ຮອງປະທານປະເທດຫວຽດນາມ ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດ ຝຣັ່ງໂກໂຟນີ ຄັ້ງທີ 18

17:20 | 23/11/2022

ຫວ່າງແລ້ວນີ້, ຢູ່ເກາະ Djerba, ສາທາລະນະລັດ ຕຸຍນີຊີ, ໄດ້ດຳເນີນພິທີໄຂກອງປະຊຸມສຸດຍອດ ຝຣັ່ງໂກໂຟນີ ຄັ້ງທີ 18 ດ້ວຍຫົວຂໍ້ “ເຊື່ອມຕໍ່ໃນຄວາມຫຼາກຫຼາຍ: ເຕັກນິກດີຈີຕອນ-ກໍາລັງໜູນພັດທະນາ ແລະສາມັກຄີໃນຂົງເຂດ ຝຣັ່ງໂກໂຟນີ”.

ຮອງປະທານປະເທດຫວຽດນາມ ພົບປະເຈລະຈາກັບຮອງປະທານປະເທດລາວ ຮອງປະທານປະເທດຫວຽດນາມ ພົບປະເຈລະຈາກັບຮອງປະທານປະເທດລາວ
ຮອງປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມເອີລົບ ຢ່າງຈົບງາມ ຮອງປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມເອີລົບ ຢ່າງຈົບງາມ

ເຂົ້າຮ່ວມກອງປະຊຸມ ມີຜູ້ນຳ 82 ທ່ານທີ່ມາຈາກບັນດາປະເທດສະມາຊິກຂອງອົງການຝຣັ່ງໂກໂຟນີ, ລະບອບລະບຽບການຝຣັ່ງໂກໂຟນີ, ອົງການຈັດຕັ້ງສາກົນ ແລະພາກພື້ນ. ທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ທ່ານ Kais Saied ປະທານາທິບໍດີ ຕຸຍນີຊີ (ຂວາ) ແລະທ່ານນາງ Louise Mushikiwabo ເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ ຕ້ອນຮັບທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດ ຝຣັ່ງໂກໂຟນີ ຄັ້ງທີ 18. ພາບ: ສໍານັກຂ່າວສານຫວຽດນາມ.

ໃນວັນທີ 19 ແລະວັນທີ 20 ພະຈິກ 2022, ໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອົງການຝຣັ່ງໂກໂຟນີ, ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນ ຫວນຄືນການພັດທະນາຂອງອົງການໃນ 50 ປີຜ່ານມາ, ຢືນຢັນຄືນໃໝ່ພະລັງຊີວິດອັນໝັ້ນໜຽວ, ນໍ້າໃຈສາມັກຄີ, ຄວາມເປັນເອກະພາບໃນຄວາມຫຼາກຫຼາຍ ແລະຄວາມສະໜິດຕິດພັນພິເສດລະຫວ່າງບັນດາປະເທດ ທີ່ພ້ອມກັນແບ່ງປັນພາສາລວມ ນັ້ນແມ່ນພາສາຝຣັ່ງ.

ທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ ແລະການນຳ, ຜູ້ຕາງໜ້າບັນດາປະເທດສະມາຊິກ ແລະລັດຖະບານປະເທດສະມາຊິກອົງການຝຣັ່ງໂກໂຟນີສາກົນ ຖ່າຍຮູບລວມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ຈະກ່າວຄຳປາໄສທີ່ສຳຄັນສະເໜີມາດຕະການສັງລວມ, ຮອບດ້ານ ແລະຍາວນານເພື່ອແນໃສ່ກໍ່ສ້າງອົງການຝຣັ່ງໂກໂຟນີ ສາມັກຄີ, ໝັ້ນຄົງເຂັ້ມແຂງ ແລະການປະກອບສ່ວນຂອງຫວຽດນາມ ເພື່ອຜົນປະໂຫຍດຂອງປະຊາຊົນ, ເພື່ອໂລກແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາແບບຍືນຍົງ.

ໃນໂອກາດເຂົ້າຮ່ວມກອງປະຊຸມ, ທ່ານນາງຮອງປະທານປະເທດຫວຽດນາມ ກໍຈະມີການພົບປະກັບການນຳຂັ້ນສູງຂອງຫຼາຍປະເທດ ແລະອົງການຈັດຕັ້ງສາກົນ ເພື່ອຊຸກຍູ້ການຮ່ວມມືດ້ານການທູດ, ການເມືອງ, ເສດຖະກິດ ແລະການຄ້າ... ສອງຝ່າຍ ແລະຫຼາຍຝ່າຍ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.