ອັດຕາການນຳໃຊ້ແຮງງານເດັກ ຢູ່ ສປປ ລາວ ກວມເຖິງ 42% ຂອງພົນລະເມືອງ

16:12 | 29/03/2021

ຜົນການສຳຫລວດກຳລັງແຮງງານ ແລະ ແຮງງານເດັກ ຢູ່ ສປປ ລາວ ໃນປີ 2010 ມີເດັກອາຍຸລະຫວ່າງ 5-17 ປີ ມີ 1.767.109 ຄົນ ກວມເອົາ 30% ຂອງປະຊາກອນທັງໝົດ, ໃນນັ້ນ 266.509 ຄົນ ແມ່ນເດັກເຮັດວຽກ ເພື່ອເສດຖະກິດ ໃນນັ້ນເດັກຈໍານວນ 178.014 ຄົນ ເປັນແຮງງານເດັກ. ຜົນການສຳຫລວດ ດັດສະນີໝາຍສັງຄົມ ປີ 2017 ມີອັດຕາການນໍາໃຊ້ ແຮງງານເດັກ ກວມ 42%.

ອ ດຕາການນຳໃຊ ແຮງງານເດ ກ ຢ ສປປ ລາວ ກວມເຖ ງ 42 ຂອງພ ນລະເມ ອງ ຢູ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ
ອ ດຕາການນຳໃຊ ແຮງງານເດ ກ ຢ ສປປ ລາວ ກວມເຖ ງ 42 ຂອງພ ນລະເມ ອງ ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ

ຜົນການສຳຫລວດກຳລັງແຮງງານ ແລະ ແຮງງານເດັກ ຢູ່ ສປປ ລາວ ໃນປີ 2010 ມີເດັກອາຍຸລະຫວ່າງ 5-17 ປີ ມີ 1.767.109 ຄົນ ກວມເອົາ 30% ຂອງປະຊາກອນທັງໝົດ, ໃນນັ້ນ 266.509 ຄົນ ແມ່ນເດັກເຮັດວຽກ ເພື່ອເສດຖະກິດ ໃນນັ້ນເດັກຈໍານວນ 178.014 ຄົນ ເປັນແຮງງານເດັກ. ຜົນການສຳຫລວດ ດັດສະນີໝາຍສັງຄົມ ປີ 2017 ມີອັດຕາການນໍາໃຊ້ ແຮງງານເດັກ ກວມ 42% (ລວມທັງເຮັດວຽກ ເຮືອນຫລາຍຊົ່ວໂມງໃນແຕ່ລະມື້), ເຊິ່ງຂໍ້ມູນດັ່ງກ່າວ ໄດ້ລາຍງານໃນກອງປະຊຸມ ສ້າງຄວາມເຂັ້ມແຂງ ໃຫ້ແກ່ການຈັດຕັ້ງປະຕິບັດ ແຜນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງການນຳໃຊ້ແຮງງານ ແລະ ສົ່ງເສີມວຽກທີ່ມີຄຸນຄ່າ ສໍາລັບໄວໜຸ່ມ ຂອງ ສປປ ລາວ ໄລຍະ 2021-2025 ໃນວັນທີ 24 ກຸມພາ 2021 ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງ ຮສສ, ທ່ານ ນາງ Bharati Pflug ຜູ້ຊ່ຽວຊານອົງການແຮງງານສາກົນ ກ່ຽວກັບຫລັກການ ແລະ ສິດທິພື້ນຖານ ໃນການເຮັດວຽກ ແລະ ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງ ຮສສ.

ອ ດຕາການນຳໃຊ ແຮງງານເດ ກ ຢ ສປປ ລາວ ກວມເຖ ງ 42 ຂອງພ ນລະເມ ອງ
ອັດຕາການນຳໃຊ້ແຮງງານເດັກ ຢູ່ ສປປ ລາວ ກວມເຖິງ 42% ຂອງພົນລະເມືອງ. (ພາບປະກອບ: baotintuc)

