ນາຍົກລັດຖະມົນຕີ ລົງຕິດຕາມ ແລະ ກວດກາສະພາບນ້ຳຖ້ວມ ຢູ່ແຂວງວຽງຈັນ

15:00 | 06/09/2018

ໃນຕອນເຊົ້າວັນທີ 6 ກັນຍາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຢ້ຽມຢາມປະຊາຊົນຜູ້ໄດ້ຮັບຜົນກະທົບ ຈາກໄພພິບັດນ້ຳຖ້ວມ ຢູ່ ບ້ານບຸ່ງພ້າວ ແລະ ຫາດໄຊ ເມືອງທຸລະຄົມ ແຂວງວຽງຈັນ.

ນາຍົກລັດຖະມົນຕີ ລົງຕິດຕາມ ແລະ ກວດກາສະພາບນ້ຳຖ້ວມ ຢູ່ແຂວງວຽງຈັນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລົງຢ້ຽມຢາມ ພໍ່ແມ່ປະຊາຊົນທີ່ໄດ້ຮັັບຜົນກະທົບຈາກໄພນຳ້ຖ້ວມ.

ເຊິ່ງທ່ານໄດ້ໃຫ້ທິດຊີ້ນຳຫລາຍບັນຫາ ຕໍ່ອົງການປົກຄອງທຸກຂັ້ນ ນັບແຕ່ແຂວງ ຮອດເມືອງ ຈົ່ງສືບຕໍ່ໃຫ້ການຊ່ວຍເຫລືອແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໂດຍສະເພາະ ການຈັດສັນທີ່ພັກຊົ່ວຄາວ, ສະໜອງອາຫານ, ນ້ຳດື່ມ, ຢາ ແລະ ອື່ນໆ ທີ່ຈຳເປັນ ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບດັ່ງກ່າວ.

ທ່ານ ເສດໄຊ ວິໄລໄຟ ເຈົ້າເມືອງທຸລະຄົມ ໄດ້ລາຍງານໃຫ້ຮູ້ວ່າ: ຜົນເສຍຫາຍຈາກໄພນ້ຳຖ້ວມແຕ່ວັນທີ 30 ສິງຫາ ຫາ ທີ 5 ກັນຍາ 2018 ລວມມີ 16 ບ້ານ, ໃນນັ້ນນ້ຳຖ້ວມຂັງ ມີ 11 ບ້ານ ຄື: ບ້ານຫາດສວນ, ຕານປ່ຽວ, ສຸກສາລາ, ຈຸ້ມ, ແຈ້ງ, ຫາດສ້ຽວ, ໂພນແພງ, ລິ່ງຊັນ, ບຸ່ງພ້າວ, ຫາດໄຊ ແລະ ບ້ານເກີນເໜືອ (ຄຸ້ມຫາດນ້ອຍ) ມີ 2.927 ຄອບຄົວ, ໂຮງຮຽນ 12 ແຫ່ງ ປິດຮຽນຊົ່ວຄາວ, ຄວາຍ 9 ພັນກວ່າໂຕ, ງົວ ເກືອບ 30 ພັນໂຕ, ໝູ 10 ພັນກວ່າໂຕ, ແບ້ ແລະ ແກະ 5 ພັນກວ່າໂຕ, ສັດປີກ 500.000 ກວ່າໂຕ. ໃນນີ້, ມີ ງົວຕາຍ 3 ໂຕ, ລູກປາເສຍຫາຍ 3 ລ້ານກວ່າໂຕໃນເນື້ອທີ່ໜອງ 125 ເຮັກຕາ. ເນື້ອທີ່ເຂົ້ານາປີເສຍຫາຍ 1.750 ເຮັກຕາ, ສາລີແຂງ 350 ເຮັກຕາ, ສວນຫຍ້າ 268 ເຮັກຕາ, ສາລີຫວານ 152 ເຮັກຕາ, ສວນກ້ວຍ 141 ເຮັກຕາ, ສວນໝາກຮຸ່ງ 170 ເຮັກຕາ, ສວນໝາກອຶ, ໝາກບວບ, ໝາກນ້ຳ 26 ເຮັກຕາ, ຫົວສີໄຄ ຂ່າຂີງ 26 ເຮັກຕາ, ມັນຕົ້ນ 58 ເຮັກຕາ, ສວນອ້ອຍ 50 ເຮັກຕາ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.