ອັດຕາການນຳໃຊ້ແຮງງານເດັກ ຢູ່ ສປປ ລາວ ກວມເຖິງ 42% ຂອງພົນລະເມືອງ

ອັດຕາການນຳໃຊ້ແຮງງານເດັກ ຢູ່ ສປປ ລາວ ກວມເຖິງ 42% ຂອງພົນລະເມືອງ

ຜົນການສຳຫລວດກຳລັງແຮງງານ ແລະ ແຮງງານເດັກ ຢູ່ ສປປ ລາວ ໃນປີ 2010 ມີເດັກອາຍຸລະຫວ່າງ 5-17 ປີ ມີ 1.767.109 ຄົນ ກວມເອົາ 30% ຂອງປະຊາກອນທັງໝົດ, ໃນນັ້ນ 266.509 ຄົນ ແມ່ນເດັກເຮັດວຽກ ເພື່ອເສດຖະກິດ ໃນນັ້ນເດັກຈໍານວນ 178.014 ຄົນ ເປັນແຮງງານເດັກ. ຜົນການສຳຫລວດ ດັດສະນີໝາຍສັງຄົມ ປີ 2017 ມີອັດຕາການນໍາໃຊ້ ແຮງງານເດັກ ກວມ 42%.

ປະເທດລາວ ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ແຮງງານຕ່າງປະເທດ ຢູ່ໂຮງໝໍມະໂຫສົດ

ປະເທດລາວ ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ແຮງງານຕ່າງປະເທດ ຢູ່ໂຮງໝໍມະໂຫສົດ

ໃນວັນທີ 16 ມີນາ 2021 ກະຊວງສາທາລະນະສຸກ ຮ່ວມກັບ ກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ, ກະຊວງສາທາລະນະສຸກ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ຮສສ, ທ່ານ ນາງ ວຽງສະຫວັນ ຊາມົນຕີ ປະທານສູນ ກວດສຸຂະພາບແຮງງານພາຍໃນ ແລະ ແຮງງານຕ່າງປະເທດ ໂຮງໝໍມະໂຫສົດ, ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຳນວນອຸປະຕິເຫດແຮງງານລາວ ທຽບໃສ່ພາກພື້ນແມ່ນໜ້າເປັນຫ່ວງ

ຈຳນວນອຸປະຕິເຫດແຮງງານລາວ ທຽບໃສ່ພາກພື້ນແມ່ນໜ້າເປັນຫ່ວງ

ບັນຫາຄວາມປອດໄພ ແລະ ການມີສຸຂະພາບດີ ຂອງຜູ້ອອກແຮງງານ ແມ່ນປັດໄຈໜຶ່ງທີ່ສາມາດສ້າງ ແລະ ເພີ່ມປະສິດທິພາບ ໃນການເຮັດວຽກ ຂອງເຂົາເຈົ້າໄດ້, ການທີ່ຜະລິດຕະພາບ ຂອງແຮງງານສູງຂຶ້ນ ຈະສ້າງຄວາມມັ່ງຄັ້ງ ໃຫ້ແກ່ຜູ້ລົງທຶນສູງຂຶ້ນ ລວມໄປເຖິງການ ເພີ່ມຜົນຜະລິດລວມ ຫລື ຈີດີພີ ຂອງປະເທດໄດ້.

ປະເທດລາວ ພະຍາຍາມແກ້ໄຂບັນຫາພະຍາດອາຊີບ ແລະ ການປ້ອງກັນອຸປະຕິເຫດ

ປະເທດລາວ ພະຍາຍາມແກ້ໄຂບັນຫາພະຍາດອາຊີບ ແລະ ການປ້ອງກັນອຸປະຕິເຫດ

ໃນປະເທດລາວ ແຕ່ລະປີໄດ້ເກີດອຸປະຕິເຫດແຮງງານ ແລະ ພະຍາດອາຊີບ ຫລາຍພໍສົມຄວນ, ແຕ່ຍັງບໍ່ມີລະບົບ ການລາຍງານ ຢ່າງເປັນລະບົບ, ບໍ່ມີຖານຂໍ້ມູນ, ບໍ່ມີລະບົບຂໍ້ມູນຂ່າວສານ ແລະ ລະບົບການເກັບກໍາ.

ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນ ເປັນແຮງງານລາວ ເດີ່ນທາງມາຈາກປະເທດໄທ

ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນ ເປັນແຮງງານລາວ ເດີ່ນທາງມາຈາກປະເທດໄທ

ໃນວັນທີ 05 ມີນາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ.ຣັດຕະນະໄຊ ເພັດສຸວັນ ຕາງຫນ້າໃຫ້ຄະນະ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງ ພະຍາດ COVID-19  ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 04 ມີນາ ທີ່ຜ່ານມາ ການເຝົ້າລະວັງຮອດ 5 ໂມງແລງ ພວກເຮົາໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 726 ຄົນ, ທຸກຄົນແມ່ນໄດ້ແທກອຸນ ຫະພູມຮ່າງກາຍ, ພົບຜູ້ຕິດເຊື້ອໂຄວິດ-19 ຈໍານວນ 2 ຄົນ. ຜູ້ຕິດເຊື້ອເບີ 46 ເປັນເພດຊາຍ, ອາຍຸ 28 ປີ, ອາຊີບກຳມະກອນ, ເຮັດວຽກຢູ່ແຂວງປະທຸມທານີ ປະເທດໄທ, ທີ່ຢູ່ປັດຈຸບັນ ເມືອງນານ, ແຂວງຫລວງພະບາງ; ຜູ້ຕິດເຊື້ອນ້ຳເບີ 47 ເປັນເພດຊາດ, ອາຍຸ 26 ປີ, ອາຊີບກຳມະກອນ, ເຮັດວຽກຢູ່ແຂວງປະທຸມທານີ, ປະເທດໄທ, ທີ່ຢູ່ປັດຈຸບັນ ເມືອງນານ, ແຂວງຫລວງພະບາງ.

ອົງການຈັດຕັ້ງສາມຝ່າຍ ຮ່ວມຊຸກຍູ້ສົ່ງເສີມຄວາມປອດໄພ ແລະ ສຸຂະພາບແຮງງານຢູ່ລາວ

ອົງການຈັດຕັ້ງສາມຝ່າຍ ຮ່ວມຊຸກຍູ້ສົ່ງເສີມຄວາມປອດໄພ ແລະ ສຸຂະພາບແຮງງານຢູ່ລາວ

ທ່ານ ຄຳແພງ ໄຊສົແພງ ໄດ້ກ່າວຕໍ່ກອງປະຊຸມຄັ້ງນີ້ວ່າ: ຕໍ່ຜົນສຳເລັດໃນແຕ່ລະກິດຈະກຳຂອງໂຄງການດັ່ງກ່າວ ໄດ້ເຮັດໃຫ້ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ຢູ່ປະເທດພວກເຮົາເປັນທີ່ຮັບຮູ້, ເຂົ້າໃຈ ແລະ ໃຫ້ຄວາມສຳຄັນຫລາຍຂຶ້ນ ຈາກທຸກພາກສ່ວນຂອງສັງຄົມ.

ພັກກອມມູນິດສະວິດ ແລະ ພັກແຮງງານສະວິດ ສົ່ງຈົດໝາຍອວຍພອນເຖິງພັກກອມມູນິດຫວຽດນາມ

ພັກກອມມູນິດສະວິດ ແລະ ພັກແຮງງານສະວິດ ສົ່ງຈົດໝາຍອວຍພອນເຖິງພັກກອມມູນິດຫວຽດນາມ

ປະເທດສສ.ຫວຽດນາມ, ພາຍໃຕ້ການນຳພາອັນສະຫຼາດສ່ອງໄສຂອງພັກກອມມູນິດຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ໃຫຍ່ຫຼວງ ເຖິງວ່າໃນສະພາບໂລກພວມປະເຊີນໜ້າກັບໂລກລະບາດໂຄວິດ-19.

