ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ພົບປະນອກຮອບ ກອງປະຊຸມ ASEAN 51

11:05 | 02/08/2018

ຍສໝ - ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ພົບປະສອງຝ່າຍກັບ ລັດຖະມົນຕີ ການຕ່າງປະເທດລາວ ນອກຮອບກອງປະຊຸມ ASEAN 51

ການພົບປະນອກຮອບຂອງກອງປະຊຸມ ການຕ່າງປະເທດ ASEAN 51 ແລະ ບັນດາກອງປະຊຸມກ່ຽວຂ້ອງກັບເວທີເສວະນາ ຢູ່ ສິງກະໂປ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ມີການພົບປະນອກຮອບກັບ ລັດຖະມົນຕີກະຊວງການຕ່າງປະເທດ ສະເຫຼີມໄຊ ກົມມະສິດ. ທັງສອງເຫັນດີເປັນເອກກະພາບຮ່ວມກັນແບ່ງປັນ ທັດສະນະລວມ ຢູ່ເວທີສອງຝ່າຍ ແລະ ຫຼາຍຝ່າຍ, ຊຸກຍູ້ສາຍພົວພັນສອງຊາດໃຫ້ນັບມື້ນັບດີຂື້ນ ບົນພື້ນຖານມູນເຊື້ອສາຍພົວພັນພິເສດລະຫວ່າງສອງຊົນເຜົ່າ.

ທີ່ການພົບປະ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ອີກຄັ້ງໜຶ່ງຂໍສົ່ງຄຳຢ້ຽມຢາມຖາມຂ່າວເຖິງ ຜູ້ນຳພັກ-ລັດ ແລ ປະຊາຊົນລາວ ທີ່ກຳລັງໄດ້ຮັບຜົນກະທົບຈາກເຫດການຄູກັນນຳ້ເຂື່ອນໄຟຟ້າພະລັງງານນຳ້ເຊປ່ຽນ-ເຊນຳ້ນ້ອຍແຕກ ຢູ່ແຂວງອັດຕະປືທີ່ຜ່ານມາ ພ້ອມນີ້ເຊື້ອໝັ້ນວ່າປະຊາຊົນເຂດໄພພິບັດຈະປັບປຸງ, ຜ່ານຜ່າ ແລະ ດຳລົງຊີວິດຢ່າງໝັ້ນຄົງ ໄດ້ໂດຍໄວ.

ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ພົບປະນອກຮອບ ກອງປະຊຸມ ASEAN 51

ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ -ລາວ ພົບປະນອກຮອບ ຢູ່ ກອງປະຊຸມ ASEAN 51.

ລັດຖະມົນຕີກະຊວງການຕ່າງປະເທດ ສະເຫຼີມໄຊ ກົມມະສິດ ຕ່າງໜ້າໃຫ້ຜູ້ນຳ ພັກ-ລັດ ແລະ ປະຊາຊົນລາວ ຂອບອົກຂອບໃຈເຖິງ ຜູ້ນຳ ຫວຽດນາມ ຖາມຂ່າວຖາມຄາວ ແລະ ຊ່ວຍເຫຼືອຍູ້ໜູນຢາງທັນການ ສະແດງເຖິງນຳ້ໃຈ ສາມັກຄີພິເສດ ແລະ ມິດຕະພາບ ຫວຽດ-ລາວ.

ທັງສອງຝ່າຍຕີລາຄາສູງ ສາຍພົວພັນຮ່ວມມື ທີ່ນັບມື້ນັບຮັດແໜ້ນ ແລະ ແໜ້ນແຟ້ນ ລະຫວ່າງ ກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດລາວ, ເຫັນດີເປັນເອກກະພາບນຳກັບ ຮ່ວມປະສານສົມທົບກະກຽມ ແລະ ຈັດຕັ້ງປະຕິບັດ ກົນໄກເສນາທິການສາມັນ ຂື້ນກະຊວງ ແລະ ຮອງລັດຖະມົນຕີການຕ່າງປະເທດໃນອານາຄົດ; ເພີ່ມທະວີແບ່ງປັນຂໍ້ມູນ, ປະສານສົມທົບຢ່າງໄກ້ສິດ ຢູ່ບົນເວທີສາກົນ, ພາກພື້ນ, ກໍ່ຄືກົນໄກອະນຸພາກພື້ນ; ຮ່ວມກັບສະມາຊິກຂອງບັນດາປະເທດລົງເລິງ ຂັ້ນຕອນການຮ່ວມມື, ເຊື່ອມຕໍ່ ສະມັດຊາ ASEAN ເພີ່ມທະວີຄວາມສາມັກຄີ, ບົດບາດແກນກາງ ແລະ ກະບອກສຽງ ອັນດຽວກັນຂອງ ASEAN ໃນບັນຫາຍຸດທະສາດຂອງ ພາກພື້ນ ໃນນັ້ນລວມທັງບັນຫາທະເລ ຈີນໃຕ້.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.