ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ VII ໄຂຂຶ້ນຢ່າງເປັນທາງການ

14:46 | 24/11/2020

ຄະນະພັກ ໄດ້ເອົາໃຈໃສ່ຊີ້ນໍາ ວຽກງານສະຫວັດດີການ ສັງຄົມຢ່າງມີຈຸດສຸມ ແລະ ຕໍ່ເນື່ອງ ໄດ້ເຮັດໃຫ້ລະບອບປະກັນສັງຄົມ ມີການພັດທະນາ ເປັນທັນສະໄໝ, ຮັບປະກັນຄວາມວ່ອງໄວ, ໂປ່ງໃສ, ຍຸຕິທຳ ແລະ ຄວາມຍືນຍົງ, ລະບົບການອຸດໜູນ ປະກັນສັງຄົມປະເພດຕ່າງໆ ໄດ້ຮັບການປັບປຸງ ມີຄວາມເຂັ້ມແຂງ, ມີປະສິດ ທິພາບສູງຂື້ນ

ກອງປະຊ ມໃຫຍ ຜ ແທນອ ງຄະນະພ ກກະຊວງແຮງງານ ແລະ ສະຫວ ດດ ການສ ງຄ ມ ຄ ງທ vii ໄຂຂ ນຢ າງເປ ນທາງການ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ.ລາວ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ
ກອງປະຊ ມໃຫຍ ຜ ແທນອ ງຄະນະພ ກກະຊວງແຮງງານ ແລະ ສະຫວ ດດ ການສ ງຄ ມ ຄ ງທ vii ໄຂຂ ນຢ າງເປ ນທາງການ ອັດ​ກອງ​ປະ​ຊຸມ​ສ​ຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ VII ລະ​ຫວ່າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ
ກອງປະຊ ມໃຫຍ ຜ ແທນອ ງຄະນະພ ກກະຊວງແຮງງານ ແລະ ສະຫວ ດດ ການສ ງຄ ມ ຄ ງທ vii ໄຂຂ ນຢ າງເປ ນທາງການ
ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ VII

