ພັດທະນາວັດທະນະທຳຢູ່ເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ

ພັດທະນາວັດທະນະທຳຢູ່ເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ

ຍສໝ - ​ເຂດ​ຊາຍ​ແດນ ​ຫວຽດນາມ - ລາວ - ກຳປູ​ເຈຍ ​ແມ່ນ​ບ່ອນປະສົມປະສານຂອງ​ຫຼາຍ​ຊົນ​ເຜົ່າ​ດ້ວຍບັນດາສີສັນ​ວັດທະນະທຳ​ທີ່​ຫຼາກ​ຫຼາຍ ​ແລະ ອຸດົມສົມບູນ. ຄວາມ​ໃກ້​ຊິດ​ທາງ​ດ້ານ​ພູມ​ສາດ ພ້ອມ​ກັບ​ພື້ນຖານ​ວັດທະນະທຳ ແລະ ​ປະຫວັດສາດ​ອັນ​ຍາວ​ນານ​ໄດ້ສ້າງເປັນການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ 3 ປະ​ເທດ, ​ໃນ​ນັ້ນ ​ວັດທະນະທຳ​ມີ​ບົດບາດ​ເປັນ​ເຊືອກເຊື່ອມຕໍ່ຢ່າງແໜ້ນ​ແຟ້ນ. ການພັດທະນາວັດທະນະທໍາຢູ່ເຂດຊາຍແດນໄດ້ຮັບຄວາມເອົາໃຈໃສ່ຈາກບັນດາປະເທດ, ເພື່ອແນໃສ່ອະນຸລັກສີສັນຂອງຊາດ, ພ້ອມກັນນັ້ນ ກໍ່ຊຸກຍູ້ການແລກປ່ຽນວັດທະນະທໍາ, ເຊື່ອມໂຍງໃນສະພາບການທີ່ທັນສະໄຫມ.

ເມື່ອສອງໝູ່ບ້ານ ຫວຽດນາມ - ລາວ ປະສານສົມທົບການດຳລົງຊີວິດຢ່າງກົມກຽວ

ເມື່ອສອງໝູ່ບ້ານ ຫວຽດນາມ - ລາວ ປະສານສົມທົບການດຳລົງຊີວິດຢ່າງກົມກຽວ

ຍສໝ​ - ຮູບ​ແບບ​ເເຮກສ່ຽວໝູ່​ບ້ານຢູ່ເຂດຊາຍ​ແດນ ​ຫວຽດ​ນາມ - ລາວ ພວມ​ກາຍ​ເປັນ​ສັນ​ຍາ​ລັກ​ແຫ່ງ​ການ​ພົວ​ພັນ​ມິດ​ຕະ​ພາບແບບຍືນຍົງ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ຢູ່​ເຂດ​ຊາຍ​ແດນ​ທີ່​ຫ່າງ​ໄກ​ສອກຫຼີກ​ນີ້, ປະຊາຊົນ​ສອງ​ປະ​ເທດ​ບໍ່​ພຽງ​ແຕ່​ດຳລົງ​ຊີວິດຮ່ວມກັນຢ່າງສັນຕິພາບ​ເທົ່າ​ນັ້ນ ຫາກ​ຍັງ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ທຸກ​ສະພາບ​ການ, ສ້າງ​ຄວາມ​ສາມັກຄີ, ​ຕິດພັນກັນ​ຄື​ເປັນສາຍເລືອດ​ດຽວກັນ.

ຮອງເອກອັກຄະລັດຖະທູດມາເລເຊຍ ປະຈຳ ຫວຽດນາມ: ການຢ້ຽມຢາມຂອງທເລຂາທິການໃຫຍ່ ໂຕເລິມ ມີຄວາມໝາຍອັນໃຫຍ່ຫຼວງ

ຮອງເອກອັກຄະລັດຖະທູດມາເລເຊຍ ປະຈຳ ຫວຽດນາມ: ການຢ້ຽມຢາມຂອງທເລຂາທິການໃຫຍ່ ໂຕເລິມ ມີຄວາມໝາຍອັນໃຫຍ່ຫຼວງ

ເນື່ອງໃນໂອກາດທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະພັນລະຍາຈະຢ້ຽມຢາມມາເລເຊຍ, ທ່ານນາງ Cik Aida Safura Niza Othman ຮອງເອກອັກຄະລັດຖະທູດມາເລເຊຍ ປະຈໍາ ຫວຽດນາມໄດ້ແບ່ງປັນກັບສື່ມວນຊົນກ່ຽວກັບຄວາມໝາຍ ແລະແງ່ຫວັງຂອງການຢ້ຽມຢາມ.

