ຍສໝ - ສະພາແຫ່ງຊາດ ຫວຽດນາມ ປຶກສາຫາລືຫຼາຍເນື້ອໃນສຳຄັນທີ່ກ່ຽວຂ້ອງເຖິງໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາ
ວັດທະນະທຳ ໄລຍະ ປີ 2025-2035, ກົດໝາຍວ່າດ້ວຍອົງການກຳມະບານ (ສະບັບປັບປຸງ), ກົດໝາຍວ່າດ້ວຍການອາລັກຂາ...
ຍສໝ - ວັນທີ 21 ພຶດສະພາ, ຢູ່ນະຄອນຫຼວງ Phnom Penh (ກຳປູເຈຍ), ໄດ້ດຳເນີນພິທີເປີດສັບປະດາວັດທະນະທຳ ຫວຽດນາມ ຢູ່ ກຳປູເຈຍ ປີ 2024. ລາຍການມີການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ຫວຽດນາມ ປະຈຳ ກໍາປູເຈຍ ຫງວຽນຮູຍຕັງ, ຜູ້ແທນຂັ້ນສູງທຸກກະຊວງ, ຂະແໜງການຂອງ 2 ປະເທດ, ນັກທ່ອງທ່ຽວ ແລະ ປະຊາຊົນ, ນັກຮຽນ, ນັກສຶກສາ ຫວຽດນາມ ແລະ ກຳປູເຈຍ ເປັນຈຳນວນຫຼວງຫຼາຍ.
ຍສໝ - ວັນທີ 21 ພຶດສະພາ, ຢູ່ຮ່າໂນ້ຍ ໄດ້ດຳເນີນ “ການສຳມະນາວັດທະນະທຳ: ຊາ ແລະ ໂລກ” ແລະ ການສຳມະນາສົ່ງເສີມວັດທະນະທຳການທ່ອງທ່ຽວ ກວາງຊີ (ຈີນ). ເຫດການຄັ້ງນີ້ ໂດຍສູນວັດທະນະທຳ ຈີນ ປະຈຳ ຮ່າໂນ້ຍ ພ້ອມກັນກັບພະແນກວັດທະນະທຳ ແລະ ທ່ອງທ່ຽວ ກວາງຊີ ຈັດຕັ້ງ.
ຍສໝ - ນີ້ແມ່ນລາຍການສະແດງດົນຕີ ແລະ ແຟຊັນ ເພື່ອໂຄສະນາວັດທະນະທຳຫວຽດນາມ, ເຊື່ອມຕໍ່ພາບພົດຂອງປະເທດ ແລະ ປະຊາຊົນຫວຽດນາມ ກັບເພື່ອນມິດ ແລະ ປະຊາຄົມສາກົນ. ລາຍການຈະພາຜູ້ຊົມໄປທ່ອງທ່ຽວຫວຽດນາມ ໂດຍຜ່ານ 3 ເຂດພາກເໜືອ, ພາກກາງ, ພາກໃຕ້ຜ່ານບັນດາບົດເພງ, ເນື້ອເພງທີ່ຮັກແພງ.
ຍສໝ - ວັນທີ 14 ພຶດສະພາ, ທີ່ຮ່າໂນ້ຍ, ພາຍໃຕ້ການຊີ້ນຳຂອງສະຫະພັນການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI), ສູນວັດທະນະທຳນັກທຸລະກິດ (VCCI) ໄດ້ຈັດຕັ້ງເວທີປາໄສ “ແນວຄິດໂຮ່ຈີມິນ ກັບວັດທະນະທໍາທາງທຸລະກິດ".
ຍສໝ - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫາກໍມອບຫຼຽນກາລະນຶກ “ເພື່ອພາລະກິດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ” ໃຫ້ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ສໍາລັບການປະກອບສ່ວນທີ່ສໍາຄັນຂອງທ່ານໃນການປະກອບສ່ວນຊຸກຍູ້ການຮ່ວມມືການພັດທະນາວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວລະຫວ່າງສອງປະເທດ ຢ່າງຕັ້ງໜ້າ.
ຊາວເຜົ່າ ເອເດ ດຳລົງຊີວິດຢູ່ບັນດາແຂວງເຂດເຕິຍງວຽນ ມີຮີດຄອງປະເພນີອຸດົມສົມບູນ. ໜຶ່ງໃນບັນດາພິທີກຳທີ່ສະແດງໃຫ້ເຫັນຄວາມໝາຍທາງດ້ານຈິດວິນຍານຢ່າງເລິກເຊິ່ງ, ນ້ຳໃຈສາມັກຄີວົງຄະນາຍາດ ກໍ່ແມ່ນພິທີຜູກສ່ຽວເປັນອ້າຍນ້ອງ. ເຖິງວ່າຜ່ານບັນດາໄລຍະປະຫວັດສາດກໍ່ຕາມ ປະເພນີ້ຍັງຄົງໄດ້ຮັບການຮັກສາຈາກຊາວເຜົ່າ ເອເດ.
