ຍົກລະດັບການພົວພັນລະຫວ່າງຫວຽດນາມ - ນິວຊີແລນ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

10:00 | 23/07/2020

ຍ​ສໝ - ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງການພັດທະນາຢ່າງຮອບດ້ານຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໃນເຄິ່ງສະຕະວັດທີ່ຜ່ານມາ ພ້ອມທັງສະເໜີທັງ 2 ຝ່າຍພະຍາຍາມຮັກສາທ່າພັດທະນາການຮ່ວມມືດ້ານການຄ້າ; ສູ້ຊົນນຳວົງເງິນ 2 ສົ້ນຈາກ 1ຕື້ກວ່າ USD ໃນປີ 2019 ຂຶ້ນເປັນ 2 ຕື້ USD/ປີ; ສະເໜີ ນິວຊີແລນ ເປີດປະຕູຕະຫຼາດຫຼາຍກ່ວາອີກໃຫ້ແກ່ຜະລິດຕະພັນກະເສດຂອງຫວຽດນາມ…

ຍ ກລະດ ບການພ ວພ ນລະຫວ າງຫວຽດນາມ ນ ວຊ ແລນ ຂ ນເປ ນຄ ຮ ວມມ ຍ ດທະສາດ ເພີ່ມທະວີການຮ່ວມມືໃນການສຶກສາ - ບຳລຸງສ້າງ ແລະ ກະສິກຳ ລະຫວ່າງ ຫວຽດນາມ - ນິວຊີແລນ
ຍ ກລະດ ບການພ ວພ ນລະຫວ າງຫວຽດນາມ ນ ວຊ ແລນ ຂ ນເປ ນຄ ຮ ວມມ ຍ ດທະສາດ ຫວຽດນາມ ຢາກນຳການພົວພັນສອງປະເທດ ກັບນິວຊີແລນ ຂຶ້ນສູ່ລະດັບສູງໃໝ່
ຍ ກລະດ ບການພ ວພ ນລະຫວ າງຫວຽດນາມ ນ ວຊ ແລນ ຂ ນເປ ນຄ ຮ ວມມ ຍ ດທະສາດ
ການເຈລະຈາຂັ້ນສຸດຍອດທາງອອນລາຍ ລະຫວ່າງ ຫວຽດນາມ ແລະ ນິວຊີແລນ

ຕອນເຊົ້າວັນທີ 22 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ໄດ້ເປັນປະທານຮ່ວມການເຈລະຈາຂັ້ນສຸດຍອດທາງອອນລາຍ ລະຫວ່າງ ຫວຽດນາມ ແລະ ນິວຊີແລນ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນ ສ້າງຕັ້ງການພົວພັນທາງດ້ານການທູດລະຫວ່າງ ຫວຽດນາມ ແລະ ນິວຊີແລນ (19/06/1975-19/06/2020) . ທ່ານນາຍົກລັດຖະມົນຕີ ທັງ 2 ກໍພ້ອມກັນຖະແຫຼງປະກາດຍົກລະດັບສາຍພົວພັນຫວຽດນາມ ແລະ ນິວຊີແລນ ຈາກຄູ່ຮ່ວມມືຮອບດ້ານຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດ.

ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງການພັດທະນາຢ່າງຮອບດ້ານຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໃນເຄິ່ງສະຕະວັດທີ່ຜ່ານມາ ພ້ອມທັງສະເໜີທັງ 2 ຝ່າຍພະຍາຍາມຮັກສາທ່າພັດທະນາການຮ່ວມມືດ້ານການຄ້າ; ສູ້ຊົນນຳວົງເງິນ 2 ສົ້ນຈາກ 1ຕື້ກວ່າ USD ໃນປີ 2019 ຂຶ້ນເປັນ 2 ຕື້ USD/ປີ; ສະເໜີ ນິວຊີແລນ ເປີດປະຕູຕະຫຼາດຫຼາຍກ່ວາອີກໃຫ້ແກ່ຜະລິດຕະພັນກະເສດຂອງຫວຽດນາມ… ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ :

2 ປະເທດມີການຮ່ວມມືນັບມື້ນັບໄດ້ຮັບຄວາມວໄນື້ອເຊື່ອໃຈ, ມີປະສິດທິຜົນໃນບັນດາບັນຫາພາກພື້ນ ແລະ ສາກົນ, ພິເສດເມື່ອຫວຽດນາມຮັບບົດບາດເປັນປະທານອາຊຽນປີ 2020 ແລະ ເປັນກຳມະການບໍ່ປະຈຳສະພາຄວາມໝັ້ນຄົງ ສ.ປ.ຊ ອາຍຸການ 2020-2021, ນິວຊີແລນ ກະກຽມເປັນປະທານ APEC 2021 ແລະ 2 ປະເທດແມ່ນສະມາຊິກຢ່າງຕັ້ງໜ້າຂອງບັນດາສັນຍາການຄ້າ ເສລີໃໝ່ຄື : CPTPP, RCEP… 2 ປະເທດມີທັດສະອັນດຽວກັນ ແລະ ມີຜົນປະໂຫຍດຮ່ວມ ກ່ຽວກັບການສະໜັບສະຫນູນຕໍ່ລັດທິຫຼາຍຝ່າຍ, ຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນ ແລະ ສາກົນ ໂດຍອີງໃສ່ກົດໝາຍ. ນີ້ພື້ນຖານເພື່ອໃຫ້ໃນວັນນີ້ ໃນຈຸດເວລາອັນສົມກຽດນີ້, ຂ້າພະເຈົ້າພ້ອມກັບ ທ່ານນາຍົກລັດຖະມົນຕີ Jacinda Ardern ໄດ້ຖະແຫຼງປະກາດຍົກລະດັບສາຍພົວພັນຫວຽດນາມ ແລະ ນິວຊີແລນ ຈາກຄູ່ຮ່ວມມືຮອບດ້ານຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດ”

ສ່ວນທ່ານນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ໄດ້ສະແດງຄວາມປະທັບໃຈ ຕໍ່ບັນດາມາດຕະການ ສະກັດກັ້ນ COVID-19 ຢ່າງມີປະສິດທິຜົນຂອງຫວຽດນາມ ພ້ອມທັງຕີລາຄາບົດບາດຂອງການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມໃນຖານະເປັນ ເປັນກຳມະການບໍ່ປະຈຳສະພາຄວາມໝັ້ນຄົງ ສ.ປ.ຊ ອາຍຸການ 2020-2021 ກໍຄືເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສ.ປ.ຊ ໃນໄລຍະທີ່ຜ່ານມາ. ທ່ານກ່າວວ່າ :

ໃນວັນນີ້ ກໍເປັນຂີດໝາຍ 45 ປີແຫ່ງການພົວພັນລະຫວ່າງ ຫວຽດນາມ ແລະ ນິວຊີແລນ. ນິ້ແມ່ນຈຸດເວລາທີ່ພິເສດ ຊຶ່ງ 2 ປະເທດໄດ້ຍົກລະດັບສາຍພົວພັນຈາກຄູ່ຮ່ວມມືຮອບດ້ານຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດ. ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ແລະ ນິວຊີແລນ ມີຄວາມເອກອ້າງທະນົງໃຈຕໍ່ການເຈລະຈາກໍຄືກ່ຽວກັບບັນດາການຮ່ວມມືລະຫວ່າງ 2 ປະເທດໃນຮອບເວລາ 45 ປີທີ່ຜ່ານມາ ເພື່ອຜົນປະໂຫຍດຂອງທັງ 2 ຝ່າຍ. ສາຍພົວພັນລະຫວ່າງ 2 ປະເທດພັດທະນານັບມື້ນັບດີງາມ”.

ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍໄດ້ຢືນຢັນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ປອດໄພ, ເສລີໃນການເດີນເຮືອ ແລະ ການບິນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີໂດຍອີງໃສ່ກົດໝາຍສາກົນ ພ້ອມທັງຮຽກຮ້ອງບັນດາຝ່າຍ ຈົ່ງເຄົາລົບຄຳຕັດສິນຂອງບັນດາອົງການແກ້ໄຂການຂັດແຍ້ງກັນຂອງ UNCLOS.

ເນື່ອງໃນໂອກາດການເຈລະຈາ ຂັ້ນສຸດຍອດ ແລະຍົກລະດັບການພົວພັນ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ນິວຊີແລນ ແລະ ປະກາດເອກະສານຮ່ວມມື 4 ສະບັບທີ່ໄດ້ລົງນາມໃນໂອກາດນີ້, ລວມມີ: ຂໍ້​ຕົກ​ລົງລະຫວ່າງກະຊວງກະສິກຳ ແລະພັດທະນາຊົນນະບົດ, ກະຊວງການເງິນຫວຽດນາມ ແລະ ກະຊວງອຸດສາຫະກຳ ນິວຊີແລນກ່ຽວກັບການອຳນວຍຄວາມສະດວກຜ່ານ​ແດນ​ກ່​ຽວ​ກັບຜະລິດຕະພັນກະສິດ, ເຄື່ອງ​ປາ​ຂອງ​ດົ່ງ ແລະ ສິນ​ໃນ​ນ້ຳຜ່ານການ ນຳໃຊ້ການ​ຮັບ​ຮອງເອເລັກໂຕນິກ; ແຜນການຮ່ວມມືຍຸດທະສາດດ້ານສຶກສາໄລ​ຍະ 2020-2023 ລະຫວ່າງ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມແລະອົງການສຶກສານິວຊີແລນ; ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການເງິນລະຫວ່າງກະຊວງການເງິນຫວຽດນາມແລະກົມຄັງເງິນແຫ່ງນິວຊີແລນ; ແລະຂໍ້ຕົກລົງລະຫວ່າງກົມສອນ​ວີ​ຊາ​ຊີບ ແລະ ບຳ​ລຸງ​ສ້າງ, ກະຊວງແຮງງານ,ທະຫານເສຍອົງຄະແລະສັງຄົມ ຫວຽດ​ນາມ ແລະ ອົງ​ການການຮ່ວມມືລະຫວ່າງລັດຖະບານ ນິວຊີແລນ ກ່ຽວກັບການຮ່ວມມືໃນ​ຂົງ​ເຂດການສຶກສາ​ວິ​ຊາ​ຊີບ ແລະ ພັດທະນາທັກ​ສະ.

ຍ ກລະດ ບການພ ວພ ນລະຫວ າງຫວຽດນາມ ນ ວຊ ແລນ ຂ ນເປ ນຄ ຮ ວມມ ຍ ດທະສາດ ເພີ່ມທະວີການຮ່ວມມືໃນການສຶກສາ - ບຳລຸງສ້າງ ແລະ ກະສິກຳ ລະຫວ່າງ ຫວຽດນາມ - ນິວຊີແລນ
ຍ ກລະດ ບການພ ວພ ນລະຫວ າງຫວຽດນາມ ນ ວຊ ແລນ ຂ ນເປ ນຄ ຮ ວມມ ຍ ດທະສາດ ຫວຽດນາມ ຢາກນຳການພົວພັນສອງປະເທດ ກັບນິວຊີແລນ ຂຶ້ນສູ່ລະດັບສູງໃໝ່
ຍ ກລະດ ບການພ ວພ ນລະຫວ າງຫວຽດນາມ ນ ວຊ ແລນ ຂ ນເປ ນຄ ຮ ວມມ ຍ ດທະສາດ ຫວຽດນາມ ໄດ້ນຳສົ່ງພົນລະເມືອງຈຳນວນ 350 ຄົນ ຈາກອົດສະຕາລີແລະນິວຊີແລນ ກັບປະເທດຢ່າງປອດໄພ

​ບຸນ​ຄົງ

302 Found

Found

The document has moved here.