ຫວຽດນາມ ມີຜູ້ອອກແຮງງານຫຼາຍກວ່າ 32 ລ້ານຄົນ ໄດ້ຮັບຜົນສະທ້ອນຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19

ຫວຽດນາມ ມີຜູ້ອອກແຮງງານຫຼາຍກວ່າ 32 ລ້ານຄົນ ໄດ້ຮັບຜົນສະທ້ອນຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19

ຍສໝ - ແມ່ນຂໍ້ມູນໂດຍຜູ້ຕາງໜ້າກົມໃຫຍ່ສະຖິຕິ ໃຫ້ຮູ້ທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບສະພາບແຮງງານ - ວຽກເຮັດງານທຳ ໄຕມາດທີ IV ແລະປີ 2020 ເຊິ່ງດໍາເນີນໃນວັນທີ 6 ມັງກອນ ຢູ່ຮ່າໂນ້ຍ ສສ.ຫວຽດນາມ.

ລັດຖະມົນຕີ ກະຊວງ ຮສສ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທູດຕວັກກີ ປະຈຳລາວ ຄົນໃໝ່

ລັດຖະມົນຕີ ກະຊວງ ຮສສ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທູດຕວັກກີ ປະຈຳລາວ ຄົນໃໝ່

ໃນວັນທີ 26 ພະຈິກ 2020 ທີ່ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ຮສສ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອໍຮັນ ອີຊິກ (Orhan Isik) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ, ເນື່ອງໃນໂອກາດ ມາດຳລົງຕຳແໜ່ງເປັນ ທ່ານທູດຄົນໃໝ່ ປະຈຳຢູ່ ສປປ ລາວ.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ VII ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ VII ໄຂຂຶ້ນຢ່າງເປັນທາງການ

ຄະນະພັກ ໄດ້ເອົາໃຈໃສ່ຊີ້ນໍາ ວຽກງານສະຫວັດດີການ ສັງຄົມຢ່າງມີຈຸດສຸມ ແລະ ຕໍ່ເນື່ອງ ໄດ້ເຮັດໃຫ້ລະບອບປະກັນສັງຄົມ ມີການພັດທະນາ ເປັນທັນສະໄໝ, ຮັບປະກັນຄວາມວ່ອງໄວ, ໂປ່ງໃສ, ຍຸຕິທຳ ແລະ ຄວາມຍືນຍົງ, ລະບົບການອຸດໜູນ ປະກັນສັງຄົມປະເພດຕ່າງໆ ໄດ້ຮັບການປັບປຸງ ມີຄວາມເຂັ້ມແຂງ, ມີປະສິດ ທິພາບສູງຂື້ນ

ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ.ລາວ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ

ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ.ລາວ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ

ໃນວັນທີ 19 ພະຈິກ 2020 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ຮສສ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມອຳລາ ຂອງທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫລີ ເນື່ອງໃນໂອກາດ ສຳເລັດໜ້າທີ່ ທາງການທູດຢູ່ ສປປ ລາວ.

ຍີ່ປຸ່ນຮັບ​ເອົາແຮງງານຫວຽດນາມຄ​ືນ​ໃໝ່

ຍີ່ປຸ່ນຮັບ​ເອົາແຮງງານຫວຽດນາມຄ​ືນ​ໃໝ່

​ຍ​ສ​ໝ - ຍີ່ປຸ່ນໄດ້ຮັບເອົາ​ແຮງງານຫວຽດນາມເຂົ້າເຮັດວຽກໃນ 14 ອາຊີບ ແລະລັດຖະບານຍີ່ປຸ່ນໄດ້ເພີ່ມ 7 ຕຳແໜ່ງຢ່າງເປັນທາງການໃນຂົງເຂດກໍ່ສ້າງທີ່ໄດ້ຮັບອະນຸຍາດໃຫ້ຮັບເອົາແຮງງານທີ່ມີລັກ​ສະ​ນະ​ພິເສດແມ່ນ ຄົນຕ່າງປະເທດ, ໃນນັ້ນມີຄົນງານຫວຽດນາມ.

ສານອວຍ​ພອນວັນສ້າງຕັ້ງພັກແຮງງານ ສ​ປ​ປ.ເກົາຫຼີ ຄົບຮອບ 75 ປີ

ສານອວຍ​ພອນວັນສ້າງຕັ້ງພັກແຮງງານ ສ​ປ​ປ.ເກົາຫຼີ ຄົບຮອບ 75 ປີ

ຍ​ສ​ໝ - ທ່ານເລຂາທິການໃຫຍ່,ປະທານປະເທດ ຫວຽດ​ນາມ ເຊື່ອ​ໝັ້ນວ່າການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງພັກກອມມູນິດຫວຽດນາມແລະພັກແຮງງານ ສປ​ປ.ເກົາຫຼີ ສືບຕໍ່ພັດທະນາເປັນຢ່າງດີ, ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າ​ໃນ​ກາ​ນ​ຮັ​ກ​ສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືແລະການພັດທະນາໃນພາກພື້ນ ແລະໃນໂລກ.

