“ຮ້ານສັບພະສິນຄ້າ mini 0 ດົ່ງ” ໄດ້ໜູນຊ່ວຍ 300 ຄົວເຮືອນທຸກຍາກທີ່ຖືກຜົນກະທົບຈາກໂລກລະບາດ

12:02 | 13/07/2021

ຍສໝ - ໃນວັນທີ 9 ກໍລະກົດ, ຢູ່ນະຄອນດານັງ, ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ຮັບຜົນກະທົບຈາກໂລກລະບາດ ໄດ້ມາຊື້ສະບຽງອາຫານ ຢູ່ຮ້ານ​ສັບ​ພະ​ສິນ​ຄ້າ mini 0 ດົ່ງ” ທີ່ຈັດໂດຍຄະນະຊາວໜຸ່ມນະຄອນດານັງ ສົມທົບກັບສະຫະພັນແມ່ຍິງນະຄອນດານັງ ແລະ PNJ ເຂດພາກກາງ.

ລາຍການ ລາຍການ "ຊາວໜຸ່ມ ຫວຽດນາມ - ໝັ້ນໃຈກ້າວເດີນໄປ"
ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ​ວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ຄົບ​ຮອບ 90 ປິ ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ​ວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ຄົບ​ຮອບ 90 ປິ

ຕາມນັ້ນແລ້ວ, ມີຫຼາຍກວ່າ 300 ຄົວເຮືອນ ເຊິ່ງເປັນຜູ້ທີ່ຍາກຈົນ, ຄອບຄົວທຸກຍາກ, ຄອບຄົວທີ່ມີແຕ່ແມ່ຍິງ, ຄົນພິການ… ຈະໄດ້ຮັບປີ້ຊື້ສິນຄ້າທີ່ມີມູນຄ່າ 200.000 ດົ່ງ. ຮ້ານ​ສັບ​ພະ​ສິນ​ຄ້າ ມີອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນ ເຊັ່ນ: ນ້ຳຕານ, ນຳ້ນົມ, ເຂົ້າ, ໄຂ່, ນ້ຳມັນ, ນ້ຳປາ, ແປ້ງນົວ, ໝີ່…ແລະ ອາຫານສົດ (ຊີ້ນໝູ, ໄກ່), ຜັກຕ່າງໆ. ນອກນັ້ນຍັງມີສິນຄ້າສຳລັບແມ່ຍິງ. ຮ້ານ​ສັບ​ພະ​ສິນ​ຄ້າ ຍັງມີຜະລິດຕະພັນທີ່ບໍ່ເສຍຄ່າຫລາຍຢ່າງ ເຊັ່ນ: ນຳ້ຢາລ້າງຈານ, ນ້ຳຢາຖູເຮືອນ, ເຄື່ອງໃຊ້ການແພດ ແລະ ອື່ນໆ...

“ຮ້ານສັບພະສິນຄ້າ mini 0 ດົ່ງ” ໄດ້ໜູນຊ່ວຍ 300 ຄົວເຮືອນທຸກຍາກທີ່ຖືກຜົນກະທົບຈາກໂລກລະບາດ
“ຮ້ານສັບພະສິນຄ້າ mini 0 ດົ່ງ” ໄດ້ໜູນຊ່ວຍ 300 ຄົວເຮືອນທຸກຍາກທີ່ຖືກຜົນກະທົບຈາກໂລກລະບາດ. (ພາບ: nhandan,vn)

ຮ້ານ​ສັບ​ພະ​ສິນ​ຄ້າ ໄດ້ເປີດບໍລິການຕັ້ງແຕ່ 8 ໂມງເຊົ້າ - 5 ໂມງແລງຂອງທຸກໆວັນ. ປະຊາຊົນ ຈະໄປຊື້ເຄື່ອງໃນເວລາທີ່ແຕກຕ່າງກັນ ເປັນເວລາຫລາຍວັນ ເພື່ອຮັບປະກັນບໍ່ໃຫ້ເຕົ້າໂຮມຄົນຫລາຍ ໃນແຕ່ລະຄັ້ງ.

ນອກຈາກຮູບແບບຮ້ານສັບພະສິນຄ້າ 0 ດົ່ງແລ້ວ, ຄະນະຊາວໜຸ່ມນະຄອນດານັງ ກໍ່ຍັງໄດ້ປະຕິບັດຫຼາຍກິດຈະກຳ ເພື່ອເບິ່ງແຍງ, ຊ່ວຍເຫຼືອເປົ້າໝາຍທີ່ທຸກຍາກ ແລະ ຄອບຄົວທີ່ປະສົບຄວາມຫຍຸ້ງຍາກ ຍ້ອນຜົນກະທົບຈາກໂລກລະບາດໃນນະຄອນ ເຊັ່ນ: ມອບຂອງຂວັນໃຫ້ບັນດາຄອບຄົວໃນເຂດທີ່ຖືກປິດເຂດ; ຊ່ວຍເອົາປື້ມ ແລະ ອຸປະກອນການສຶກສາໃຫ້ເດັກນ້ອຍທີ່ຢູ່ໃນເຂດແຍກປ່ຽວ.

ທ່ານຮອງເລຂາຄະນະຊາວໜຸ່ມນະຄອນດານັງ ນາງ ຫງວຽນຖິແອັງຖາວ ກ່າວວ່າ ພວກເຮົາຈະເປີດຮ້ານຂາຍປື້ມ 0 ດົ່ງ ຕື່ມອີກ 2 ແຫ່ງ ເພື່ອຊ່ວຍໃຫ້ນັກຮຽນທີ່ທຸກຍາກ ປະມານ 300 ຄົນໃນນະຄອນ ໄດ້ມີປື້ມຂຽນເພື່ອກະກຽມເຂົ້າຮຽນສົກຮຽນໃໝ່.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.