ຍສໝ - ຕອນເຊົ້າວັນທີ 17 ເມສາ, ທີ່ສູນວັດທະນະທຳ ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນວັນບຸນວັດທະນະທຳ-ເຊື່ອມຕໍ່ການຄ້າ ໂດຍສະມາຄົມຕິດຕໍ່ພົວພັນກັບຄົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ສົມທົບກັບສະມາຄົມວິສາຫະກິດ ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ຈັດຕັ້ງ.
ຍສໝ - ລາຍການດົນຕີບ້ານເກີດເມືອງນອນ 2024 ແມ່ນເຫດການທີ່ມີຄວາມໝາຍອັນໃຫຍ່ຫຼວງສຳລັບປະຊາຄົມຊາວ ຫວຽດນາມ ຢູ່ເຂດ Kansai ເພາະວ່າສະຖານທີ່ແຫ່ງນີ້ ບໍ່ຄ່ອຍໄດ້ດຳເນີນບັນດາເຫດການວັດທະນະທຳໃຫຍ່ສຳລັບປະຊາຄົມຊາວ ຫວຽດນາມ ຫຼາຍປານໃດ.
ຍສໝ - ວັນທີ 25 ມີນານີ້, ບຸນຄ້າຍພາສາ ແລະ ວັດທະນະທຳ ຫວຽດນາມ ໄດ້ເປີດຢູ່ແຂວງ ໜອງຄາຍ ຂຶ້ນກັບພາກຕາເວັນອອກສຽງເໜືອຂອງໄທ. ນີ້ແມ່ນປີທຳອິດທີ່ລາຍການໄດ້ຮັບການຈັດຕັ້ງ, ໃຫ້ນັກຮຽນ ແລະ ໄວໜຸ່ມ ໄທ ມີບ່ອນລະຫຼິ້ນທີ່ໜ້າສົນໃຈ ແລະ ມີປະໂຫຍດ ເພື່ອຊອກຮູ້ພາສາ ຫວຽດນາມ ແລະ ວັດທະນະທຳ ຫວຽດນາມ.
ຍສໝ - ວັນທີ 24 ມີນານີ້, ຢູ່ແຂວງຫຼວງພະບາງ, ພາກເໜືອຂອງລາວ, ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນຄັ້ງທີ 31 ໄດ້ໄຂຂຶ້ນພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ.ລາວ. ນີ້ແມ່ນກອງປະຊຸມຄັ້ງທຳອິດໃນປີ 2024 ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນຮັບຜິດຊອບປະຊາຄົມວັດທະນະທຳ-ສັງຄົມຂອງ 10 ປະເທດສະມາຊິກ ອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນ. ຄະນະຜູ້ແທນຂອງ Timor Leste ໄດ້ເຂົ້າຮ່ວມກອງປະຊຸມເປັນຜູ້ສັງເກດການ.
ຍສໝ - ໂດຍສືບຕໍ່ຜົນສໍາເລັດຂອງການເຄື່ອນໄຫວດ້ານວັດທະນະທໍາ-ການທ່ອງທ່ຽວ ທີ່ໄດ້ສົມທົບກັນຈັດຕັ້ງສຳເລັດ, ຄື: ວັນບຸນພົບປະແລກປ່ຽນວັດທະນະທໍາ, ກິລາ ແລະທ່ອງທ່ຽວເຂດຊາຍແດນລະຫວ່າງຫວຽດນາມ-ລາວ ຄັ້ງທີ 2 ຢູ່ແຂວງເຊີນລາ ປີ 2017; “ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ” ຢູ່ແຂວງຫົວພັນ ປີ 2018…, ແຂວງເຊີນລາ ໄດ້ສົມທົບກັບແຂວງຫົວພັນ ຈັດຕັ້ງ “ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ” ປີ 2024 ຂຶ້ນດ້ວຍຫຼາຍກິດຈະກໍາການທ່ອງທ່ຽວ, ວັດທະນະທໍາທີ່ເປັນເອກະລັກສະເພາະ.
ຍສໝ - ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ - ຫົວພັນ 2024 ຈະໄດ້ຈັດຂຶ້ນແຕ່ວັນທີ 21 ຫາ ວັນທີ 23 ມີນາ, ຢູ່ແຂວງ ຫົວພັນ, ສປປ ລາວ ດ້ວຍຫຼາຍການເຄື່ອນໄຫວທ່ອງທ່ຽວ, ວັດທະນະທຳທີ່ເປັນເອກະລັກພິເສດ. ນີ້ແມ່ນເຫດການວັດທະນະທຳ, ທ່ອງທ່ຽວທີ່ມີຄວາມໝາຍສຳຄັນ, ປະກອບສ່ວນເພີ່ມທະວີຄວາມສາມັກຄີມິດຕະພາບແບບພິເສດ ຫວຽດນາມ - ລາວ, ເຊີນລາ - ຫົວພັນ.