ລ່າວກາຍ: ການຝຶກອົບຮົມວິຊາຊີບໃຫ້ແກ່ຜູ້ອອກແຮງງານຊົນນະບົດໃນເຂດເນີນສູງ ຊີ່ນໂຮ່

ລ່າວກາຍ: ການຝຶກອົບຮົມວິຊາຊີບໃຫ້ແກ່ຜູ້ອອກແຮງງານຊົນນະບົດໃນເຂດເນີນສູງ ຊີ່ນໂຮ່

ຍສໝ - ປະຊາຊົນຮູ້ວິທີນຳໃຊ້ເຕັກນິກໃນການຜະລິດ ແລະການລ້ຽງສັດ, ປະກອບສ່ວນເພີ່ມລາຍໄດ້ ແລະຫຼຸດອັດຕາຄອບຄົວທຸກຍາກໃນເມືອງ.

ມອບ-ຮັບແຮງງານລາວ 27 ຄົນທີ່ໄປເຮັດວຽກຢູ່ໄທ ກັບຄືນປະເທດ

ມອບ-ຮັບແຮງງານລາວ 27 ຄົນທີ່ໄປເຮັດວຽກຢູ່ໄທ ກັບຄືນປະເທດ

ໃນວັນທີ 10 ກັນຍາ 2020 ຢູ່ຂົວມິດຕິພາບລາວ-ໄທ ແຫ່ງທີ 4 ແຂວງ ບໍ່ແກ້ວ ໄດ້ມີພິທີມອບ-ຮັບແຮງານລາວ ທີ່ໄປເຮັດວຽກຢູ່ປະເທດໄທ ຈຳນວນ 27 ຄົນ, ຍິງ 09  ຄົນກັບຄືນປະເທດ. ໃນນີ້, ແຮງງານຢູ່ແຂວງບໍ່ແກ້ວ 21 ຄົນ, ແຂວງຈຳປາສັກ, ອຸດົມໄຊ ແລະ ຫລວງພະບາງ ແຂວງລະ 2 ຄົນ. ຈາກນັ້ນ, ຄະນະສະເພາະກິດເພື່ອປ້ອງກັນ, ຄວາມຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ແຂວງບໍ່ແກ້ວ ຈະໄດ້ນຳສົ່ງໄປຈຳກັດບໍລິເວນ ຢູ່ສູນບ້ານມົກກະຕອກ ເມືອງຫ້ວຍຊາຍ ແລະ ໃນວັນດຽວກັນ ຄະນະ ສະເພາະກິດແຂວງ ກໍໄດ້ນຳເອົາແຮງງານ ຈາກ ສປ ຈີນ ທີ່ມາສືບຕໍ່ແກ້ໄຂວຽກ ທີ່ຍັງຄ້າງຢູ່ແຂວງ ບໍ່ແກ້ວ ຈຳນວນ 12 ຄົນ ເຂົ້າມາຈໍາກັດບໍລິເວນ ຢູ່ສູນດັ່ງກ່າວເຊັ່ນດຽວກັນ.

