ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ ຊ່ວຍເຫຼືອຄອບຄົວທີ່ສູນເສຍ ຈາກໄພທຳມະຊາດ

19:05 | 23/08/2018

ຍສໝ - ຕອນເຊົ້າວັນທີ 23 ສິງຫາ, ທີ່ຮ່າໂນ້ຍ ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸກ ໄດ້ເປັນປະທານກອງປະຊຸມຮ່ວມກັບການນຳ ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງກັບການໜູນຊ່ວຍ ສ້າງເຮືອນຢູ່ ໃຫ້ແກ່ຄອບຄົວທີ່ຖືກຜົນກະທົບຈາກພາຍຸ ແລະ ດິນເຊາະເຈື່ອນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ ຊ່ວຍເຫຼືອຄອບຄົວທີ່ສູນເສຍ ຈາກໄພທຳມະຊາດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກກ່າວຄໍາເຫັນທີ່ກອງປະຊຸມ. (ພາບ:Quang Hieu/VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງແຜນນະໂຍບາຍຂອງລັດ ແມ່ນບໍ່ປະໃຫ້ປະຊາຊົນຜູ້ໃດຕ້ອງອຶດຫິວ ຫຼຶ ບໍ່ມີ ບ່ອນຢູ່ຍ້ອນໄພທຳມະຊາດ. ດັ່ງນັ້ນກອງປະຊຸມຄັ້ງນີ້ ແນໃສ່ຊອກຫາມາດຕະການຊ່ວຍເຫຼຶອຢ່າງຮີບດ່ວນ, ສະເພາະໜ້າ ສຳລັບບັນດາຄອບຄົວທີ່ຖືກສູນເສຍ ເຮືອນຊານ ແລະ ຕ້ອງອາໄສຢູ່ທີ່ພັກຊົ່ວຄາວທີ່ເປັນແຄ້ມຜ້າຢາງ. ນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການສະເໜີບັນດາແຫຼ່ງກຳລັງໜູນຊ່ວຍ, ລະດັບການໜູນຊ່ວຍຕ້ອງອີງໃສ່ລະບຽບການຕົວຈິງ. ການໜູນຊ່ວຍຕ້ອງຮັບປະກັນໃຫ້ທັນເວລາ ແລະ ຊັດເຈນໃຫ້ແກ່ເປົ້າໝາຍ, ຮັບປະກັນວ່າບັນດາຄອບຄົວຈະໄດ້ຮັບການໜູນຊ່ວຍທີ່ໃຫ້ມີຊີວິດການເປັນຢູ່ທີ່ໝັ້ນຄົງ ແລະ ຍາວນານ.

“ສູນກາງ ແລະ ພິເສດແມ່ນບັນດາທ້ອງຖິ່ນຄວນສຸມໃສ່, ວາງມາດຕະການ ຢ່າງຮີບ ດ່ວນເພື່ອໜູນເຫຼືອໃຫ້ປະຊາຊົນຜູ້ຖືກສູນເສຍເຮືອນຊານບ້ານຊ່ອງ ຍ້ອນໄພນໍ້າຖ້ວມ, ດິນເຊາະເຈື່ອນ ທີ່ເກີດຂຶ້ນໃນໄລຍະຜ່ານມາ ເພື່ອແກ້ໄຂສະພາບການ 5,592 ຄອບຄົວ ບໍ່ມີບ່ອນຢູ່່ ຫຼື ຕ້ອງອາໄສບ່ອນຊົ່ວຄາວທີ່ເປັນແຄ້ມຜ້າຢາງ. ນີ້ແມ່ນແຜນນະໂຍບາຍຄວນເອົາໃຈໃສ່ແກ້ໄຂເປັນພິເສດ ດ້ວຍຫຼາຍແຫຼ່ງກໍາລັງຈາກສັງຄົມ. ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່ເຖິງເລື່ອງປະຊາຊົນຈະຢູ່ຄືແນວໃດ, ແກ້ໄຂເນື້ອທີ່ນາໄຮ່ຮົ້ວສວນທີ່ຖືກຜົນສະທ້ອນຈາກໄພທໍາມະຊາດ, ການປິ່ນປົວພະຍາດ ແລະ ການສັນຈອນໄປມາຂອງປະຊາຊົນໃຫ້ໄວສຸດເທົ່າທີ່ເຮັດໄດ້ ເພື່ອໃຫ້ປະຊາຊົນກັບຄືນສູ່ການດໍາລົງຊີວິດເປັນປົກກະຕິ”.

ແຕ່ຕົ້ນປີມາຮອດປັດຈຸບັນນີ້, ຫວຽດນາມໄດ້ຖືກພາຍຸພັດຜ່ານ ແລະ ດິນເຊາະເຈື່ອນເຖິງ 12 ເທື່ອ, ເຮັດໃຫ້ມີຜູ້ເສຍຊີວິດ 40 ຄົນ, ຫາຍສາບສູນ 14 ຄົນ, ສ້າງຄວາມເສຍຫາຍເຖິງ 1000 ຕື້ດົ້ງ.

(ຫັດ​ທະ​ບູນ)

ເຫດການ