ຈຳນວນອຸປະຕິເຫດແຮງງານລາວ ທຽບໃສ່ພາກພື້ນແມ່ນໜ້າເປັນຫ່ວງ

06:13 | 22/03/2021

ບັນຫາຄວາມປອດໄພ ແລະ ການມີສຸຂະພາບດີ ຂອງຜູ້ອອກແຮງງານ ແມ່ນປັດໄຈໜຶ່ງທີ່ສາມາດສ້າງ ແລະ ເພີ່ມປະສິດທິພາບ ໃນການເຮັດວຽກ ຂອງເຂົາເຈົ້າໄດ້, ການທີ່ຜະລິດຕະພາບ ຂອງແຮງງານສູງຂຶ້ນ ຈະສ້າງຄວາມມັ່ງຄັ້ງ ໃຫ້ແກ່ຜູ້ລົງທຶນສູງຂຶ້ນ ລວມໄປເຖິງການ ເພີ່ມຜົນຜະລິດລວມ ຫລື ຈີດີພີ ຂອງປະເທດໄດ້.

ຈຳນວນອ ປະຕ ເຫດແຮງງານລາວ ທຽບໃສ ພາກພ ນແມ ນໜ າເປ ນຫ ວງ ໄຊຊະນະທາງເລກ 9 - ພາກໃຕ້ລາວ ປີ 1971 ແມ່ນໜຶ່ງໃນບັນດາເຫດການປະຫວັດສາດທີ່ມີລັກສະນະຍຸດທະສາດ,ສ້າງທ່າ ແລະກໍາລັງແຮງໃຫ້ແກ່ການບຸກໂຈມຕີຄັ້ງໃຫຍ່ໃນລະດູບານໃໝ່ປີ 1975
ຈຳນວນອ ປະຕ ເຫດແຮງງານລາວ ທຽບໃສ ພາກພ ນແມ ນໜ າເປ ນຫ ວງ ຮັດແໜ້ນການພົວພັນມິດຕະພາບທີ່ຍິ່ງໃຫຍ່ຫວຽດນາມ - ລາວ ກວ່າອີກ
ຈຳນວນອ ປະຕ ເຫດແຮງງານລາວ ທຽບໃສ ພາກພ ນແມ ນໜ າເປ ນຫ ວງ
ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວໃນພິທີເປີດສູນ ກວດສຸຂະພາບ ແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ, ກະຊວງສາທາລະນະສຸກ ໃນວັນທີ 16 ມີນາ 2021 ນີ້ວ່າ: ໃນຫລາຍ ທົດສະວັດຜ່ານມາ ຍັງມີຫລາຍປະເທດໃນໂລກ ບໍ່ຄໍານຶງເຖິງ ຫລື ບໍ່ໄດ້ເອົາໃຈໃສ່ຕໍ່ວຽກງານດັ່ງກ່າວ, ທົ່າທີ່ຄວນ ຊຶ່ງຍັງເຮັດໃຫ້ອຸປະຕິເຫດ ແລະ ການເປັນພະຍາດ ຈາກການເຮັດວຽກ ຫລື ພະຍາດອາຊີບ ຂ້າຊີວິດ ຂອງຜູ້ອອກແຮງງານ ເປັນຈໍານວນຫລາຍໃນແຕ່ລະວັນ, ໃນແຕ່ລະຊົ່ວໂມງ. ຕົວເລກໃນສອງສາມປີຜ່ານມາ ຂອງອົງການແຮງງານສາກົນ ແຈ້ງໃຫ້ຮູ້ວ່າ ມີຜູ້ອອກແຮງງານເກືອບ 3 ລ້ານຄົນເສຍຊີວິດ ຈາກການເຮັດວຽກ ທີ່ບໍ່ມີຄວາມປອດໄພ. ໃນນີ້, ຫລາຍກວ່າເຄິ່ງໜຶ່ງ ແມ່ນເສຍຊີວິດ ຍ້ອນພະຍາດທີ່ເກີດ ຈາກການເຮັດວຽກ ຫລື ພະຍາດອາຊີບ ຖ້າເບິ່ງໃນແງ່ ເສດຖະກິດ ແມ່ນເຮັດໃຫ້ອັດຕາ ການຈະເລີນເຕີບໂຕ ຫລື ຈີດີພີຂອງໂລກລົດລົງສະເລ່ຍ 4% ຕໍ່ປີ, ທັງໝົດຄວາມສູນເສຍ ທີ່ກ່າວມານີ້ ສາ ມາດເຮັດໃຫ້ຫລຸດລົງໄດ້ ຖ້າມີນະໂຍບາຍ, ມີລະບົບ ແລະ ກົນໄກການປ້ອງກັນທີ່ດີພໍ.

