ຍສໝ - ໃນ 2 ວັນ (11-12 ພຶດສະພາ), ຢູ່ ມະຫາວິທະຍາໄລ ດ່າໜັງ ສາຂາ ກອນຕູມ ໄດ້ຈັດງານ "ການພົບປະແລກປ່ຽນນັກຮຽນຕ່າງປະເທດ ຫວຽດນາມ - ລາວ - ກໍາປູເຈຍ - ຝລັ່ງເສດ", ລາຍການດັ່ງກ່າວມີການເຂົ້າຮ່ວມຂອງ ນັກຮຽນ ຫຼາຍກວ່າ 40 ຄົນ, ຈາກປະເທດ: ລາວ, ກໍາປູເຈຍ, ຝຣັ່ງ ແລະ ນັກຮຽນ ຫວຽດນາມມາຈາກຫລາຍໂຮງຮຽນ.
ຍສມ - ຕອບຮັບຄຳເຊີນຂອງ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ເກົາຫຼີ Ri Yong Ho, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ເກົາຫຼີ ຢ່າງເປັນທາງການ ໃນວັນທີ 12-14 ກຸມພາ 2019.
ຍສໝ - ເນື່ອງໃນໂອກາດປີໃຫມ່ຫວຽດນາມ 2019, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແລະ ຄະນະກໍາມະທິການວຽກງານກ່ຽວກັບບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດໄດ້ຈັດຕັ້ງງານພົບປະເພື່ອທົບທວນຄືນຜົນໄດ້ຮັບຂອງວຽກງານສັນຕິພາບ, ຄວາມສາມັກຄີ, ມິດຕະພາບ ແລະ ວຽກງານທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດໃນປີທີ່ຜ່ານມາ.
ໃນວັນທີ 08 ພຶດສະພາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ເຈີ່ນ ກົງ ຖີ້ງ, ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ເປັນ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ 3 ແຂວງພາກກາງ ຂອງ ລາວ ຄື: ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ, ຊຶ່ງມີສໍານັກງານຕັ້ງຢູ່ ແຂວງສະຫວັນນະເຂດ.
ມື້ວານນີ້ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາກ່ຽວກັບສະພາບການພາກພື້ນ ແລະ ສາກົນ ແລະ ການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດໃນໄລຍະໃໝ່ຂອງ ສປປ ລາວ.
ຍສໝ - ວັນທີ 19 ເມສາ, ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ກົມນະໂຍບາຍ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມໄດ້ສົມທົບກັບສະຖານທູດຫວຽດນາມປະຈໍາລາວຈັດຕັ້ງກອງປະຊຸມຈັດຕັ້ງປະຕິບັດນະໂຍບາຍສໍາລັບຊາວຫວຽດນາມຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດທີ່ກໍາລັງດໍາລົງຊີວິດຢູ່ຕ່າງປະເທດ.
ຍສໝ - ວັນທີ 12 ເມສາ 2019, ໂຮງຮຽນມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍຈັດງານຕ້ອນຮັບປີໃໝ່ລາວ 2019.
ທ້າຍອາທິດແລ້ວ, ກະຊວງການຕ່າງປະເທດ ຮ່ວມກັບບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ໄດ້ຈັດພິທີບາສີສູ່ຂວັນສະເຫຼີມສະຫຼອງບຸນປີໃໝ່ລາວ.
ໃນວັນທີ 06 ເມສາ 2019, ກະຊວງການຕ່າງປະເທດ ຮ່ວມກັບ ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ໄດ້ຈັດພິທີບາສີສູ່ຂວັນສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ ສວນພຶກສາ, ບ້ານໃໝ່ດ່ານຊີ, ເມືອງນາຊາຍທອງ, ນະຄອນ ຫຼວງວຽງຈັນ, ເພື່ອເປັນການສົ່ງທ້າຍປີເກົ່າ ພ.ສ 2561 ແລະ ຕ້ອນຮັບປີໃໝ່ ພ.ສ 2562.
ຍສໝ - ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄດ້ສະເຫນີໃຫ້ບັນດາກະຊວງ, ທ້ອງຖິ່ນຕ້ອງສຶກສາຄົ້ນຄວ້າເພື່ອໃຫ້ມີວິທີດໍາເນີນການສືບຕໍ່ດຶງດູດການລົງທຶນຕ່າງປະເທດ, ສ້າງແຫຼ່ງຊັບພະຍາກອນເພື່ອການພັດທະນາເສດຖະກິດ.
