![]() |
ຄະນະຜູ້ແທນ ແຂວງສະຫວັນນະເຂດ ແລະ ແຂວງຝູ໋ອຽນ.
ໃນໂອກາດນີ້, ທັງສອງຝ່າຍ ກໍ່ໄດ້ຜ່ານບົດລາຍງານສະພາບ ການເຄື່ອນໄຫວ, ສະພາບຈຸດພິ ເສດ, ການພັດທະນາເສດຖະກິດ-ສັງຄົມ, ໄດ້ຕີລາຄາຄືນການພົວ ພັນຮ່ວມມືຂອງແຂວງຕົນຕໍ່ກອງ ປະຊຸມ ທັງນີ້ກໍ່ເພື່ອເປັນການເພີ່ມ ທະວີສາຍພົວພັນອັນສະໜິດແໜ້ນ ລະຫວ່າງແຂວງສະຫວັນນະເຂດ ແລະແຂວງຝູອຽນ ໃຫ້ມິຕວາມ ໜັກແໜ້ນ ແລະເລິກເຊິ່ງຂຶ້ນຕື່ມ, ທັງສອງຝ່າຍໄດ້ແລກປ່ຽນບັນຫາ ຕ່າງໆຮ່ວມກັນ ແລະເປັນເອກະພາບກັນໃນບາງບັນຫາທີ່ຕ້ອງ ການຮ່ວມມືໃນຕໍ່ໜ້າຄື: ສືບຕໍ່ໃຫ້ມີ ການພົບປະແລກປ່ຽນລະຫວ່າງ ຄະນະຜູ້ແທນຂັ້ນສູງ, ຄະນະຜູ້ ແທນຂອງອົງການຈັດຕັ້ງຕ່າງໆ, ອຳນາດການປົກຄອງຂອງແຂວງ ໃນຫຼາຍຮູບແບບໂດຍຜັດປ່ຽນ ກັນເປັນເຈົ້າພາບ, ສືບຕໍ່ສົ່ງເສີມ ການຮ່ວມມື, ແລກປ່ຽນປົດຮຽນ ແລະປະສົບການໃນບັນດາຂົງ ເຂດວຽກງານທີ່ສອງຝ່າຍໃຫ້ ຄວາມສົນໃຈຮ່ວມກັນບໍ່ວ່າຈະເປັນ ວຽກງານດ້ານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ແລະວຽກ ງານພັດທະນາເສດຖະກິດ-ສັງ ຄົມຂອງສອງແຂວງ. ຈາກນັ້ນ, ໃນພິທີກໍ່ໄດ້ມີການເຊັນບົດບັນທຶກ ຮ່ວມມືກັນ ໂດຍມີຄະນະຜູ້ແທນ ຂອງທັງສອງຝ່າຍຮ່ວມເປັນສັກຂີ ພະຍານ.
![]() |
ຄະນະຜູ້ແທນ ແຂວງ ຝູ໋ອຽນ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນຳ້ຖ້ວມພາຍໃນແຂວງສະຫວັນນະເຂດ ເປັນຈຳນວນ 200.000.000 ດົງ.
ຂ່າວຍັງແຈ້ງຕື່ມອີກວ່າ: ໃນ ວັນດຽວກັນນີ້, ຢູ່ທີ່ຫ້ອງຮັບແຂກ ຫ້ອງວ່າການປົກຄອງແຂວງສະ ຫວັນນະເຂດ ຄະນະຜູ້ແທນແຂວງ ຝູອຽນ ພ້ອມຄະນະ ເຊິ່ງນຳໂດຍ ທ່ານ ເລືອງ ມິງ ເຊີນ ຮອງເລຂາ ຜູ້ປະຈຳການພັກແຂວງຝູອຽນ ໄດ້ເຂົ້າຢ້ຽມຢາມຂໍ່ານັບທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ສະຫວັນນະເຂດ, ພ້ອມທັງໄດ້ມອບ ເງິນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ພາຍໃນແຂວງສະຫວັນນະເຂດ ເປັນຈຳນວນ 200.000.000 ດົງຕື່ມອີກ./.