ນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸກ ເຂົ້າຮ່ວມກອງປະຊຸມ ສົ່ງເສີມການລົງທຶນ ຢູ່ ແຂວງ ຕ່ຽນຢາງ

08:25 | 10/08/2018

ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຄວາມໄວ້ວາງໃຈໃໝ່ ໃຫ້ແກ່ແຂວງ ຕ່ຽນຢາງ ເປັນທີ່ຕັ້ງຍຸດທະສາດ ...

ນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸກ ເຂົ້າຮ່ວມກອງປະຊຸມ ສົ່ງເສີມການລົງທຶນ ຢູ່ ແຂວງ ຕ່ຽນຢາງ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳປາໄສທີ່ກອງປະຊຸມ.

ຕອນເຊົ້າວັນທີ 9 ສິງຫາ, ຢູ່ນະຄອນ ໝີ້ທໍ ແຂວງ ຕ່ຽນຢາງ, ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸກ ເຂົ້າຮ່ວມ ກອງປະຊຸມ ສົ່ງເສີມການລົງທຶນ ພາຍໃຕ້ຫົວຂໍ້ວ່າ: “ຕ່ຽນຢາງ - ໂອກາດຂອງ ການລົງທຶນ, ພ້ອມກັນກ້າວເດີນ ພ້ອມກັນພັດທະນາ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸກ ໄດ້ມອບຄວາມໄວ້ວາງໃຈໃໝ່ ໃຫ້ແກ່ ແຂວງ ຕ່ຽນຢາງ ເປັນທີ່ຕັ້ງຍຸດທະສາດ ແລະ ມີຄວາມສະດວກໃຫ້ແກ່ພັດທະນາຂອງແຂວງເວົ້າສະເພາະ ແລະ ເຂດທົ່ງພຽງລຽບຕາມລຳແມ່ນ້ຳຂອງ ພາກໃຕ້ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຖືວ່າ: ຕ່ຽນຢາງ ຈະແມ່ນເຂດດຶງດູດ ນັກລົງທຶນລາຍໃຫຍ່, ວິສາຫະກິດມີວິໄສທັດກ້ວາງໄກໃນຂົງເຂດອຸດສາຫະກຳ ຕະຫຼອດຮອດ ກະສິກຳ, ການບໍລິການ, ພິເສດແມ່ນ ອຸດສາຫະກຳປຸງແຕ່ງໝາກໄມ້:

“ພວກເຮົາກຳນົດບໍ່ພຽງແຕ່ພັດທະນາແຂວງ ຕ່ຽນຢາງ ໃຫ້ເປັນແຂວງທີ່ມີຄວາມເຂັ້ມແຂງ ຮັ່ງມີ ເົທົ່ານັ້ນແຕ່ຫາກແມ່ນກຳລັງໜູນສຳຄັນຂອງ ພື້ນຖານເສດຖະກິດເຂດທົ່ງພຽງລຽບຕາມລຳແມ່ນ້ຳຂອງ ພາກໃຕ້ ຫວຽດນາມ, ເຂດ ຕາເວັນອອກສ່ຽງໃຕ້, ພິເສດແມ່ນໃຈກາງເຂດຈຸດສຸມໃນນະຄອນໂຮ່ຈີມິງ. ຍ້ອນແນວນັ້ນ, ບັນຫາທີ່ຕັ້ງຂື້ນມານັ້ນແມ່ນ ແຂວງຕ່ຽນຢາງ ຕ້ອງນຳໜ້າໃນການປ່ຽນແປງໃໝ່, ເຂດທົ່ງພຽງລຽບຕາມລຳແມ່ນ້ຳຂອງ ພາກໃຕ້ ຫວຽດນາມ ຈຶ່ງຕ້ອງມີຄວາມຂະຫຍັນຂັນແຂງໃນການພັດທະນາ, ຜ່ານຜ່າຄວາມຫຍຸ້ງຍາກເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ”

(ຫັດ​ທະ​ບູນ)

ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ອ່ານຫຼາຍທີ່ສຸດ