ທ່ານ ພົງໄຊສັກ ອິນຖາລາດ ກ່າວຕື່ມວ່າ: ສໍາລັບ ສປປ ລາວ ລັດຖະບານ ໄດ້ກໍານົດເປັນກົດໝາຍ ວ່າດ້ວຍແຮງງານນັບແຕ່ປີ 1994 ເປັນຕົ້ນມາ, ໄດ້ອອກເປັນດໍາລັດ ຂອງນາຍົກລັດຖະມົນ ກ່ຽວກັບ ວຽກງານຄວາມປອດໄພ ແລະ ສຸຂະ ພາບແຮງງານໃນປີ 2013 ຜ່ານມານັ້ນຖືວ່າ ລັດຖະບານເຫັນໄດ້ ຄວາມຈໍາເປັນໃນການປ້ອງກັນ ແລະ ແກ້ໄຂບັນຫາທາງດ້ານ ນີ້ໃຫ້ຫລາຍ ແລະ ດີຂຶ້ນ. ສໍາລັບຄວາມສູນເສຍທີ່ເກີດຈາກອຸບປະຕິເຫດ ແຮງງານໃນໄລຍະຜ່ານມາ ເຖິງຈະຍັງບໍ່ມີກົນໄກການເກັບກໍາຂໍ້ມູນທີ່ດີກໍ່ຕາມ ແຕ່ພວກເຮົາສາມາດ ເກັບກໍາໄດ້ຈາກບາງແຫລ່ງ ເຊັ່ນ: ການປະກັນສັງຄົມ, ການລາຍງານຂອງເຈົ້າໜ້າທີ່ກວດກາແຮງງານ ແລະ ຂອງບາງຫົວໜ່ວຍ ແຮງງານ ກໍເຫັນວ່າ ຈຳນວນອຸປະຕິເຫດແຮງງານຂອງປະເທດເຮົາ ຖ້າທຽບໃສ່ປະເທດອື່ນ ໃນພາກພື້ນແມ່ນມີ ຈໍານວນທີ່ໜ້າເປັນຫ່ວງ, ແຕ່ໜ້າເປັນຫ່ວງຍິ່ງໄປກວ່ານີ້ ແມ່ນການສູນເສຍຊີວິດ ຂອງຜູ້ອອກແຮງງານ ທີ່ເກີດຈາກເປັນພະຍາດອາຊີບ ແມ່ນພວກເຮົາບໍ່ສາມາດຮູ້ໄດ້ເລີຍ.