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ VII ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 23 ພະຈິກ 2020, ທີ່ຫ້ອງປະຊຸມເຮືອນພັກ ກະຊວງແຮງງານ ນະຄອນຫລວງວຽງຈັນ, ໂດຍການເປັນປະທານ ຂອງສະຫາຍ ຄຳແພງ ໄຊສົມແພງ ກຳ ມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົອ. ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍຮອງເລຂາຄະນະ ບໍລິຫານງານພັກກະຊວງ, ພະນັກງານອາວຸໂສບຳນານ, ພ້ອມດ້ວຍຜູ້ແທນສົມບູນ ຈຳນວນ 125 ສະຫາຍ, ຍິງ 41 ສະຫາຍ ທີ່ເປັນຕົວແທນ ໃຫ້ສະມາຊິກພັກທົ່ວກະຊວງ 310 ສະຫາຍ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ຄຳແພງ ໄຊສົມແພງ ໄດ້ຍົກໃຫ້ເຫັນເຖິງການ ຈັດຕັ້ງປະຕິບັດວຽກງານ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ 5 ປີ (2016-2020) ເຊິ່ງມີຜົນງານອັນໂດດເດັ່ນຫລາຍດ້ານ ເປັນຕົ້ນແມ່ນ ວຽກງານພັດທະນາສີມືແຮງງານ ແລະ ຈັດຫາງານ ໃນ 5 ປີຜ່ານມາ ຄະນະພັກ ໄດ້ເອົາໃຈໃສ່ ຊີ້ນຳວຽກງານ ປັບປຸງພື້ນຖານໂຄງລ່າງ ການພັດທະນາສີມືແຮງງານ ແລະ ຝຶກວິຊາຊີບ, ສະໜອງອຸປະກອນ ການຮຽນການສອນ ແລະ ສິ່ງອຳນວຍຄວາມ ສະດວກດ້ານຕ່າງໆ ໃຫ້ສະຖາບັນພັດທະນາ ສີມືແຮງງານລາວ-ເກົາຫລີ ແລະ ບັນດາສູນທັດທະນາສີມືແຮງງານ ແລະ ຝຶກວິຊາຊີບຂອງແຂວງ ແລະ ນະຄອນຫລວງ, ເຮັດໃຫ້ ການດຸ່ນດ່ຽງໂຄງ ປະກອບກຳລັງແຮງງານ ຕາມຂະແໜງການ ເສດຖະກິດມີຄວາມສອດຄ່ອງດີຂຶ້ນ; ການສົ່ງເສີມສະຖານທີ່ ພັດທະນາສີມືແຮງງານ, ບັນດາໂຮງຮຽນ, ສູນຝຶກວິຊາຊີບທັງພາກລັດ ແລະ ເອກະຊົນ, ຫົວໜ່ວຍແຮງງານຕ່າງໆ ຝຶກ ແລະ ພັດທະນາສີມືແຮງງານຫລາຍຂຶ້ນ, ສ້າງມາດຕະຖານສີມື ແຮງງານຕາມສາຂາອາຊີບຕ່າງໆ ເພື່ອສະໜອງກັບ ຄວາມຕ້ອງການຂອງຕະຫລາດ ແຮງງານມີ ຄວາມຄ່ອງຕົວກ່ວາເກົ່າ, ປະສານສົມທົບກັບຂະແໜງ ການກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ສະໜອງແຮງງານ ເຂົ້າສູ່ຕະຫລາດແຮງງານ ພາຍໃນປະເທດ ແລະ ຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ມີຈຳນວນຫລາຍຂຶ້ນ; ວຽກງານຄຸ້ມຄອງແຮງງານ: ຄະນະພັກໄດ້ເອົາໃຈໃສ່ ຊີ້ນຳວຽກງານຄຸ້ມຄອງ ແຮງງານຢ່າງຕໍ່ເນື່ອງ ເຮັດໃຫ້ສິດ ແລະ ຜົນປະໂຫຍດ ຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ໄດ້ຮັບການຄຸ້ມຄອງ ແລະ ປົກປ້ອງ ຕາມກົດໝາຍເທື່ອລະກ້າວ; ເງື່ອນໄຂ ແລະ ສະ ພາບແວດລ້ອມ ໃນການເຮັດວຽກ ຂອງຜູ້ອອກແຮງງານ ໄດ້ຮັບການປັບປຸງດີຂຶ້ນ, ເຮັດໃຫ້ຜູ້ອອກແຮງງານ ເຮັດເຮັດວຽກໃນສະພາບແວດລ້ອມ ທີ່ມີຄວາມປອດໄພ ແລະ ມີສຸຂະພາບແຮງງານ ສູງຂຶ້ນສາຍພົວພັນແຮງງານ ລະຫວ່າງ ຜູ້ໃຂ້ແຮງງານ ແລະ ຜູ້ອອກແຮງງານ ໄດ້ຮັບການສົ່ງເສີມຢ່າງຕັ້ງໜ້າ, ສະພາບການເກີດຂໍ້ຂັດ ແຍ່ງທາງດ້ານແຮງງານ ມີຈຳນວນຫລຸດລົງເປັນກ້າວໆ; ດ້ານສະຫວັດດີການ ຂອງຜູ້ອອກແຮງງານ ທີ່ເຮັດວຽກ ໃນຂົງເຂດທຸລະກິດ ໄດ້ຮັບການປັບປຸງ ແລະຍົກລະດັບສູງຂື້ນເປັນລຳດັບ; ບັນຫາແຮງງານຕ່າງປະເທດ ທີ່ເຮັດວຽກແບບບໍ່ຖືກຕ້ອງຢູ່ລາວ ແລະ ບັນຫາແຮງງານລາວ ທີ່ໄປເຮັດວຽກ ແບບບໍ່ຖືກຕ້ອງຢູ່ຕ່າງປະເທດ ກໍ່ໄດ້ຮັບຄວາມເອົາໃຈໃສ່ແກ້ໄຂ ດ້ວຍຫລາຍວິທີຢ່າງຕໍ່ເນື່ອງ ດ້ວຍການອອກບັດ ອະນຸຍາດເຮັດວຽກຊົ່ວຄາວ ໃຫ້ແຮງງານຕ່າງປະເທດ ແລະ ປັບສະຖານະພາບ ໃຫ້ແຮງງານລາວ ຢູ່ຕ່າງປະເທດທີ່ເຮັດວຽກແບບບໍ່ຖືກຕ້ອງ ຊຶ່ງສາມາດຫັນເຂົ້າສູ່ ກົນໄກການຄຸ້ມຄອງ ແລະ ປົກປ້ອງ ຕາມກົດໝາຍໄດ້ເປັນກ້າວໆ.

