UNFPA ສືບຕໍ່ໜູນຊ່ວຍລັດຖະບານຫວຽດນາມ ປະຕິບັດຍຸດທະສາດພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2021-2030

18:05 | 15/12/2021

UNFPA ພ້ອມແລ້ວທີ່ ຈະໜູນຊ່ວຍບັນດາກົມກອງທີ່ກ່ຽວຂ້ອງໃນການສ້າງແຜນການ, ຜັນຂະຫຍາຍ, ຕິດຕາມກວດກາ ແລະຕີລາຄາການນໍາໃຊ້ດັດຊະນີພັດທະນາຊາວໜຸ່ມແຫ່ງຊາດ.

UNFPA ໜູນຊ່ວຍຫວຽດນາມ ຍູ້ແຮງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງ UNFPA ໜູນຊ່ວຍຫວຽດນາມ ຍູ້ແຮງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງ
ອົງການ UNFPA ຫວຽດນາມ ໄດ້ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຢູ່ບັກຢາງ, ບັກນິງ, ນະຄອນໂຮຈິມິນ ອົງການ UNFPA ຫວຽດນາມ ໄດ້ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຢູ່ບັກຢາງ, ບັກນິງ, ນະຄອນໂຮຈິມິນ

ຕອນເຊົ້າວັນທີ 13 ທັນວາ, ກະຊວງພາຍໃນສົມທົບກັບກອງທຶນປະຊາກອນ ສປຊ (UNFPA) ປະຈຳຫວຽດນາມ ໄດ້ຈັດກອງປະຊຸມເຜີຍແຜ່ ແລະປຸກລະດົມ ຂະບວນການປະຕິບັດຍຸດທະສາດພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2021-2030. ກອງປະຊຸມໄດ້ຈັດຂຶ້ນໂດຍກົງຢູ່ຮ່າໂນ້ຍ ແລະເຊື່ອມຕໍ່ກັບບັນດາ ສະຖານທີ່ຖ່າຍທອດສົດທ້ອງຖິ່ນ.

UNFPA ສືບຕໍ່ໜູນຊ່ວຍລັດຖະບານຫວຽດນາມ ປະຕິບັດຍຸດທະສາດພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2021-2030
ບັນຍາກາດທີ່ກອງປະຊຸມ. ພາບ: ເຟືອງແອງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ Naomi Kitahara ຫົວໜ້າຜູ້ຕາງໜ້າກອງ ທຶນປະຊາກອນ ສປຊ (UNFPA) ປະຈຳຫວຽດນາມ ທັງເປັນຫົວໜ້າຮ່ວມ ກຸ່ມ ການກະທຳເພື່ອຊາວໜຸ່ມ, ເຍົາວະຊົນຂອງ ສປຊ ປະຈຳຫວຽດນາມ ໄດ້ຢັ້ງຢືນວ່າ UNFPA ພ້ອມແລ້ວທີ່ຈະໜູນຊ່ວບຫວຽດນາມ. UNFPA ພ້ອມແລ້ວທີ່ຈະໜູນຊ່ວຍບັນດາກົມກອງທີ່ກ່ຽວຂ້ອງໃນການສ້າງແຜນການ, ຜັນຂະຫຍາຍ, ຕິດຕາມກວດກາ ແລະຕີລາຄາການນໍາໃຊ້ດັດຊະນີພັດທະນາຊາວໜຸ່ມ ແຫ່ງຊາດ; ຊ່ວຍເຫຼືອລັດຖະບານຫວຽດນາມ ໃນການສ້າງສະພາບແວດລ້ອມອັນສະດວກໃຫ້ແກ່ການເຂົ້າຮ່ວມ ແລະພັດທະນາຮອບດ້ານຂອງຊາວໜຸ່ມ...

ຕາມທ່ານ ຈ້ຽວວັນເກື່ອງ ຮອງລັດຖະມົນຕີກະຊວງພາຍໃນ ແລ້ວ, ຍຸດທະສາດ ພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2021 – 2030 ແມ່ນພື້ນຖານສໍາຄັນ ເພື່ອໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສະເໜີຕໍ່ອົງການມີສິດອຳນາດ ປະກາດໃຊ້ນະໂຍບາຍ, ກົດໝາຍວ່າດ້ວຍຊາວໜຸ່ມໃນບັນດາຂົງເຂດຂອງຊີວິດສັງຄົມ; ພ້ອມທັງ, ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ຊາວໜຸ່ມເຂົ້າຮ່ວມການຄຸ້ມຄອງລັດ ແລະສັງຄົມ, ເຂົ້າຮ່ວມວິວັດການສ້າງ ແລະຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍສຳລັບຊາວໜຸ່ມເອງ.

ບູນມີ

ເຫດການ
302 Found

Found

The document has moved here.