
UNDP ປະກາດບົດລາຍງານພິເສດຊາວໜຸ່ມຫວຽດນາມ ກະທຳເພື່ອດິນຟ້າອາກາດ
ບົດລາຍງານໄດ້ປະກອບສ່ວນປະຕິບັດບັນດາການກະທຳກ່ຽວກັບດິນຟ້າອາກາດລະດັບຊາດ ແລະ ທົ່ວໂລກ.
ບົດລາຍງານໄດ້ປະກອບສ່ວນປະຕິບັດບັນດາການກະທຳກ່ຽວກັບດິນຟ້າອາກາດລະດັບຊາດ ແລະ ທົ່ວໂລກ.
ຈາກແຫຼ່ງທຶນບຸລິມະສິດພິເສດຂອງທະນາຄານນະໂຍບາຍສັງຄົມ ແລະ ແຫຼ່ງທຶນຈາກສູນກາງຄະນະຊາວໜຸ່ມ, ຊາວໜຸ່ມບັນດາເຜົ່າຢູ່ແຂວງ ລາຍເຈົາ ຂອງ ຫວຽດນາມ ໄດ້ກ້າກັ່ນ startup ດ້ວຍການສ້າງຕັ້ງສະຫະກອນ ເພື່ອພັດທະນາເສດຖະກິດ. ດ້ວຍການຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງທ້ອງຖິ່ນ, ບັນດາສະຫະກອນ ໂດຍຊາວໜຸ່ມເປັນເຈົ້າຂອງ ໄດ້ນຳມາເຊິ່ງປະສິດທິຜົນ ແລະ ສ້າງວຽກເຮັດງານທຳ ກໍຄືລາຍຮັບເປັນປົກກະຕິໃຫ້ແກ່ຊາວທ້ອງຖິ່ນ, ອັນໄດ້ປະກອບສ່ວນເຂົ້າໃນການສ້າງຊົນນະບົດໃໝ່.
ຍສໝ - ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະຜູ້ແທນສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ມາຢ້ຽມຢາມ, ລະດົມກໍາລັງໃຈ ແລະມອບຜ້າອັດປາກ ໃຫ້ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອປະກອບສ່ວນເພີ່ມທະວີຄວາມສາມາດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.
ຈຸດປະສົງການຈັດສຳມະນາໃນຄັ້ງນີ້, ເພື່ອເປັນການປຶກສາຫາລື ທັງເປັນການແລກປ່ຽນບົດ ຮຽນລະຫວ່າງ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກັບບັນດາກະຊວງ, ອົງການ ແລະ ບຸກຄົນທີ່ມີບົດຮຽນ, ປະສົບການ ເຂົ້າໃນການເສີມຂະຫຍາຍບົດບາດປະຈັນບານ ຂອງຊາວໜຸ່ມແຫ່ງຍຸກໃໝ່ ແລະ ເພື່ອເຮັດໃຫ້ເນື້ອໃນຂອງແຕ່ລະບົດ ມີຄວາມອຸດົມສົມບູນ ກ້າວໄປສູ່ການກະກຽມພິມເປັນເອກະສານສຶກສາອົບຮົມຊາວໜຸ່ມ-ເຍົາວະຊົນ.
ເພື່ອແນໃສ່ໜູນຊ່ວຍ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ, ນັກສຶກສາ ຫວຽດນາມ ຕໍ່ໜ້າຜົນກະທົບຢ່າງໜັກໜ່ວງຂອງໂລກລະບາດໂຄວິດ - 19, ຄະນະຊາວໜຸ່ມ ຮ່າໂນ້ຍ ໄດ້ສົມທົບກັບໂປຼແກຼມເຕັກໂນໂລຢີຮັບສະໝັກພະນັກງານ TopCV.vn ຈັດຕັ້ງ “ບັ້ນເຄື່ອນໄຫວສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ, ນັກສຶກສາ ຫວຽດນາມ 90.000 ຄົນ”.
ທີ່ພິທີປູກລະດົມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມໄດ້ມອບຕົ້ນໄມ້ 10.000 ຕົ້ນໃຫ້ແກ່ປະຊາຊົນເມືອງ ໂດເລືອງ, ແຂວງເງະອານ. ການນຳແຂວງເງະອານໃຫ້ຮູ້ວ່າ, ນັບແຕ່ນີ້ຮອດປີ 2025 ຈະປູກຕົ້ນໄມ້ 50 ລ້ານຕົ້ນ, ເພື່ອປະກອບສ່ວນເຂົ້າໂຄງການປູກຕົ້ນໄມ້ 1 ຕື້ຕົ້ນ ໂດຍທ່ານນາຍົກລັດຖະມົນຕີປູກລະດົມ.
“ຊາວໜຸ່ມ ຫວຽດນາມ - ໝັ້ນໃຈກ້າວເດີນໄປ” ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາລະຫວ່າງ ທ່ານເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຫງວຽນແອັງຕວ໊ນ ກັບ ໄວໜຸ່ມ, ເຍົາວະຊົນ ຫວຽດນາມ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ເຊິ່ງຖືກຈັດຂຶ້ນຕາມຮູບການທາງອອນລາຍໃນວັນທີ 16 ມີນາ.
ຍສໝ - ໃນວັນທີ 24 ມີນາ, ຄະນະຊາວໜຸ່ມບັນດາແຂວງ, ນະຄອນ ໄດ້ຈັດຕັ້ງງານສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄົບຮອບ 90 ປີ (26/03/1931 – 26/03/2021), ຫວນຄືນມູນເຊື້ອອັນສະຫງ່າລາສີຂອງ 90 ປີ ແຫ່ງການກໍ່ສ້າງ, ເຕີບໃຫຍ່ ແລະ ອຸທິດສ່ວນແກ່ພາລະກິດປະຕິວັດຂອງຊາດ.