ວຽກງານສະຫວັດດີການ-ສັງຄົມ: ຄະນະພັກ ໄດ້ເອົາໃຈໃສ່ຊີ້ນໍາ ວຽກງານສະຫວັດດີການ ສັງຄົມຢ່າງມີຈຸດສຸມ ແລະ ຕໍ່ເນື່ອງ ໄດ້ເຮັດໃຫ້ລະບອບປະກັນສັງຄົມ ມີການພັດທະນາ ເປັນທັນສະໄໝ, ຮັບປະກັນຄວາມວ່ອງໄວ, ໂປ່ງໃສ, ຍຸຕິທຳ ແລະ ຄວາມຍືນຍົງ, ລະບົບການອຸດໜູນ ປະກັນສັງຄົມປະເພດຕ່າງໆ ໄດ້ຮັບການປັບປຸງ ມີຄວາມເຂັ້ມແຂງ, ມີປະສິດ ທິພາບສູງຂື້ນ; ວຽກງານປ້ອງກັນ ແລະ ຕອບໂຕ້ໄພພິບັດທາງທຳມະຊາດ ໄດ້ຮັບການເພີ່ມທະວີ ເຮັດໃຫ້ສັງຄົມ ໄດ້ມີສ່ວນຮ່ວມເຂົ້າໃນການບໍ ລິຈາກຊ່ວຍເຫລືອດ້ານຕ່າງໆ ເປັນຂະບວນການ ກ້ວາງຂວາງ, ເຮັດໃຫ້ການກະກຽມຄວາມພ້ອມ ໃຫ້ແກ່ການຕອບໂຕ້ ໄພພິບັດດ້ານຕ່າງໆ ເປັນຕົ້ນ: ດ້ານງົບປະມານ, ກຳລັງພົນ, ພາຫະນະ, ສະບຽງອາ ຫານ, ເຄື່ອງອຸປະໂພກ, ບໍລິໂພກ, ທີ່ຢູ່ອາໃສຊົ່ວຄາວອື່ນໆ ໄດ້ໂດຍພື້ນຖານ ສາມາດເຮັດ ໃຫ້ການຊ່ວຍເຫລືອບັນເທົາທຸກ ສຸກເສີນໃຫ້ແກ່ຜູ້ ປະສົບໄພທໍາມະຊາດ ແລະ ຜູ້ດ້ອຍໂອກາດໃນສັງຄົມ ໄດ້ທັນເວລາ; ວຽກງານນະໂຍບາຍ ຕໍ່ຜູ້ມີຜົນງານ, ຜູ້ພິການ ແລະ ອາຍຸສູງ ເຖິງວ່າມີຄວາມຫຍຸ້ງຍາກ ໃນຫລາຍດ້ານ ເປັນຕົ້ນແມ່ນ ດ້ານງົບປະມານ, ແຕ່ການປະຕິບັດນະໂຍບາຍ ສະແດງຄວາມກະຕັນຍູ ຮູ້ບຸນຄຸນຕໍ່ພະນັກງານ ປະຕິວັດອາວຸໂສ ແລະ ຜູ້ມີຄຸນງາມ ຄວາມດີຕໍ່ການປະຕິວັດຊາດ ປະຊາທິປະໄຕ ໄດ້ຮັບການຈັດຕັ້ງປະຕິບັດ ເປັນປົກກະຕິຕໍ່ເນື່ອງ ແລະ ສາມາດແກ້ໄຂນະໂຍບາຍ ໃຫ້ເປົ້າໝາຍຕ່າງໆ ມີຈຳນວນເພີ່ມຂຶ້ນ; ວຽກງານກາແດງ ກໍໄດ້ຮັບການຈັດຕັ້ງເຄື່ອນໄຫວ ປະຕິບັດພາລະບົດບາດ ໜ້າທີ່ຂອງຕົນ ຢ່າງຕັ້ງໜ້າຕໍ່ເນື່ອງ ແລະ ມີຜົນສຳເລັດ ໃນຫລາຍດ້ານ ແລະ ມີບາງດ້ານລື່ນຄາດໝາຍ, ໄດ້ເຮັດໃຫ້ວຽກງານໂຄສະນາ ປຸກລະດົມການບໍລິຈາກເລືອດ ເປັນຂະບວນການກ້ວາງຂວາງ ສາມາດສະໜອງເລືອດທີ່ປອດໄພ ໃຫ້ສົງຄົມໄດ້ໂດຍພື້ນຖານ; ແລະ ວຽກງານແກ້ໄຂ ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ໃນ ສປປ ລາວ ໄດ້ຮັບການຈັດຕັ້ງເຄື່ອນໄຫວປະຕິບັດຢ່າງຕໍ່ເນື່ອງ ເຮັດໃຫ້ການສຳຫລວດ ແລະ ກວດກູ້ລະເບີດບໍ່ທັນແຕກ ອອກຈາກພື້ນທີ່ຈຸດສຸມພັດທະນາ ມີຜົນສຳເລັດຢ່າງ ມີປະສິດທິຜົນສູງ ເຮັດໃຫ້ບຸກຄົນ ແລະ ຊຸມຊົນດຳລົງຊີວິດ ໃນສະພາບແວດລ້ອມ ທີ່ປອດໄພຫລາຍຂຶ້ນ ກ່ວາເກົ່າ, ຫລຸດຜ່ອນການ ເກີດອຸປະຕິເຫດ ຈາກລະເບີດບໍ່ທັນແຕກລົງເປັນເທື່ອກ້າວໆ.

