ເວທີປາໄສການຄ້າເອເລັກໂຕນິກ ແລະ ເສດຖະກິດດິຈິຕອນສຳລັບຂະແໜງການອຸດສາຫະກຳ ແລະ ການຄ້າໃນປີ 2023

00:00 | 15/12/2023

ຍສມ - ເວທີປາໄສການຄ້າເອເລັກໂຕນິກ ແລະ ເສດຖະກິດດິຈິຕອນ ຕັ້ງຫວັງວ່າ ຈະເສີມຂະຫຍາຍບົດບາດຂອງ​ການ​ເຊື່ອມ​ຕໍ່​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ, ສະຫະສະມາຄົມ, ອົງການ ​ແລະ ທຸລະ​ກິດ​ໃນ​ຂົງ​ເຂດ​ການຫັນເປັນ​ດິ​ຈິ​ຕອນ​ ​ແລະ ການຄ້າເອເລັກໂຕນິກ ເພື່ອ​ຍົກອອກ​ບັນດາ​ຂໍ້​ສະ​ເໜີ​ນະ​ໂຍບາຍ, ໃາດຕະການແກ້​ໄຂຊຸກຍູ້ການ​ພັດ​ທະ​ນາ​ການຄ້າເອເລັກໂຕນິກ ​ແລະ ເສດຖະກິດດິຈິຕອນສຳລັບຂະແໜງການອຸດສາຫະກຳ ແລະ ການຄ້າຢ່າງມີປະສິດທິຜົນ, ຍືນ​ຍົງ​.

ປີ APEC 2023: ຫວຽດນາມ - ອາເມລິກາ ຊຸກຍູ້ການຮ່ວມມືໃນການຮັບມືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານ ປີ APEC 2023: ຫວຽດນາມ - ອາເມລິກາ ຊຸກຍູ້ການຮ່ວມມືໃນການຮັບມືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານ
APEC 2023: ຫວຽດນາມ ຈະພ້ອມກັບບັນດາສະມາຊິກອື່ນ ເພື່ອພັດທະນາແບບຍືນຍົງ ແລະ ຄວາມວັດທະນາຖາວອນຂອງພາກພື້ນ APEC 2023: ຫວຽດນາມ ຈະພ້ອມກັບບັນດາສະມາຊິກອື່ນ ເພື່ອພັດທະນາແບບຍືນຍົງ ແລະ ຄວາມວັດທະນາຖາວອນຂອງພາກພື້ນ

ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ​ໄດ້​ຈັດ​ຕັ້ງ​ເວທີປາໄສການຄ້າເອເລັກໂຕນິກ ແລະ ເສດຖະກິດດິຈິຕອນສຳລັບຂະແໜງການອຸດສາຫະກຳ ແລະ ການຄ້າໃນປີ 2023.

ເວທີປາໄສການຄ້າເອເລັກໂຕນິກ ແລະ ເສດຖະກິດດິຈິຕອນສຳລັບຂະແໜງການອຸດສາຫະກຳ ແລະ ການຄ້າໃນປີ 2023

ທ່ານ​ຮອງ​ລັດຖະມົນຕີ​ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຊິງເຫຍີດເຕິ່ນ ທີ່ກ່າວຄຳປາໃສ​ທີ່​ເວທີ​ປາ​ໄສ

ກ່າວຄຳປາໄສ​ທີ່​ເວທີ​ປາ​ໄສ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຊິງເຫຍີດເຕິ່ນ​ ໃຫ້​ຮູ້​ວ່າ: ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ທົ່ວໂລກ​ພວມ​ຢູ່​ໃນ​ໄລຍະ​ຊຸດໂຊມ​ຢ່າງ​ແຮງ​ຍ້ອນ​ນະ​ໂຍບາຍ​ເງິນຕາ​ເຄັ່ງ​ຕຶງ, ສົງຄາມ​ຢູ່ ອູແກຣນ ສືບ​ຕໍ່​ເປັນບັນຫາໜັກໜ່ວງໃຫ້ແກ່​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ເສດຖະກິດ, ສົ່ງ​ຜົນ​ສະທ້ອນ​ເຖິງ​ທຸກ​ດ້ານ​ເສດຖະກິດ ​ແລະ ດ້ານສັງຄົມ. ການ​ຄ້າ​ທົ່ວ​ໂລກ​ເລີ່ມ​ຫຼຸດ​ລົງ​ຈາກ​ໄຕ​ມາດ​ທີ 4 ຂອງ​ປີ 2022 ເຮັດ​ໃຫ້​ການ​ຄ້າ​ທົ່ວ​ໂລກ​ໃນ​ປີ 2022 ເພີ່ມ​ຂຶ້ນ​ພຽງແຕ່ 2,7%.