ບໍ່ມີການບີບບັງຄັບອອກແຮງງານໃນຄຸກ ຢູ່ ຫວຽດນາມ

ບໍ່ມີການບີບບັງຄັບອອກແຮງງານໃນຄຸກ ຢູ່ ຫວຽດນາມ

ຍສໝ - ຈັດຕັ້ງນັກໂທດອອກແຮງງານໃນຄຸກໄດ້ສະແດງໃຫ້ເຫັນມະນຸດສະທຳ ໃນແນວທາງນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ ໃນການສຶກສາອົບຮົມ ແລະ ດັດແປງຜູ້ກະທຳຜິດໃຫ້ກາຍເປັນຄົນດີ, ແລະ ເປັນປະໂຫຍດໃຫ້ແກ່ສັງຄົມ, ຍັງຊ່ວຍໃຫ້ພວກເຂົາມີສະຕິຮູ້ກ່ຽວກັບຄຸນຄ່າຂອງແຮງງານ, ເຄົາລົບແຮງງານ. ພ້ອມດຽວກັນນີ້, ການອອກແຮງງານ ແລະການຝຶກອົບຮົມວິຊາຊີບໃນຄຸກຊ່ວຍໃຫ້ນັກໂທດມີການກຳນົດທິດໃນການເຮັດວຽກ ຫລັງຈາກປະຕິບັດໂທດຈຳຄຸກພວກເຂົາສາມາດຊອກຫາວຽກເຮັດງານທຳ, ສະຖຽນລະພາບຊີວິດຂອງເຂົາເຈົ້າ. ສະແດງໃຫ້ເຫັນບໍ່ມີການບີບບັງຄັບອອກແຮງງານໃນຄຸກ ຢູ່ ຫວຽດນາມ.      

ປະສານງານຢ່າງໃກ້ຊິດເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານຫວຽດນາມຢູ່ຕ່າງປະເທດ

ປະສານງານຢ່າງໃກ້ຊິດເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານຫວຽດນາມຢູ່ຕ່າງປະເທດ

ຍສໝ - ທ່ານ ດັ້ງມີງຄອຍ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າກະຊວງການຕ່າງປະເທດໂດຍລວມ ແລະ ບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ ຕ່າງປະເທດ ເວົ້າສະເພາະຈະສືບຕໍ່ສົມທົບກັນຢ່າງ ແໜ້ນແຟ້ນກັບບັນດາຫົວໜ່ວຍປະຕິບັດໜ້າທີ່ຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄົນງານຫວຽດນາມ ຢູ່ ຕ່າງປະເທດ ກໍ່ຄືຄົນຕ່າງປະເທດທີ່ເຮັດວຽກ ຢູ່ ຫວຽດນາມ.

ສ້າງວຽກເຮັດງານທຳກວ່າ 574.000 ຕຳແໜ່ງ, ຕະຫລາດແຮງງານຫວຽດນາມ ໄດ້ຄ່ອຍໆຟື້ນຕົວ ຫຼັງ Covid-19

ສ້າງວຽກເຮັດງານທຳກວ່າ 574.000 ຕຳແໜ່ງ, ຕະຫລາດແຮງງານຫວຽດນາມ ໄດ້ຄ່ອຍໆຟື້ນຕົວ ຫຼັງ Covid-19

ຍສໝ - ທ່ານ ດ່າວຫງອກຢູງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ, ແຕ່ຕົ້ນປີມາຮອດປະຈຸບັນ,ຄຽງຄູ່ກັບຄວາມຫຍຸ້ງຍາກທົ່ວໄປຂອງປະເທດຍ້ອນຜົນກະທົບຈາກໂລກລະບາດ Covid-19, ຂະແໜງ ແຮງງານ,ທະຫານເສຍອົງຄະ ແລະ ສັງຄົມ ກໍ່ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ.

ຫວຽດນາມ: ແຮງງານ 31 ລ້ານຄົນ ໄດ້ຮັບຜົນກະທົບຈາກໂຄວິດ-19

ຫວຽດນາມ: ແຮງງານ 31 ລ້ານຄົນ ໄດ້ຮັບຜົນກະທົບຈາກໂຄວິດ-19

ຍສໝ - ແຮງ​ງານ ປະມານ 31 ລ້ານ​ຄົນ ​ໃນ​ຫວຽດນາມ ​ໄດ້​ຮັບ​ຜົນ​ກະທົບ ທາງ​ເສດຖະກິດ ຈາກ​ການ ລະບາດ ​ໂຄ​ວິດ-19 ​ໃນ​ຈຳນວນ​ນີ້ ມີ​ຜູ້​ຫວ່າງ​ງານ 900.000 ຄົນ ​ແລະ ​ເກືອບ 18 ລ້ານ​ຄົນ ມີ​ລາຍ​ໄດ້​ ຫລຸດ​ລົງ.

ເຫດການ