ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ WEF ASEAN 2018 ຢູ່ ຫວຽດນາມ

21:33 | 07/09/2018

ຍສໝ - ຕາມການລາຍງານຂອງ ໜັງສືພິມ ປະຊາຊົນ ຂອງ ລາວ ສະບັບອອກ ວັນທີ 7 ກັນຍາ ໄດ້ໃຫ້ຮູ້ວ່າ: ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຈະນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸຸມ ເສດຖະກິດ ໂລກ ASEAN (WEF ASEAN) 2018 ເຊິ່ງຈະເລີ່ມຂື້ນໃນວັນທີ 11 ຫາ 13 ກັນຍາ ນີ້ ຢູ່ ຮ່າໂນ້ຍ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ WEF ASEAN 2018 ຢູ່ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ແຫ່ງສປປ ລາວ ທອງລຸນ ສີສຸລິດ.

ສຳນັກຂ່າວຫວຽດນາມ ປະຈຳລາວ ໄດ້ອີງໃສຂໍ້ມູນດັ່ງກ່າວ ສະແດງລາຍລະອຽດວ່າ ກອງປະຊຸມ WEF ASEAN 2018 ແມ່ນ ກອງປະຊຸມປະຈຳປີ ໂດຍມີການເຂົ້າຮ່ວມຂອງຜູ້ນຳລະດັບສູງຂອງປະເທດ ນັກທຸລະກິດ ໃນທົ່ວໂລກ ບັນດານັກວາງແຜນ-ນະໂຍບາຍ ໃນຂະແຫນງອຸດສາຫະກຳ ອົງການສາກົນ ແລະ ນັກວິຊາການອັນດັບຕົ້ນໆຂອງໂລກ.

WEF ASEAN 2018 ຈະແລກປ່ຽນຄຳຄິດຄຳເຫັນ ແລະ ວິໄສທັດ ໃນຫົວຂໍ້ “ASEAN 4.0 : ຈິດໃຈຂອງນັກທຸລະກິດ ແລະ ການປະຕິວັດອຸດສາຫະກຳ ຄັ້ງທີ ສີ່,” ກ່ຽວກັບການຮ່ວມມືລະຫວ່າງ ລັດ ແລະ ເອກກະຊົນ ໃນການພັດທະນາ ເສດຖະກິດ-ສັງຄົມ ໃນພູມມິພາກ ແລະ ສາກົນ.

ໃນຂອບເຂດການເຂົ້າຮ່ວມກອງປະຊຸມ WEF ASEAN 2018 ເທື່ອນີ້ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ຈະມີການພົບປະກັບ ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນ ຟຸ໋ກ ແລະ ການນຳອື່ນໆຂອງຫວຽດນາມ. ນອກນັ້ນ ນາຍົກລັດຖະມົນຕີ ສປປ ລາວ ກໍ່ຈະພົບປະກັບ ປະທານບໍລິຫານ ເວທີເສດຖະກິດໂລກ ແລະ ບາງບໍລິສັດສາກົນທີ່ລົງທືນຢູ່ລາວ.

(​ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.