ໂດຍປະຕິບັດຕາມແຜນການຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ປະຈໍາປີ 2019, ສະຫາຍ ນາງ ສູນທອນ ໄຊຍະຈັກ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ແຕ່ວັນທີ 31 ມີນາ - 4 ເມສາ 2019.
ໃນວັນທີ 25 ທັນວາ 2018, ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການ ເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ຟາມ ວັນເຈືອງ ອະດີດຮອງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ຮອງປະທານຄະນະສັນຕິພາບ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ລະຫວ່າງວັນທີ 24-28 ທັນວາ 2018.
ວັນທີ 20 ທັນວາ 2018 ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບ ວັນສາກົນ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2018 ພາຍໃຕ້ຫົວຂໍ້ '' ຮັບຟັງຂ້ອຍແດ່ '', ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນ ທີ່ ທ່າລາດ ແຂວງ ວຽງຈັນ, ໂດຍການເປັນປະທານຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ. ມີຄະນະກົມ, ຄະນະພະແນກ ແລະ ວິຊາການ ເຂົ້າຮ່ວມ.
ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະ ຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 5 ຂອງ ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນລະຫວ່າງວັນທີ 18-19 ທັນວາ 2018, ສະຫາຍ ຟ້າມ ບິ່ງ ມິງ ແລະ ຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່,ປະທານປະເທດ ແຫ່ງ ສປປ ລາວ, ທີ່ ທຳນຽບປະທານປະເທດ, ໃນວັນທີ 19 ທັນວາ 2018.
ໃນວັນທີ 17 ທັນວາ 2018 ທີ່ນະຄອນຫລວງພະບາງ ແຂວງຫລວງພະບາງ ກອງປະຊຸມລັດຖະມົນຕີ ຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຮ່ວມ ຂອງທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສປ.ຈີນ, ມີບັນດາລັດຖະມົນຕີ ຕ່າງປະເທດ ພ້ອມດ້ວຍຄະນະ ຈາກບັນດາປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄື: ສປປ ລາວ, ສສ.ຫວຽດນາມ. ສປ.ຈີນ, ກຳປູເຈຍ, ມຽນມາ ແລະ ໄທ ເຂົ້າຮ່ວມ.
ໃນວັນທີ 16 ທັນວາ 2018, ທີ່ທໍານຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ທີ່ ສປປ ລາວ ໄດ້ ຮັບກຽດເປັນເຈົ້າພາບ.
ໃນວັນທີ 16 ທັນວາ 2018, ທີ່ ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນການຈັດກອງປະຊຸມໃນຄັ້ງນີ້.
ຕອນບ່າຍວັນທີ 10 ທັນວາ, ຢູ່ທີ່ສຳນັກງານສະຫະພັນອົງການມິດຕະພາບ ຫວຽດນາມ (ສະຫະພັນມິດຕະພາບ) ຕ່າງໜ້າ ຄະນະກຳມະການຈັດຕັ້ງສູນກາງພັກ ໄດ້ຈັດພິທີມອບຂໍ້ຕົກລົງແຕ່ງຕັ້ງ ຂອງ ຄະນະເລຂາພັກ ສູນກາງພັກ ກ່ຽວກັບການແຕ່ງຕັ້ງຍົກຍ້າຍ, ບົ່ງຕົວທ່ານນາງ ຫງວ໋ຽນ ເຟືອງງາ, ກຳມະການ ຄະນະພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ມາເປັນ ເລຂາໜ່ວຍພັກ ສະຫະພັນມິດຕະພາບ ແລະ ນຳສະເໜີເພື່ອຮັບຕຳແໜ່ງປະທານສະຫະພັນມິດຕະພາບ.
ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ວຽກງານກ່ຽວກັບຊາວຫວຽດນາມ ອາໄສຢູ່່ຕ່າງປະເທດ, ຖືຊາວ ຫວຽດນາມ ຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມໄດ້.
ຍສໝ - ເນື່ອງໃນໂອກາດຄົບຮອບ 43ປີ ວັນຊາດ ຂອງ ສປປ ລາວ (02/12/1975-02/12/2018), ຕອນເຊົ້າວັນທີ 29 ພະຈິກນີ້ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ຫງວ໋ຽນ ກ໋ວກຢຸງ ນຳພາຄະນະກະຊວງການຕ່າງປະເທດ ເຂົ້າອວຍພອນ ທ່ານເອກອັກຄະລັດຖະທູດ ແລະ ພະນັກງານ ລັດຖະກອນ ສະຖານທູດລາວ ປະຈຳນະຄອນຫຼວງຮ່າໂນ້ຍ.