ເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງລາວ - ອີຕາລີ

06:16 | 30/03/2021

ຫວ່າງແລ້ວນີ້, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂພຣ ແຄລີ (Paul Kelly) ເອກອັກຄະລັດຖະທູດ ແຫ່ງ ອົດສະຕາລີ ປະຈຳ ສປປ ລາວ ໃນໂອກາດມາດໍາລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ຄົນໃໝ່ ປະຈຳ ສປປ ລາວ.

ເພ ມທະວ ສາຍພ ວພ ນມ ດຕະພາບລະຫວ າງລາວ ອ ຕາລ ຫວຽດນາມ ຈະສືບຕໍ່ຮ່ວມມືກັບ ອີຕາລີ ໃນການປ້ອງກັນ ແລະ ຕ້ານກັບພະຍາດ COVID-19
ເພ ມທະວ ສາຍພ ວພ ນມ ດຕະພາບລະຫວ າງລາວ ອ ຕາລ ສະມາຄົມມິດຕະພາບ ຫວຽດນາມ - ອີຕາລີ ມອບຜ້າບັງປາກ ໃຫ້ແກ່ ປະເທດອີຕາລີ

ໃນໂອກາດດັ່ງກ່າວ, ທ່ານ ຄຳແພງ ໄຊສົມແພງ - ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ໂພຣ ແຄລີ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນຍາວນານ ແລະ ຫວັງວ່າ ທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ຊຸກຍູ້ ແລະ ປະກອບສ່ວນເຂົ້າ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິພາບ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ ແລະ ປະກອບສ່ວນເຂົ້າ ໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ.

ເພ ມທະວ ສາຍພ ວພ ນມ ດຕະພາບລະຫວ າງລາວ ອ ຕາລ
ທ່ານ ຄຳແພງ ໄຊສົມແພງ ແລະ ທ່ານ ໂພຣ ແຄລີ - ເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ. (ພາບ: KPL)

ທ່ານລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ໂດຍຜ່ານ ທ່ານເອກອັກຄະລັດຖະທູດ ໄປຍັງລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫລືອ ແກ່ ສປປ ລາວ ໃນຫລາຍຂະແໜງການຢ່າງຕໍ່ເນື່ອງ, ໂດຍສະເພາະ ຂະແໜງການຄຸ້ມໄພພິບັດຕ່າງໆ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການຄ້າ-ການລົງທຶນ, ກະສິກໍາ, ການພັດທະນາຊົນນະບົດ ແລະ ອື່ນໆ. ພ້ອມກັນນີ້, ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂຜົນກະທົບ ຂອງການລະ ບາດ ຂອງພະຍາດໂຄວິດ-19.

ພ້ອມດຽວກັນ, ສອງຝ່າຍຍັງໄດ້ປືກສາຫາລື ກ່ຽວກັບການຮ່ວມມື ໃນຂອບວຽກງານການຄຸ້ມຄອງໄພພິບັດ ໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ ໂດຍສະເພາະກອງປະຊຸມລັດ ຖະມົນຕີ ໃນຂອບວຽກງານ ການຄຸ້ມຄອງໄພພິບັດ ທີ່ຄາດວ່າຈະຈັດຂຶ້ນ ໃນປີ 2022 ໂດຍແມ່ນ ປະເທດອົດສະຕາລີ ເປັນເຈົ້າພາບ.

ເພ ມທະວ ສາຍພ ວພ ນມ ດຕະພາບລະຫວ າງລາວ ອ ຕາລ ກອງປະຊຸມແຈ້ງຜົນສໍາເລັດກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ

ຍສໝ - ທີ່ກອງປະຊຸມ, ທ່ານ ຮ່ວາງບິນກວນ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ ໄດ້ຕີລາຄາສູງເລື່ອງ ພັກປະຊາຊົນປະຕິວັດລາວ ໄດ້ລາຍງານກ່ຽວກັບໝາກຜົນກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ພັກກອມມູນິດຫວຽດນາມ ເຊິ່ງສະແດງໃຫ້ເຫັນວ່າ ພັກປະຊາຊົນປະຕິວັດລາວ ຖືການພົວພັນມິດຕະພາບທີ່ຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດຫວຽດນາມ ແລະ ລາວ ເປັນສຳຄັນ.

ເພ ມທະວ ສາຍພ ວພ ນມ ດຕະພາບລະຫວ າງລາວ ອ ຕາລ ອັດຕາການນຳໃຊ້ແຮງງານເດັກ ຢູ່ ສປປ ລາວ ກວມເຖິງ 42% ຂອງພົນລະເມືອງ

ຜົນການສຳຫລວດກຳລັງແຮງງານ ແລະ ແຮງງານເດັກ ຢູ່ ສປປ ລາວ ໃນປີ 2010 ມີເດັກອາຍຸລະຫວ່າງ 5-17 ປີ ມີ 1.767.109 ຄົນ ກວມເອົາ 30% ຂອງປະຊາກອນທັງໝົດ, ໃນນັ້ນ 266.509 ຄົນ ແມ່ນເດັກເຮັດວຽກ ເພື່ອເສດຖະກິດ ໃນນັ້ນເດັກຈໍານວນ 178.014 ຄົນ ເປັນແຮງງານເດັກ. ຜົນການສຳຫລວດ ດັດສະນີໝາຍສັງຄົມ ປີ 2017 ມີອັດຕາການນໍາໃຊ້ ແຮງງານເດັກ ກວມ 42%.

ເພ ມທະວ ສາຍພ ວພ ນມ ດຕະພາບລະຫວ າງລາວ ອ ຕາລ ຫໍສະພາແຫ່ງຊາດລາວ ເປັນສັນຍາລັກແຫ່ງໄມຕີຈິດມິດຕະພາບລະຫວ່າງສອງປະເທດ ລາວ - ຫວຽດນາມ

ຍສໝ - ​ໂຄງການ ຫໍສະພາແຫ່ງຊາດລາວ ຫຼັງໃໝ່ ​​ມີ​ເນື້ອ​ທີ່​ທັງ​ໝົດ 23.400 ຕາ​ແມັດ, ​ໃນ​ນັ້ນມີເນື້ອ​ທີ່​ປຸກ​ອາຄານ 7.171 ຕາ​ແມັດ, ກວ້າງ 78 ​ເມັດ, ​ເນື້ອ​ທີ່​ຈອດ​ລົດ ​ແລະທາງ​ສັນຈອນ 9.450 ຕາ​ແມັດສາມາດ​ຈອດ​ລົດ​ໃຫຍ່​ໄດ້ 273 ຄັນ, ລົດ​ເມ 3 ຄັນ, ລົດ​ຈັກ 270 ...

kpl.gov.la

ເຫດການ
302 Found

Found

The document has moved here.