ຄ້າຍພັກແລ້ງປີ 2021 ໂດຍມີການເຂົ້າຮ່ວມຂອງສະມາຊິກເຍົາວະຊົນ, ອະນຸຊົນ 132 ຄົນ.
ແມ່ນບັນດາແບບຢ່າງໄວໜຸ່ມດີເດັ່ນໃນບັນດາຂົງເຂດທີ່ເປັນຕົວແທນຂອງໄວໜຸ່ມໃນຍຸກສະໄໝໃໝ່.
ກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໄດ້ອັດລົງຢ່າງເປັນທາງການ ດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 25 ທັນວາ 2020 ພາຍໃຕ້ການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະ ບໍລິຫານງານພັກ, ເລຂາຄະນະບໍລິຫານງານ ສຊປລ.
ກອງປະຊຸມໄດ້ຮັບຟັງການໂອ້ລົມ ຊີ້ທິດເຍືອງທາງຈາກ ສະຫາຍ ບຸນຍັງ ວໍລະຈິດ ທີ່ໄດ້ເນັ້ນໜັກຫລາຍບັນຫາ ເປັນຕົ້ນ ຄະນະຊາວ ໜຸ່ມທຸກຂັ້ນ ແຕ່ສູນກາງຮອດທ້ອງຖິ່ນ, ຮາກຖານ ກ່ອນອື່ນໝົດຕ້ອງເອົາໃຈໃສ່ສຸດຂີດ ໃນການປົກປັກຮັກສາ ໝາກຜົນຂອງ ການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ ແລະ ຂອງຊາວໜຸ່ມ, ເສີມຂະຫຍາຍຜົນ ງານ ແລະ ທ່າແຮງບົ່ມຊ້ອນຂອງຕົນ ເພື່ອເຮັດສຳເລັດໜ້າທີ່ ການເມືອງຂອງພັກ ແລະ ປະຊາຊົນມອບໃຫ້...
ຍສໝ - ເຂົ້າຮ່ວມລາຍການມີບັນດານັກການທູດໜຸ່ມ, ບັນດາພະນັກງານສະຖານທູດ ອາຊຽນປະຈຳຫວຽດນາມ ດ້ວຍເປົ້າໝາຍຢາກ ເຫັນບັນດາກຸ່ມເປົ້າໝາຍຊາວໜຸ່ມເຂົ້າຮ່ວມບັນດາການເຄື່ອນໄຫວຮ່ວມມື ຊາວໜຸ່ມອາຊຽນເປັນຫຼາຍຮູບແບບ, ເປີດກ້ວາງເຄືອຂ່າຍລະຫວ່າງບັນດານັກການທູດໜຸ່ມອາຊຽນຢູ່ຫວຽດນາມ.
ໃນວັນທີ 16 ທັນວາ 2020 ທີ່ຫ້ອງຮັບແຂກ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ມີພິທີມອບ-ຮັບເງິນ ເພື່ອປະກອບສ່ວນຮັບໃຊ້ ການດໍາເນີນກອງ ປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະ ເທດຄັ້ງທີ VIII ລະຫວ່າງ ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນ ປະຕິວັດລາວ, ກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ ແລະ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ.
ຕອນເຊົ້າວັນທີ 13 ທັນວາ, ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມໃຫຍ່ໄວໜຸ່ມຫວຽດນາມ ທີ່ມີຄວາມເກັ່ງກ້າສາມາດຄັ້ງທີ 3 ປີ 2020.
ຍສໝ - ທ່ານຮອງລັດຖະມົນຕີກະຊວງພາຍໃນ ເຈິ່ນຕວັນແອັງ ໃຫ້ຮູ້ວ່າ: ລັດຖະບານຫວຽດນາມຍາມໃດກໍ່ປາດຖະໜາ ຢາກຮ່ວມມືກັບ ກາຕາ ໃນການກໍ່ສ້າງປະຕິບັດນະໂຍບາຍພັດທະນາຊັບພະຍາກອນມະນຸດແຫ່ງຊາດ.
ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 10 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ໄດ້ພິຈາລະນາ ປະກອບຄຳເຫັນໃສ່ ຮ່າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ (ສະບັບສ້າງໃໝ່) ເຊິ່ງປະກອບມີ 9 ພາກ, 7 ໝວດ, 63 ມາດຕາ, ສະເໜີໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຍສໝ - ການນຳຊາວໜຸ່ມ ອາຊຽນ ໄດ້ຮັບຮອງເອົາຖະແຫຼງການຮ່ວມການນຳຊາວໜຸ່ມ ອາຊຽນ ດ້ວຍຫົວຂໍ້ວ່າ “ເພີ່ມທະວີການຮ່ວມມືຊາວໜຸ່ມເພືຶ່ອ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ເພື່ອຍື່ນສະເໜີຕໍ່ການນຳຂັ້ນສູງ ອາຊຽນ ຮັບຮູ້ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37.
ການຈັດການແຂ່ງຂັນສິລະປະເພື່ອຄັດເລືອກເອົາທີມສິລະປະເຂົ້າຮ່ວມສະແດງໃນກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII ຈະຈັດຂຶ້ນໃນວັນທີ 27 ຕຸລາ 2020 ເວລາ 8:30 ເປັນຕົ້ນໄປ ທີ່ໂຮງຮຽນ ສິລະປະດົນດີແຫ່ງຊາດ.
ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ-ລາວ ຢູ່ເງະອານ. ງານພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ-ລາວ ໄດ້ດໍາເນີນໃນລະຫວ່າງວັນທີ 12-14 ຕຸລາ 2020.