ບັນດາອົງການຈັດຕັ້ງສາກົນເຊື່ອໝັ້ນຕໍ່ແງ່ຫວັງຂອງເສດຖະກິດຫວຽດນາມ

15:16 | 10/10/2023

ແງ່ຫວັງຂອງເສດຖະກິດຫວຽດນາມ

ການພົບປະແລກປ່ຽນປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ ການພົບປະແລກປ່ຽນປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ
ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ

ແຕ່ຕົ້ນປີ 2023 ຈົນຮອດປະຈຸບັນ, ເບິ່ງລວມແລ້ວເສດຖະກິດ ໂລກຖືກຊຸດໂຊມ, ຖືກຜົນສະທ້ອນບໍ່ໜ້ອຍເຖິງການເຕີບໂຕເສດຖະກິດຂອງຫວຽດ ນາມ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍກໍ່ຕາມ ແຕ່ວ່າເສດຖະກິດ ຫວຽດນາມ ຍັງຄົງແມ່ນຈຸດພົ້ນເດັ່ນໃນພາບລວມຂອງເສດຖະກິດໂລກ, ໂດຍສະ ເພາະແມ່ນໃນໄລຍະຍາວ. ຫວຽດນາມ ຕ້ອງຕັ້ງໜ້າໝູນໃຊ້ບັນດາການລະໂອກາດ ໃໝ່ກ່ຽວກັບຕະຫຼາດ, ການລົງທຶນ, ແກ້ໄຂບັນດາຂໍ້ຄົງຂ້າງໃນກົນໄກ, ນະໂຍບາຍ, ກົດໝາຍເພື່ອຊຸກຍູ້ການເຕີບໂຕເສດຖະກິດ.

ADB ຄາດຄະເນການເຕີບໂຕເສດຖະກິດຫວຽດນາມ ສູງທີ່ສຸດໃນອາຊີຕາເວັນອອກ ສ່ຽງໃຕ້

ເບິ່ງລວມແລ້ວ, ພື້ນຖານເສດຖະກິດທົ່ວໂລກປີ 2023 ຈະບໍ່ໝັ້ນຄົງໃນສະ ພາບການຖືກຜົນກະທົບໃນໄລຍະຍາວຈາກພະຍາດໂຄວິດ-19, ການປະທະກັນ ລັດເຊຍ-ຢູແກນ, ນະໂຍບາຍຄວບຄຸມເງິນຕາຂອງບັນດາປະເທດພັດທະນາເພື່ອ ແນໃສ່ຄວບຄຸມໄພເງິນເຟີ້ ແລະມຸ່ງໄປເຖິງການເງິນສາທາລະນະລັດຍືນຍົງ; ທ່າ ອ່ຽງຮັດແຄບການບໍໍລິໂພກ ແລະການສົ່ງອອກຖືກຫຼຸດຜ່ອນ; ຕະຫຼາດອະສັງຫະລິ ມະຊັບຖືກຊຸດໂຊມ, ຄ່າພະລັງງານສູງ... ກີດຂວາງການຮ່ວມມືຫຼາຍຝ່າຍໃນການ ສະໜອງສິນຄ້າ.

