ນາຍົກລັດຖະມົນຕີ ຕ້ອນຮັບ ປະທານກຳມາທິການ ໂຍທາທິການ-ຂົນສົ່ງ ສ.ເກົາຫລີ

08:35 | 11/09/2018

ວັນ​ທີ 10 ກັນຍາ 2018 ທີ່​ສຳນັກງານ​ນາຍົກລັດຖະມົນຕີ, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ ຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ໃຫ້ກຽດຕ້ອນຮັບ​ ການ​ເຂົ້າ​ຢ້ຽມຂໍ່ານັບ​ ຂອງ​ ທ່ານ ນາງ ປາກ ຊູນຈາ, ກຳມະການຄະນະປະຈຳ, ປະທານກຳມາທິການ ໂຍທາທິການ-ຂົນສົ່ງ, ປະທານ ຄະນະມິດຕະພາບ ລັດຖະສະພາ ສ.ເກົາຫລີ-ລາວ ພ້ອມ​ດ້ວຍ​ຄະນະ, ​ເນື່ອງ​ໃນ​ໂອກາດ ​ເດີນທາງ​ມາ ຢ້ຽມຢາມ ​ແລະ ​ເຮັດ​ວຽກ ທີ່ ສປປ ລາວ ​ໃນ​ຫວ່າງ ​ວັນ​ທີ 8-10 ກັນຍາ​ນີ້.

ນາຍົກລັດຖະມົນຕີ ຕ້ອນຮັບ ປະທານກຳມາທິການ ໂຍທາທິການ-ຂົນສົ່ງ ສ.ເກົາຫລີ

ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕ້ອນຮັບ ທ່ານນາງ ປາກ ຊູນ ຈາ ປະທານກຳມາທິການ ໂຍທາທິການ-ຂົນສົ່ງ ສ.ເກົາຫລີ. (ພາບ: ຂປລ)

ໃນໂອກາດດັ່ງກ່າວ, ທ່ານ ທອງ​ລຸນ ສີ​ສຸ​ລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມ​ເຊີຍ ແລະ ຕີລາສູງຕໍ່ ທ່ານ ນາງ ປາກ ຊູນ ຈາ ທີ່​ໄດ້​ນຳພາຄະນະ ເດີນທາງມາຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການ ປະກອບສ່ວນອັນສຳຄັນ ເຂົ້າ​ໃນ​ການ​ຮັດ​ແໜ້ນສາຍພົວ​ພັນ​ຮ່ວມ​ມື ຮອບ​ດ້ານ ​ໂດຍ​ສະ​ເພາະການປະແລກປ່ຽນບົດຮຽນ, ຊ່ວຍ​ເຫລືອເຊິ່ງກັນ ແລະ ກັນ ໃນວຽກງານຕ່າງໆ ລະຫວ່າງ ສອງ​ຄະນະ​ມິດຕະພາບ​ ລັດຖະສະພາ​ລາວ-​ສ.ເກົາຫລີ​ ​ໃຫ້ແຕກ ດອກອອກຜົນຍິ່ງໆຂຶ້ນ.

ພ້ອມນີ້, ທ່ານ ນາງ ປາກ ຊູນ ຈາ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ທອງ​ລຸນ ສີ​ສຸ​ລິດ ທີ່​ໄດ້​ໃຫ້ກຽດສະຫລະເວລາ​ອັນ​ມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງ ໃນການເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກ​ ໃຫ້​ທ່ານນາຍົກ​ລັດຖະມົນຕີ ຮັບ​ຊາບ ແລະ ຢືນຢັນວ່າຈະສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ໃຫ້ແຕກດອກອອກຜົນ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.