ຍົກສູງປະສິດທິຜົນການຕ່າງປະເທດປະຊາຊົນປະກອບສ່ວນປະຕິບັດເປົ້າໝາຍພັດທະນາເສດຖະກິດ, ວັດທະນະທຳ ແລະ ສັງຄົມ

11:50 | 23/11/2023

ຍສໝ - ໃນ​ລະຫວ່າງ​ວັນ​ທີ 23-24 ພະຈິກ, ຢູ່​ແຂວງ ບັກ​ຢາງ, ກຸ່ມ 1 ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸ “ບົດຮຽນປະສົບ​ການ ​ແລະ ບັນດາມາດຕະການແກ້​ໄຂ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນການຕ່າງປະເທດ​ປະຊາຊົນ, ປະກອບສ່ວນ​ປະຕິບັດບັນດາເປົ້າໝາຍ​​ພັດ​ທະ​ນາເສດຖະກິດ, ວັດທະນະທຳ ແລະ ສັງ​ຄົມ” ແລະ ສະຫຼຸບ​ວຽກ​ງານ​ໃນ​ປີ 2023.

ນະ​ໂຍບາຍ​ຄ້ຳປະກັນຊີວິດ​ສັງຄົມ​ ໃຫ້​ຜູ້ອອກແຮງງານ ​ເຢຍລະ​ມັນ ​ແລະ ຄຸນຄ່າ​ການສໍາຫຼວດ ຕໍ່ກັບ​ຫວຽດນາມ ນະ​ໂຍບາຍ​ຄ້ຳປະກັນຊີວິດ​ສັງຄົມ​ ໃຫ້​ຜູ້ອອກແຮງງານ ​ເຢຍລະ​ມັນ ​ແລະ ຄຸນຄ່າ​ການສໍາຫຼວດ ຕໍ່ກັບ​ຫວຽດນາມ
​ພິທີ​ແນະນຳ​ວັດທະນະທຳ​ຫວຽດນາມ ດ້ວຍ​ຫົວ​ຂໍ້ “ເສື້ອຍາວ - ຄຸນຄ່າ​ວັດທະນະທຳ​ຫວຽດນາມ”. ​ພິທີ​ແນະນຳ​ວັດທະນະທຳ​ຫວຽດນາມ ດ້ວຍ​ຫົວ​ຂໍ້ “ເສື້ອຍາວ - ຄຸນຄ່າ​ວັດທະນະທຳ​ຫວຽດນາມ”.

ເຂົ້າ​ຮ່ວມກອງປະຊຸມ ມີ​ທ່ານ ດົງ​ຮູຍ​ເກື່ອງ, ຫົວໜ້າສະຖາບັນ​ຄົ້ນຄວ້າສາກົນ ​ແລະ ການ​ຕ່າງປະ​ເທດ​ປະຊາຊົນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ; ການ​ນຳ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ 11 ​ແຂວງ, ນະຄອນ​ ກຸ່ມ 1 (ລວມມີ: ບັກ​ຢາງ, ບັກ​ນິງ, ຮ່າ​ໂນ້ຍ, ຫາຍ​ເຢືອງ, ຫາຍ​ຟ່ອງ, ນາມ​ດິງ, ​ເງ້ອານ, ນິງບິ່ງ, ​ໄທ​ບິ່ງ, ແທງ​ຮ່ວາ ​ແລະ ວິງ​ຟຸກ).

ຍົກສູງປະສິດທິຜົນການຕ່າງປະເທດປະຊາຊົນປະກອບສ່ວນປະຕິບັດເປົ້າໝາຍພັດທະນາເສດຖະກິດ, ວັດທະນະທຳ ແລະ ສັງຄົມ
ທ່ານ ດົງ​ຮູຍ​ເກື່ອງ, ຫົວໜ້າສະຖາບັນ​ຄົ້ນຄວ້າສາກົນ ​ແລະ ການ​ຕ່າງປະ​ເທດ​ປະຊາຊົນ ກ່າວ​ຄຳ​ປາ​ໄສ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ. (ພາບ: VUFO)

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ໃຫ້ຂໍ້ສັງເກດ​ວ່າ: ການ​ພັດທະນາ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ທ້ອງ​ຖິ່ນ​ໄດ້​ຄ່ອຍໆ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຂອງວຽກງານການ​ຕ່າງປະ​ເທດ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່. ຜ່ານ​ນັ້ນ ກໍ່ປະກອບສ່ວນ​ຮັກສາ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບຮຽບຮ້ອຍ​​ສັງຄົມ, ຮັດ​ແໜ້ນ​ຄວາມ​ສາມັກຄີ​ແຫ່ງ​ຊາດ, ດຶງ​ດູດ​ການ​ລົງທຶນ, ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ​ຂອງ​ທ້ອງ​ຖິ່ນ.