ເສີມຂະຫຍາຍທ່າໄດ້ປຽບ ແລະເພີ່ມທະວີການເຊື່ອມຕໍ່ຜະລິດຕະພັນກະເສດລະຫວ່າງ ຫວຽດນາມ - ມົງໂກລີ

ເສີມຂະຫຍາຍທ່າໄດ້ປຽບ ແລະເພີ່ມທະວີການເຊື່ອມຕໍ່ຜະລິດຕະພັນກະເສດລະຫວ່າງ ຫວຽດນາມ - ມົງໂກລີ

ຍສໝ - ຫວຽດນາມ ​ແມ່ນ​ປະ​ເທດ​ສົ່ງ​ອອກ​ສິນຄ້າ​ນຳ​ໜ້າ​ບັນດາຜະລິດຕະພັນຄື: ເຂົ້າ, ກາ​ເຟ, ໝາກ​ໄມ້​ເຂດ​ຮ້ອນ... ​ໃນ​ຂະນະ​ນັ້ນ, ມົງ​ໂກ​ລີ ​ແມ່ນ​ມີ​ຊື່​ສຽງ​ດ້ວຍບັນດາຜະລິດຕະພັນ​ຊີ້ນ​ງົວ, ຊີ້ນ​ແກະ ​ແລະ ບັນດາຜະລິດຕະພັນຈາກນົມ​ທີ່​ມີ​ຄຸນ​ນະພາ​ບສູງ. ນີ້​ແມ່ນບັນດາ​ຂົງ​ເຂດ​ທີ່​​ວິ​ສາ​ຫະກິດ​ຂອງ​ທັງ​ສອງ​ປະ​ເທດ​ບໍ່​ພຽງ​ແຕ່​ສາມາດຊ່ວຍຊູ​ເຊິ່ງກັນ ​ແລະ ​ກັນ​ເທົ່າ​ນັ້ນ, ຫາກ​ຍັງ​ຂຸດ​ຄົ້ນ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ ເຊິ່ງນັບມື້ນັບ​​ເພີ່ມ​ຂຶ້ນຂອງ​ຕະຫຼາດ​ໂລກ​.

ຊ່ວຍປະເທດ ລາວ

ຊ່ວຍປະເທດ ລາວ "ມີທະເລ ແລະ ທ່າກຳປັ່ນເປັນຂອງຕົນ", ເຊື່ອມຕໍ່ທາງລົດໄຟ, ທາງບົກເພື່ອເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາເສດຖະກິດເອກະລາດ

ຍສໝ - ຄຽງ​ຂ້າງ​ການ​ຊຸກຍູ້​​ຮ່ວມ​ມື​ດ້ານການ​ລົງທຶນ, ການ​ຄ້າ, ​ການ​ສຶກສາ..., ທັດສະນະ​ຍຸດ​ທະ​ສາດ​ຂອງ​ ຫວຽດນາມ ​ແມ່ນ​ຊ່ວຍ​ໃຫ້​ ລາວ “ມີ​ທະ​ເລ, ທ່າ​ເຮືອສະເພາະ​ຂອງ​ຕົນ”, ຖັດມາ​ແມ່ນ​ມີ​ທາງ​ລົດ​ໄຟ, ​​ທາງບົກ ​ເພື່ອ​ເປີດ​ປະຕູ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ພັດທະນາ​ເສດຖະກິດຢ່າງ​ເອກະລາດ.

ຍົກລະດັບການພົວພັນ ຫວຽດນາມ-ມາເລເຊຍ ຂື້ສູ່ລະດັບສູງໃໝ່

ຍົກລະດັບການພົວພັນ ຫວຽດນາມ-ມາເລເຊຍ ຂື້ສູ່ລະດັບສູງໃໝ່

ຍສໝ - ສະຫາຍ ເລຮວ່າຍຈູງ ໃຫ້ຮູ້ວ່າ ການຢ້ຽມຢາມມາເລເຊຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແມ່ນມີຄວາມໝາຍສຳຄັນທີ່ສຸດ, ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ, ໃນນັ້ນໃຫ້ບຸລິມະສິດພັດທະນາການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະອາຊຽນ.

