ຍສໝ - ດຳລັດເລກທີ 84/2023/ND-CP ສະບັບປັບປຸງ ແລະ ເພີ່ມເຕີມບາງມາດຕາຂອງດຳລັດເລກທີ 129/2022/ND-CP ລົງວັນທີ 30 ທັນວາ 2022 ວ່າດ້ວຍຕາຕະລາງອັດຕາພາສີນໍາເຂົ້າພິເສດຂອງຫວຽດນາມ ເພື່ອປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ 2022 – 2027 (RCEP).
ຍສໝ - ຕາມການສະຖິຕິຂອງພະແນກອຸດສາຫະກຳ ແລະການຄ້າ ແຂວງດ້ຽນບຽນ ແລ້ວ, ຍອດວົງເງິນສົ່ງອອກ, ນໍາເຂົ້າ ແລະການເຄື່ອນໄຫວການຄ້າຊາຍແດນຂອງແຂວງດ້ຽນບຽນ ໃນ 9 ເດືອນປີ 2023 ຄາດວ່າຈະບັນລຸ 58,02 ລ້ານໂດລາສະຫະລັດ, ເທົ່າກັບ 71,37% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022; ບັນລຸ 48,35% ທຽບໃສ່ແຜນການປີ; ໃນນັ້ນ, ຄາດຄະເນການສົ່ງອອກບັນລຸ 42,85 ລ້ານໂດລາສະຫະລັດ, ເທົ່າກັບ 73,55% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ບັນລຸ 53,56% ເມື່ອທຽບໃສ່ແຜນການປີ.
ຍສໝ - ປີ 2021, ຄະນະກຳມະການອາຊຽນ ໄດ້ປະກາດໃຊ້ກອບເສດຖະກິດໝູນວຽນ ໃຫ້ປະຊາຄົມເສດຖະກິດອາຊຽນ. ກອບເສດຖະກິດໝູນວຽນ ໄດ້ວາງວິໄສທັດໄລຍະຍາວ ດ້ວຍຄວາມຫວັງເສດຖະກິດໝູນວຽນ ອີງໃສ່ບັນດາຂໍ້ລິເລີ່ມທີ່ມີ ຢູ່ ແລະກຳນົດບັນດາຈຸດສຸມບູລິມະສິດໃນການກະທຳ, ຍູ້ໄວວິວັດການຫັນພື້ນຖານເສດຖະກິດໝູນວຽນ ໃນກຸ່ມອາຊຽນ ໃຫ້ປະກົດຜົນເປັນຈິງ.
ຍສໝ - ໃນລະຫວ່າງວັນທີ 23-24 ພະຈິກ, ຢູ່ແຂວງ ບັກຢາງ, ກຸ່ມ 1 ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງກອງປະຊຸ “ບົດຮຽນປະສົບການ ແລະ ບັນດາມາດຕະການແກ້ໄຂ ເພື່ອຍົກສູງປະສິດທິຜົນການຕ່າງປະເທດປະຊາຊົນ, ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ, ວັດທະນະທຳ ແລະ ສັງຄົມ” ແລະ ສະຫຼຸບວຽກງານໃນປີ 2023.
ຍສໝ - ສອງຝ່າຍຄວນໝູນໃຊ້ສັນຍາ EVFTA ຢ່າງມີປະສິດທິຜົນ, ເປີດກວ້າງຕະຫຼາດໃຫ້ສິນຄ້າຂອງກັນ; ເພີ່ມທະວີການແລກປ່ຽນຄະນະວິສາຫະກິດ, ດຶງດູດການລົງທຶນໃນບັນດາຂົງເຂດທີ່ຫວຽດນາມ ມີຄວາມຕ້ອງການ ແລະ Romania ມີທ່າແຮງ, ຄື: ກົນຈັກ, ອຸປະກອນການແພດ, ການຢາ, ໂທລະຄົມມະນາຄົມ, ພະລັງງານທົດແທນ...
