ໂຄງການດັ່ງກ່າວ ແມ່ນເຫດການປະຈຳປີໂດຍສະຖານທູດ ລາຊະອານາຈັກໄທ ປະຈຳ ຫວຽດນາມ ສົມທົບກັບກະຊວງການຕ່າງປະເທດ ແລະ ທ້ອງຖິ່ນຈັດຕັ້ງ. ໂດຍຜ່ານນັ້ນ, ເພື່ອໂຄສະນາບັນດາຜະລິດຕະພັນຂອງໄທຄື: ອາຫານ, ເຄື່ອງສຳອາງ, ຫັດຖະກຳ, ການນຸ່ງຖືຕາມສະໄໝນິຍົມ, ເຄື່ອງບຳລຸງສຸຂະພາບ... ເຖິງຜູ້ບໍລິໂພກ ຫວຽດນາມ. ປີນີ້, ໂຄງການດຳເນີນໄປແຕ່ວັນທີ 16-20 ກໍລະກົດນີ້, ຢູ່ແຂວງຮຶງອຽນ.
![]() |
ຜູ້ຕາງໜ້າສະຖານທູດໄທ ປະຈຳຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ໄທ ແລະ ສະມາຄົມມິດຕະພາບໄທ - ຫວຽດນາມ ໄດ້ເຂົ້າຮ່ວມລາຍການ. (ພາບ: ແທ່ງຖາວ) |
ໂດຍເຂົ້າຮ່ວມພິທີເປີດມີທ່ານນາງ Urawadee Sriphiromya, ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ; ທ່ານ ຫງວຽນຮືວເຫງີຍ, ກຳມະການຄະນະບໍລິຫານງານສູນກາງພັກ, ເລຂາຄະນະພັກແຂວງ ຮືງອຽນ; ຜູ້ຕາງໜ້າສະມາຄົມມິດຕະພາບຫວຽດນາມ-ໄທ, ຜູ້ຕາງໜ້າສະມາຄົມມິດຕະພາບໄທ-ຫວຽດນາມ ພ້ອມກັບຜູ້ຕາງໜ້າວິສາຫະກິດຂອງສອງປະເທດກວ່າ 300 ຄົນ.
![]() |
ທ່ານນາງ Urawadee Sriphiromya, ເອກອັກຄະລັດຖະທູດໄທ ປະຈຳ ຫວຽດນາມ. (ພາບ: ແທ່ງຖາວ) |
ໂດຍແບ່ງປັນທີ່ປິ່ນອ້ອມເຫດການ, ທ່ານນາງ Urawadee Sriphiromya, ເອກອັກຄະລັດຖະທູດໄທ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ຄວາມແຕກຕ່າງລະຫວ່າງໂຄງການ “ການເຊື່ອມຕໍ່ປະເທດ ໄທ” ຂອງປີນີ້ ແລະ ເຫດການ “ພົບປະປະເທດ ໄທ” ຈັດຕັ້ງທີ່ກ່ອນໜ້ານີ້ ເພື່ອສົ່ງສານ ແລະ ທິດທາງຍຸດທະສາດທີ່ສອງປະເທດກໍ່ໄປຕາມຮ່ວມ.ຖ້າຫາກວ່າ “ການພົບປະປະເທດ ໄທ” ເປັນພຽງການເຄື່ອນໄຫວເພື່ອໂຄສະນາ ແລະ ແນະນຳປະເທດ ແລະ ວັດທະນະທຳຂອງໄທໃນເບື້ອງຕົ້ນ, ທີ່ “ການເຊື່ອມຕໍ່ໄທ” ເນັ້ນໜັກເຖິງການເຊື່ອມຕໍ່ຢ່າງເລິກເຊິ່ງ ແລະ ແທດຈິງ, ສ່ອງແສງບ້າດກ້າວພັດທະນາໃໝ່ໃນການພົວພັນສອງປະເທດພາຍຫຼັງສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແຕ່ວັນທີ 16 ພຶດສະພາ 2025.
