ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ລະຫວ່າງຫວຽດນາມ-Romania

00:00 | 21/11/2023

ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ລະຫວ່າງຫວຽດນາມ-Romania

ທ່ານປະທານປະເທດ ໄດ້ໃຫ້ສັດຕະຍາບັນສັນຍາວ່າດ້ວຍການຊ່ວຍເຫຼືອດ້ານກົດໝາຍອາຍາ ລະຫວ່າງຫວຽດນາມ ແລະ ເຊັກໂກ ທ່ານປະທານປະເທດ ໄດ້ໃຫ້ສັດຕະຍາບັນສັນຍາວ່າດ້ວຍການຊ່ວຍເຫຼືອດ້ານກົດໝາຍອາຍາ ລະຫວ່າງຫວຽດນາມ ແລະ ເຊັກໂກ
ເວທີປາໄສການເຊື່ອມຕຈອດຊຸກຍູ້ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ລາວ-ຫວຽດນາມ-ໄທ ເວທີປາໄສການເຊື່ອມຕຈອດຊຸກຍູ້ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ລາວ-ຫວຽດນາມ-ໄທ

ຕອນບ່າຍວັນທີ 20 ພະຈິກ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີ໊ງ ໄດ້ໃຫ້ການຕ້ອນຮັບທ່ານ Stefan-Radu Oprea ລັດຖະມົນຕີກະຊວງເສດຖະກິດ, ວິສາຫະກິດ ແລະທ່ອງທ່ຽວ Romania ທີ່ພວມຢ້ຽມຢາມ, ເຮັດວຽກ ແລະເຂົ້າຮ່ວມກອງປະຊຸມ ຄັ້ງທີ 17 ຂອງຄະນະກໍາມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ ຫວຽດນາມ-Romania ຢູ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ແລະທ່ານລັດຖະມົນຕີ Stefan-Radu Oprea ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນສອງຝ່າຍ ຫວຽດນາມ-Romania ທີ່ພວມພັດທະນາຢ່າງດີງາມໃນຂົງເຂດການເມືອງ, ການທູດ, ເສດຖະກິດ, ແຮງງານ, ການສຶກສາ-ກໍ່ສ້າງ, ວັດທະນະທຳ... ໃນໄລຍະຈະມາເຖິງ, ພ້ອມກັບການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນລະຫວ່າງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະເໜີສອງຝ່າຍຄວນກຳນົດການຮ່ວມມືດ້ານເສດຖະກິດ-ການລົງທຶນ-ການຄ້າ ແມ່ນເສົາຄໍ້າສຳຄັນໃນການພົວພັນສອງຝ່າຍ.

ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ລະຫວ່າງຫວຽດນາມ-Romania

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີ໊ງ ແລະ ທ່ານ Stefan-Radu Oprea ລັດຖະມົນຕີກະຊວງເສດຖະກິດ, ວິສາຫະກິດ ແລະທ່ອງທ່ຽວ Romania. ພາບ: ເຢືອງຢາງ

ສອງຝ່າຍຄວນໝູນໃຊ້ສັນຍາ EVFTA ຢ່າງມີປະສິດທິຜົນ, ເປີດກວ້າງຕະຫຼາດໃຫ້ສິນຄ້າຂອງກັນ; ເພີ່ມທະວີການແລກປ່ຽນຄະນະວິສາຫະກິດ, ດຶງດູດການລົງທຶນໃນບັນດາຂົງເຂດທີ່ຫວຽດນາມ ມີຄວາມຕ້ອງການ ແລະ Romania ມີທ່າແຮງ, ຄື: ກົນຈັກ, ອຸປະກອນການແພດ, ການຢາ, ໂທລະຄົມມະນາຄົມ, ພະລັງງານທົດແທນ...

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະເໜີໃຫ້ Romania ຂົນຂວາຍບັນດາປະເທດສະມາຊິກອື່ນໆໃນ ອີຢູ ຮັບຮອງເອົາສັນຍາ EVIPA ໂດຍໄວ; ຊຸກຍູ້ຄະນະກໍາມະການເອີລົບ (EC) ຍົກເລີກ “ບັດເຫຼືອງ IUU” ຕໍ່ກັບສິນໃນນ້ໍາຫວຽດນາມ ໂດຍໄວ; ຊຸກຍູ້ການຮ່ວມມືໃນຂົງເຂດຫັນເປັນດີຈີຕອນສີຂຽວ, ການພັດທະນາເສດຖະກິດໝູນວຽນ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ສືບຕໍ່ສ້າງເງື່ອນໄຂສະດວກ, ປົກປ້ອງຜົນປະໂຫຍດອັນຊອບທໍາຂອງຊາວຫວຽດນາມ ທີ່ພວມເຮັດວຽກຢູ່ Romania.

ໂດຍເຫັນດີກັບຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ, ທ່ານລັດຖະມົນຕີ Stefan-Radu Oprea ໃຫ້ຮູ້ວ່າ ປະເທດນີ້ ປາດຖະໜາຢາກຊອກຫາການຮ່ວມມືກັບຫວຽດນາມ ໃນຂົງເຂດນ້ຳມັນອາຍແກັສ, ກະສິກຳ, ເຕັກໂນໂລຢີຂໍ້ມູນຂ່າວສານ, ອຸດສາຫະກຳການຢາ, ການທ່ອງທຽ່ວ...; ພ້ອມທັງໃຫ້ຮູ້ວ່າ, Romania ພ້ອມແລ້ວທີ່ຈະເປັນປະຕູໃຫ້ສິນຄ້າຫວຽດນາມ ເຂົ້າໄປຍັງ ເອີລົບ.

ບູນມີ

ເຫດການ
302 Found

Found

The document has moved here.