ພ້ອມນີ້, ໃນກອງປະຊຸມ ສະຫາຍ ນາງ ໃບຄຳ ຂັດຕິຍະ ຮອງເລຂາຄະນະພັກ, ຮອງລັດຖະ ມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຍົກໃຫ້ເຫັນເຖິງແຜນ ພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ໃນ 5 ປີ ຕໍ່ໜ້າ ແຕ່ 2021-2025 ຕໍ່ກອງປະຊຸມ ແລະ ໃນກອງປະ ຊຸມຍັງ ຈະໄດ້ປ່ອນບັດເລືອກຕັ້ງ ເອົາຜູ້ແທນຊຸດໃໝ່ ຈຳນວນ 11 ສະຫາຍ ເພື່ອສືບຕໍ່ຊີ້ນໍາ-ນຳພາວຽກງານ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ປ່ອນບັດເລືອກເອົາ ຜູ້ແທນສົມບູນ ເພື່ອໄປເຂົ້າຮ່ວມກອງປະຊຸມ ໃຫຍ່ຄັ້ງທີ XI ຂອງພັກ.

ກອງປະຊ ມໃຫຍ ຜ ແທນອ ງຄະນະພ ກກະຊວງແຮງງານ ແລະ ສະຫວ ດດ ການສ ງຄ ມ ຄ ງທ vii ໄຂຂ ນຢ າງເປ ນທາງການ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ.ລາວ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ

ໃນວັນທີ 19 ພະຈິກ 2020 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ຮສສ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມອຳລາ ຂອງທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫລີ ເນື່ອງໃນໂອກາດ ສຳເລັດໜ້າທີ່ ...

ກອງປະຊ ມໃຫຍ ຜ ແທນອ ງຄະນະພ ກກະຊວງແຮງງານ ແລະ ສະຫວ ດດ ການສ ງຄ ມ ຄ ງທ vii ໄຂຂ ນຢ າງເປ ນທາງການ ອັດ​ກອງ​ປະ​ຊຸມ​ສ​ຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ VII ລະ​ຫວ່າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ແຂວງກ໋ວາງບິ່ງ, ກອງປະຊຸມສຳມະນາທິດສະດີຄັ້ງທີ VII ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວດ້ວຍຫົວຂໍ້ “ກໍ່ສ້າງພັກ ແລະ ລະບົບການເມືອງໃນສະພາບການໃໝ່” ໄດ້ອັດລົງ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

ກອງປະຊ ມໃຫຍ ຜ ແທນອ ງຄະນະພ ກກະຊວງແຮງງານ ແລະ ສະຫວ ດດ ການສ ງຄ ມ ຄ ງທ vii ໄຂຂ ນຢ າງເປ ນທາງການ ປະທານສະພາແຫ່ງຊາດໂອ້ລົມຕໍ່ກອງປະຊຸມ ສຍລ ຄົບຄະນະ ຄັ້ງທີ 5 ສະໄໝທີ VII

ສະຫາຍນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ໂອ້ລົມຕໍ່ກອງປະຊຸມ ຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສຍລ) ຄັ້ງທີ 5 ສະໄໝທີ VII ເມື່ອວັນທີ 23 ກໍລະກົດນີ້, ທີ່ສູນເຝິກອົບຮົມແມ່ຍິງລາວ ໂດຍການເປັນປະທານຂອງສະຫາຍນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກປະທານຄະນະບໍລິຫານງານສຍລ , ມີບັນດາສະຫາຍຄະນະບໍລິຫານງານສະຫະພັນແມ່ຍິງລາວ, ຮອງປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານສະຫະພັນແມ່ຍິງກະຊວງ, ອົງການ, ...

kpl.gov.la/

ເຫດການ
302 Found

Found

The document has moved here.