​ໃນ​ສະພາບ​ເສດຖະກິດ​ໂລກ​ທີ່​ມີ​ຄວາມ​ບໍ່​ແນ່ນອນ​ດ້ານ​ການ​ເມືອງ​ຫຼາຍ​ຢ່າງ, ອັດຕາ​ເງິນ​ເຟີ້​ສູງ​ຕໍ່​ເນື່ອງ, ນະ​ໂຍບາຍ​ເງິນຕາ​ທີ່​ເຄັ່ງ​ຕຶງ​ ແລະ ​ຕະຫຼາດ​ການ​ເງິນ​ທີ່​ບໍ່​ໝັ້ນຄົງ, ອົງການ​ການ​ຄ້າ​ໂລກ ​ຄາດ​ຄະ​ເນ​ວ່າ ການ​ຄ້າ​ໂລກ​ໃນ​ປີ 2023 ຈະ​ເພີ່ມ​ຂຶ້ນ 1,7%, 1% ຕ່ຳ​ກວ່າ​ປີ​ກ່ອນ. ຂະແໜງການ ແລະ ການບໍລິການຈໍານວນຫຼາຍທີ່ກວມເອົາອັດຕາສ່ວນສູງຂອງ GDP ໄດ້ຢັ້ງຢືນລະດັບການເຕີບໂຕທາງລົບໃນຊຸມປີມໍ່ໆມານີ້ ເຊິ່ງໄດ້ແກ່ຍາວລະດັບການເຕີບໂຕຂອງຫຼາຍຂະແໜງການ ແລະ ການບໍລິການໄປສູ່ລະດັບຕໍ່າ. ​ໃນ​ຂະນະ​ດຽວ​ກັນ, ພື້ນຖານ​ເສດຖະກິດ ​ຫວຽດນາມ ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ຄື: ​ໃບ​ສັ່ງ​ຊື້​ຫຼຸດ​ລົງ, ຕະຫຼາດ​ການ​ບໍລິ​ໂພ​ກຜະລິດ​ຕະພັນ​ຂາດ​ເຂີນ, ທຶນຮອນໝົດກ້ຽງ.

​ໃນ​ສະພາບ​ການ​ນັ້ນ, ການຄ້າເອເລັກໂຕນິກ ແລະ ເສດຖະກິດດິຈິຕອນຂອງ​ ຫວຽດນາມ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ. ອີງຕາມບົດລາຍງານຂອງ Google, Temasek ແລະ Bain & Company ທີ່ປະກາດໃນວັນທີ 1 ພະຈິກ, ຫວຽດນາມ ສືບຕໍ່ເປັນປະເທດທີ່ມີອັດຕາການເຕີບໂຕທາງດ້ານເສດຖະກິດດິຈິຕອນໄວທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ 2 ປີຕິດຕໍ່ກັນ (2022 ແລະ 2023) ແລະ ຄາດຄະເນວ່າ ຈະສືບຕໍ່ທີ່ຕັ້ງນີ້ໃນປີ 2025 (ຕິດກັບ ຟີລິບປິນ). ມູນຄ່າສິນຄ້າທັງໝົດຂອງຫວຽດນາມ (GMV) ຄາດວ່າ ຈະບັນລຸອັດຕາການເຕີບໂຕປະຈໍາປີ (CAGR) 20%, ຈາກ 30 ຕື້ USD ໃນປີ 2023 ເປັນເກືອບ 45 ຕື້ USD ໃນປີ 2025. ພິເສດ, ການເຕີບໂຕຂອງ GMV ໃນ 2 ປີຂ້າງຫນ້າຂອງເສດຖະກິດດິຈິຕອນ ຫວຽດນາມ ຈະໄດ້ຮັບການຳພາດ້ວຍຂົງເຂດການຄ້າເອເລັກໂຕນິກ.

