ໂດຍຕາງໜ້າເອກອັກຄະລັດຖະທູດບັນດາປະເທດຮັບວັດຖຸ, ອຸປະກອນການແພດ, ທ່ານ Saadi Salama ເອກອັກຄະລັດຖະທູດ ປາແລັດສະຕິນປະຈຳຫວຽດນາມໄດ້ຕີລາຄາສູງປະສິດທິຜົນຂອງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ຫວຽດນາມໃນໄລຍະທີ່ຜ່ານມາ, ສະແດງຄວາມຂອບໃຈຢ່າງເລິກເຊິ່ງສຳລັບນ້ຳໃຈ, ຄວາມຊ່ວຍເຫຼືອອັນລ້ຳຄ່າຂອງສະພາແຫ່ງຊາດ, ປະຊາຊົນຫວຽດນາມທີ່ສະຫງວຽນໃຫ້ແກ່ລັດຖະສະພາ ແລະ ປະຊາຊົນບັນດາປະເທດ.
ຍສໝ - ຫວຽດນາມ ຍາມໃດກໍ່ຖືການຮ່ວມມືກັບອັງກິດໃນທຸກດ້ານເປັນສຳຄັນ, ພ້ອມທັງຫວັງວ່າພາຍຫຼັງລົງນາມ ບົດບັນທຶກວ່າດ້ວຍກkານສິ້ນສຸດການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ລາຊະອານາຈັກອັງກິດ (UKFTA), ສອງຝ່າຍຈະປະຕິບັດລະບຽບການໃຫ້ສຳເລັດ ເພື່ອໃຫ້ສັນຍາມີຜົນສັກສິດໂດຍໄວ.
ຍສໝ - ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງການພັດທະນາຢ່າງຮອບດ້ານຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໃນເຄິ່ງສະຕະວັດທີ່ຜ່ານມາ ພ້ອມທັງສະເໜີທັງ 2 ຝ່າຍພະຍາຍາມຮັກສາທ່າພັດທະນາການຮ່ວມມືດ້ານການຄ້າ; ສູ້ຊົນນຳວົງເງິນ 2 ສົ້ນຈາກ 1ຕື້ກວ່າ USD ໃນປີ 2019 ຂຶ້ນເປັນ 2 ຕື້ USD/ປີ; ສະເໜີ ນິວຊີແລນ ເປີດປະຕູຕະຫຼາດຫຼາຍກ່ວາອີກໃຫ້ແກ່ຜະລິດຕະພັນກະເສດຂອງຫວຽດນາມ…
ຍສໝ - ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສົ່ງກະຕ່າດອກໄມ້ອວຍພອນເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ; ທ່ານ ຫວໍວັນເຖືອງ ຜູ້ ປະຈຳຄະນະເລຂາທິການ ໄດ້ສົ່ງກະຕ່າດອກໄມ້ອວຍພອນທ່ານ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການ, ຮອງປະທານປະເທດ ລາວ.
ຍສໝ - ນະວະນິຍາຍ “ວາດສະໜາດີ” ຂອງນັກປະພັນ ຫວູຈ້ອງຟຸງ ໄດ້ພິມຈຳໜ່າຍຢ່າງເປັນທາງການຢູ່ຈີນ ແລະ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າຫຼາຍຢ່າງ.
ຕອນເຊົ້າວັນທີ 7 ຕຸລາ, ທ່ານ ຫງວຽນ ຮ່ວາບິ່ງ ປະທານສານ ປະຊາຊົນສູງສຸດ ຫວຽດນາມ ພ້ອມກັບ ຄະນະຜູ້ແທນສານປະຊາຊົນສູງສຸດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສະພາປະທານສານບັນດາປະເທດ ອາຊຽນ (CACJ) ຄັ້ງທີ 9 ແບບທາງໄກ, ໂດຍສານສູງສຸດ ອິນໂດເນເຊຍ ຈັດຕັ້ງ.
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ Rostov ແລະ Voronezh ໜູນຊ່ວຍປະຊາຊົນເຮັດລະບຽບການເອກະສານຜ່ານແດນ, ມີບ່ອນພັກຜ່ອນຊົ່ວຄາວເປັນປົກກະຕິ ແລະ ສະໜອງສິ່ງຂອງທີ່ຈຳເປັນໃນການດຳລົງຊີວິດປະຈຳວັນ.
