ປະເທດລາວ ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ແຮງງານຕ່າງປະເທດ ຢູ່ໂຮງໝໍມະໂຫສົດ

13:14 | 22/03/2021

ໃນວັນທີ 16 ມີນາ 2021 ກະຊວງສາທາລະນະສຸກ ຮ່ວມກັບ ກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ, ກະຊວງສາທາລະນະສຸກ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ຮສສ, ທ່ານ ນາງ ວຽງສະຫວັນ ຊາມົນຕີ ປະທານສູນ ກວດສຸຂະພາບແຮງງານພາຍໃນ ແລະ ແຮງງານຕ່າງປະເທດ ໂຮງໝໍມະໂຫສົດ, ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ປະເທດລາວ ເປ ດສ ນກວດສ ຂະພາບແຮງງານພາຍໃນ ແລະ ແຮງງານຕ າງປະເທດ ຢ ໂຮງໝ ມະໂຫສ ດ ເສັ້ນທາງ 13 ໃຕ້ ຈະໄດ້ຮັບການປັບປຸງ-ສ້ອມແປງຄືນໃໝ່
ປະເທດລາວ ເປ ດສ ນກວດສ ຂະພາບແຮງງານພາຍໃນ ແລະ ແຮງງານຕ າງປະເທດ ຢ ໂຮງໝ ມະໂຫສ ດ ປະເທດລາວ: ຫາລືວຽກງານຄຸ້ມຄອງໄພພິບັດ ແລະ ກຽມຄວາມພ້ອມ ຕອບໂຕ້ໄພພິບັດ ໃນທົ່ວປະເທດ

ສູນດັ່ງກ່າວ, ຕັ້ງຢູ່ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫລວງວຽງຈັນ, ເພື່ອສະໜອງການບໍລິການ ກວດສຸຂະພາບ ໃຫ້ຜູ້ອອກແຮງງານປະຈໍາປີ ໃຫ້ໄດ້ມາດຕະຖານ ແລະ ຮັບປະກັນການປ້ອງກັນສຸຂະພາບ ຂອງຜູ້ອອກແຮງງານ ສອດຄ່ອງກັບສິດທິ ຂອງຕົນຕາມກົດໝາຍວ່າດ້ວຍແຮງງານ ແລະ ລະບຽບການກ່ຽວຂ້ອງກໍານົດໄວ້. ພ້ອມນີ້, ກໍເພື່ອອໍານວຍຄວາມສະດວກ ໃຫ້ຜູ້ອອກແຮງງານ ກວດເຊັກສຸຂະພາບຂອງຕົນ ຢູ່ໃນສະຖານ ທີ່ເຮັດວຽກ ແລະ ສ້າງຖານເກັບກໍາຂໍ້ມູນ ດ້ານສຸຂະພາບ ຂອງຜູ້ອອກແຮງງານ ໃນການເຮັດວຽກ, ປ້ອງກັນ ແລະ ຮັກສາໃຫ້ທັນ ຕໍ່ພະຍາດຕ່າງໆ ທີ່ອາດຈະເກີດຂຶ້ນ ຈາກການເຮັດວຽກ ເພື່ອປ້ອງກັນ ແລະ ປິ່ນປົວໃຫ້ທັນເວລາ.

ປະເທດລາວ ເປ ດສ ນກວດສ ຂະພາບແຮງງານພາຍໃນ ແລະ ແຮງງານຕ າງປະເທດ ຢ ໂຮງໝ ມະໂຫສ ດ

ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ແຮງງານຕ່າງປະເທດ ຢູ່ໂຮງໝໍມະໂຫສົດ. (ພາບ: KPL)

