ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Ekaterina Zaharieva ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸນກາຣີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ໄປຢ້ຽມຢາມ ສາທາລະນະລັດ ບຸນກາຣີຢ່າງເປັນທາງການ ໃນລະຫວ່າງວັນທີ 3 – 5 ກໍລະກົດ.
ໃນວັນທີ 2 ກໍລະກົດ 2018 ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ທ່ານ ເລ ແທັງ ລອງ ລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 2 ກໍລະກົດນີ້, ໂດຍການເປັນປະທານຂອງທ່ານາຍົກລັດຖະມົນຕີ ຫງວ໋ຽນຊົນຟຸກ ລັດຖະບານໄດ້ປະຊຸມແບບຖ່າຍທອດສົດ ກັບທ້ອງຖິ່ນທຸກຂັ້ນໃນທົ່ວປະເທດກ່ຽວກັບສະພາບຂອງເສດຖະກິດ-ສັງຄົມ.
ເມື່ອມໍ່ໆມານີ້, ທ່ານ ສົມດີ ດວງດີ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນລັດຖະບານລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານເຂດ 4.
ທ໋າຍງວຽນ ມີທ່າໄດ້ປຽບດ້ານທີ່ຕັ້ງພູມສາດ, ໂດຍນອນໃນເຂດຍຸດທະສາດຂອງນະຄອນ, ມີພື້ນຖານໂຄງລ່າງສະດວກ. ແຂວງທ໋າຍງວຽນ ມີພື້ນຖານເສດຖະກິດທີ່ໄຫວພິບ ເພາະການສົມທົບ ແລະ ພັດທະນາທັງຮູບແບບການລົງທຶນ FDI ແລະການລົງທຶນຢູ່ພາຍໃນປະເທດ....
ຢາກມີຄວາມສຸກ ຕ້ອງມີມູນມອງລະດັບຊາດ, ປະເທດຊາດຕ້ອງມີເອກະລາດ, ມີການພັດທະນາ, ປະຊາຊົນໄດ້ດຳລົງຊີວິດຢູ່ໃນສັນຕິພາບ, ອິດສະຫຼະພາບ, ການພັດທະນາປະເທດຕ້ອງໝັ້ນຄົງຢ່າງແທ້ຈິງ...
ຍສໝ - ໃນວັນທີ 26 ມິຖຸນາ, ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ພ້ອມຄະນະ ຮັບຜິດຊອບ ແກ້ໄຂບັນເທົາທຸກຈາກໄພພິບັດ ໄດ້ລົງມາຮອດຈຸກວດກາ ແລະ ຊີ້ນຳ ການແກ້ໄຂ ແລະ ບັນເທົາທຸກພາຍຫຼັງຝົນຕົກດິນຖະລົ່ມ ຢູ່ລາຍເຈົາ.
ຕອນບ່າຍວັນທີ 22 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Philippe Donnet ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Generali ຊື່ງແມ່ນກຸ່ມບໍລິສັດປະກັນ ຊີວິດແຖວຫນ້າຂອງ ອີຕາລີ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21/6/1925 – 21/6/2018), ຕອນເຊົ້າວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະສັງສັນກັບບັນດານັກຂ່າວຜູ້ອາວຸໂສ ແລະການນຳບັນດາອົງການສຳນັກຂ່າວສານ, ສື່ມວນຊົນໃນທົ່ວປະເທດ.
ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ນະຄອນຊອກຈັງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງຊອກຈັງ ປີ 2018 ແລະ ປຸກລະດົມການເລີ່ມທຸລະກິດ. ດ້ວຍຈິດໃຈຮ່ວມເດີນທາງພ້ອມກັບບັນດານັກລົງທຶນ, ການນຳແຂວງຢືນຢັນວ່າ
ຕອນເຊົ້າວັນທີ 17 ມິຖຸນາ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມ “ຮ່າໂນ້ຍ 2018 - ຮ່ວມມືລົງທຶນ ແລະ ພັດທະນາ”. ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ການນຳບາງກະຊວງ, ຄະນະ, ຂະແໜງການ ແລະ ຜູ້ແທນກວ່າ 1.500 ທ່ານ.