ຕາມ​ການ​ສຳ​ຫຼວດສະຖິຕິ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ການຄ້າເອເລັກໂຕນິກຂອງ​ ຫວຽດນາມ ຍັງ​ຄົງ​ຮັກສາ​ລະດັບ​ການເຕີບ​ໂຕ 20% ​ໃນ​ປີ 2022. ອາດ​ເຫັນ​ໄດ້​ວ່າ ​ໃນ​ຕະຫຼອດຊຸມ​ປີຜ່ານມາ, ການຄ້າເອເລັກໂຕນິກຂອງ​ ຫວຽດນາມ ຍາມ​ໃດ​ກໍ່​ຮັກສາ​ລະດັບ​ການ​ເຕີບ​ໂຕ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຈາກ 16-30%, ຄາດວ່າຈະບັນລຸ 20,5 ຕື້ໂດລາສະຫະລັດໃນປີນີ້.

​ໃນ​ປີ 2023 ​ແລະ ຊຸມ​ປີ​ຕໍ່​ໄປ, ດ້ວຍຈັງຫວະການ​ເຕີບ​ໂຕທີ່ເຂັ້ມແຂງນັ້ນ, ທ້ອງຕະຫຼາດການຄ້າເອເລັກໂຕນິກ ແລະ ເສດຖະກິດດິຈິຕອນຂອງ ​ຫວຽດນາມ ຈະ​ເຕີບ​ໂຕ​ຢ່າງ​​ແຮງ​ກວ່າ​ອີກ ​ແລະ ສ້າງ​ກຳລັງ​ແຮງ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ. ນີ້​ກໍ​ແມ່ນ​ຈຸດ​ເວລາ​ທີ່​ ຫວຽດນາມ ​ສ້າງຮູບແບບ ​ແລະ ຍຸດ​ທະ​ສາດ​ໃໝ່. ຈາກນັ້ນ ກໍ່ຈະຊ່ວຍໃຫ້ທຸລະກິດຟື້ນຟູແລະ ຂະຫຍາຍທ້ອງຕະຫຼາດຫຼັງຈາກສະຖານະການທີ່ຫຍຸ້ງຍາກຜ່ານໄປ.

ທ່ານຮອງລັດຖະມົນຕີ ຫງວຽນຊິງເຫຍີດເຕິ່ນ ໃຫ້ຮູ້ວ່າ: ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ໄດ້​ປະກາດໃຊ້ເອກະສານ, ນະ​ໂຍບາຍ, ຍຸດ​ທະ​ສາດ​ຫຼາຍ​ສະບັບ​ເພື່ອ​ຊຸກຍູ້​ການຫັນເປັນດິຈິຕອນຂອງ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ, ​ໂດຍ​ສຸມ​ໃສ່: ເພີ່ມ​ທະວີ​ການ​ກໍ່ສ້າງ​ລັດຖະບານເອເລັກໂຕນິກ ກະຊວງອຸດສາຫະກຳ ແລະ ການຄ້າ; ຊຸກຍູ້ການພັດທະນາເສດຖະກິດດິຈິຕອນໃນຂະແໜງອຸດສາຫະກຳ ແລະ ການຄ້າ; ແລະ ພັດທະນາການຄ້າເອເລັກໂຕນິກໃນຂອບເຂດທົ່ວປະເທດ.

ເວທີ​ປາ​ໄສ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 21 ພະຈິກ​ນີ້, ​ໃນ​ນັ້ນ​ມີ 01 ວາລະ​ປະຊຸມ​ຄົບ​ຄະນະ​ໃນ​ຕອນ​ເຊົ້າ ​ແລະ 02 ວາລະປະຊຸມ​ສຳ​ມະ​ນາ​ໃນ​ຕອນ​ບ່າຍ. ນີ້ແມ່ນເຫດການທີ່ສໍາຄັນ, ເປັນບ່ອນເຊື່ອມຕໍ່ບັນດາຫົວໜ່ວຍທີ່ສະໜອງວິທີການແກ້ໄຂການປ່ຽນແປງດິຈິຕອນທີ່ມີຊື່ສຽງ; ບັນດາພື້ນຖານການຄ້າເອເລັກໂຕນິກ, ບັນດາກົມກອງທີ່ສະໜອງວິທີການແກ້ໄຂພື້ນຖານໂຄງລ່າງການຫັນເປັນດິຈິຕອນ, ພື້ນຖານໂຄງລ່າງໜູນຊ່ວຍການຊຳລະເງິນເອເລັກໂຕນິກ, ການຂົນສົ່ງ ແລະ ພິເສດແມ່ນການຮ່ວມມືຂອງບັນດາອົງການສື່ມວນຊົນ.