ຫວຽດນາມ ຊຸກຍູ້​ການ​ພົວພັນ​ກັບ​ບັນດາ​ປະ​ເທດ, ບັນດາ​ອົງການ​ສາກົນ

ຫວຽດນາມ ຊຸກຍູ້​ການ​ພົວພັນ​ກັບ​ບັນດາ​ປະ​ເທດ, ບັນດາ​ອົງການ​ສາກົນ

ຍສໝ - ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຸດ​ຍອດ G20 ຢູ່ ບຣາຊິນ, ວັນ​ທີ 19 ພະຈິກ​ນີ້ (ຕາມ​ເວລາ​ທ້ອງ​ຖິ່ນ), ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້​ມີ 7 ການ​ພົບ​ປະ​ສອງ​ຝ່າຍ​ກັບ​ບັນດາ​ການ​ນຳ​ຂອງ​ບັນດາ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ, ​ໃນ​ນັ້ນ​ມີ ແອັດສະປາຍ, ປາຣາກວາຍ, ກາ​ນາ​ດາ, ສິງກະ​ໂປ, ສະຫະນະຄອນ ເອເມຣັດ ອາຮັບ (UAE), ວາຕິກັງ, ອົງການ​ອະນາໄມໂລກ (WHO).

ລາວ​ເອົາ​ໃຈ​ໃສ່​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ເຊື່ອມ​ຕໍ່​ກັບ​ພາກ​ພື້ນ ​ແລະ ສາກົນ

ລາວ​ເອົາ​ໃຈ​ໃສ່​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ເຊື່ອມ​ຕໍ່​ກັບ​ພາກ​ພື້ນ ​ແລະ ສາກົນ

ຍສໝ - ລາວ ພວມ​ຕັ້ງໜ້າ​ຄົ້ນຄວ້າ ​ແລະ ພັດທະນາ​ເສັ້ນທາງ​ຄົມມະນາຄົມ ​ແລະ ​ເສັ້ນທາງ​ລົດ​ໄຟ ​ເພື່ອ​ເຊື່ອມ​ຕໍ່​ກັບ​ພາກ​ພື້ນ ​ແລະ ​ສາກົນ, ​ໃນ​ນັ້ນ​ມີ ຫວຽດນາມ, ແນໃສ່ປະຕິບັດ​ຍຸດ​ທະ​ສາດ​ ຫັນໃຫ້​ລາວ​ຈາກ​ປະ​ເທດ​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ກາຍເປັນປະເທດທີ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ບໍລິການ​ຄົມມະນາຄົມ​ໃນ​ພາກ​ພື້ນ ​ແລະ ສາກົນ.

ເຮັດໃຫ້ການພົວພັນຫວຽດນາມ-ກໍາປູເຈຍ ເລິກເຊິ່ງກວ່າອີກ, ຊຸກຍູ້ການຮ່ວມມືຂອງບັນດາພັກການເມືອງອາຊີ

ເຮັດໃຫ້ການພົວພັນຫວຽດນາມ-ກໍາປູເຈຍ ເລິກເຊິ່ງກວ່າອີກ, ຊຸກຍູ້ການຮ່ວມມືຂອງບັນດາພັກການເມືອງອາຊີ

ຍສໝ - ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກ, ລັດຫວຽດນາມ ໄປຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມຄົບຄະນະ ຄັ້ງທີ 12 ຂອງພັກ ICAPP ແລະວາລະປະຊຸມຄົບຄະນະ ຄັ້ງທີ 11 ຂອງລັດຖະສະພາສາກົນ ເພື່ອຄວາມໂອບອ້ອມອາລີ ແລະສັນຕິພາບ (IPTP) ໃນລະຫວ່າງວັນທີ 21-24 ພະຈິກ.