ຕາມທ່ານເອກອັກຄະລັດຖະທູດ Urawadee ແລ້ວ, ການເລືອກຕັ້ງຊື່ໃໝ່ “ການເຊື່ອມຕໍ່ໄທ” ແມ່ນເໝາະສົນກັບຍຸດທະສາດ “ສາມເຊື່ອມຕໍ່” ທີ່ສອງຝ່າຍພວມຊຸກຍູ້, ໃນນັ້ນມີ: ການເຊື່ອມຕໍ່ຕ່ອງໂສ້ການສະໜອງ; ເຊື່ອມຕໍ່ວິສາຫະກິດ ແລະ ທ້ອງຖິ່ນຂອງສອງປະເທດ; ເຊື່ອມຕໍ່ຍຸດທະສາດການເຕີບໂຕແບບຍືນຍົງ, ການເຕີບໂຕສີຂຽວ, ເສດຖະກິດດີຈີຕອນລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດຫວັງວ່າ ເຫດການຈະປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການເຊື່ອມຕໍ່ວິສາຫະກິດຂອງສອງປະເທດ, ປະກອບສ່ວນເຂົ້າໃນເປົ້າໝາຍເພີ່ມວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 25 ຕື້ USD ໃນໄລຍະຈະມາເຖິງ.
![]() |
ບັນດາຜູ້ແທນໄປຢ້ຽມຢາມຮ້ານວາງສະແດງສິນຄ້າຂອງໄທ. (ພາບ: ແທ່ງຖາວ) |
ທ່ານ ຫງວຽນຮືວເຫງີຍ, ກຳມະການຄະນະບໍລິຫານງານສູນກາງພັກ, ເລຂາຄະນະພັກແຂວງ ຮືງອຽນ ໃຫ້ຮູ້ວ່າ ປະຈຸປັນ, ແຂວງ ຮືງອຽນ ມີວິສາຫະກິດພວມເຄື່ອນໄຫວ 25.000 ແຫ່ງ, ເຂດອຸດສາຫະກຳ 18 ແຫ່ງແລະ ເຂດເສດຖະກິດ 1 ແຫ່ງທີ່ມີເນື້ອທີ່ທັງໝົດກວ່າ 30.000 ເຮັກຕາ, ພ້ອມແລ້ວທີ່ຈະຕ້ອນຮັບບັນດານັກລົງທຶນຕ່າງປະເທດ. ເຖິງຢ່າງໃດກໍຕາມ, ຂະໜາດການລົງທຶນຂອງໄທຢູ່ທ້ອງຖິ່ນຍັງມີໜ້ອຍ, ສະແດງໃຫ້ເຫັນວ່າຍັງມີຫຼາຍຊ່ອງຫວ່າງໃຫ້ແກ່ການຮ່ວມມືລະຫວ່າງສອງຝ່າຍ. ທ່ານຢືນຢັນວ່າ ແຂວງ ຮືງອຽນຈະສືບຕໍ່ພ້ອມກັບ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດໄທມີຄວາມໝັ້ນໃຈເປີດກວ້າງການລົງທຶນ ແລະ ພັດທະນາຢ່າງໝັ້ນຄົງບົນບໍລິເວນແຂວງ.
ທ່ານນາງ ເລທິຮົ່ງເວີນ, ຫົວໜ້າກົມການພົວພັນຕ່າງປະເທດແລະ ການທູດວັດທະນະທຳ (ກະຊວງການຕ່າງປະເທດ) ໄດ້ຕີລາຄາສູງບົດບາດເປັນເຈົ້າການ, ຈິດໃຈເຊື່ອມໂຍງເຂົ້າກັນຂອງແຂວງ ຮືງອຽນ. ທ່ານນາງກ່າວວ່າ ແຂວງ ຮືງອຽນ ມີຄວາມສາມາດບົ່ມຊ້ອນພັດທະນາການຮ່ວມມືໃນບັນດາຂົງເຂດຄື: ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, logistics, ການທ່ອງທ່ຽວ, ອຸດສາຫະກຳປຸງແຕ່ງ ແລະ ເຕັກໂນໂລຢີສູງ. ເຫດການດັ່ງກ່າວ ແມ່ນໂອກາດເພື່ອໃຫ້ 2 ປະເທດແບ່ງປັນບັນດາວິທີແກ້ໄຂ ແລະ ຂໍ້ລິເລີ່ມເພື່ອລົບລ້າງບັນດາຂໍ້ບົກຜ່ອງໃນການຮ່ວມມື, ຫັນບັນດາສິ່ງທ້າທາຍເປັນກຳລັງແຮງຊຸກຍູ້ການພັດທະນາແບບຍືນຍົງ. ທ່ານນາງຢືນຢັນວ່າ ລັດຖະບານຫວຽດນາມ ຈະສືບຕໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ໂປ່ງໃສ ແລະ ເປີດກວ້າງ, ຊຸກຍູ້ການປະຕິຮູບດ້ານບໍລິຫານ ແລະ ພ້ອມກັບວິສາຫະກິດ ໄທ ດຳເນີນທຸລະກິດຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຢູ່ຫວຽດນາມ.
