ສຊປລ ເສີມຂະຫຍາຍບົດບາດຈັນຍາບັນຂອງຊາວໜຸ່ມແຫ່ງຍຸກສະໄໝ

13:14 | 30/03/2021

ຈຸດປະສົງການຈັດສຳມະນາໃນຄັ້ງນີ້, ເພື່ອເປັນການປຶກສາຫາລື ທັງເປັນການແລກປ່ຽນບົດ ຮຽນລະຫວ່າງ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກັບບັນດາກະຊວງ, ອົງການ ແລະ ບຸກຄົນທີ່ມີບົດຮຽນ, ປະສົບການ ເຂົ້າໃນການເສີມຂະຫຍາຍບົດບາດປະຈັນບານ ຂອງຊາວໜຸ່ມແຫ່ງຍຸກໃໝ່ ແລະ ເພື່ອເຮັດໃຫ້ເນື້ອໃນຂອງແຕ່ລະບົດ ມີຄວາມອຸດົມສົມບູນ ກ້າວໄປສູ່ການກະກຽມພິມເປັນເອກະສານສຶກສາອົບຮົມຊາວໜຸ່ມ-ເຍົາວະຊົນ.

ສຊປລ ເສ ມຂະຫຍາຍບ ດບາດຈ ນຍາບ ນຂອງຊາວໜ ມແຫ ງຍ ກສະໄໝ ນະໂຍບາຍການຄ້າລາວ ໃນຍຸກເສດຖະກິດດິຈິຕອນ ກັບການກ້າວເຂົ້າສູ່ ປີທີ 8 ຂອງສະມາຊິກ WTO
ສຊປລ ເສ ມຂະຫຍາຍບ ດບາດຈ ນຍາບ ນຂອງຊາວໜ ມແຫ ງຍ ກສະໄໝ ປຶກສາຫາລືກຽມພ້ອມການດໍາເນີນການຜະລິດໄມ້ ເພື່ອໃຫ້ໄດ້ໂຮງງານມາດຕະຖານ
ສຊປລ ເສ ມຂະຫຍາຍບ ດບາດຈ ນຍາບ ນຂອງຊາວໜ ມແຫ ງຍ ກສະໄໝ
ການສຳມະນາວິທະຍາສາດຂອງຊາວໜຸ່ມ (ພາບ: Kpl)

ເມື່ອບໍ່ດົນມານີ້, ທີ່ສູນກາງຊາວໜຸ່ມປະຊາຊາຊົນປະຕິວັດລາວ (ສຊປລ) ນະຄອນຫລວງວຽງຈັນ, ໄດ້ຈັດການສຳມະນາວິທະຍາສາດຂອງຊາວໜຸ່ມ ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍບົດບາດຈັນຍາບານຂອງຊາວໜຸ່ມແຫ່ງຍຸກສະໄໝ”, ໂດຍການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີບັນດາຄະນະຊາວໜຸ່ມ ກົມອົບຮົມຊາວໜຸ່ມ, ຄະນະຊາວໜຸ່ມຈາກກະຊວງ, ອົງການອ້ອມຂ້າງ ເຂົ້າຮ່ວມ.

ຈຸດປະສົງການຈັດສຳມະນາໃນຄັ້ງນີ້, ເພື່ອເປັນການປຶກສາຫາລື ທັງເປັນການແລກປ່ຽນບົດ ຮຽນລະຫວ່າງ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກັບບັນດາກະຊວງ, ອົງການ ແລະ ບຸກຄົນທີ່ມີບົດຮຽນ, ປະສົບການ ເຂົ້າໃນການເສີມຂະຫຍາຍບົດບາດປະຈັນບານ ຂອງຊາວໜຸ່ມແຫ່ງຍຸກໃໝ່ ແລະ ເພື່ອເຮັດໃຫ້ເນື້ອໃນຂອງແຕ່ລະບົດ ມີຄວາມອຸດົມສົມບູນ ກ້າວໄປສູ່ການກະກຽມພິມເປັນເອກະສານສຶກສາອົບຮົມຊາວໜຸ່ມ-ເຍົາວະຊົນ.

