ປະທານປະເທດ ຕ້ອນຮັບເອກອັກຄະລັດຖະທູດກຳປູເຈຍ ແລະສີລັງກາ ເຂົ້າຢ້ຽມອຳລາ

00:00 | 26/07/2023

ຕອນບ່າຍວັນທີ 28 ທັນວາ, ຢູ່ສໍານັກງານປະທານປະເທດ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດກຳປູເຈຍ ແລະສີລັງກາ ເຂົ້າຢ້ຽມອຳລາ, ສິ້ນສຸດໜ້າທີ່ການທູດຢູ່ຫວຽດນາມ.

ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດໂຮນລັງ, ສະວິດ ເຂົ້າຢ້ຽມອຳລາ ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດໂຮນລັງ, ສະວິດ ເຂົ້າຢ້ຽມອຳລາ
ເພີ່ມທະວີການຮ່ວມມື ລະຫວ່າງ ຫວຽດນາມ ແລະສີລັງກາ ເພີ່ມທະວີການຮ່ວມມື ລະຫວ່າງ ຫວຽດນາມ ແລະສີລັງກາ

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດກຳປູເຈຍ Chay Navuth, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ເຕື້ອງເຖິງບັນດາຜົນງານຮ່ວມມືອັນດີງາມລະຫວ່າງສອງປະເທດ; ໃນນັ້ນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງນັບມື້ນັບໄດ້ຮັບການປັບປຸງ ແລະເພີ່ມທະວີ. ສອງຝ່າຍພວມສົມທົບກັນຢ່າງມີປະສິດທິຜົນໃນບັນດາຂົງເຂດຮ່ວມມື, ໃນນັ້ນມີບັນຫາການສ້າງເສັ້ນຊາຍແດນຫວຽດນາມ-ກຳປູເຈຍ ໃຫ້ມີສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະການຮ່ວມມືພ້ອມກັນພັດທະນາ.

ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Chay Navuth ເອກອັກຄະລັດຖະທູດກຳປູເຈຍ ເຂົ້າຢ້ຽມອຳລາ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ຊົມເຊີຍເລື່ອງສອງຝ່າຍສົມທົບກັນຈັດຕັ້ງຫຼາຍກິດຈະກຳໃນຂອບເຂດ “ປີມິດຕະພາບຫວຽດນາມ-ກຳປູເຈຍ 2022”, ພິເສດແມ່ນພິທີສະເຫຼີມສະຫຼອງ 45 ປີ “ເສັ້ນທາງມຸ່ງໄປເຖິງການໂຄ່ນລົ້ມລະບອບດັບສູນເຊື້ອຊາດປອນປົດ” ຂອງທ່ານ Hun Sen ນາຍົກລັດຖະມົນຕີກໍາປູເຈຍ ແລະພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ກຳປູເຈຍ ຢູ່ຮ່າໂນ້ຍ ຢ່າງສົມກຽດ.

ທ່ານ Chay Navuth ເອກອັກຄະລັດຖະທູດກໍາປູເຈຍ ສະແດງຄວາມຂອບອົກຂອບໃຈມາຍັງພັກ, ລັດ, ປະຊາຊົນຫວຽດນາມ ໄດ້ຊ່ວຍເຫຼືອກຳປູເຈຍ ຢ່າງຕັ້ງໜ້າໃນສະພາບການສຸມກຳລັງຕ້ານໂລກລະບາດ; ຢືນຢັນວ່າ ເຖິງວ່າຢູ່ໃນຖານະຕຳແໜ່ງໃດກໍ່ຕາມ, ຍາມໃດກໍ່ຈະມານະພະຍາຍາມປະກອບສ່ວນເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອມິດຕະພາບຫວຽດນາມ-ກຳປູເຈຍ ໃຫ້ຍິ່ງໆຂຶ້ນ.

ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Prasanna Gamage ເອກອັກຄະລັດຖະທູດສີລັງກາ. ພາບ: ສຳນັກຂ່າວສານຫວຽດນາມ.

ຕ້ອນຮັບທ່ານ Prasanna Gamage ເອກອັກຄະລັດຖະທູດສີລັງກາ, ທ່ານປະທານປະເທດ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບສີລັງກາ; ສະແດງຄວາມຂອບອົກຂອບໃຈ ສີລັງກາ ທີ່ໄດ້ສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງເຂົ້າເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ ອາຍຸການ 2023-2025 ປະສົບຜົນສໍາເລັດ.

ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ ສີລັງກາ ສືບຕໍ່ສະໜັບສະໜູນຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ຮັກສາສັນຕິພາບ, ຄວາມເສລີໃນການເດີນເຮືອ ແລະການບິນ, ເຄົາລົບກົດໝາຍສາກົນ, ກົດບັດສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

la.qdnd.vn

ເຫດການ
302 Found

Found

The document has moved here.