ຍສໝ - ໂດຍແມ່ນອົງການສັງຄົມທີ່ເຕົ້າໂຮມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ລາວ ແລະ ໄທ ກັບຄືນປະເທດ ປະກອບສ່ວນກໍ່ສ້າງບ້ານເກີດເມືອງນອນ, ຄະນະພົວພັນຕ່າງປະເທດ ລາວ - ໄທ ຢູ່ນະຄອນ ໂຮ່ຈີມິນ ຍາມໃດກໍ່ປະຕິບັດບົດບາດເປັນຂົວຕໍ່ເຊື່ອມໂຍງ ແລະ ພັດທະນາ. ມິດຕະພາບລະຫວ່າງສາມປະເທດຫວຽດນາມ - ລາວ - ໄທ, ປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນປະຊາຊົນລະຫວ່າງ 3 ປະເທດ. ນີ້ແມ່ນຫຸ້ນສ່ວນຂອງທ່ານ ຫງວຽນໄທຮົ່ງ, ຫົວໜ້າຄະນະພົວພັນຕ່າງປະເທດຫວຽດນາມ - ໄທ ໂດຍມີທ່ານທ໋າຍເດື່ອ.
ຍສໝ - ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ຫງວຽນໂຮ່ຫາຍ, ຮອງເລຂາປະຈຳຄະນະກຳມະການພັກນະຄອນ ໂຮ່ຈີມິນ ທີ່ກອງປະຊຸມສະຫຼຸບວຽກງານຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຢູ່ນະຄອນ ໂຮ່ຈີມິນ ໃນປີ 2023 ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ປີ 2024 ທີ່ຈະໄດ້ດຳເນີນໃນຕອນເຊົ້າວັນທີ 6 ມີນານີ້.
ຍສໝ - ນີ້ແມ່ນຄຳປາໄສຂອງທ່ານເອກອັກຄະລັດຖະທູດ ບຸນກາຣີ ປະຈຳ ຫວຽດນາມ Pavlin Todorov ທີ່ພິທີສະເຫຼີມສະຫຼອງ 146 ປີແຫ່ງວັນຊາດສາທາລະນະລັດ ບຸນກາຣີ ເມື່ອວັນທີ 1 ມີນາ. ໂຄງການຈັດຕັ້ງ ໂດຍສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ (HCMC) ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ບຸນກາຣີ ນະຄອນ ໂຮ່ຈີມິນ.
ຍສໝ - ສູນວັດທະນະທຳຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ສະມາຄົມວິສາຫະກິດຫວຽດນາມ - ສ. ເກົາຫຼີ ໄດ້ສົມທົບກັບກົມຮ່ວມມືສາກົນຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈັດຕັ້ງ “ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສ .ເກົາຫຼີ ສະເຫຼີມສະຫຼອງລະດູບານໃໝ່ ປີມະໂລງ 2024".
ຍສໝ - ສະຫະພັນບັນດາອົງການມິດຕະພາບນະຄອນ ເກີ່ນເທີ, ສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ນະຄອນ ເກີ່ນເທີ ສົມທົບກັບສະມາຄົມພົບປະແລກປ່ຽນ ອາຊີ ແລະ ມະຫາວິທະຍາໄລ FPT ເກີ່ນເທີ ຫາກໍ່ຈັດຕັ້ງການເຄື່ອນໄຫວພົບພະແລກປ່ຽນວັດທະນະທຳລະຫວ່າງນັກສຶກສາມະຫາວິທະຍາໄລ FPT ເກີ່ນເທີ ແລະ ນັກສຶກສາມະຫາວິທະຍາໄລ Myongji ສ.ເກົາຫຼີ.
ຍສໝ - ໃນລະຫວ່າງວັນທີ 23 – 24 ທັນວາ, ມະຫາວິທະຍາໄລກະສິກຳ ແລະ ປ່າໄມ້ແຂວງ ບັກຢາງ ໄດ້ຈັດຕັ້ງການພົບປະແລກປ່ຽນລະຫວ່າງນັກສຶກສາ, ສຳມະນາກອນແຂວງ ໄຊສົມບູນ (ລາວ) ແລະ ນັກສຶກສາບາງໂຮງຮຽນຢູ່ແຂວງ ບັກຢ່າງ.
ຍສໝ - ຕອນຄ່ຳວັນທີ 27 ທັນວາ, ຢູ່ສະໜາມຫຼວງ ເລີມວຽນ (ນະຄອນ ດາຫຼາດ, ເລີມດົ່ງ) ໄດ້ດຳເນີນລາຍການ “ພົບປະແລກປ່ຽນວັດທະນະທຳ, ແນະນຳການທ່ອງທ່ຽວລະຫວ່າງແຂວງ ເລີມດົ່ງ - ຫວຽດນາມ ແລະ Ladakh - ອິນເດຍ”.