ສະເຫຼີມສະຫຼອງ ວັດຊາດ ສ.ສ ຫວຽດນາມ ຄົບຮອບ 73 ປີ ທີ່ສະຫວັນນະເຂດ

15:59 | 06/09/2018

ຍສໝ - ອາທິດທີ່ຜ່ານມາ, ຢູ່ ສະຫວັນນະເຂດ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳ ແຂວງສະຫວັນນະເຂດ ໄດ້ຈັດງານສະເຫຼີມ ສະຫຼອງວັນຊາດຫວຽດນາມ ຄົບຮອບ 73 ປີ (2/9/1945-2/9/2018) ຂຶ້ນຢ່າງເປັນທາງ ການ ຢູ່ ທີ່ພັດຕະຄານດາວຮຸ່ງ .

ສະເຫຼີມສະຫຼອງ ວັດຊາດ ສ.ສ ຫວຽດນາມ ຄົບຮອບ 73 ປີ ທີ່ສະຫວັນນະເຂດ

ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ກ່າວຄຳປາໄສໃນງານ.

ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ ຮອງເລຂາພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ພົມມາ ພັນທະ ລັງສີ ຮອງເລຂາພັກແຂວງຄຳມ່ວນ, ທ່ານ ແດນປີ ມູນທະດີ ຮອງເລຂາພັກແຂວງບໍລິຄຳໄຊ, ທ່ານ ວໍລະວຸດ ພົງປະຖະປັນຍາ ກົງສູນໃຫຍ່ແຫ່ງຣາຊະອານາຈັກ ໄທ ປະຈຳແຂວງສະຫວັນນະເຂດ, ຈາກນັ້ນ, ກໍ່ມີບັນດາທ່ານຮອງ ເຈົ້າແຂວງ, ຫົວໜ້າພະແນກການ ອ້ອມຂ້າງແຂວງ, ຂະແໜງການອ້ອມຂ້າງ, ອົງການຈັດຕັ້ງມະຫາຊົນ, ກຳລັງປະກອບອາວຸດ, ສະມາຄົມຫວຽດນາມຂອງແຂວງສະ ຫວັນນະເຂດ, ຄຳມ່ວນ ແລະ ແຂວງບໍລິຄຳໄຊ, ສະມາຄົມ ຫວຽດນາມ ຈັງຫວັດມຸກດາຫານ ພ້ອມດ້ວຍສະມາຄົມຈີນ ກໍ່ໄດ້ເຂົ້າ ຮ່ວມ.

ສະເຫຼີມສະຫຼອງ ວັດຊາດ ສ.ສ ຫວຽດນາມ ຄົບຮອບ 73 ປີ ທີ່ສະຫວັນນະເຂດ

ທ່ານ ເຈີ່ນກົງ ທິງ ກົງສຸນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ ກ່າວຄຳເຫັນໃນງານສະເຫຼີມສະຫຼອງ.


ໃນພິທີ, ທ່ານ ເຈີ່ນກົງ ທິງ ກົງສຸນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ ກໍ່ ໄດ້ກ່າວປາໄສຕໍ່ງານຄັ້ງນີ້ວ່າ: ກ່ອນໜ້ານີ້ 73 ປີ, ເດືອນສິງຫາ ປີ 1945 ພາຍໃຕ້ການນຳພາຂອງ ພັກຄອມມຸຍນິດຫວຽດນາມ ນຳໂດຍປະທານ ໂຮ່ຈິມິນ ທົ່ວປວງ ຊົນຫວຽດນາມ ໄດ້ພາກັນລຸກຮື້ ຂຶ້ນປະກາດເອກະລາດຍາດເອົາສິດເປັນເຈົ້າໃນທົ່ວປະເທດ. ມາໃນວັນທີ 2 ກັນຍາ 1945 ທີ່ສະໜາມ ຫຼວງບາດິ່ງອັນເປັນປະຫວັດສາດ, ປະທານ ໂຮ່ ຈິ ມິນ ໄດ້ກ່າວບົດຖະ ແຫຼງການປະກາດເອກະລາດຢ່າງ ສະຫງ່າອົງອາດຕໍ່ໜ້າປວງຊົນ ຫວຽດນາມ ແລະຊາວໂລກກ່ຽວ ກັບການກຳເນີດປະເທດຫວຽດ ນາມ ປະຊາທິປະໄຕ ສາທາລະນະ ລັດ ເຊິ່ງແມ່ນປະເທດສາທາລະນະ ລັດ ສັງຄົມນິຍົມ ຫວຽດນາມ ໃນ ປະຈຸບັນ ເປັນລັດປະຊາທິປະໄຕ ປະຊາຊົນທຳອິດຂອງອາຊີຕາເວັນ ອອກສ່ຽງໃຕ້. ນັບແຕ່ນັ້ນມາປະ ຊາຊົນຫວຽດນາມ ໄດ້ກ້າວສູ່ສັງ ກາດໃໝ່, ສັງກາດແຫ່ງເອກະ ລາດ, ເສລີພາບ ແລະສັງຄົມນິຍົມ ເຊິ່ງເປັນເສັ້ນທາງປະຕິວັດທີ່ຖືກ ຕ້ອງ, ສະຫຼາດສ່ອງໃສຂອງພັກ ຄອມມຸຍນິດຫວຽດນາມ ແລະປະ ທານ ໂຮ່ ຈິ ມິນ ກັບອຸດົມການທີ່ວ່າ: ຂໍຍອມເສຍສະຫຼະທຸກຢ່າງແຕ່ບໍ່ ຍອມເສຍຊາດບໍ່ຍອມເປັນຂ້ອຍ ຂ້າ.