ເຖິງຢ່າງໃດກໍ່ຕາມ, ຫຼາຍ​ຄຳ​ເຫັນ​ກໍ່ແບ່ງປັນ​ຄວາມ​ຫຍຸ້ງຍາກ​ໃນ​ການ​ເຄື່ອນ​ໄຫວ​ຄື: ລະບອບ ​ແລະ ນະ​ໂຍບາຍ​ໃຫ້​ແກ່​ພະນັກງານ, ລັດຖະກອນ, ຜູ້​ອອກ​ແຮງ​ງານ​ໃນ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ທ້ອງ​ຖິ່ນ​ຍັງ​ບໍ່​ເປັນປົກກະຕິ; ຂາດ​ຄວາມຄົບຊຸດໃນ​ການ​ປະຕິບັດ​ລະບອບ ​ແລະ ນະ​ໂຍບາຍ​ໃຫ້​ແກ່​ພະນັກງານວິຊາສະເພາະ; ​ຄະນະ​ພັກ, ອຳນາດ​ການ​ປົກຄອງບາງຂັ້ນ ​ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ຢ່າງ​ເຖິງຖອງ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ປະຊາຊົນ; ພື້ນຖານ​ດ້ານວັດຖຸ, ​ເງື່ອນ​ໄຂ​ການ​ເຮັດ​ວຽກ ​ແລະ ລາຍຈ່າຍໃນການ​ດຳ​ເນີນ​ງານ​ຍັງ​ຈຳກັດ ​ແລະ ຫຍຸ້ງຍາກ, ບໍ່​ເໝາະ​ສົມ​ກັບ​ທີ່​ຕັ້ງ ​ແລະ ບົດບາດ​ຂອງ​ການ​ຕ່າງປະ​ເທດ​​ປະຊາຊົນ​ໃນ​ໄລຍະ​ໃໝ່...

ບົນ​ພື້ນຖານ​ຄວາມ​ເຫັນ​ທີ່​ປຶກສາ​ຫາລື, ກຸ່ມ 1 ຈະມີຂໍ້ສະເໜີແນະລະອຽດສຳລັບ​​ບັນດາ​ຄະນະ​, ກະຊວງ, ຂະແໜງການສູນ​ກາງ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ກ່ຽວ​ກັບ​ຄວາມ​ຫຍຸ້ງຍາກ​ທີ່ຕ້ອງແກ້ໄຂ. ຜ່ານ​ນັ້ນ ກໍ່ປະກອບສ່ວນ​ກໍ່ສ້າງ​ພື້ນການ​ທູດ​ຮອບດ້ານ ​ແລະ ທັນ​ສະ​ໄໝ ດ້ວຍ 3 ​ເສົາ​ຄ້ຳ​ຄື: ການຕ່າງປະເທດ​ພັກ, ການ​ທູດ​ແຫ່ງ​ລັດ ​ແລະ ການຕ່າງປະເທດປະຊາຊົນ​.

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກຸ່ມ 1 ​ໄດ້​ຈັດ​ຕັ້ງ​ການ​ຜັນ​ຂະຫຍາຍ​ທິດ​ທາງ ​ແລະ ໜ້າທີ່ວຽກ​ງານ​ການ​ຕ່າງປະ​ເທດ​​ປະຊາຊົນ​ໃນ​ປີ 2024. ຕາມ​ນັ້ນ​ແລ້ວ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ວີງຟູກ ເປັນ​ຫົວ​ໜ້າ​ກຸ່ມ 1 ​ໃນ​ປີ 2024.

ດີງເລື້ອງ

302 Found

Found

The document has moved here.