ເພື່ອແກ້ໄຂບັນຫາດັ່ງກ່າວ ພວກເຮົາຈະສືບຕໍ່ ປຶກສາຫາລືກັບກະຊວງສາທາລະນະສຸກ ເພື່ອກຳນົດມາດຕະຖານ ທັງລາຍການກວດ ສຸຂະພາບ ປະຈໍາປີ ແລະ ລາຄາການກວດ ເພື່ອເປັນເອກະພາບກັນ ສ່ວນການຈ່າຍແບບ ມອບເໝົາໃຫ້ຜູ້ອອກແຮງງານ ແມ່ນໄດ້ກໍານົດໄວ້ ໃນດໍາລັດ ແລ້ວວ່າ ບໍ່ຢາກໃຫ້ເຮັດ, ຈະປຶກສາກັບອົງການ ສາມຝ່າຍຕໍ່ໄປ ເພື່ອພ້ອມກັນກໍານົດ ລະບຽບການທີ່ເໝາະສົມ ແລະ ສອດຄ່ອງກັບ ເງື່ອນໄຂຕົວຈິງຂອງ ປະເທດເຮົາ ໂດຍສະເພາະແມ່ນ ໄລຍະຂອງການສ້າງກົດໝາຍວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານໃນປີໜ້າພວກເຮົາຕ້ອງໄດ້ກໍານົດໃຫ້ຈະແຈ້ງ, ລະອຽດສາມາດປະຕິບັດໄດ້ຮ່ວມກັນ.

ຈຳນວນອ ປະຕ ເຫດແຮງງານລາວ ທຽບໃສ ພາກພ ນແມ ນໜ າເປ ນຫ ວງ ຫວຽດນາມ ສືບຕໍ່ເຂົ້າຮ່ວມການເຄື່ອນໄຫວຮ່ວມມືລະຫວ່າງກອງທັບບັນດາປະເທດອາຊຽນ ຢ່າງມີຄວາມຮັບຜິດຊອບ

ຍສໝ - ເມື່ອບໍ່ດົນມານີ້, ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 18 ໄດ້ດໍາເນີນຜ່ານລະບົບອອນລາຍ ພາຍໃຕ້ການເປັນປະທານຂອງທ່ານພົນຈັດຕະວາ Dato Seri Pahlawan Haji Hamzah bin Haji Sahat ຜູ້ບັນຊາການທະຫານສູງສຸດແຫ່ງກອງທັບລາດຊະວົງ ບຣູໄນ.

ຈຳນວນອ ປະຕ ເຫດແຮງງານລາວ ທຽບໃສ ພາກພ ນແມ ນໜ າເປ ນຫ ວງ ແລກປ່ຽນເນື້ອໃນຮ່ວມມືໃນຂົງເຂດການຄ້າ, ພະລັງງານແບບຍືນຍົງ ແລະເສດຖະກິດໝູນວຽນລະຫວ່າງສອງປະເທດ ຫວຽດນາມ ແລະ ໂຮນລັງ

ຍສໝ - ໂຮນລັງ ປາດຖະໜາຢາກເພີ່ມທະວີການສົມທົບກັບກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃນບັນດາຂົງເຂດເສດຖະກິດໝູນວຽນຄືຈັດຕັ້ງການເຈລະຈາ, ຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນເພື່ອພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດໃນຂົງເຂດດັ່ງກ່າວກວ່າອີກ.

ຈຳນວນອ ປະຕ ເຫດແຮງງານລາວ ທຽບໃສ ພາກພ ນແມ ນໜ າເປ ນຫ ວງ ເວທີປາໄສອາຊຽນ - ອົດສະຕາລີ ຄັ້ງທີ 33: ຮ່ວມມືເພື່ອການຟື້ນຟູ ແລະ ການເຕີບໂຕແບບຍືນຍົງ

ຍສໝ - ຫວ່າງແລ້ວນີ້, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທ່ານ ຫງວຽນກວກຢູ້ງ, ຫົວໜ້າ SOM ອາຊຽນ ຫວຽດນາມ ພ້ອມກັບບັນດາຫົວໜ້າ SOM ອາຊຽນ, ແລະ ທ່ານ Justin Hayhurst ຮອງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ ເຂົ້າຮ່ວມເວທີປາໄສ ອາຊຽນ - ອົດສະຕາລີ ຄັ້ງທີ 33 ...

kpl.gov.la

ເຫດການ
302 Found

Found

The document has moved here.