ເຊີນລາ: ເປີດນຳໃຊ້ຄູ່ດ່ານຊາຍແດນສາກົນ ລ້ອງເຊີບ - ປ່າຮ່າງ

ເຊີນລາ: ເປີດນຳໃຊ້ຄູ່ດ່ານຊາຍແດນສາກົນ ລ້ອງເຊີບ - ປ່າຮ່າງ

ຍສໝ - ຕອນ​ເຊົ້າ​ວັນ​ທີ 19 ພະຈິກ, ຢູ່​ດ່ານ​ຊາຍ​ແດນ​ສາກົນ​ ລ້ອງເຊີບ (ຫຼັກໝາຍຊາຍແດນມີ 255), (​ເມືອງ ມົກ​ເຈົາ, ​ແຂວງ ​ເຊີນ​ລາ) ​ໄດ້​ຈັດ​ພິທີ​ປະກາດ​ເປີດນຳໃຊ້​ຄູ່​ດ່ານ​ຊາຍ​ແດນ​ສາກົນ​​ ລ້ອງເຊີບ, ​ແຂວງ ເຊີນ​ລາ, ສາທາລະນະ​ລັດ ສັງຄົມນິຍົມ ຫວຽດນາມ ແລະ ປ່າ​ຮ່າງ, ​ແຂວງ​ ຫົວພັນ, ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ​ລາວ.

ໝູ່ເພື່ອນຊາວສະວິດ ແລະ ເລື່ອງຂອງທຸງສັນຕິພາບຢູ່ເທິງສຸດຂອງຈອມວິຫານ Notre Dame Cathedral Paris

ໝູ່ເພື່ອນຊາວສະວິດ ແລະ ເລື່ອງຂອງທຸງສັນຕິພາບຢູ່ເທິງສຸດຂອງຈອມວິຫານ Notre Dame Cathedral Paris

ຍສໝ - ນັບແຕ່ວັນທີ 15 – 19 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບ 2 ເພື່ອນມິດສະວິດ ທີ່ພິເສດຢ່າງສົມກຽດຄື: ທ່ານ Olivier Parriaux ແລະ ທ່ານ Bernard Bachelard. ຫຼາຍກວ່າເຄິ່ງສະຕະວັດກ່ອນ (ປີ 1969), ພ້ອມກັບທ່ານ Noé Graff, ເຂົາເຈົ້າໄດ້ປະຕິບັດຢ່າງກ້າຫານ ແລະ ເປັນສັນຍາລັກຄື: ແຂວນທຸງຊາດຂອງກອງທັບປົດປ່ອຍພາກໃຕ້ ຫວຽດນາມ ຢູ່ເທິງຈອມຂອງ Notre Dame Cathedral Paris (ຝຣັ່ງ). ເຖິງ​ວ່າ​ທ່ານ Noé Graff ບໍ່​ສາມາດ​ເຂົ້າ​ຮ່ວມ​ການ​ຢ້ຽມຢາມ​ຍ້ອນ​ເຫດຜົນ​ດ້ານ​ສຸຂະພາບ​ກໍ່ຕາມ, ​ແຕ່​ທ່ານ Olivier Parriaux ​ແລະ Bernard Bachelard ຍັງ​ສືບ​ຕໍ່ການ​ເດີນທາງເພື່ອຕິດພັນການ​ພົວພັນ​ມິດຕະພາບ​ກັບ​ຫວຽດນາມ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍນີ້.

ຝຶກຊ້ອມກອບກູ້ໄພພິບັດ ກອງທັບ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ

ຝຶກຊ້ອມກອບກູ້ໄພພິບັດ ກອງທັບ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ

ຍສໝ - ດໍາເນີນແຕ່ວັນທີ 18 ຫາວັດທີ 25 ພະຈິກ, ການຝຶກຊ້ອມເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງກອງທັບ 3 ປະເທດ, ໜູນຊ່ວຍເຊິ່ງກັນ ແລະກັນໃນກໍລະນີເກີດໄພພິບັດທາງທໍາມະຊາດ, ຈໍາກັດຄວາມເສຍຫາຍທາງດ້ານຊີວິດ ແລະຊັບສິນ.

