ຊຸກຍູ້ສິດທິຂອງເດັກນ້ອຍ ແລະ ຊາວໜຸ່ມ ໃນໄລຍະປີ 2021-2026

16:30 | 14/10/2021

ຍສໝ - ໃນວັນທີ 7 ຕຸລາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມ ກອມມູນິດໂຮ່ຈີມິນ ແລະ ອົງການ Plan International ຢູ່ ຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບໂຄງການຊຸກຍູ້ສິດທິເດັກ ແລະ ສິດທິຂອງໄວໜຸ່ມຢູ່ຫວຽດນາມໄລຍະ 2021-2026.

ການໂອ້ລົມສົນທະນາ “ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ຕ່າງປະເທດທີ່ຄ້າຍພັກແລ້ງຫວຽດນາມ” ການໂອ້ລົມສົນທະນາ “ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ຕ່າງປະເທດທີ່ຄ້າຍພັກແລ້ງຫວຽດນາມ”
ຊາວໜຸ່ມ ລາຍເຈົາ start up ຈາກ​ຮູບ​ແບບ​ສະ​ຫະ​ກອນ ຊາວໜຸ່ມ ລາຍເຈົາ start up ຈາກ​ຮູບ​ແບບ​ສະ​ຫະ​ກອນ

ຈຸດປະສົງຂອງໂຄງການ ແມ່ນເພື່ອຊຸກຍູ້ການປະຕິບັດສິດ ແລະ ພາລະໜ້າທີ່ຂອງເດັກນ້ອຍ, ສິດ ແລະ ພັນທະໜ້າທີ່ຂອງໄວໜຸ່ມ, ຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ໂດຍຜ່ານກິດຈະກໍາ, ມີສອງຂົງເຂດບຸລິມະສິດ ຄື: ການປ້ອງກັນ ແລະ ການຮັບມືກັບຄວາມຮຸນແຮງເພດຍິງ-ຊາຍ; ຍົກສູງທັກສະຊີວິດ, ທັກສະວິຊາຊີບ ແລະ ພັດທະນາຊີວິດການເປັນຢູ່ໃຫ້ກັບໄວໜຸ່ມ.

ຊຸກຍູ້ສິດທິຂອງເດັກນ້ອຍ ແລະ ຊາວໜຸ່ມ ໃນໄລຍະປີ 2021-2026
ຊຸກຍູ້ສິດທິຂອງເດັກນ້ອຍ ແລະ ຊາວໜຸ່ມ ໃນໄລຍະປີ 2021-2026. (ພາບ: nhandan)

ໃນເວລາດຽວກັນ, ກໍ່ໄດ້ສະໜັບສະໜູນເພື່ອເພີ່ມຄວາມຮັບຮູ້ກ່ຽວກັບບັນດາສິດ ແລະ ທ່າແຮງ, ໂດຍສະເພາະໃນການຕອບສະໜອງຄວາມຕ້ອງການພື້ນຖານ, ການພັດທະນາ ແລະ ການມີສ່ວນຮ່ວມຂອງເດັກນ້ອຍ ແລະ ໄວໜຸ່ມທີ່ປະສົບກັບຄວາມຫຍຸ້ງຍາກ; ການບຳລຸງສ້າງຍົກສູງຄວາມຮູ້ ແລະ ກຳລັງແຮງທີ່ຈໍາເປັນ ເພື່ອຕອບສະໜອງກັບຄວາມຕ້ອງການຂອງການຈັດຕັ້ງປະຕິບັດ ແລະ ຍົກສູງຄຸນນະພາບຂອງໂຄງການ.

ບັນດາໂຄງການລະອຽດໃນກອບຂອງໂຄງການ ປະກອບມີ: "ຊຸກຍູ້ສິດທິຂອງເດັກນ້ອຍ ໃນການມີສ່ວນຮ່ວມ", "ເດັກຍິງກຽມພ້ອມສໍາລັບອະນາຄົດ", "ໄວໜຸ່ມມາດຕະຖານ - ເວົ້າບໍ່ກັບແນວຄິດຕາຍຕົວທາງເພດ" ແລະ "ສຸຂະພາບຂອງໄວໜຸ່ມຫວຽດນາມ - ຍົກສູງຄວາມຮັບຮູ້ ແລະ ຊຸກຍູ້ການປະຕິບັດຢ່າງດີ ໃນການປ້ອງກັນພະຍາດບໍ່ໃຫ້ລະບາດ". ບັນດາກິດຈະກຳຂອງໂຄງການຈະຈັດຂຶ້ນຢູ່ຫຼາຍແຂວງ ແລະ ນະຄອນ ເຊັ່ນ: ຮ່າໂນ້ຍ, ກວາງບິ່ງ, ກວາງຈິ, ກອນຕູມ, ລາຍເຈົາ, ແລະ ຮ່າຢາງ. ໃນເວລາດຽວກັນ, ກໍ່ອາດພິຈາລະນາເປີດກວ້າງໄປສູ່ທ້ອງຖິ່ນອື່ນໆ ບົນພື້ນຖານການປະຕິບັດຕົວຈິງ.

ໂຄງການດັ່ງກ່າວ ຈະໄດ້ຮັບການຈັດຕັ້ງປະຕິບັດຕັ້ງແຕ່ນີ້ເຖິງວັນທີ 30 ມິຖຸນາ 2026, ໂດຍອີງຕາມຂໍ້ກຳນົດຂອງກົດໝາຍຫວຽດນາມ; ສົນທິສັນຍາສາກົນທີ່ຫວຽດນາມເປັນສະມາຊິກ; ນະໂຍບາຍການປົກປ້ອງເດັກ ແລະ ນະໂຍບາຍຕ້ານການສໍ້ລາດບັງຫຼວງ, ການສໍ້ໂກງຂອງອົງການ Plan International.

ທີ່ພິທີ, ທ່ານນາງ Sharon Maree Kane, ຜູ້ອຳນວຍການແຫ່ງຊາດຂອງອົງການ Plan International ຢູ່ຫວຽດນາມ ໃຫ້ຄຳໝ້ນສັນຍາວ່າ Plan International ຢູ່ຫວຽດນາມ ຈະສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມຂອງຄະນະຊາວໜຸ່ມ ເພື່ອຮັບປະກັນສິດທິຂອງເດັກນ້ອຍ ແລະ ໄວໜຸ່ມຢູ່ຫວຽດນາມ. ທ່ານນາງ Sharon Maree Kane ຫວັງວ່າ ຈະສືບຕໍ່ປ່ຽນຈຸດສຸມຂອງການໜູນຊ່ວຍ ຈາກໂຄງການຮ່ວມມືສະເພາະ ໄປສູ່ຍຸດທະສາດການຮ່ວມມືຮອບດ້ານ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.