ຕາມການອັບເດດໃໝ່ລ້າສຸດໃນເດືອນກັນຍາ 2023 ຂອງບັນດາອົງການຈັດຕັ້ງ ສາກົນ, ການເຕີບໂຕເສດຖະກິດທົ່ວໂລກປີ 2023 ຈະຕໍ່າກວ່າເມື່ອທຽບໃສ່ລະດັບ ການເຕີບໂຕ ປີ 2022. ການເຕີບໂຕ GDP ຂອງເສດຖະກິດໂລກ ຈະບັນລຸແຕ່ 2,5% (ຕາມ Fitch Ratings) ຮອດ 3% (ກອງທຶນເງິນຕາສາກົນ-IMF ແລະເວທີປາ ໄສອົງການຈັດຕັ້ງການຮ່ວມມື ແລະພັດທະນາເສດຖະກິດ-OECD), ເມື່ອທຽບໃສ່ ກັບລະດັບເພີ່ມຂຶ້ນ 3,3-3,5% ຂອງປີິ 2022. ຊໍ້າບໍ່ໜໍາ, ທະນາຄານໂລກ (WB) ບໍ່ມີຄວາມຫວັງກວ່າເມື່ອຖືວ່າ ການເຕີບໂຕທົ່ວໂລກຈະບັນລຸລະດັບ 2,1% ໃນປີ 2023 ເທົ່ານັ້ນ. ບັນດາພື້ນຖານເສດຖະກິດພັດທະນາບັນລຸ GDP ພຽງແຕ່ 0,7%, ບັນດາພື້ນຖານເສດຖະກິດພວມພັດທະນາ ແລະຕະຫຼາດຫາກໍ່ປະກົດຂຶ້ນ ຈະບັນລຸ ການເຕີບໂຕ GDP 4% ເທົ່ານັ້ນ.

ບັນດາອົງການຈັດຕັ້ງສາກົນເຊື່ອໝັ້ນຕໍ່ແງ່ຫວັງຂອງເສດຖະກິດຫວຽດນາມ
ພາບປະກອບ: congthuong.vn

ສຳລັບບັນດາປະເທດໃນພາກພື້ນ, ຕາມການອັບເດດເດືອນກັນຍາ 2023 ຂອງ OECD, ການເຕີບໂຕ GDP ປີ 2023 ຂອງຟິລິບປິນແມ່ນ 5,6%; ອິນໂດເນເຊຍ ຈະແມ່ນ 4,7%; ມາເລເຊຍ ບັນລຸ 3,9%; ໄທ ບັນລຸລະດັບ 2,8% ແລະສິງກະໂປ ບັນລຸ 1,4%.

ໃນສະພາບການຫຍຸ້ງຍາກລວມດັ່ງກ່າວ, ການຄາດຄະເນອັບເດດເດືອນກັນຍາ 2023, OECD ຄາດຄະເນເສດຖະກິດຫວຽດນາມ ເຕີບໂຕ 4,7% ປີ 2023. ພິເສດ, ຕາມທະນາຄານພັດທະນາອາຊິີ (ADB), ການເຕີບໂຕ GDP ປີ 2023 ຂອງຫວຽດນາມ ຈະບັນລຸ 5,8%, ສູງທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈະເພີ່ມ 6% GDP ໃນປີ 2024. ໄພເງິນເຟີ້ ຈະຢູ່ລະດັບ 3,8% ສໍາລັບປີ 2023 ແລະ 4% ສໍາລັບປີ 2024.

ບັນດານະໂຍບາຍໜູນຊ່ວຍໄດ້ເສີມຂະຫຍາຍປະສິດທິຜົນ

ສະພາບຕົວຈິ່ງວ່າ, ໃນ 9 ເດືອນ ປີ 2023, ການເຄື່ອນໄຫວຜະລິດ, ດຳເນີນທຸ ລະກິດຂອງປະຊາຄົມວິສາຫະກິດປະສົບຄວາມຫຍຸ້ງຍາກນາໆປະການ, ຕິດພັນກັບ ສະພາບການລວມຂອງເສດຖະກິດໂລກດັ່ງກ່າວ, ພົ້ນເດັ່ນແມ່ນສະພາບການການ ສົ່ງອອກຖືກຫຼຸດລົງຢ່າງແຮງໃນບັນດາຂະແໜງອຸດສາຫະກຳປຸງແຕ່ງ, ຕ່ຳແຜ່ນຕັດ ຫຍິບ, ເກີບໜັງ ແລະເຄື່ອງເຟີນີເຈີ...