ນ້ຳ​ໃຈ​ມິດຕະພາບ ຫວຽດນາມ-ລາວ ພາຍຫຼັງພາຍຸ ແລະ ໄພນໍ້າຖ້ວມ

ນ້ຳ​ໃຈ​ມິດຕະພາບ ຫວຽດນາມ-ລາວ ພາຍຫຼັງພາຍຸ ແລະ ໄພນໍ້າຖ້ວມ

ຍສໝ - ​ໃນເດືອນກັນຍາ 2024, ພາຍຸເລກທີ 3 (ຊື່ສາກົນວ່າ Yagi) ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ບັນດາແຂວງພາກເໜືອຂອງຫວຽດນາມ ແລະ ຫຼາຍທ້ອງຖິ່ນໃນພາກເໜືອຂອງປະເທດເພື່ອນລາວ. ​ໃນ​ທ່າມກາງ​ຄວາມ​ເຈັບ​ປວດ, ການ​ສູນ​ເສຍ, ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ຫວຽດນາມ - ລາວ ໄດ້ປະກາຍ​ແສງ​ອີກເທື່ອໜຶ່ງຜ່ານບັນດາການ​ເຄື່ອນ​ໄຫວ​ແບ່ງປັນ, ໜູນ​ຊ່ວຍ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ໂປແກຼມ ຫວຽດ ຊ່ວຍໃຫ້ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄປຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານໃນຊ່ອງດິຈິຕອນ

ໂປແກຼມ ຫວຽດ ຊ່ວຍໃຫ້ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄປຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານໃນຊ່ອງດິຈິຕອນ

ຍສໝ - ຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ​ທີ່ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ສາມາດ​ດາວ​ໂຫຼດ​ໂປແກຼມ YooLife ຢູ່ App Store ຫຼື CH Play ​ເພື່ອ​ເຂົ້າ​ຢ້ຽມ​ຢາມ​ຫໍພິພິທະ​ພັນ​ປະຫວັດສາດ​ການ​ທະຫານຫວຽດນາມ ​ໃນ​ຊ່ອງ​ດິຈິ​ຕອນ.

ປະທານ​ໂຮ່​ຈິ​ມິນ ແລະສາຍພົວພັນ ຫວຽດ​ນາມ - ຈີນ

ປະທານ​ໂຮ່​ຈິ​ມິນ ແລະສາຍພົວພັນ ຫວຽດ​ນາມ - ຈີນ

ຍສໝ - ວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ຈີນ ຈັດຕັ້ງການສຳມະນາວິທະຍາສາດ ດ້ວຍຫົວຂໍ້ “ໂຮ່ຈີມິນ - ສັນຍາລັກແຫ່ງການພົວພັນສາມັກຄີ, ມິດຕະພາບລະຫວ່າງການປະຕິວັດ ຫວຽດນາມ ແລະ ການປະຕິວັດ ຈີນ".

ສະໜິດຕິດພັນຄວາມສາມັກຄີ ຫວຽດນາມ - ລາວ ຜ່ານການຮ່ວມມືດ້ານການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ

ສະໜິດຕິດພັນຄວາມສາມັກຄີ ຫວຽດນາມ - ລາວ ຜ່ານການຮ່ວມມືດ້ານການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ

ຍສໝ - ບັນດາ​ການ​ເຄື່ອນ​ໄຫວ​ບຳລຸງ​ສ້າງເຫຼ່ງ​ຊັບພະຍາກອນ​ມະນຸດ ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ.