ຍສໝ - ຕາມໜັງສືພິມຮ່າຕິງແລ້ວ, ປີ 2020, ແຂວງຮ່າຕິງໄດ້ໜູນຊ່ວຍແຂວງຄຳມ່ວນສ້າງ ບ້ານມາກເຟືອງ, ເມືອງນາກາຍ, ແຂວງຄຳມ່ວນ ທີ່ມີມຸນຄ່າ 2 ຕື້ ດົ່ງ. ພາຍຫຼັງການກໍ່ສ້າງມາເປັນເວລາ 7 ເດືອນ, ມາຮອດປັດຈຸບັນ ໂຄງການໄດ້ກໍ່ສ້າງສຳເລັດ ແລະນຳເຂົ້າການເຄື່ອນໄຫວ.
ຍສໝ - ໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຈີເລ (25 ມີນາ 1971 - 25 ມີນາ 2026), ໃນການຕອບສຳພາດກັບນັກຂ່າວຂອງວາລະສານຍຸກສະໄໝ, ທ່ານ Nasly Isabel Bernal Prado ເອກອັກຄະລັດຖະທູດ ຈີເລ ປະຈຳຫວຽດນາມ ໄດ້ຢືນຢັນວ່າ ສອງປະເທດກຳລັງປະເຊີນກັບໂອກາດຕ່າງໆເພື່ອເປີດກວ້າງການຮ່ວມມືຢ່າງເລິກເຊິ່ງ, ໂດຍສຸມໃສ່ສາມເສົາຄ້ຳຄື: ການພົວພັນທາງດ້ານການເມືອງ-ການທູດ, ການພົວພັນເສດຖະກິດ-ການຄ້າ, ແລະ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ການເຊື່ອມຕໍ່ທີ່ເປັນມິດລະຫວ່າງປະຊາຊົນ.
ຍສໝ - ຕາມແຜນການແລ້ວ, ໃນຕອນເຊົ້າວັນທີ 12 ເມສາ ຈະມາເຖິງ, ທ່ານ ຫວູງອກລີ໊ ຫົວໜ້າກົງສູນໃຫຍ່ ຈະພົບປະກັບທ່ານ Kouch Chamroeun ເຈົ້າແຂວງແຂວງ Preah Sihanouk ເພື່ອມອບຜ້າອັດປາກດັ່ງ 10.000 ອັນເພື່ອປະກອບສ່ວນເຂົ້າການໜູນຊ່ວຍອຳນາດການປົກຄອງແຂວງ Preah Sihanouk (ຊຶ່ງແມ່ນໜຶ່ງໃນ 3 ທ້ອງຖິ່ນຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19) ເພື່ອສະກັດກັ້ນໂລກລະບາດໂຄວິດ - 19.
ຍສໝ - ຫວ່າງແລ້ວນີ້, ຫ້ອງການອຸດສາຫະກຳ ແລະ ການຄ້າ ນະຄອນ Karlsruhe (IHK), ຂຶ້ນກັບລັດ Baden-Württemberg ຂອງ ເຢຍລະມັນ ໄດ້ຈັດພິທີມອບລາງວັນ “Globle 2021” ໃຫ້ບັນດາບໍລິສັດອຸດສາຫະກຳ ທີ່ມີຜົນງານດີເດັ່ນໃນຂົງເຂດການຄ້າສາກົນ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢຍລະມັນ ຫງວຽນມິງຫວູ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີມອບລາງວັນ.
ຍສໝ- ຕອນບ່າຍວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນໂທ Alvaro Lopez Miera ລັດຖະມົນຕີກະຊວງກຳລັງປະກອບອາວຸດປະຕິວັດ ກູບາ ເນື່ອງໃນໂອກາດ ມາຢ້ຽມາມ ແລະ ເຮັດວຽກຢູ່ ຫວຽດນາມ.
ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫວໍທິແອັງຊວັນ ໄດ້ສະແດງໃຫ້ ແຂວງຕຽນຢາງ ເບິ່ງແຍງດູແລ ໃຫ້ແກ່ບັນດາເປົ້າໝາຍ ຢູ່ ແນວໜ້າ ໃນການຕ້ານໂລກລະບາດໂຄວິດ - 19, ລະດົມກຳລັງໃຈຍ້ອງຍໍສັນລະເສີນ ຢ່າງທັນການ ຕໍ່ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ມີຜົນງານໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຍສໝ - ວັນທີ 30 ມິຖຸນາ, ຄະນະພັກແນວໂຮມປະເທດຊາດ, ບັນດາອົງຄະນະສູນກາງໄດ້ຈັດຕັ້ງກອງປະຊຸມປະກາດໃຊ້ຂໍ້ຕົກລົງຂອງກົມການເມືອງກ່ຽວກັບວຽກງານພະນັກງານ. ທ່ານ ໂດ້ວັນຈ໋ຽນ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ, ບັດດາອົງຄະນະສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນປະທານກອງປະຊຸມ.
ຍສໝ - ປີ 2021 ແມ່ນປີຄົບຮອບ 45 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະໄທ, ຫວ່າງມໍ່ໆມານີ້, ສະຫະພັນ ເກີນເທີ ໄດ້ຈັດຕັ້ງຄະນະຜູ້ແທນລົງຢ້ຽມຢາມສະຖານກົງສຸນໃຫຍ່ປະຈຳນະຄອນໂຮ່ຈີມິນ, ໃນກອງປະຊຸມສອງຝ່າຍແລກປ່ຽນໄດ້ຈັດຕັ້ງມີຫຼາຍກິດຈະກຳ ແລະ ເຫດການຕ່າງໆທີ່ກ້າວໄປສູ່ວັນຄົບຮອບທີ່ສຳຄັນນີ້.
ຍສໝ - ການຕ້ອນຮັບໄດ້ດຳເນີນໃນຕອນບ່າຍວັນທີ 10 ທັນວາ, ທີ່ ສຳນັກງານລັດຖະບານ, ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງການພົວພັນຫວຽດນາມ - ອີຢູ.
ຍສໝ - ສອງຝ່າຍ ຍັງເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນການຢ້ຽມຢາມ ແລະ ການພົບປະຂອງການນໍາຂັ້ນສູງຂອງສອງປະເທດ ດ້ວຍຫລາຍຮູບແບບ ແລະ ປະຕິບັດກົນໄກການຮ່ວມມືທີ່ມີຢູ່ແລ້ວ ລະຫວ່າງສອງປະເທດ ກໍຄືສອງກະຊວງໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.
ຍສໝ - ຕອນຄ່ຳວັນທີ 7 ມັງກອນ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ໄດ້ມີການພົບປະກັບຜູ້ຕາງໜ້າຊາວ ຫວຽດນາມ ທີ່ໄດ້ຮ່ຳຮຽນ ແລະ ເຮັດວຽກຢູ່ ບຸນກາຣີ.
ຍສໝ - ນີ້ແມ່ນການຢ້ຽມຢາມມີຄວາມໝາຍທີ່ສຸດ ຍ້ອນວ່າທັງເປັນການຢ້ຽມຢາມລາວຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຖານະເປັນຜູ້ນຳລັດຖະບານ ຫວຽດນາມ, ທັງເຂົ້າຮ່ວມກອງປະຊຸມຄັ້ງທີ 45 ຄະນະກຳມະການຮ່ວມມືລະຫວ່າງລັດຖະບານ ລາວ - ຫວຽດນາມ ແລະ ເຂົ້າຮ່ວມພິທີສະຫຼຸບປີມິດຕະພາບສາມັກຄີ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022. ສາມເຫດການນີ້ມີຄວາມໝາຍສຳຄັນຕໍ່ການພົວພັນຮ່ວມມືສອງປະເທດ, ຢັ້ງຢືນແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ປະເທດລາວ.
ນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍ່ໃຫ້ບຸລິມະສິດສູງສຸດໃນການພັດທະນາການພົວພັນມິດຕະພາບ, ການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ, ພິເສດແມ່ນນະຄອນຫຼວງ ວຽງຈັນ.