ທ່ານ ປະເດີມພອນ ສົນທະນີ ໄດ້ກ່າວວ່າ: ໄລຍະຜ່ານມາ ຄະນະນໍາຂອງກະຊວງ ຮສສ ໄດ້ໃຫ້ຄວາມສໍາຄັນ ໃນການຕິດຕາມ, ຊີ້ນໍາ, ຊອກຫາ ແລະ ອໍານວຍຄວາມ ສະດວກດ້ານຕ່າງໆ ໃນການຈັດຕັ້ງປະຕິບັດ ແຜນງານແຫ່ງຊາດ ວ່າດ້ວຍການປ້ອງກັນ ແລະ ລົບລ້າງການນໍາໃຊ້ ແຮງງານເດັກ ສະບັບທີ່ໄດ້ຮັບ ການຮັບຮອງຈາກລັດຖະບານໃນ ປີ 2014 ເຮັດໃຫ້ຫລາຍຈຸດປະສົງ ຂອງແຜນງານສາມາດບັນລຸໄດ້ເຊັ່ນ: ສາມາດສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ດ້ານແຮງງານເດັກ ໃຫ້ແກ່ຜູ້ມີສ່ວນຮ່ວມໄດ້ຫລາຍຂຶ້ນ, ສ້າງຄວາມອາດສາມາດ ໃນການຈັດຕັ້ງປະຕິບັດ ແຜນງານ ແລະ ການບັງຄັບໃຊ້ ກົດໝາຍກ່ຽວ ກັບແຮງງານເດັກ ໃຫ້ແກ່ເຈົ້າໜ້າທີ່ຂອງລັດ ໄດ້ຢ່າງທົ່ວເຖິງ, ສ້າງຂອດການປະສານງານກັບຜູ້ມີສ່ວນຮ່ວມ ໄດ້ເປັນຢ່າງດີ ແລະ ນິຕິກໍາໄດ້ຮັບ ການປັບປຸງ ແລະ ສ້າງຂຶ້ນໃໝ່ຈຳນວນໜຶ່ງ ໂດຍສະເພາະແມ່ນ ກົດໝາຍດ້ານການສຶກສາ ໄດ້ປັບປຸງລະດັບ ການສຶກສາພາກບັງຄັບ ຂອງປະເທດ ຈາກປະຖົມ ສຶກສາ ມາເປັນມັດທະຍົມຕອນຕົ້ນ. ພ້ອມດຽວກັນນັ້ນ, ກໍໄດ້ພ້ອມກັນກຳນົດບັນດາ ກິດຈະກໍາຂອງບັນດາຂະແໜງການກ່ຽວຂ້ອງ ເພື່ອຊຸກຍູ້ ໃຫ້ແຜນງານ ແຫ່ງຊາດສະບັບທີສອງ ໄດ້ຮັບການຈັດຕັ້ງປະຕິບັດ ໃນບັນລຸຕາມຈຸດປະສົງ ແລະ ເປົ້າໝາຍຂອງແຜນໃນຕໍ່ໜ້າ.

ທ່ານ ປະເດີມພອນ ສົນທະນີ ກ່າວຕື່ມວ່າ: ເຖິງແນວໃດກໍຕາມ ພວກເຮົາຍັງບໍ່ສາມາດ ບັນລຸໄດ້ຫລາຍຈຸດປະສົງ ແລະ ກິດຈະກໍາຂອງແຜນ, ໂດຍສະເພາະ ແມ່ນການສ້າງກົນໄກ ແລະລະບົບການຕິດ ຕາມ, ການວັດແທກຜົນສໍາເລັດ ດ້ານປະລິມານຍັງ ບໍ່ສາມາດເຮັດໄດ້, ຕົວເລກແຮງງານເດັກ ທີ່ໄດ້ຈາກການສຳຫລວດໃນ ປີ 2010 ມາຮອດປັດຈຸບັນ ໄດ້ມີການເພີ່ມຂຶ້ນ ຫລື ຫລຸດລົງແນວໃດ ກໍຍັງບໍ່ສາມາດເກັບ ກໍາໄດ້ລະອຽດ, ການຂຶ້ນທະບຽນຜູ້ ອອກແຮງງານ ທີ່ມີອາຍຸຕໍ່າກວ່າ 18 ປີ ຂອງບັນດາອຸດສາຫະກໍາຕ່າງໆ ກໍຍັງບໍ່ສາມາດເກັບກໍາໄດ້ ແລະ ອື່ນໆ ທີ່ຂ້າພະເຈົ້າຄິດວ່າ ຕ້ອງຊອກຫາວິທີໃຫ້ໄດ້ ແລະ ກຳນົດໄວ້ ແຜນສືບຕໍ່ທີ່ພວກເຮົາ ຈະໄດ້ປຶກສາຫາລື ໃນກອງປະຊຸມຄັ້ງນີ້, ເຊິ່ງສາເຫດຕົ້ນຕໍ ທີ່ເຮັດໃຫ້ພວກເຮົາບໍ່ສາ ມາດປະຕິບັດໄດ້ຕາມແຜນ ແມ່ນມາຈາກການຂາດ ສິ່ງອຳນວຍຄວາມ ສະດວກ ທາງດ້ານຊັບພະຍາກອນ ເຊັ່ນ: ບຸກຄະລາກອນ ກໍຍັງມີຄວາມຈໍາກັດ ດ້ານຄຸນນະພາບ ແລະ ປະລິມານ, ເຄື່ອງມືອຸປະກອນ ຈຳນວນໜຶ່ງຍັງຈໍາກັດ, ກົນໄກການປະສານງານ ກໍຍັງບໍ່ຄ່ອງຕົວ ລວມທັງຂາດເຂີນ ຫລື ຄວາມຈໍາກັດທາງດ້ານ ງົບປະມານກໍຍັງ ເປັນສິ່ງທ້າທາຍ.