ຫໍເທບທິດາ ໂຍ່ຍຮວາ: ຮ່ອງຮອຍຂອງນ້ຳໃຈມິດຕະພາບ ຫວຽດນາມ-ລາວ

ຫໍເທບທິດາ ໂຍ່ຍຮວາ: ຮ່ອງຮອຍຂອງນ້ຳໃຈມິດຕະພາບ ຫວຽດນາມ-ລາວ

ຍສໝ - ຕະຫຼອດ 6 ສະຕະວັດ, ຫໍເທບທິດາ ລາວ ໂຍ່ຍຮວາ ຢູ່ບ້ານ ໄທເຊີນ, ຕາແສງ ເຊີນລາຍ, ເມືອງ ຍໍກວານ, ແຂວງ ນິງບິ່ງ ບໍ່ພຽງແຕ່ແມ່ນສະຖານທີ່ທີ່ສັກສິດເທົ່ານັ້ນ ຫາກຍັງແມ່ນສັນຍາລັກທີ່ມີຊີວິດຊີວາແຫ່ງນ້ຳໃຈມິດຕະພາບ ຫວຽດນາມ - ລາວ. ໂດຍ​ຕິດ​ພັນ​ກັບ​ນິທານ​ກ່ຽວກັບເທບທິດາ ໂຍ່ຍຮວາ, ຫໍເຊິ່ງເປັນຈຸດນັດ​ພົບ​ທາງດ້ານວັດທະນະທຳ​ໃຫ້​ປະຊາ​ຄົມ​ຂອງ​ສອງ​ປະ​ເທດ​ມາ​ແຕ່​ດົນ​ນານ. ປະຈຸ​ບັນ, ຮ່ອງຮອຍແຫ່ງ​ນີ້ ​ຍັງ​ຄົງ​ໄດ້ຮັບການຕັ້ງຄວາມຫວັງ​ວ່າ​ ຈະພັດທະນາກາຍເປັນແຫຼ່ງທ່ອງ​ທ່ຽວ​ວັດທະນະທຳ​ສາກົນ, ແຜ່ກະຈາຍ​ຄຸນຄ່າ​ວັດທະນະທຳ ແລະ ຈິດ​ໃຈ​ສາມັກຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ຫວຽດນາມ ເຂົ້າຮ່ວມງານບຸນອາຫານ, ວາງສະແດງ ແລະຈຳໜ່າຍຜະລິດຕະພັນຢູ່ ລາວ

ຫວຽດນາມ ເຂົ້າຮ່ວມງານບຸນອາຫານ, ວາງສະແດງ ແລະຈຳໜ່າຍຜະລິດຕະພັນຢູ່ ລາວ

ຍສໝ - ງານບຸນອາຫານ, ວາງສະແດງ ແລະ ຈຳໜ່າຍ​ຜະລິດຕະພັນຢູ່ ລາວ 2024 ໄດ້ດຶງດູດນັກທຸລະກິດ 171 ແຫ່ງ ຈາກ 3 ປະເທດ ລາວ-ຫວຽດນາມ-ໄທ ເຂົ້າຮ່ວມ, ດ້ວຍທັງໝົດ 210 ຮ້ານ ແລະ ຍອດມູນຄ່າສິນຄ້າປະມານ 10 ຕື້ກີບ.

ການພົວພັນມິດຕະພາບ ຫວຽດນາມ - ລາວ ສວຍສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ

ການພົວພັນມິດຕະພາບ ຫວຽດນາມ - ລາວ ສວຍສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ

ຍສໝ - ຕອນ​ເຊົ້າ​ວັນ​ທີ 15 ພະຈິກ, ທ່ານ​ຮອງ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນ ​ໂຮ່​ຈິ​ມິງ ຟ້າມ​ແທ່ງ​ກຽນ ໄດ້​ມີ​ການ​ຕ້ອນຮັບຄະນະພະນັກງານ​ ຄະນະໂຄສະນາອົບຮົມສູນ​ກາງ​ພັກ​ປະ​ຊາ​ຊົນການ​ປະ​ຕິ​ວັດ​ ລາວ ນໍາໂດຍທ່ານ ຄຳ​ກອງ ທຳມະ​ເທ​ວາ ​ກໍາມະການຄະນະບໍລິຫານງານອົງຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມ​ສູນ​ກາງ​ພັກ​ປະ​ຊາ​ຊົນການ​ປະ​ຕິ​ວັດ​ ລາວ.

“ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ: 74 ປີ​ແຫ່ງ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ສາກົນ”

“ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ: 74 ປີ​ແຫ່ງ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ສາກົນ”

ຍສໝ - ວັນ​ທີ 17 ພະຈິກ 1950 ​ໄດ້​ເຂົ້າໃນ​ປະຫວັດສາດ​ຄືເປັນ​ຂີດ​ໝາຍ​ສຳຄັນ, ​ສະໜິດຕິດພັນ​ການ​ປະຕິວັດ​ ຫວຽດນາມ ກັບ​ຂະບວນການ​ກ້າວ​ໜ້າ​ຂອງ​ປະຊາ​ຊົນ​ໂລກ ​ແລະ ຫຼັງຈາກນັ້ນ ​ໄດ້​ຮັບຮູ້​​ຢ່າງ​ເປັນ​ທາງ​ການ​ວ່າ​ແມ່ນ​ວັນ​ມູນເຊື້ອ​ຂອງ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ, ກຳລັງ​ຫຼັກ​ແຫຼ່ງ​ໃນວຽກງານການທູດ​ປະຊາຊົນ.