ຍສໝ - ຫວຽດນາມ ພວມຟື້ນຕົວເປັນປົກກະຕິຈາກການຊຸດໂຊມຂອງການຄ້າທົ່ວໂລກ ແລະ ການສົ່ງອອກມີຄວາມອາດສາມາດທີ່ສືບຕໍ່ເພີ່ມຄວາມໄວ ເມື່ອໃບສັ່ງສິນຄ້າໄດ້ຮັບການປັບປຸງ.
ຍສໝ - ທະນາຄານສູນກາງເອີຣົບ (ECB) ຢຸດຍົກອັດຕາດອກເບ້ຍຄັ້ງທໍາອິດໃນຮອບ 15 ເດືອນ, ຍ້ອນການຊຸດໂຊມທາງດ້ານເສດຖະກິດໄດ້ມີສັນຍານທີ່ຮ້າຍແຮງກວ່າເກົ່າ.
ຍສໝ - ທີ່ການເຮັດວຽກ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ທີ່ຢູ່ໃນເຂດສາມຫຼ່ຽມພັດທະນາ ໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາເນື້ອໃນຮ່ວມມືຂອງພາກພື້ນໃນຂົງເຂດ: ການພົວພັນຕ່າງປະເທດ, ເສດຖະກິດ, ວັດທະນະທຳ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.
ຍສໝ - ການຟື້ນຟູຄືນໃໝ່ແມ່ນຍ້ອນຄວາມຕ້ອງການຂອງໂລກໄດ້ຮັບການປັບປຸງ, ປະກອບສ່ວນຊຸກຍູ້ການສົ່ງອອກ.
ຍສໝ - ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຈີນ ຟ້າມຊາວມາຍ, ການຢ້ຽມຢາມຈີນຂອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ສະແດງຄວາມເຫັນດີເຫັນພ້ອມຂອງຫວຽດນາມ ທີ່ເປັນເພື່ອນ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ຕັ້ງໜ້າຮັບຜິດຊອບໃນປະຊາຄົມສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
ຍສໝ - ວັນທີ 6 ຕຸລາ 2013 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະ ລົງຢ້ຽມຢາມ ແລະພົບ ປະໂອ້ລົມ ປະຊາຊົນບ້ານບວມອໍ້ ເມືອງຊຽງເງິນ ແຂວງຫລວງພະບາງ.
ຍສໝ - ການສົ່ງອອກ ແລະ ການຟື້ນຟູການໃຊ້ຈ່າຍພາຍໃນປະເທດຈະແມ່ນສອງ ກຳລັງໜູນຊຸກຍູ້ການເຕີບໂຕເພື່ອຊ່ວຍໃຫ້ GDP ຂອງຫວຽດນາມບັນລຸ 6,3% ໃນປີ 2024, ອີງຕາມ HSBC.
ຍສໝ - ໃນສະພາບການຫຍຸ້ງຍາກລວມດັ່ງກ່າວ, ການຄາດຄະເນອັບເດດເດືອນກັນຍາ 2023, OECD ຄາດຄະເນເສດຖະກິດຫວຽດນາມ ເຕີບໂຕ 4,7% ປີ 2023. ພິເສດ, ຕາມທະນາຄານພັດທະນາອາຊິີ (ADB), ການເຕີບໂຕ GDP ປີ 2023 ຂອງຫວຽດນາມ ຈະບັນລຸ 5,8%, ສູງທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈະເພີ່ມ 6% GDP ໃນປີ 2024.
ຍສໝ - ກອງປະຊຸມນັກລົງທຶນປີ 2023 ໂດຍ VinaCapital ຈັດຕັ້ງໃນວັນທີ 3/10 ຢູ່ນະຄອນໂຮ່ຈິມິນ ໄດ້ດຶງດູດນັກລົງທຶນສາກົນ 150 ກວ່າວິສາຫະກິດ, ສະຖາບັນການເງິນໃຫຍ່, ບໍລິສັດເຕັກໂນໂລຊີເລີ່ມຕົ້ນເຂົ້າຮ່ວມ.
ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IX (ປີ2011), ພັກປະຊາຊົນ ປະຕິວັດລາວ ໄດ້ວາງແນວທາງການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ຕາມທິດສັງຄົມນິຍົມນັບມື້ສົມບູນແບບຂຶ້ນກວ່າເກົ່າ. ຮອດກອງປະຊຸມໃຫຍ່ຄັ້ງທີ XI, ພັກປະຊາຊົນ ປະຕິວັດລາວ ໄດ້ກຳນົດ 6 ເປົ້າໝາຍໃຫຍ່ໃນການພັດທະນາເສດຖະກິດ-ສັງຄົມ ໄລຍະ 2021-2025. ຈາກນັ້ນ ໃນສະພາບຂອງເສດຖະກິດໂລກ ແລະ ພາຍໃນປະເທດໄດ້ມີການຜັນແປ, ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນວົງກ້ວາງ, ລັດຖະບານລາວໄດ້ສ້າງ ແລະ ປະຕິບັດຫຼາຍນະໂຍບາຍເພື່ອພັດທະນາປະເທດຊາດ, ພິເສດແມ່ນແຜນການພັດທະນາເສດຖະກິດ - ສັງຄົມໃນໄລຍະປີ 2021-2025. ບັນດາແຜນນະໂຍບາຍ ແລະ ນະໂຍບາຍດັ່ງກ່າວ, ເມື່ອນຳໄປຈັດຕັ້ງປະຕິບັດຕົວຈິງ ກໍ່ສາມາດບັນລຸໄດ້ຜົນສຳເລັດຢ່າງສະຫງ່າງາມ.
ຍສໝ - ໃນໂອກາດການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ, ຕອນບ່າຍວັນທີ 22 ກັນຍາ, ຄະນະປະຕິບັດງານກຳມາທິການບັນດາເຜົ່າຂອງສະພາແຫ່ງຊາດລາວ ເຊິ່ງນໍາໂດຍສະຫາຍ ຄຳຈັນ ໂສຕາປະເສີດ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບການນຳນະຄອນດານັ້ງ.
ຍສໝ - ການມີຫຼາກຫຼາຍຮູບແບບຜະລິດຕະພັນການທ່ອງທ່ຽວ, ເສດຖະກິດຍາມກາງຄືນບໍ່ພຽງແຕ່ຊ່ວຍສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ປະຊາຊົນເທົ່ານັ້ນ ແຕ່ຫາກຍັງເປັນການເພີ່ມສີສັນ ແລະ ຄວາມປະທັບໃຈໃຫ້ກັບນັກທ່ອງທ່ຽວອີກດ້ວຍ.
ຍສໝ - ວັນທີ 22 ກັນຍາ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະມັດຊາໃຫຍ່ສະຫະປະຊາຊາດຢູ່ນິວຢອກ (ອາເມລິກາ), ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ມີການພົບປະກັບລັດຖະມົນຕີການຕ່າງປະເທດເມັກຊິກ ແລະ ອີຣານ.
ຍສໝ - ການຫັນເປັນຫຼາຍຮູບຫຼາຍແບບບັນດາຜະລິດຕະພັນທ່ອງທ່ຽວ ໃນນັ້ນມີເສດຖະກິດກາງຄືນ ບໍ່ພຽງແຕ່ຊ່ວຍສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ປະຊາຊົນຫຼາຍຂຶ້ນເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ຫຼວງພະບາງ ກາຍເປັນສະຖານທີ່ດຶງດູດແຂກທ່ອງທ່ຽວຫຼາຍຂຶ້ນ.
ຍສໝ - ການເຕີບໂຕ ເສດຖະກິດຂອງ ສສ ຫວຽດນາມ ຈະມີການເຕີບໂຕ ລະດັບ 5,8% ໃນປີ 2023 ແລະ 6% ໃນປີ 2024, ຫລຸດລົງໜ້ອຍໜຶ່ງ ເມື່ອທຽບໃສ່ກັບ ການຄາດຄະເນ ເມື່ອເດືອນ ເມສາແມ່ນ 6,5% ແລະ 6,8%.