![]() |
ທ່ານ Peethaphon Rattanachinda, ຜູ້ອຳນວຍການດຳເນີນທຸລະກິດຂອງອົງການການຢາລັດຖະບານໄທ (GPO). (ພາບ: ແທ່ງຖາວ) |
ທ່ານ Peethaphon Rattanachinda, ຜູ້ອຳນວຍການດຳເນີນທຸລະກິດຂອງອົງການການຢາລັດຖະບານໄທ (GPO) ໃຫ້ຮູ້ວ່າ ນີ້ແມ່ນຄັ້ງທຳອິດ GPO ໄດ້ເຂົ້າຮ່ວມງານລ້ຽງສົ່ງເສີມການຄ້າຢູ່ຫວຽດນາມ. ນີ້ແມ່ນຫົວໜ່ວຍຜະລິດຢາພາຍໃຕ້ລັດຖະບານໄທ, ປະຈຸບັນໄດ້ຕອບສະໜອງຄວາມຕ້ອງການຢາຢູ່ພາຍໃນປະເທດປະມານ 60% ແລະ ໄດ້ສົ່ງອອກໄປຍັງປະເທດບ້ານໃກ້ເຮືອນຄຽງເຊັ່ນ: ມາເລເຊຍ, ລາວ, ກຳປູເຈຍ.
ໂດຍຕີລາຄາກ່ຽວກັບທ້ອງຕະຫຼາດຫວຽດນາມ, ທ່ານ Peethaphon ກ່າວວ່າ ປະຊາກອນໄວໜຸ່ມ ແລະ ຄວາມຕ້ອງການດ້ານສຸຂະພາບທີ່ເພີ່ມຂຶ້ນແມ່ນເງື່ອນໄຂສະດວກເພື່ອຂະຫຍາຍການຮ່ວມມື. ທ່ານຫວັງວ່າ ຜ່ານເຫດການ “ການເຊື່ອມຕໍ່ໄທ”, GPO ຈະເປັນທີ່ຮູ້ຈັກດີຂຶ້ນຢູ່ ຮືງອຽນ ແລະ ທ້ອງຖິ່ນອື່ນໆ, ຜ່ານນັ້ນເປີດກາລະໂອກາດຮ່ວມມືສະເພາະໃນອະນາຄົດ.
![]() | ຫວຽດນາມ ຊອກຫາກາລະໂອກາດເພີ່ມການນຳເຂົ້າສິນຄ້າກະສິກຳ, ປ່າໄມ້ ແລະ ການປະມົງຈາກ ອາເມລິກາ ຍສໝ - ໃນລະຫວ່າງວັນທີ 2-7 ມິຖຸນາ, ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດ້ດຶກຢຸຍ ໄດ້ນຳພາຄະນະປະຕິບັດງານເກືອບ 50 ອົງການ, ວິສາຫະກິດ, ສະມາຄົມຂະແໜງການກະເສດ ຫວຽດນາມ ໄປຢ້ຽມຢາມ, ເຮັດວຽກ, ຊອກຫາກາລະໂອກາດສົ່ງເສີມການຄ້າ ແລະ ນຳເຂົ້າສິນຄ້າກະສິກຳ, ປ່າໄມ້, ການປະມົງຈາກ ອາເມລິກາ. |
![]() | ເລີ່ມລົງມືກໍ່ສ້າງເຮືອນຮ້ານປະທານ ໂຮ່ຈີມິນຢູ່ ໄທ ຍສໝ - ພິທີເລີ່ມລົງມືກໍ່ສ້າງກິດຈະກຳເຮືອນຮ້ານ ປະທານໂຮ່ຈີມິນ ໄດ້ດຳເນີນໃນວັນທີ 9 ເມສາຢູ່ເຂດປູສະນີຍະສະຖານປະທານໂຮ່ຈີມິນ ທີ່ບ້ານ ໜອງໂອນ, ເທດສະບານເມືອງ, ແຂວງ ອຸດອນທານີ, ພາກອີສານ ໄທ. |
ມີງດຶກ