ຫວຽດນາມ ປະຕິບັດພາສີນຳເຂົ້າບຸລິມະສິດພິເສດກັບມຽນມາ ແລະ ຟີລິບປິນ ຕາມສັນຍາ RCEP

00:00 | 05/12/2023

ຍສໝ - ດຳລັດເລກທີ 84/2023/ND-CP ສະບັບປັບປຸງ ແລະ ເພີ່ມເຕີມບາງມາດຕາຂອງດຳລັດເລກທີ 129/2022/ND-CP ລົງວັນທີ 30 ທັນວາ 2022 ວ່າດ້ວຍຕາຕະລາງອັດຕາພາສີນໍາເຂົ້າພິເສດຂອງຫວຽດນາມ ເພື່ອປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ 2022 – 2027 (RCEP).

ຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງໃນຂະແໜງການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ຟີລິບປິນ ຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງໃນຂະແໜງການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ຟີລິບປິນ
ການປຶກສາຫາລືການເມືອງ ຫວຽດນາມ - ຟີລິບປິນ ຄັ້ງທີ 1 ການປຶກສາຫາລືການເມືອງ ຫວຽດນາມ - ຟີລິບປິນ ຄັ້ງທີ 1

ກະຊວງ​ການ​ເງິນ​ໃຫ້​ຮູ້​ວ່າ: ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP) ​ໄດ້​ຮັບ​ການ​ລົງ​ນາມ​ໂດຍບັນດາ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ຄື: ຈີນ, ສ.​ເກົາຫຼີ, ຍີ່ປຸ່ນ, ອົດ​ສະ​ຕາ​ລີ ​ແລະ ນິວຊີ​ແລນ​ ໃນ​ວັນ​ທີ 15 ພະຈິກ 2020. ວັນທີ 6 ກໍລະກົດ 2021, ລັດຖະບານໄດ້ປະກາດໃຊ້ມະຕິເລກທີ 18/NQ-CP ອະນຸມັດຜ່ານສັນຍາ RCEP.

ຫວຽດນາມ ປະຕິບັດພາສີນຳເຂົ້າບຸລິມະສິດພິເສດກັບມຽນມາ ແລະ ຟີລິບປິນ ຕາມສັນຍາ RCEP

10 ປະ​ເທດ​ອາ​ຊຽນ ແລະ 6 ປະ​ເທດ​ຄູ່​ຮ່ວມ RCEP. ພາບ: ASEAN.org

ເພື່ອປະຕິບັດບັນດາຄຳໝັ້ນສັນຍາຂອງຫວຽດນາມ ໃນສັນຍາ RCEP, ວັນທີ 30 ທັນວາ 2022, ລັດຖະບານໄດ້ປະກາດໃຊ້ດຳລັດເລກທີ 129/2022/ND-CP ກ່ຽວກັບຕາຕະລາງອັດຕາພາສີນໍາເຂົ້າບູລິມະສິດພິເສດຂອງຫວຽດນາມ ເພື່ອປະຕິບັດສັນຍາ RCEP ໄລຍະ 2022-2027. ດຳລັດ​ດັ່ງກ່າວ​ໄດ້ນຳໃຊ້​ສຳລັບ​ບັນດາ​ປະ​ເທດ​ອາ​ຊຽນ ລວມມີ ບຣູ​ໄນ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ສິງກະ​ໂປ, ​ໄທ (​ຍົກ​ເວັ້ນມຽນມາ ​ແລະ ຟີ​ລິບ​ປິນ) ​ແລະ​ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ລວມທັງ​ຈີນ, ສ.​ເກົາຫຼີ, ຍີ່ປຸ່ນ, ອົສຕຣາລີ, ນິວຊີ​ແລນ). ມາ​ຮອດ​ປະຈຸ​ບັນ, ສັນຍາ RCEP ໄດ້ມີ​ຜົນ​ສັກສິດ​ກັບ​ມຽນມາ ​ແລະ ຟີ​ລິບ​ປິນ.

ສະ​ນັ້ນ, ລັດຖະບານ​ຈຶ່ງ​ໄດ້​ປະກາດໃຊ້​ດຳລັດ​ເລກທີ 84/2023/ND-CP ສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ດຳລັດ​ເລກທີ 129/2022/ND-CP ລົງ​ວັນ​ທີ 30/12/2022 ກ່ຽວ​ກັບ​ຕາຕະລາງອັດຕາ​ພາສີ​ນຳ​ເຂົ້າ​ບຸລິມະສິດ​ພິເສດຂອງ​ຫວຽດນາມ ເພື່ອ​ປະຕິບັດສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານພາກພື້ນ​ໄລຍະ 2022 – 2027 ​ເພື່ອ​ເພີ່ມເຕີມຂໍ້ກຳນົດນຳໃຊ້​ທີ່​ກ່ຽວສຳລັບ ​ມຽນມາ ​ແລະ ຟີ​ລິບ​ປິນ.

ຕາມນັ້ນແລ້ວ, ດຳລັດເລກທີ 84/2023/ND-CP ກໍ່ໄດ້ເພີ່ມເຕີມທ້າຍຈຸດ a ຂອງ ມາດຕາ 3, ຂໍ້ 3 ຂອງດຳລັດເລກທີ 129/2022/NĐ-CP ດັ່ງນີ້: “ແຕ່ວັນທີ 4 ມີນາ 2022 ຫາວັນທີ 31 ທັນວາ 2022 ສໍາລັບສາທາລະນະລັດ ສະຫະພາບມຽນມາ;"

ເພີ່ມເຕີມເຂົ້າທ້າຍຈຸດ b ຂອງຂໍ້ 3, ມາດຕາ 3 ຂອງດຳລັດເລກທີ 129/2022/ND-CP ດັ່ງນີ້: “ແຕ່ວັນທີ 1 ມັງກອນ 2023 ຫາວັນທີ 31 ທັນວາ 2023 ສຳລັບສາທາລະນະລັດ ສະຫະພາບມຽນມາ; ແຕ່ວັນທີ 2 ມິຖຸນາ​ 2023 ຫາ​ວັນ​ທີ 31 ທັນວາ 2023 ສຳລັບ​ສາທາລະນະ​ລັດ​ຟີ​ລິບ​ປິນ;".

ເພີ່ມຈຸດ n ແລະ o ຫຼັງຈາກຈຸດ m ຂອງຂໍ້ 2, ມາດຕາ 4 ຂອງດຳລັດເລກທີ 129/2022/ND-CP ດັ່ງນີ້: "n) ສາທາລະນະລັດສະຫະພາບມຽນມາ; o) ສາທາລະນະລັດຟີລິບປິນ".

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.