ສະເຫຼີມສະຫຼອງ ວັດຊາດ ສ.ສ ຫວຽດນາມ ຄົບຮອບ 73 ປີ ທີ່ສະຫວັນນະເຂດ

ລາຍການສະແດງໃນງານສະເຫຼີມສະຫຼອງ.


ພາຍຫຼັງການປ່ຽນແປງໃໝ່ 30 ປີ, ພາລະກິດປ່ຽນແປງໃໝ່ ຍາດໄດ້ຜົນງານອັນໃຫຍ່ຫຼວງ, ມີ ຄວາມໝາຍທາງປະຫວັດສາດ, ນຳເອົາປະເທດຫວຽດນາມຫຼຸດ ພົ້ນອອກຈາກວິກິດທາງດ້ານເສດ ຖະກິດ-ສັງຄົມ, ການຂະຫຍາຍ ຕົວທາງດ້ານເສດຖະກິດຢູ່ໃນລະ ດັບສູງ, ອັດຕາສ່ວນທຸກຍາກ, ຫວ່າງງານນັບມື້ຫຼຸດລົງ, ໃບໜ້າ ຂອງຕົວເມືອງ ແລະຊົນນະບົດມີ ການປ່ຽນແປງຢ່າງບໍ່ຢຸດຢັ້ງ, ຊີ ວິດການເປັນຢູ່, ວັດທະນະທຳ ແລະຈິດໃຈຂອງປະຊາຊົນໄດ້ຮັບ ການຍົກສູງຂຶ້ນຢ່າງຈະແຈ້ງ.
ໂອກາດນີ້, ທ່ານກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳ ແຂວງສະຫວັນນະເຂດ ຍັງໄດ້ ຍົກໃຫ້ເຫັນເຖິງສາຍພົວພັນມິດຕະ ພາບລະຫວ່າງປະຊາຊົນລາວ ແລະປະຊາຊົນຫວຽດນາມ ທີ່ໄດ້ ຮັບການຫຼໍ່ຫຼອມ ແລະຜ່ານຜ່າສິ່ງ ທ້າທາຍໃນຕະຫຼອດໄລຍະເວລາປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ ທັງສອງ. ຈາກນັ້ນ, ກໍ່ໄດ້ມີການ ສ້າງສາຍພົວພັນທາງການທູດ ຢ່າງເປັນທາງການ ໃນວັນ ທີ 5 ກັນຍາ 1962 ແລະເຊັນສົນທິສັນ ຍາມິດຕະພາບຮ່ວມມືສອງປະ ເທດ ໃນວັນທີ 15 ສິງຫາ 1977, ຕໍ່ຈາກນັ້ນ ກໍ່ໄດ້ມີການຮ່ວມມືກັນໃນທຸກຂົງເຂດ.


ສະເຫຼີມສະຫຼອງ ວັດຊາດ ສ.ສ ຫວຽດນາມ ຄົບຮອບ 73 ປີ ທີ່ສະຫວັນນະເຂດ

ທ່ານ ສັນຕິພາບ ພົມວິຫານ ມອບຊໍ່ດອກໄມ້ຊົມເຊີຍວັນຊາດ ຄົບຮອບ 73ປີ.


ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ກໍ່ໄດ້ເປັນກຽດຂຶ້ນມີ ຄຳເຫັນ ໂດຍຕາງໜ້າໃຫ້ແກ່ປະ ຊາຊົນຊາວແຂວງສະຫວັນນະ ເຂດ ກໍ່ຄືແຂວງພາກກາງ ໄດ້ກ່າວ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ການພັດທະນາຂອງ ສສ ຫວຽດ ນາມ ໃນຕະຫຼອດ 73 ປີ, ພ້ອມທັງ ໄດ້ຍົກໃຫ້ເຫັນເຖິງໝາກຜົນຂອງ ການຮ່ວມມືລະຫວ່າງລາວ- ຫວຽດນາມ ແລະຄວາມສາມັກ ຄີພິເສດຂອງປະຊາຊົນສອງຊາດ ທີ່ບໍ່ມີປະເທດໃດໃນໂລກເຮັດໄດ້, ພ້ອມທັງອວຍພອນແກ່ຄະນະພັກ ກໍ່ຄືປະຊາຊົນຊາວຫວຽດນາມຈົ່ງ ມີການພັດທະນາຂຶ້ນໄປເລື້ອຍໆ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.