ຫວຽດ​ນາມ ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ກັບ​ນະ​ຄອນ Karlsruhe

06:38 | 22/11/2021

ຍ​ສ​ໝ - ຫວ່າງແລ້ວນີ້, ຫ້ອງ​ການອຸດ​ສາ​ຫະ​ກຳ ແລະ ກາ​ນ​ຄ້າ ນະ​ຄອນ Karlsruhe (IHK), ຂຶ້ນ​ກັບ​ລັດ Baden-Württemberg ຂອງ ເຢຍ​ລະ​ມັນ ໄດ້​ຈັດ​ພິ​ທີ​ມອບລາງວັນ “Globle 2021” ໃຫ້​ບັນ​ດາ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ຂົ​ງ​ເຂດ​ການ​ຄ້າ​ສາ​ກົນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ​ ປະ​ຈຳ ເຢຍ​ລະ​ມັນ ຫງວຽນ​ມິງ​ຫວູ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ລາງວັນ.

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ເກິ່ນ​ເທີ ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ເກິ່ນ​ເທີ
ຫວຽດ​ນາມ - ສ.ເຊັກ​ໂກ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຜະ​ລິດ​ລົດ​ໂອ​ໂຕ ຫວຽດ​ນາມ - ສ.ເຊັກ​ໂກ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຜະ​ລິດ​ລົດ​ໂອ​ໂຕ
ຫວຽດ​ນາມ ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ກັບ​ນະ​ຄອນ Karlsruhe
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດນາມ ປະ​ຈຳ ເຢຍ​ລະ​ມັນ ຫງວຽນ​ມິງ​ຫວູ ມອບ​ຂອງ​ຂວັນ​ໃຫ້​ແກ່ ທ່ານ ​ປ.ອ Frank Mentrup ຜູ້ວ່າ​ການ Karlsruhe (ພາບ: TTXVN)

ໂດຍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ນະ​ຄອນ Karlsruhe ແລະ IHK Karlsruhe ທີ່ໄດ້​ສ້າງ​​ໂອ​ກາດໃຫ້​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ​ເຫດ​ການ​ທີ່​ດີ​ເດັ່ນ​ນີ້, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ມິງ​ຫວູ ​ໄດ້​ແບ່ງ​ປັນ​ກັບ​ຝ່າຍ​ເພື່ອນ​ບາງ​ຂ​ໍ້​ມູນກ່ຽວ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ, ການ​ພົວ​ພັນ​ຫວຽດ​ນາມ - ເຢຍ​ລະ​ມັນ ແລະ ພິ​ເສດ​ແມ່ນ​ກຳ​ລັ​ບົ່ມຊ້ອນໃຫ້​ແກ່​ບັນ​ດາ​ບໍ​ລິ​ສັດ Karlsruhe ທີ່​ພວມ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ ຫຼື​ກັບ ຫວຽດ​ນາມ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ມິງ​ຫວູ ​ຢັ້ງ​ຢືນ​ວ່າ ໃນ​ອະ​ນາ​ຄົດ​ຈະ​ມີ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃຫຍ່ຫຼາຍ​ຢ່າງ​ສຳລັບ​ບັນ​ດາ​ບໍ​ລິ​ສັດ​ເຢຍ​ລະ​ມັນ​ເວົ້າ​ລວມ ແລະ ບັນ​ດາ​ບໍ​ລິ​ສັດ​ທີ່​ມາ​ຈາກ​ເຂດ Karlsruhe ເວົ້າ​ສະ​ເພາະ ມາ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ ຫຼື​ ດຳ​ເນີນ​ທຸ​ລະ​ກິດ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຫວຽດ​ນາມ. ຕາມ​ນັ້ນ​ແລ້ວ, ຫວຽດ​ນາມ ໄດ້​ບຸ​ລິ​ມະ​ສິດການ​ລົງ​ທຶນ​ບັນ​ດາ​ໂຄງ​ການ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ເຕັກ​ໂນ​ໂລ​ຢີ​ສູງ ແລະ ຮັກ​ສາ​ສິ່ງ​ແວດ​ລ້ອມ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ສິນ​ຄ້າ​ນຳ​ເຂົ້າ​ສ່ວນຫຼາຍ​ຂອງ ຫວຽດ​ນາມ ຈາກ​ເຢຍ​ລະ​ມັນ ​ລວມ​ມີ​ເຄື່ອງ​ຈັກ, ອຸ​ປະ​ກອນ, ການ​ຢາ, ລົດ​ໂອ​ໂຕ ແລະ ເຄື່ອງ​ອາ​ໄຫຼ່, ນີ້​ແມ່ນ​ທ່າ​ໄດ້​ປຽບ​ຢ່າງ​ແຮງ​ຂອງ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ Karlsruhe.

ກ່ອນ​ໜ້າ​ນັ້ນ, ກໍ່​ໃນ​ຂອບ​ເຂດ​ພິ​ທີ​ມອບ​ລາງວັນ Globle 2021, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ມິງ​ຫວູ ໄດ້​ມີ​ການ​ພົບ​ປະ​ກັບ ​ທ່ານ ​ປ.ອ Frank Mentrup ຜູ້ວ່າ​ການ Karlsruhe ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ ເວົ້າ​ລວມ ແລະ ນະ​ຄອນ Frank Mentrup ເວົ້າ​ສະ​ເພາະ.

ບຸນ​ຄົງ

ທ່ານອາດຈະມັກ

302 Found

Found

The document has moved here.