![]() | ບິ່ງທ້ວນ ນຳເອົາໝາກມັງກອນ, ຜະລິດຕະພັນກະເສດ OCOP ເຂົ້າໄປລາວ ເພື່ອໂຄສະນາ, ແນະນຳໃຫ້ນັກທ່ອງທ່ຽວສາກົນ |
![]() | Festival ຊາວໜຸ່ມໂລກ: ບັນດາການພົບປະທີ່ເຊື່ອມໂຍງເຂົ້າກັບຄວາມມິດຕະພາບຫວຽດນາມ ກັບບັນດາປະເທດ |
![]() |
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ການຕ້ອນຮັບ. (ພາບ: TTXVN) |
“ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນແຫຼ່ງກຳລັງ, ແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຊີກັບບັນດາປະເທດມີເງື່ອນໄຂຄ້າຍຄືກັນດ້ານດິນຟ້າອາກາດ ເພື່ອພັດທະນາຜະລິດຕະພັນ OCOP ແລະ ພື້ນຖານກະສິກຳແບບຍືນຍົງ”. ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ທີ່ການຕ້ອນຮັບຄະນະຜູ້ແທນບັນດາລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງດ້ານກະສິກຳ ທີ່ເຂົ້າຮ່ວມເວທີປາໄສແລກປ່ຽນບົດຮຽນຂັ້ນສູງລະຫວ່າງບັນດາພາກພື້ນກ່ຽວກັບຮູບແບບແຕ່ລະຕາແສງມີຜະລິດຕະພັນໜຶ່ງ (OCOP), ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັບອົງການອາຫານ ແລະ ການກະເສດ (FAO) ຈັດຂຶ້ນໃນຕອນບ່າຍວັນທີ 15 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກໍ່ສະເໜີໃຫ້ FAO ພ້ອມກັບບັນດາປະເທດ ຮ່ວມເດີນທາງສ້າງຂໍ້ລິເລິມລວມ, ຕິດພັນກັບຄຳໝັ້ນສັນຍາຂອງການນຳຂັ້ນສູງ, ເພ່ືອຮັບປະກັນໃຫ້ປະຊາຊົນໝົດທຸກຄົນ, ພິເສດແມ່ນຊາວກະສິກອນໄດ້ຊົມໃຊ້ຄວາມແທດຈິງຈາກການຮ່ວມມືສາກົນໃນຂະແໜງກະສິກຳ.
ຕີລາຄາສູງຜົນສຳເລັດພົ້ນເດັ່ນຂອງ ຫວຽດນາມ ໃນການພັດທະນາກະສິກຳ, ທ່ານນາງ Beth Bechdol, ຮອງຜູ້ອຳນວຍການໃຫຍ່ FAO ໃຫ້ຂໍ້ສັງເກດວ່າ, OCOP ຂອງ ຫວຽດນາມ ບໍ່ພຽງແຕ່ຊ່ວຍຫັນຜະລິດຕະພັນກະສິກຳຂອງທ້ອງຖິ່ນເປັນຫຼາຍຮູບຫຼາຍແບບ, ຍົກສູງຄຸນນະພາບເທົ່ານັ້ນ, ຫາກຍັງເປິດໂອກາດໃຫ້ແກ່ບັນດາປະເທດຮ່ຳຮຽນ, ແບ່ງປັນ ແລະ ຮ່ວມມືອີກດ້ວຍ.
ຫວຽດນາມ ບໍ່ພຽງແຕ່ສຸມໃສ່ການຜະລິດ, ການຄ້າກະສິກຳເທົ່ານັ້ນ ຫາກຍັງເຊື່ອມໂຍງໂຄງການ OCOP ດ້ວຍບັນດາຄຸນຄ່າວັດທະນະທຳ, ຄວາມຮູ້ພື້ນຖານຂອງຊົນເຜົ່າ, ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ສັງຄົມ. ຜົນສຳເລັດດັ່ງກ່າວໄດ້ສ້າງແຮງຈູງໃຈໃຫ້ຫຼາຍປະເທດປະເຊີນໜ້າກັບສິ່ງທ້າທາຍໃນດ້ານຄ້ຳປະກັນສະບຽງອາຫານ, ການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາຊົນນະບົດ. ບົນພື້ນຖານປະສົບການຂອງຫວຽດນາມ, FAO ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ໄປພ້ອມໆກັບ, ເປີດກວ້າງການເຈລະຈາ ແລະ ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ເຮັດໃຫ້ OCOP ກາຍເປັນຂໍ້ລິເລີ່ມທົ່ວໂລກ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມເພື່ອກະສິກຳທີ່ມີຫົວຄິດປະດິດສ້າງ, ມະນຸດສະທຳ ແລະ ຍືນຍົງ.
ບັນດາຜູ້ແທນກໍ່ຢືນຢັນຈິດໃຈເປີດກວ້າງການຮ່ວມມື ແລະ ແລກປ່ຽນປະສົບການລະຫວ່າງບັນດາປະເທດໃນການຜະລິດກະສິກຳ, ຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ, ໃນສະພາບການທີ່ຫຼາຍປະເທດພວມປະເຊີນໜ້າກັບສິ່ງທ້າທາຍຢ່າງໜັກໜ່ວງກ່ຽວກັບຂົງເຂດກະສິກຳ, ການຂັດແຍ້ງກັບສັດປ່າ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມໝັ້ນຄົງດ້ານເສດຖະກິດ.
![]() | ງານວາງສະແດງ ແລະໂຄສະນາຜະລິດຕະພັນທີ່ເປັນເອກະລັກສະເພາະ, OCOP ຂອງແຂວງ ກວາງຈີ້ ແຜນງານແນໃສ່ຊຸກຍູ້ສົ່ງເສີມການຄ້າ; ໂຄສະນາເຜີຍແຜ່ຮູບພາບ ແລະ ຍີ່ຫໍ້ບັນດາຜະລິດຕະພັນທີ່ພົ້ນເດັ່ນ ແລະ ຜະລິດຕະພັນ OCOP ຢູ່ແຂວງ ກວາງຈີ້ |
![]() | ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ໂຄສະນາຜະລິດຕະພັນ OCOP ຍສໝ - ເມື່ອບໍ່ດົນມານີ້, ພະແນກວັດທະນະທຳ ນະຄອນເກິ່ນເທີ ໄດ້ສົມທົບກັບບັນດາກຸ່ມບໍລິສັດ Central Retail ຫວຽດນາມ ໄຂສັບປະດາ OCOP (ໜຶ່ງຕາແສງໜຶ່ງຜະລິດຕະພັນ) ແລະ ບັນດາຜະລິດຕະພັນດີເດັ່ນຂອງສິນຄ້າ ຫວຽດນາມ 2022 ຢູ່ສູນການຄ້າ GO! ນະຄອນເກິ່ນເທີ ຢູ່ເມືອງ ກ໊າຍຮັງ. |
ມີງດຶກ