ຍສໝ - ໂດຍສືບຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນຕອນທ່ຽງຂອງວັນທີ 11 ເມສາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ໄດ້ໄປຢ້ຽມຢາມພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ລາວ ແລະພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ.
ຍສໝ - ຕອນບ່າຍວັນທີ 10 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ໃນການເດີນທາງໄປຢ້ຽມຢາມ ລາວ ຢ່າງເປັນທາງການ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.
ຍສໝ - ຕາມຖະແຫຼງການຂອງກະຊວງການຕ່າງປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຈະມາຢ້ຽມຢາມລາວຢ່າງເປັນທາງການແຕ່ວັນທີ 10-11 ເດືອນເມສາ 2023.
ເນື່ອງໃນໂອກາດທີ່ ທ່ານຫວໍວັນເຖືອງ ໄດ້ເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ທ່ານເລຂາທິການໃຫຍ່ສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທອງລຸນ ສີສຸລິດ ໄດ້ສົ່ງໂທລະເລກຊົມເຊີຍ.
ວັນທີ 2 ມີນາ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ເລືອກຕັ້ງທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກຊຸດທີ XIII, ສະມາຊິກສະພາແຫ່ງຊາດຊຸດທີ XV, ຮັບດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ. ຫວຽດນາມ, ອາຍຸການ 2021 – 2026.
ບັນດາເອກອັກຄະລັດຖະທູດ ຈະປະຕິບັດໜ້າທີ່ຢູ່ 4 ທະວີບ (ຄື: ອາຊີ, ເອີລົບ, ອາເມລິກາ, ອາບຟຣີກາ), ໃນນັ້ນມີຫຼາຍປະເທດແມ່ນຄູ່ຮ່ວມມືສຳຄັນ, ເພື່ອນມິດທີ່ເປັນມູນເຊື້ອຂອງ ຫວຽດນາມ.
ການນຳທັງສອງທ່ານ ເປັນເອກະສັນກັນເພີ່ມທະວີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ: ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ ແລະ ຄວາມຕ້ອງການໃຫ້ມີປະສິດທິຜົນ
ຍສໝ - ໂດຍໄດ້ຮັບຄຳເຊີນຈາກທ່ານປະທານາທິບໍດີ ສ.ອິນໂດເນເຊຍ Joko Widodo, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມທາງລັດຖະກິດປະເທດ ສ.ອິນໂດເນເຊຍ ແຕ່ວັນທີ 21-23 ທັນວາ. ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດໄປ ອິນໂດເນເຊຍ ພາຍຫຼັງເວລາ 9 ປີ ແລະ ໃນສະພາບການ 2 ປະເທດມຸ່ງໄປເຖິງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.
ຫວ່າງແລ້ວນີ້, ຢູ່ເກາະ Djerba, ສາທາລະນະລັດ ຕຸຍນີຊີ, ໄດ້ດຳເນີນພິທີໄຂກອງປະຊຸມສຸດຍອດ ຝຣັ່ງໂກໂຟນີ ຄັ້ງທີ 18 ດ້ວຍຫົວຂໍ້ “ເຊື່ອມຕໍ່ໃນຄວາມຫຼາກຫຼາຍ: ເຕັກນິກດີຈີຕອນ-ກໍາລັງໜູນພັດທະນາ ແລະສາມັກຄີໃນຂົງເຂດ ຝຣັ່ງໂກໂຟນີ”.
ຫວ່າງແລ້ວນີ້, ຍົນພິເສດທີ່ໂດຍສານ ທ່ານ ຫງວຽນຊວນຟຸກ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບມາຮອດສະໜາມບິນສາກົນໂນ້ຍບ່າຍ, ນະຄອນຫຼວງຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (ອາເປັກ) ຄັ້ງທີ 29 ຕາມຄຳເຊີນຂອງທ່ານ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ໄທ.
ມາຮອດປະຈຸບັນ, ມີການນຳຂັ້ນສູງ 15 ປະເທດຂອງບັນດາພື້ນຖານເສດຖະກິດສະມາຊິກໄດ້ຢັ້ງຢືນຮັບຄຳເຊື້ອເຊີນເຂົ້າຮ່ວມໃນລະຫວ່າງວັນທີ 18-19 ພະຈິກ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນຜູ້ຢຶດໝັ້ນຮັກສາການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຈີນ - ຫວຽດນາມ ແລະ ແມ່ນຜູ້ກຳນົດທິດ.
ຫວ່າງແລ້ວນີ້, ກະຊວງປ້ອງກັນປະເທດ ຈັດຕັ້ງພິທີມອບຂໍ້ຕົກລົງຂອງປະທານປະເທດໃຫ້ ພັນຕີ ບຸ່ຍວັນຍູງ ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້. ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກຸ່ມປະຕິບັດງານລະຫວ່າງຂະແໜງ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດ ກ່ຽວກັບວຽກງານເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເປັນປະທານພິທີ.
ໃນຈົດໝາຍ, ທ່ານປະທານປະເທດ ໄດ້ຕີລາຄາສູງຄວາມໝາຍຂອງຫົວຂໍ້ເຊິ່ງຂະແໜງການສຶກສາໄດ້ເລືອກເຟັ້ນໃຫ້ປີນີ້, ນັ້ນແມ່ນ “ສາມັກຄີ, ມີຫົວຄິດປະດິດສ້າງ, ອອກແຮງສູ້ຊົນປະຕິບັດສຳເລັດໜ້າທີ່ ແລະ ຄາດໝາຍປ່ຽນແປງໃໝ່, ປັບປຸງ ແລະ ຍົກສູງຄຸນນະພາບການສຶກສາ ແລະ ບຳລຸງສ້າງໃຫ້ເປັນຢ່າງດີ”.
ຕອນບ່າຍວັນທີ 19 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Sugi Ryotaro ອະດີດເອກອັກຄະລັດຖະທູດພິເສດຫວຽດນາມ - ຍີ່ປຸ່ນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ-ຕອນເຊົ້າວັນທີ 19 ກໍລະກົດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ໂອມານ ແລະ ທ່ານເອກອັກຄະລັດຖະທູດ ເຊັກ ມາຢ້ຽມອຳລາເນື່ອງໃນໂອກາດໂອກາດສິ້ນສຸດອາຍຸການເຮັດວຽກຢູ່ຫວຽດນາມ.
ຍສໝ - ໃນຕອນເຊົ້າ ວັນທີ 12 ກໍລະກົດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕ້ອນຮັບເອກອັກຄະລັດຖະທູດໂຮນລັງ ທ່ານ Elsbeth Akkermann ແລະ ເອກອັກຄະລັດຖະທູດ ສະວິດ ທ່ານ Ivo Sieber ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ສສ ຫວຽດນາມ.
ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ສະແດງໃຫ້ເຫັນຫຼັກສິນທຳອັນສູງສົງທີ່ວ່າ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”.
ຫວ່າງແລ້ວນີ້, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ໄປຖະຫວາຍທູບທຽນ ດອກໄມ້ ໄວ້ອາໄລປະທານໂຮ່ຈີມິນ ທີ່ເຂດປູຊະນີຍະສະຖານກິມລຽນ (ເມືອງນາມດ່ານ, ແຂວງເງະອານ).
ນາງລັດຖະມົນຕີ Penny Wong ຢັ້ງຢືນວ່າ: ອົດສະຕາລີ ຖືເປັນສຳຄັນທີ່ຕັ້ງ, ບົດບາດຂອງ ຫວຽດນາມ ໃນພາກພື້ນ, ພ້ອມທັງສະແດງຄຳໝັ້ນສັນຍາຈະສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ.