳນວນ 468 ຄອບຄົວ ມີ 2.342 ຄົນ ທີ່ອາໄສຢູ່ບ່ອນທີ່ປອດໄພແລ້ວ.

ເນື້ອທີ່ການຜະລິດກະສິກຳຖືກນໍ້າຖ້ວມ ມີ 321 ບ້ານ ໃນຈຳນວນ 12 ເມືອງ, ເນື້ອທີ່ຖືກຖ້ວມ 27.564 ເຮັກຕາ, ໜອງປາ 421 ໜອງ, ສັດລ້ຽງຕາຍ 381 ໂຕ; ຜົນກະທົບຕໍ່ພື້ນຖານໂຄງລ່າງ ເສັ້ນທາງຖືກຖ້ວມ 56 ຈຸດ, ຊົນລະປະທານ 26 ແຫ່ງ, ຂົວ 68 ແຫ່ງ, ເສົາໄຟຟ້າຫັກ 02 ເສົາ, ຍັງບໍ່ສາມາດນຳໃຊ້ໄຟຟ້າໄດ້ 02 ບ້ານ, ໂຮງຮຽນ 44 ແຫ່ງ, ວັດ 22 ແຫ່ງ, ສຸກສາລາ 01 ແຫ່ງ ແລະ ນໍ້າບາດານ 09 ໜ່ວຍ.
ສຳລັບເມືອງໄຊບູລີ ເປັນເມືອງທີ່ໄດ້ຮັບຜົນກະທົບຂ້ອນຂ້າງໜັກພໍສົມຄວນ: ມີຈຳນວນ 13 ບ້ານທີ່ຢູ່ລຽບເຊບັ້ງໄຟ ນໍ້າຖ້ວມທີ່ຢູ່ອາໄສ, ເສັ້ນທາງຖືກຕັດຂາດທັງໝົດ ແລະ ມີ 18 ບ້ານທີ່ບໍ່ສາມາດເຂົ້າເຖິງດ້ວຍທາງບົກ, ໄດ້ຍົກຍ້າຍປະຊາຊົນຈຳນວນ 468 ຄອບຄົວ ແລະ ຮວມມີຈຳນວນ 2.342 ຄົນ ໄປຢູ່ບ່ອນສູງທີ່ປອດໄພ 05 ຈຸດ, ເນື້ອທີ່ນາ 4.918 ເຮັກຕາ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍໄດ້ໂອ້ລົມຕໍ່ອຳນາດການປົກຄອງແຂວງ ແລະ ປະຊາຊົນທີ່ເຂົ້າຮ່ວມ, ທ່ານໄດ້: ສະແດງຄວາມຊົມເຊີຍຕໍ່ອຳນາດການປົກຄອງທຸກຂັ້ນ ທີ່ໄດ້ເອົາໃຈໃສ່ກະກຽມຄວາມພ້ອມໄວ້ກ່ອນ ສາມາດຍົກຍ້າຍປະຊາຊົນທີ່ຖືກຜົນກະທົບ ມາຢູ່ບ່ອນທີ່ປອດໄພ, ປ້ານຄູກັ້ນນໍ້າບ່ອນທີ່ຕໍ່າ; ຕໍ່ໄພພິບັດນໍ້າຖ້ວມຄັ້ງນີ້ ລັດຖະບານກໍໄດ້ມອບເງິນໃຫ້ແຂວງສະຫວັນະເຂດ 200 ລ້ານກີບ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ 300 ລ້ານກີບ ເພື່ອນຳໄປຊ່ວຍເຫລືອບັນເທົາທຸກປະຊາຊົນທີ່ໄດ້ຮັບຜົນກະທົບໃນທົ່ວແຂວງ. ພ້ອມນັ້ນທ່ານນາຍົກ ກໍໄດ້ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ມີການປະສານສົມທົບກັບບັນດາກະຊວງ ວ່າອັນໃດທີ່ຍັງຂາດ ແລະ ຕ້ອງໄດ້ແກ້ໄຂຮີບດ່ວນ, ຮຽກຮ້ອງໃຫ້ເອົາໃຈໃສ່ເຝົ້າລະວັງພະຍາດຕ່າງໆ ທີ່ຈະເກີດຂຶ້ນພາຍຫລັງນໍ້າຫລຸດລົງ, ຊຸກຍູ້ປະຊາຊົນມີການຜະລິດຄືນໃໝ່, ມີສະຕິລະວັງຕົວຕໍ່ກຸ່ມຄົນບໍ່ດີທີ່ຫວັງມ້າງເພທຳລາຍ, ກໍ່ຄວາມບໍ່ສະຫງົບ ຂີ້ລັກງັດແງະຕ່າງໆ ເຊິ່ງປະຊາຊົນກໍ່ຕ້ອງເປັນເຈົ້າການນຳກັນ.
ນອກຈາກນີ້, ທ່ານຍັງຮຽກຮ້ອງໃຫ້ມີການຄຸ້ມຄອງລາຄາສິນຄ້າ ບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າ, ຕໍ່ກັບສື່ອອນໄລ ປະຊາຊົນຕ້ອງມີຄວາມທ່ຽງໝັ້ນ ບໍ່ໃຫ້ເຊື່ອຕໍ່ຂ່າວຕ່າງໆທີ່ເຮັດໃຫ້ປະຊາຊົນມີຄວາມແຕກຕື່ນ, ເສັ້ນທາງກໍຕ້ອງມີການຟື້ນຟູຄືນຫລັງຈາກນໍ້າຫລຸດລົງ ເຊິ່ງພະແນກໂຍທາທິການ ແລະຂົນສົ່ງແຂວງ ຕ້ອງເປັນເຈົ້າການສົມທົບກັບກະຊວງທີ່ກ່ຽວຂ້ອງ, ເຮັດແນວໃດຕ້ອງຫັນເອົາທຶນມາແກ້ໄຂບັນຫາທີ່ພົບ ເພື່ອເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ, ໃຫ້ມີການວາງແຜນໄລຍະຍາວຕໍ່ເຂດທີ່ມັກຖ້ວມ ແລະ ກຽມພ້ອມທຸກກຳລັງ ເພື່ອໃຫ້ຊ່ວຍປະຊາຊົນໃຫ້ທັນເວລາ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.