ເພື່ອມີ​ບັນດາ​ຂໍ້​ລິ​ເລີ່​ມ ​ແລະ ວິທີ​ແກ້​ໄຂ​ສະ​ເພາະ​ເພື່ອ​ພັດທະນາການຄ້າເອເລັກໂຕນິກ ແລະ ເສດຖະກິດດິຈິຕອນ, ເພີ່ມ​ທະວີ​ການ​ປະກອບສ່ວນ​ຂອງ​ການຫັນເປັນດີ​ຈີ​ຕອນຕໍ່ກັບການ​ພັດທະນາ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ ​ເວົ້າ​ສະ​ເພາະ ​ແລະ ພື້ນຖານ​ເສດຖະກິດ​ ຫວຽດນາມ ເວົ້າລວມ​ ໃນ​ສະພາບທີ່​ຫຍຸ້ງຍາກຄື​ໃນ​ປະຈຸ​ບັນ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງອຸດສາຫະກຳ ແລະ ການຄ້າ ຮຽກຮ້ອງໃຫ້ບັນດາຜູ້ແທນ ແລະ ນັກຊ່ຽວຊານ ສຸມໃສ່ປຶກສາຫາລື:

ທີໜຶ່ງ, ບັນດາທ່າ​ອ່ຽງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃນ​ການຫັນເປັນດິ​ຈິ​ຕອນ​ ເວົ້າລວມ ແລະ ການຫັນເປັນດິ​ຈິ​ຕອນຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ເວົ້າສະ​ເພາະ; ວິທີແກ້ໄຂເພື່ອຍູ້ແຮງລັດຖະບານເອເລັກໂຕນິກ , ພັດທະນາເສດຖະກິດດິຈິຕອນຂອງຂະແໜງອຸດສາຫະກຳ ແລະ ການຄ້າໃນຂົງເຂດສຳຄັນເຊັ່ນ: ພະລັງງານ, ການຜະລິດອັດສະລິຍະ, ການຄ້າເອເລັກໂຕນິກ, ການຂົນສົ່ງ;

ທີສອງ, ບັນດາ​ວິທີ​ແກ້​ໄຂ​ເພື່ອ​ສືບ​ຕໍ່​ສ້າງທ້ອງຕະຫຼາດການຄ້າເອເລັກໂຕນິກແບບ​ຍືນ​ຍົງ, ຮັດ​ແຄບ​ໄລຍະຫ່າງ​ດິ​ຈິ​ຕອນ, ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ພາກ​ພື້ນ;

ທີ​ສາມ, ບັນດາມາດຕະການ​ແກ້​ໄຂ​ເພື່ອ​ພັດທະນາການຄ້າເອເລັກໂຕນິກ ແລະ ​ເສດຖະກິດ​ດີ​ຈີ​ຕອນ​ໃນ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ​ຢູ່​ທ້ອງ​ຖິ່ນ.

ເວທີປາໄສການຄ້າເອເລັກໂຕນິກ ແລະ ເສດຖະກິດດິຈິຕອນ ຕັ້ງຫວັງວ່າ ຈະເສີມຂະຫຍາຍບົດບາດຂອງ​ການ​ເຊື່ອມ​ຕໍ່​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ, ສະຫະສະມາຄົມ, ອົງການ ​ແລະ ທຸລະ​ກິດ​ໃນ​ຂົງ​ເຂດ​ການຫັນເປັນ​ດິ​ຈິ​ຕອນ​ ​ແລະ ການຄ້າເອເລັກໂຕນິກ ເພື່ອ​ຍົກອອກ​ບັນດາ​ຂໍ້​ສະ​ເໜີ​ນະ​ໂຍບາຍ, ໃາດຕະການແກ້​ໄຂຊຸກຍູ້ການ​ພັດ​ທະ​ນາ​ການຄ້າເອເລັກໂຕນິກ ​ແລະ ເສດຖະກິດດິຈິຕອນສຳລັບຂະແໜງການອຸດສາຫະກຳ ແລະ ການຄ້າຢ່າງມີປະສິດທິຜົນ, ຍືນ​ຍົງ​.

ມິງດຶກ

ເຫດການ
302 Found

Found

The document has moved here.