ທ່ານ ນາງ ວຽງສະຫວັນ ຊາມົນຕີ ໄດ້ກ່າວວ່າ: ສູນກວດສຸຂະພາບ ແຮງງານພາຍໃນ ແລະ ຕ່າງປະເທດຂອແຫ່ງນີ້ ແມ່ນໄດ້ຮັບການ ສະໜັບສະໜູນ ແລະ ເອື້ອອໍານວຍຄວາມສະດວກ ຈາກພາກລັດຖະບານ ພາຍໃຕ້ເງື່ອນໄຂ ແລະ ສະພາບແຫ່ງຄວາມຮຽກຮ້ອງ ຕ້ອງການຂອງ ວຽກງານ ການປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຜູ້ອອກແຮງງານ ທາງດ້ານວຽກງານ ຄວາມປອດໄພ ແລະ ສຸຂະພາບແຮງງານຕາມທີ່ໄດ້ ກໍານົດໄວ້ ໃນນະໂຍບາຍ ຂອງລັດຖະບານແຫ່ງ ສປປ ລາວ ກ່ຽວກັບການປ້ອງກັນ ການເກີດພະຍາດຕ່າງໆ ຈາກການເຮັດວຽກ ຂອງຊາວ ຜູ້ອອກແຮງງານ ແລະ ໄດ້ຮັບການສ້າງຕັ້ງຂຶ້ນ ພາຍໃຕ້ການຊີ້ນຳ ຈາກການນຳຂັ້ນສູງ ຂອງກະຊວງ ສາທາລະນະສຸກ ແລະ ກະຊວງ ຮສສ ໂດຍການຮ່ວມມືກັນ ກັບກົມຄຸ້ມຄອງແຮງງານ ໂດຍເຮັດໜ້າທີ່ຕົ້ນຕໍ ກ່ຽວກັບການກວດສຸຂະພາບ ແຮງງານປະຈຳປີ ແບບເປັນລະບົບຄົບຊຸດ ແລະ ທັນສະໄໝອີກແຫ່ງໜຶ່ງ ຢູ່ ສປປ ລາວ. ສະນັ້ນ, ການເຮັດໜ້າທີ່ບໍລິການ ກວດສຸຂະພາບປະຈໍາປີ ຂອງຜູ້ອອກແຮງງານ ກໍເປັນສິ່ງໜຶ່ງທີ່ສໍາຄັນ ແລະ ເປັນກຽດອັນສູງສົ່ງ ສໍາລັບຂ້າພະເຈົ້າ. ສູນກວດສຸຂະພາບແຫ່ງນີ້, ຈະເປັນຖານຂໍ້ມູນ ຂ່າວສານດ້ານສຸຂະພາບຂອງຜູ້ອອກແຮງງານ ໃນທົ່ວປະເທດ.

ປະເທດລາວ ເປ ດສ ນກວດສ ຂະພາບແຮງງານພາຍໃນ ແລະ ແຮງງານຕ າງປະເທດ ຢ ໂຮງໝ ມະໂຫສ ດ ຜູ້ນຳປະເທດລາວ ແລະ ກຳປູເຈຍ ອວຍພອນຊົມເຊີຍປີໃໝ່ໃຫ້ແກ່ປະຊາຊົນຫວຽດນາມ

ຍສໝ - ທີ່ການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ຜົນສຳເລັດຂອງການຮ່ວມມືທີ່ດີໃນປີທີ່ຜ່ານມາ ແລະ ຄວາມມານະພະຍາຍາມຂອງການນຳສາຍພົວພັນຮ່ວມມືສອງຝ່າຍຫວຽດນາມ - ລາວ ແລະ ຫວຽດນາມ - ກຳປູເຈຍໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.

ປະເທດລາວ ເປ ດສ ນກວດສ ຂະພາບແຮງງານພາຍໃນ ແລະ ແຮງງານຕ າງປະເທດ ຢ ໂຮງໝ ມະໂຫສ ດ ປະເທດລາວ ໄດ້ຮັບຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ຈຳນວນ 1000 ປະລິມານ ຈາກຣັດເຊຍ

ຍສໝ - ກະຊວງສາທາລະນະສຸກລາວ ໄດ້ຮັບຢາວັກຊີນ Sputnik V ຈຳນວນ 1,000 ປະລິມານໂດຍຜ່ານກອງທຶນການລົງທືນໂດຍກົງຂອງສະຫະພັນຣັດເຊຍ, ເຊິ່ງເປັນການໃຫ້ຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ເປັນຄັ້ງທຳອິດໃນຊຸດຢາວັກຊີນຈຳນວນສອງລ້ານປະລິມານ ທີ່ລັດຖະບານສອງປະເທດໄດ້ຕົກລົງ.

ປະເທດລາວ ເປ ດສ ນກວດສ ຂະພາບແຮງງານພາຍໃນ ແລະ ແຮງງານຕ າງປະເທດ ຢ ໂຮງໝ ມະໂຫສ ດ ປະເທດລາວ ພະຍາຍາມແກ້ໄຂບັນຫາພະຍາດອາຊີບ ແລະ ການປ້ອງກັນອຸປະຕິເຫດ

ໃນປະເທດລາວ ແຕ່ລະປີໄດ້ເກີດອຸປະຕິເຫດແຮງງານ ແລະ ພະຍາດອາຊີບ ຫລາຍພໍສົມຄວນ, ແຕ່ຍັງບໍ່ມີລະບົບ ການລາຍງານ ຢ່າງເປັນລະບົບ, ບໍ່ມີຖານຂໍ້ມູນ, ບໍ່ມີລະບົບຂໍ້ມູນຂ່າວສານ ແລະ ລະບົບການເກັບກໍາ.

ປະເທດລາວ ເປ ດສ ນກວດສ ຂະພາບແຮງງານພາຍໃນ ແລະ ແຮງງານຕ າງປະເທດ ຢ ໂຮງໝ ມະໂຫສ ດ

kpl.gov.la

ເຫດການ
302 Found

Found

The document has moved here.