ໃນໂອກາດດັ່ງກ່າວ, ທ່ານ ອາລຸນໄຊ ສູນນະລາດ ໄດ້ໃຫ້ຮູ້ວ່າ: ການສຳມະນາໃນຄັ້ງນີ້, ເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ເປັນການສະເຫລີມສະຫລອງຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ, ເຊິ່ງໂຄງ ການສໍາມະນາຂອງພວກເຮົາມີທັງໝົດ 12 ຫົວຂໍ້ຍ່ອຍ, ແຕ່ການສໍາມະນາຄັ້ງນີ້ ແມ່ນຈະມີ 4 ຫົວຂໍ້ຍ່ອຍ ເພື່ອເປັນການລະດົມແນວຄວາມຄິດຈາກບັນດາທ່ານ ແລະ ເປັນການປຶກສາຫາລື ທັງເປັນການແລກປ່ຽນບົດຮຽນລະຫວ່າງ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກັບຄະນະພັກບັນດາກະຊວງ-ອົງການ ແລະ ບຸກຄົນທີ່ມີບົດຮຽນປະສົບການ ເຂົ້າໃນບົດຮຽນສໍາມະນາວິທະຍາສາດ ເສີມຂະຫຍາຍບົດບາດປະຈັນບານຂອງຊາວໜຸ່ມແຫ່ງຍຸກສະໄໝ ເພື່ອເຮັດໃຫ້ເນື້ອໃນບົດທີ່ໄດ້ມີການກະກຽມແລ້ວໂດຍພື້ນຖານໃຫ້ມີຄວາມອຸດົມສົມບູນ ເພື່ອໃຫ້ສາມາດກ້າວໄປສູ່ຂັ້ນຕອນໃນການຮັບຮອງເອົາ ແລະ ກະກຽມພິມເປັນເອກກະສານບົດຮຽນ ເພື່ອຮັບໃຊ້ແກ່ການສຶກສາ ອົບຮົມຊາວໜຸ່ມ-ເຍົາວະຊົນໃນໄລຍະໃໝ່ໃຫ້ມີປະສິດທິຜົນ ແລະ ແທດເໝາະກັບສະພາບການໃນປັດຈຸບັນ.

ຫົວຂໍ້ທີ່ນຳມາສະເໜີໃນຄັ້ງນີ້, ແມ່ນເສີມຂະຫຍາຍບົດບາດປະຈັນບານຂອງຊາວໜຸ່ມອາສາສະໝັກຕະລຸມບອນໃຫ້ເຕີບໃຫຍ່, ເຂັ້ມແຂງ ແລະ ກວ້າງຂວາງ; ຫົວຂໍ້ ຊາວໜຸ່ມກັບການອະນຸລັກ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ; ຫົວຂໍ້ບົດບາດໄວໜຸ່ມ ກັບວຽກງານວິທະຍາສາດເຕັກໂນໂລຊີ ແລະ ຫົວຂໍ້ ຊາວໜຸ່ມກັບການນຳໃຊ້ສື່ສັງຄົມອອນລາຍ ໃຫ້ມີປະໂຫຍດ ແລະ ປອດໄພ.

ສຊປລ ເສ ມຂະຫຍາຍບ ດບາດຈ ນຍາບ ນຂອງຊາວໜ ມແຫ ງຍ ກສະໄໝ ລາວ: ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.701 ຄົນ,ບໍ່ພົບຜູ້ຕິດເຊື້ອພະຍາດ COVID-19

ໃນວັນທີ 15 ກຸມພາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 14 ກຸມພາ ...

ສຊປລ ເສ ມຂະຫຍາຍບ ດບາດຈ ນຍາບ ນຂອງຊາວໜ ມແຫ ງຍ ກສະໄໝ ລາວ: ປ້ອງກັນພະຍາດໄຂ້ຍຸງລາຍ

ຫວ່າງແລ້ວນີ້, ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ສຳລັບໄຂ້ຍຸງລາຍ ກໍຂໍການຮ່ວມມືນຳປະຊາຊົນລາວທຸກຄົນ ແລະ ອຳນາດການປົກ ຄອງທຸກຂັ້ນ ສືບຕໍ່ເອົາໃຈໃສ່ ກຳຈັດແຫລ່ງເພາະພັນ ຂອງໜອນນໍ້າຍຸງລາຍ ໂດຍປະຕິບັດ 05 ...

ສຊປລ ເສ ມຂະຫຍາຍບ ດບາດຈ ນຍາບ ນຂອງຊາວໜ ມແຫ ງຍ ກສະໄໝ ສ.ເກົາຫຼີສະໜັບສະໜູນຄົນພິການຢູ່ລາວ

ຍ​ສ​ໝ - ໂຄງການຂອງ KOICA ໄດ້ສະໜອງອຸປະກອນໃຫ້ 5 ສະມາຄົມຂອງຄົນພິການ, ສະມາຄົມເພື່ອການຊ່ວຍເຫຼືອເດັກພິການ, ສະມາຄົມຄົນພິການ, ສູນພັດທະນາແມ່ຍິງພິການລາວ, ສະມາຄົມຄົນຕາບອດລາວ ແລະສະມາຄົມພັດທະນາວິຊາຊີບສຳລັບຄົນຕາບອດ. ປະຊາຊົນປະມານ 730 ຄົນໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ.

ສຊປລ ເສ ມຂະຫຍາຍບ ດບາດຈ ນຍາບ ນຂອງຊາວໜ ມແຫ ງຍ ກສະໄໝ

kpl.gov.la

ເຫດການ
302 Found

Found

The document has moved here.