ເຊື່ອມຕໍ່ກາລະໂອກາດພັດທະນາເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ບຣາຊິນ

00:00 | 11/12/2023

ຍສໝ - ການສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ - ບຣາຊິນ ​ເຊື່ອມ​ຕໍ່, ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ, ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ... ​ແມ່ນ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ປຶກສາ​ຫາລື​ທີ່​ການ​ພົບ​ປະ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ບຸ່ຍວັນງິ ​ກັບ​ບັນດາ​ການ​ນຳ​ບັນດາ​ກະຊວງ, ຄະນະ, ວິ​ສາ​ຫະກິດ ບຣາຊິນ ​ໃນລະຫວ່າງວັນ​ທີ 4 – 10 ທັນວາ ຢູ່ ບຣາຊິນ.

ເສົາຄໍ້າສໍາຄັນໃນສາຍພົວພັນ ຫວຽດນາມ - ບຣາຊິນ ເສົາຄໍ້າສໍາຄັນໃນສາຍພົວພັນ ຫວຽດນາມ - ບຣາຊິນ
ພັກກອມມູນິດ ຫວຽດນາມ ແລະ ບຣາຊິນ ເພີ່ມທະວີການແລກປ່ຽນ ແລະ ແບ່ງປັນບົດຮຽນໃນບັນດາຂົງເຂດ ພັກກອມມູນິດ ຫວຽດນາມ ແລະ ບຣາຊິນ ເພີ່ມທະວີການແລກປ່ຽນ ແລະ ແບ່ງປັນບົດຮຽນໃນບັນດາຂົງເຂດ

ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມ​ໃນ​ວັນ​ທີ 7 ທັນວາ​ນີ້, ທ່ານ Jatyr Ranzolin Junior - ປະທານ​ຫ້ອງການ​ການ​ຄ້າ, ອຸດສາຫະກຳ ​ແລະ ທ່ອງ​ທ່ຽວ ບຣາຊິນ - ປອກຕຸຍການ ຂອງລັດ Santa Catarina ໃຫ້​ຮູ້​ວ່າ: ລັດ Santa Catarina ມີ​ທ່າແຮງ​ໃນ​ຫຼາຍ​ກວ່າ 10 ຂົງ​ເຂດ ​ນັບ​ແຕ່​ກະສິກຳ, ວິທະຍາສາດ, ວິສະວະກຳ...ເຖິງການສຶກສາ - ບຳລຸງສ້າງ ແລະ ກໍ່ສ້າງພົນລະເຮືອນ. ລັດ​ກໍ່ມີທ່າໄດ້​ປຽບ​ທ່າ​ໂດຍມີທ່າເຮືອ​ໃຫຍ່ 6 ແຫ່ງ​ທີ່​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ການ​ຄ້າ.

ທ່ານ Jatyr Ranzolin Junior ຫວັງວ່າ ຜ່ານ​ສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ​ຈະສາມາດເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ ລັດ Santa Catarina ​ເວົ້າ​ສະ​ເພາະ ​ແລະ ບຣາຊິນ ເວົ້າ​ລວມ.

ບັນດາວິສາຫະກິດທັງສອງຝ່າຍຈະເຂົ້າຮ່ວມງານວາງສະແດງແນະນຳຜະລິດຕະພັນກະສິກຳ, ອຸດສາຫະກຳ, ຫັດຖະກຳຂອງແຕ່ລະປະເທດ ເພື່ອຊອກຫາຄູ່ຮ່ວມມື ແລະ ຜະລິດຕະພັນທີ່ເໝາະສົມເພື່ອນຳເຂົ້າ ແລະ ສົ່ງອອກໄປຍັງຕະຫຼາດຂອງແຕ່ລະປະເທດ.

ທ່ານ Jatyr Ranzolin Junior ໃຫ້ຮູ້ວ່າ ຫ້ອງການການຄ້າ, ອຸດສາຫະກຳ ແລະ ການທ່ອງທ່ຽວ ບຣາຊິນ - ປອກຕຸຍການ ຈະເປັນຈຸດປະສານງານ ເພື່ອຊ່ວຍໃຫ້ທ່ານເອກອັກຄະລັດຖະທູດ ເຮັດວຽກກັບບັນດາຜູ້ວ່າການແຂວງ, ຜູ້ນຳລັດ Santa Caratina ແລະ ບັນດາວິສາຫະກິດທ້ອງຖິ່ນ ເພື່ອຮຽນຮູ້ກ່ຽວກັບທ່າແຮງບົ່ມຊ້ອນຂອງລັດ ໃນຂົງເຂດທຸ​ລະ​ກິດ​ກັບ​ຫວຽດ​ນາມ.

ທີ່​ການ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ ອາ​ຊຽນ ຢູ່ Brasilia ​ໃນ​ວັນ​ທີ 6 ທັນວາ, ທ່ານ​ປະທານ​ຄະນະ​ກຳມະການ​ໝູນ​ວຽນ - ທ່ານເອກ​ອັກຄະ​ລັດຖະທູດ ຟີ​ລິບ​ປິນ Joseph Gerard B. Angeles ​ ຢືນຢັນ​ວ່າ ບັນດາ​ສະມາຊິກ ອາ​ຊຽນ ຢູ່ ບຣາຊິນ ຍາມ​ໃດ​ກໍ່​ໜູນ​ຊ່ວຍ ຫວຽດນາມ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ບັນດາ​ເຫດການ​ຂອງ​ປະ​ເທດ.

ກ່າວ​ຄຳ​ປາໄສ​ທີ່​ການ​ພົບ​ປະ​ຄັ້ງ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ບຸ່ຍວັນງິ ປາດ​ຖະໜາ​ວ່າ ບຣາຊິນ ຈະ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຂອງ ຫວຽດນາມ. ພ້ອມ​ກັນ​ນັ້ນ, ທ່ານກໍ່​ກ່າວ​ວ່າ ຈະ​ມານະ​ພະຍາຍາມ​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ເຊື່ອມຕໍ່ກາລະໂອກາດພັດທະນາເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ບຣາຊິນ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ບຸ່ຍວັນງິ ໄດ້​ເຮັດ​ວຽກ​ກັບ​ບໍ​ລິ​ສັດ​ຂົນ​ສົ່ງ ແລະ ພະລາທິການ Mundial Residence

ກ່ອນ​ໜ້າ​ນັ້ນ, ​ໃນ​ການ​ພົບ​ປະ​ກັບ​ບໍລິສັດ​ຂົນ​ສົ່ງ ​ແລະ ພະລາທິການ Mundial Residence ​ເມື່ອ​ວັນ​ທີ 1 ທັນວາ, ທ່ານ​ເອກ​ອັກຄະ​ລັດຖະທູດ ບຸ່ຍວັນງິ ​ໃຫ້​ຮູ້​ວ່າ ຫວຽດນາມ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນດີງາມກັບ ​ບຣາຊິນ ບໍ່​ພຽງ​ແຕ່​ໃນ​ດ້ານ​ການ​ເມືອງ​ເທົ່າ​ນັ້ນ, ຫາກ​ຍັງ​ໃນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນນຳອີກ. ສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ຈະ​ສືບ​ຕໍ່​ເຊື່ອມ​ຕໍ່ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ 2 ປະ​ເທດ​ລົງທຶນ​ເຂົ້າ​ທ້ອງຕະຫຼາດ ຫວຽດນາມ ​ແລະ ບຣາຊິນ ກໍ່​ຄື​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່ມີທ່າແຮງ​ຂອງ​ແຕ່ລະ​ປະ​ເທດ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.