ອ ດຕາການນຳໃຊ ແຮງງານເດ ກ ຢ ສປປ ລາວ ກວມເຖ ງ 42 ຂອງພ ນລະເມ ອງ ບັນດານັກລົງທຶນ ສສ ຫວຽດນາມມີ 414 ໂຄງການດ້ວຍຍອດ ຈຳນວນເງິນລົງທຶນ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ

ມາຮອດປະຈຸບັນ, ບັນດານັກລົງທຶນ ສສ ຫວຽດນາມມີ 414 ໂຄງການດ້ວຍຍອດ ຈຳນວນເງິນລົງທຶນ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ, ຕົກອັນດັບທີ 3 ໃນບັນດານັກລົງທຶນຢູ່ລາວ. ພິເສດ, ຢູ່ 10 ແຂວງຊາຍແດນຂອງ ສປປ ລາວ, ໄດ້ມີ 110 ໂຄງການລົງທຶນໂດຍກົງຂອງບັນດານັກລົງທຶນຫວຽດນາມ ...

ອ ດຕາການນຳໃຊ ແຮງງານເດ ກ ຢ ສປປ ລາວ ກວມເຖ ງ 42 ຂອງພ ນລະເມ ອງ ສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການຕຳຫຼວດປະຊາຊົນຫວຽດນາມ ຄົບຮອບ 75 ປີ ຢູ່ ສປປ.ລາວ

ຍສໝ - ໃນວັນທີ່ 18 ສິງຫາ ຢູ່ ນະຄອນຫຼວງວຽງຈັນ ປະເທດລາວ, ສະຖານທູດຫວຽດນາມ ແລະ ອົງການຕາງໜ້າກະຊວງຕຳຫຼວດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນຫວຽດນາມ ວັນທີ 19 ສິງຫາ 1945 - ວັນທີ 19 ສິງຫາ 2020 ແລະ ...

ອ ດຕາການນຳໃຊ ແຮງງານເດ ກ ຢ ສປປ ລາວ ກວມເຖ ງ 42 ຂອງພ ນລະເມ ອງ ຄະນະຊ່ຽວຊານຫວຽດນາມ ສືບຕໍ່ຊຸດເຝີກອົບຮົມ ໃຫ້ພະນັກງານແພດໝໍທະຫານ ສປປ.ລາວ ຢູ່ ແຂວງສະຫວັນນະເຂດ

ຍສໝ - ໃນວັນທີ 12 ເມສາ, ຄະນະຊ່ຽວຊານການແພດ ຫວຽດນາມ ໄດ້ຈັດຕັ້ງການເຝີກອົບຮົມໃຫ້ແກ່ແພດໝໍຂອງກອງທັບເຂດພາກກາງ 103 ສປປ.ລາວ.

kpl.gov.la

ເຫດການ
302 Found

Found

The document has moved here.