ເພື່ອຮັບມືກັບສະພາບການດັ່ງກ່າວ, ແຕ່ຕົ້ນປີຈົນຮອດປະຈຸບັນ, ຫຼາຍນະໂຍບາຍ, ມາດຕະການທີ່ໄດ້ສະພາແຫ່ງຊາດແຫ່ງຊາດ, ລັດຖະບານ ແລະບັນດາທ້ອງຖິ່ນ ປະກາດໃຊ້ເອກະສານຫຼາຍສະພາບ, ພົ້ນເດັ່ນແມ່ນມະຕິສະບັບເລກທີ 01/NQ-CP ລົງວັນທີ 6 ມັງກອນ 2023 ຂອງລັດຖະບານ ກ່ຽວກັບໜ້າທີ່, ມາດຕະການຕົ້ນຕໍ ໃນການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ, ຄາດຄະເນງົບປະມານ ແຫ່ງລັດ ແລະປັບປຸງສະພາບແວດລ້ອມການດຳເນີນທຸລະກິດ, ຍົກສູງຄວາມສາ ມາດໃນການແກ່ງແຍ້ງລະດັບຊາດປີ 2023; ມະຕິສະບັບເລກທີ 33/NQ-CP ລົງວັນທີ 11 ມີນາ 2023 ຂອງລັດຖະບານ ກ່ຽວກັບບາງມາດຕະການແກ້ໄຂ ແລະຊຸກຍູ້ຕະຫຼາດອະສັງຫະລິມະຊັບພັດທະນາປອດໄພ, ປອດໃສ, ຍືນຍົງເພື່ອແກ້ ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ... ຍ້ອນມີການເຂົ້າຮ່ວມຂອງທົ່ວລະບົບການ ເມືອງ, ສະພາແຫ່ງຊາດ, ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາມາດຕະການໄດ້ປະກາດໃຊ້ ແລະຜັນຂະຫຍາຍປະຕິບັດຢ່າງມີປະສິດທິຜົນ.

ຄວນສຸມໃສ່ໝູນໃຊ້ບັນດາກາລະໂອກາດໃໝ່ເປັນຢ່າງດີ

ທ່ານ Shantanu Chakraborty, ຜູ້ອຳນວຍການແຫ່ງຊາດ ຂອງ ADB ປະຈໍາ ຫວຽດນາມ ໄຈ້ແຍກວ່າ ສະພາບແວດລ້ອມເສດຖະກິດພາຍນອກຖືກຊຸດໂຊມໄດ້ ສົ່ງສະທ້ອນຢ່າງຫຍໍ້ທໍ້ເຖິງຂົງເຂດຜະລິດກຳນົດທິດການສົ່ງອອກຂອງຫວຽດນາມ, ຮັດຄັບການຜະລິດອຸດສາຫະກຳ. ເຖິງຢ່າງໃດກໍ່ຕາມ, ພື້ນຖານເສດຖະກິດຫວຽດ ນາມ ຍັງຄົງໝັ້ນຄົງເຂັ້ມແຂງ ແລະຄາດຄະເນວ່າຈະຟື້ນຟູໄວໃນອະນາຄົດຍ້ອນ ການໃຊ້ສອຍໃນປະເທດແຮງ, ໄດ້ໜູນຊ່ວຍດ້ວຍໄພເງິນເຟີ້ຢູ່ລະດັບພໍສົມຄວນ.

ວັນທີ 5 ກັນຍາ 2023, ໃນການພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ປະທານເວທີປາໄສເສດຖະກິດໂລກ (WEF) Klaus Schwab ຕີລາຄາວ່າ ຫວຽດ ນາມ ແມ່ນຈຸດພົ້ນເດັ່ນຂອງການເຕີບໂຕເສດຖະກິດພາຍຫຼັງພະຍາດໂຄວິດ-19 ຍ້ອນການເຂົ້າເຖິງຮອບດ້ານກ່ຽວກັບການຄຸ້ມຄອງເສດຖະກິດມະຫາພາກ, ຊ່ວຍ ນຳພື້ນຖານເສດຖະກິດຜ່ານຜ່າບັນດາສິ່ງທ້າທາຍຂອສະຖານະການໂລກ ແລະພາກພື້ນຄືປະຈຸບັນ.

