ບັນຍາກາດກອງປະຊຸມ ກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ເດັກ.
ກອງປະຊຸມຖືກຖ່າຍທອດສົດທາງໂທລະພາບໄປເຖິງ 675 ຈຸດຮັບ ຂັ້ນເມືອງ, ຕາແສງ ແລະ ຮາກຖານສຳຄັນທົ່ວປະເທດ ໃນການຈັດຕັ້ງປະຕິບັດ ລະບຽບກົດໝາຍເພື່ອປົກປ້ອງເດັກ ແລະ ຈະມີຜູ້ແທນເຂົ້າຮ່ວມ ປະມານ 18.000 ທ່ານ.
ກອງປະຊຸມຈະຕີລາຄາສະພາບຄວາມເປັນຈິງກ່ຽວກັບການທຳຮ້າຍເດັກ; ວິເຄາະໃຫ້ຊັດເຈນສາຍເຫດທີ່ພາໃຫ້ເກີດມີການພຶດຕິກຳດັ່ງກ່າວນີ້ ແລະ ວາງມາດຕະການຢ່າງມີປະສິດທິຜົນເພື່ອຕ້ານ, ສະກັດກັ້ນ ການທຳຮ້າຍເດັກໃນປະຈຸບັນ.
ອີງຕາມສະຖິຕິ ເດືອນພຶດສະພາ ຕົ້ນປີ 2018 ທົ່ວປະເທດ ພົບວ່າມີຄະດີທຳຮ້າຍເດັກເຖິງ 682ຄະດີ. ເປັນທີ່ໜ້າສົນໃຈແມ່ນ ເດັກນ້ອຍທີ່ຖືກທຳຮ້າຍທາງດ້ານຮ່າງກາຍ ແລະ ເພດນັ້ນແມ່ນຖືກຍາດຕິພີ່ນ້ອງໄກ້ສິດພາຍໃນຄອບຄົວເອງເປັນຜູ້ກະທຳ ມີເຖິງ 21,3%, ຍ້ອນຄົນຮູ້ຈັກ, ເພື່ອບ້ານ 59,9%, ແລະ ຄົນແປກໜ້າ 12,6%...
ມີຫຼາຍຄຳເຫັນເວົ້າວ່າ: ມາດຕະການທີ່ສຳຄັນແມ່ນການປະສານສົມທົບຢ່າງແໜ້ນແຟ້ນ ແລະ ຊ່ວຍເຫຼືອທີ່ເປັນເອກກະພາບລະຫວ່າງ ບັນດາກະຊ່ວງ, ທະບວງ, ຂະແໜງການ, ອົງການຈັດຕັ້ງສັງຄົມ ແລະ ປະຊາຊົນໃນຊຸມຊົນ; ສ້າງລະບົບປະສານສົມທົບກຽມພ້ອມສະກັດກັ້ນ, ແກ້ໄຂສະຖານະການທຳຮ້າຍເດັກຢູ່ ທ້ອງຖິ່ນ; ໂຄສະນາເຜີຍແຜ່, ສືກສາອົບຮົມ ຄວາມເປັນເຈົ້າຕົນເອງ, ສະກັດກັ້ນພຶດຕິກຳລະເມີດທາງເພດຕໍ່ເດັກ-ດ້ວຍຕົນເອງ ແລະ ຊ່ວຍເປັນທີ່ປືກສາທາງດ້ານກົດໝາຍເມື່ອຈຳເປັນ; ໃຊ້ມາດຕະການຢ່າງເຂັ້ມງວດ ຕໍ່ກັບຫ້ອງການ, ອົງການຈັດຕັ້ງ, ສະຖາບັນການສຶກສາ, ບຸກຄົນໃດທີ່ປິດບັງ, ບໍ່ແຈ້ງເຕືອນ, ບໍ່ລາຍງານສະພາບການ, ພຶດຕິກຳຄວາມຮຸນແຮງຕໍ່ເດັກ...
ໃນນັ້ນ ມາດຕະການທີ່ສຳຄັນແມ່ນ ຍົກສູງຄວາມຮັບຜິດຊອບຂອງອຳນາດການປົກຄອງ ຂັ້ນຮາຖານ. ນີ້ແມ່ນໜຶ່ງໃນເຫດຜົນທີ່ກອງປະຊຸມມີການເຂົ້າຮ່ວມຂອງອຳນາດການປົກຄອງຂັ້້ນຮາກຖານດັ່ງກ່າວ.
(ຫັດທະບູນ)