ໃນຂອບເຂດເຂົ້າຮ່ວມກອງປະຊຸມສຸດຍອດຍຸດທະສາດຮ່ວມມືດ້ານເສດຖະກິດແມ່ນ້ຳອາເຢຢາວະດີ-ແມ່ນ້ຳເຈົ້າພະຍາ-ແມ່ນ້ຳຂອງ ຄັ້ງທີ 8 (ACMECS 8) ແລະກອງປະຊຸມສຸດຍອດຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 9 (CLMV 9) ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ.
ຍສໝ - ຕອນບ່າຍ 2ໂມງ ວັນທີ 15 ມິຖຸນາ, ນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸກ ພ້ອມພັນລະຍາ ແລະ ຄະນະຜູ້ແທນລະດັບສູງຂອງ ຫວຽດນາມ ໄດ້ມາຮອດສະໜາມບິນທະຫານ ດອນເມືອງ, ນະຄອນຫຼວງບາງກອກ, ເລີ່ມຕົ້ນການເຂົ້າຮ່ວມ ກອງປະຊຸມ ລະດັບສູງ ACMECS ຄັ້ງທີ 8 ແລະ CLMV ຄັ້ງທີ 9 ຕາມການເຊື້ອເຊີນຂອງ ນາຍົກລັດຖະມົນຕີ ປະຢຸດ ຈັນໂອຊາ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນເຊນ.
ຍສໝ - ຮອງນາຍົກລັດຖະມົນຕີປະຈຳ ທ່ານເຈືອງຮວ່າບິ່ງ ໄດ້ພົບປະສອງຝ່າຍກັບ ນາຍົກລັດຖະມົນຕີ ລາວ ທ່ານ ທອງລຸນ ສີສຸລິດ ອ້ອມຂ້າງກອງປະຊຸມສາກົນກ່ຽວກັບອານາຄົດຂອງ ທະວີບ ອາຊີ ຄັ້ງທີ 24.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍທ່ານນາຍົກລັດຖະມົນຕີ Justin Trudeau ກ່ຽວກັບຄວາມສຳເລັດຂອງກອງປະຊຸມສຸດຍອດ G7 ແລະ G7 ເປີດກ້ວາງ; ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງ ການາດາ
ຕອນບ່າຍວັນທີ 6 ມິຖຸນາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Giles Lever ເອກອັກຄະລັດຖະທູດ ອັງກິດ ປະຈໍາ ຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຈະເດີນທາງເຂົ້າຮ່ວມ ກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 24 ຕາມການເຊື້ອເຊີນຂອງສຳນັກ ໜັງສືພິມເສດຖະກິດ ຍີ່ປຸ່ນ ຫລື ນິກເກ (NIKKEI) ໃນວັນທີ 11-12 ມິຖຸນາ 2018 ທີ່ໂຕກຽວ, ປະເທດຍີ່ປຸ່ນ.
ສະເຫຼີມສະຫຼອງວັນເດັກສາກົນ ເພື່ອປົກປ້ອງ ແລະ ສົ່ງເສີມເດັກ ໃນທົ່ວໂລກ, ພວກເຮົາພ້ອມກັນສະເຫຼີມສະຫຼອງ ວັນເດັກ ສາກົນ ວັນທີ 1 ມິຖຸນາ 2018 ຢ່າງເປັນຂະບວນຟົດຟື້ນ.
ວັນທີ 16 ພຶດສະພາ, ຢູ່ແຂວງ ກວາງຈິ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຈາກມົນລະພິດສົ່ງແວດລ້ອມ ແລະ ນຳຊີວິດການເປັນຢູ່ ແລະ ການຜະລິດຂອງປະຊາຊົນກັບຄືນສູ່ປົກກະຕິ ຍ້ອນຮັບຜົນສະທ້ອນຈາກເຫດມົນລະພິດສິ່ງແວດລ້ອມທະເລເມື່ອປີ 2016.
ຍສໝ - ສອງວັນທີ່ຜ່ານມາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງ໋ວຽນຊົນຟຸກ ໄດ້ ຕ້ອນຮັບການມາຢ້ຽມຢາມຂອງ ທ່ານ ພົນໂທ ສຸວອນ ຫຼວງບຸນມີ, ຮອງລັດຖະມົນຕີ ກະຊວງ ປ້ອງກັນປະເທດ,ຫົວໜ້າກົມໃຫຍ່ເສນາທີການ ກອງທັບປະຊາຊົນລາວ ກໍາລັງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.