ຕາມການຄາດຄະເນຂອງກະຊວງແຜນການ ແລະການລົງທຶນ, ຫວຽດນາມ ຈະມີ ການເຕີບໂຕ GDP ໝົດປີ 2023 ແຕ່ 5% ເຖິງ 6%, ຂຶ້ນກັບລະດັບການຟື້ນຟູ ການຜະລິດອຸດສາຫະກຳ, ໂດຍສະເພາະແມ່ນອຸດສາຫະກຳປຸງແຕ່ງ, ປະດິດສ້າງ; ຄວາມຕ້ອງການຢູ່ບັນດາຕະຫຼາດສົ່ງອອກໃຫຍ່ຂອງຫວຽດນາມເພີ່ມຂຶ້ນ, ການເຄື່ອນໄຫວການທ່ອງທ່ຽວ, ບໍລິໂພກໃນປະເທດໃນໄລຍະທ້າຍປີ ແລະໄລຍະ ເວລາໃກ້ຊິຮອດບຸນປີໃໝ່ປະຈຳຊາດ 2024...

ຄືດັ່ງກ່າວ, ປະເທດເຮົາ ໄດ້ຜ່ານການເວລາ ¾ ໄລຍະທາງຂອງປີ 2023. ຜົນສຳ ເລັດແມ່ນຕັ້ງໜ້າ ແລະໜ້າຮັບຮູ້, ແຕ່ວ່າໃນສະເພາະໜ້າກໍ່ປະສົບກັບຄວາມຫຍຸ້ງ ຍາກ, ສິ່ງທ້າທາຍຫຼາຍຢ່າງ. ເພື່ອສູ້ຊົນບັນລຸໝາກຜົນການເຕີບໂຕສູງໃນໄຕມາດ IV-2023, ພິເສດແມ່ນສ້າງທ່າໃຫ້ປີ 2024 ແລະຊຸມປີຕໍ່ໄປ, ຄວນມີຄວາມເປັນເຈົ້າ ການ, ຄວາມມານະພະຍາຍາມ, ຄວາມຕັດສິນໃຈສູງຂອງທຸກຂັ້ນ, ທຸກຂະແໜງ ການ, ທ້ອງຖິ່ນໃນການສືບຕໍ່ຜັນຂະຫຍາຍບັນດາແຜນນະໂຍບາຍ ນະໂຍບາຍ ຂອງສູນກາງພັກ, ກົມການເມືອງ, ບັນດາກົດໝາຍ, ມະຕິທີ່ໄດ້ສະພາແຫ່ງຊາດ ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 5 ໂດຍໄວ ເພື່ອໜູນຊ່ວຍ, ແກ້ໄຂ ຄວາມຫຍຸ້ງຍາກໃຫ້ການຜະລິດ, ການດຳເນີນທຸລະກິດ, ພິເສດແມ່ນບັນດານະໂຍ ບາຍກ່ຽວກັບພາສີອາກອນ, ຄ່າທຳນຽມ, ເງິນຕາ, ການຄ້າ, ການລົງທຶນ; ສຸມໃສ່ ຊຸກຍູ້ຕະຫຼາດພາຍໃນປະເທດ, ຍູ່້ແຮງການສົ່ງອອກ; ປັບປຸງຄວາມໄວ້ເນື້ອເຊື່ອໃຈ ຂອງວິສາຫະກິດ, ນັກລົງທຶນ, ປະຊາຊົນຕໍ່ການຫັນປ່ຽນຢ່າງຕັ້ງໜ້າຂອງພື້ນຖານ ເສດຖະກິດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ບັນດາລັດຖະນະໂຍບາຍຂອງສະພາ ແຫ່ງຊາດ, ວຽກງານຊີນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ, ບັນດາ ກະຊວງ, ຂະແໜງການ, ທ້ອງຖິ່ນ.

ບູນມີ

ເຫດການ